ນັກສຶກສາອາສາສະໝັກຟູ໋ອຽນ ມຸ່ງໄປສູ່ເຂດຊົນນະບົດ

(vovworld) - ບັນດາ​ຮອຍ​ຍີ້ມທີ່​ສົດ​ໄສ ​ແລະ ບັນດາ​ວຽກ​ງານ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ, ​ແມ່ນ​ຮູບ​ພາບ, ​ແມ່ນ​ຄວາມ​ຮັບ​ຮູ້​ຂອງ​ພໍ່​ແມ່​ປະຊາຊົນ​ຢູ່​ຕາ​ແສງ​ຊວນ​ແລງ, ​ເມືອງ​ດົ່ງ​ຊວນ, ​ແຂວງ​ຟູ໋ອຽນ ທີ່​ມີ​ຕໍ່ ນັກ​ສຶກສາ​ອາສາ​ສະໝັກ ຂະ​ແໜງສ້າງ​ຄູ, ມະຫາວິທະຍາ​ໄລຟູ໋ອຽນ. ​ເຂົາ​ເຈົ້າ​ແມ່ນ​ບັນດາ​ຜູ້​ຊາຍ, ນາງ​ສາວ​ໄຮ້​ດຽງສາທີ່​ມີ​ອາຍຸ 18, 20 ປີ, ​ແຕ່​ເມື່ອ​ປະຕິບັດ​ວຽກ​ງານ​ຜູ້​ໃດ​ກໍ່ຫ້າວຫັນ, ​ສຸດ​ຈິດ​ສຸດ​ໃຈ.

ນັກສຶກສາອາສາສະໝັກຟູ໋ອຽນ ມຸ່ງໄປສູ່ເຂດຊົນນະບົດ - ảnh 1
ພາບປະກອບ

        ນັກ​ສຶກສາກ​ວ່າ 20 ຄົນ ທີ່​ມາ​​ຕາ​ແສງ​ຊວນ​ແລງ​ໃນ​ລະດູ​ຮ້ອນ​ນີ້, ມີ​ບາງ​ຄົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ເທື່ອ​ທຳ​ອິດ, ດັ່ງ​ນັ້ນຈຶ່ງ​ບໍ່​ຊິນ​ເຄີຍ ​ແລະ ກັງວົນ​ບໍ່​ຮູ້​ວ່າ​ຈະ​ເຮັດ​ວຽກ​ງານ​ທີ່​ວາງ​ອອກ​ໄດ້​​ຫຼື​ບໍ. ​ແຕ່​ເມື່ອ​ມາ​ແຫ່ງ​ນີ້, ຄວາມຮັກ​ແພງ, ​ສະໜິດສະໜົມ​ຂອງ​ປະຊາຊົນ ​ໄດ້​ຊ່ວຍ​ພວກ​ເພື່ອນ​ເຊື່ອມ​ຕົວ​ເຂົ້າ​ກັບ​ການ​ດຳລົງຊີວິດ​ຢູ່​ທີ່​ນີ້ຢ່າງວ່ອງ​ໄວ. ​ໂຮ່ສີ​ຮ່າວ, ນັກ​ສຶກສາ​ປີ​ທີ 4, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ດີ​ໃຈ​​ເມື່ອນຸ່ງ​ເສື້ອສີ​ຟ້າອາສາ​ສະໝັກ​ມາ​ຊ່ວຍ​ເຫຼືອ​ປະຊາຊົນ​ຢູ່​ທີ່​ນີ້. ວຽກ​ງານ​ຕົ້ນຕໍ​ແມ່ນ​ກໍ່ສ້າງ​ທາງ​ເບ​ຕົງ​ໃນ​ເຂດ​ຊົນນະບົດທີ່​ມີ​ລວງ​ຍາວ 120 ມ. ຈັດ​ຕັ້ງຊຸດ​ບຳລຸງ​ດ້ານ​ວັດທະນະທຳ​ໃຫ້​ແກ່​ພວກ​ນ້ອງ​ນັກຮຽນເພື່ອສຳ​ເລັດການ​ສຶກສາ​ຊັ້ນ​ປະຖົມ​ພາກ​ບັງຄັບ. ພິ​ເສດ​ແມ່ນ​ໂຄສະນາ​ກ່ຽວ​ກັບ​ເລື່ອງ​ຮັບປະກັນ​ອະນາ​ໄມ​ສິ່ງ​ແວດ​ລ້ອມ, ກຳຈັດ​ຂີ້​ເຫຍື່ອ...

        ​ແຜນການ​ທີ່​ໄດ້​ວາງ​ອອກ​ແມ່ນ​ຄື​ແນວ​ນັ້ນ, ​ແຕ່​ວຽກ​ງານ​ຕົ້ນຕໍ​ຂອງ​ບັນດາ​ນັກ​ສຶກສາ​ຂະ​ແໜງສ້າງ​ຄູ​ແມ່ນ​ບຳລຸງດ້ານ​ວັດທະນະທຳ​ໃຫ້​ພວກ​ນ້ອງ​ຢູ່​ຕາ​ແສງ​ຊວນ​ແລງ​ແຕ່​ຊັ້ນ​ອະນຸບານ​ເຖິງ​ໝົດ​ຊັ້ນ​ປະຖົມ. ຈິ້ງ​ທິ​ເຟືອງ​ລວາ​ນ, ນັກ​ສຶກສາ​ປີ​ທີ 4, ​ໃຫ້​ຮູ້​ວ່າ:

        “ມາ​ບຳລຸງດ້ານວັດທະນະທຳ​ໃຫ້​ພວກ​ນ້ອງ​ຢູ່​ທີ່​ນີ້ຈຶ່ງ​ຮູ້​ໄດ້​ວ່າ, ມີ​ບາງ​ຄົນ​ມັກ​ໄປ​ຮຽນ​ແຕ່​ບໍ່​ມີ​​ໃຜ​ເຝົ້າ​ເຮືອນ, ບໍ່​ມີ​ໃຜ​ໄປ​ລ້ຽງ​ງົວ. ບໍ່​ແມ່ນ​ວ່າ​ພວກ​ນ້ອງ​ຮຽນ​ບໍ່​ໄດ້, ຫາກ​ຍ້ອນ​ຄາ​ວຽກ​ຄອບຄົວ​ຈຶ່ງ​ບໍ່​ໄດ້​ໄປ​ຮຽນ. ຜ່ານ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ນີ້, ພວກຂ້າພະ​ເຈົ້າ​​ໄດ້​ຊ່ວຍ​​ພວກ​ນ້ອງ​ມີ​ກຳລັງ​ໜູນ​ເພື່ອ​ສູ້​ຊົນ. ພວກ​ນ້ອງ​ດີ​ໃຈ​ຫຼາຍ ​ແລະ ​ໄປ​ຮຽນຢ່າງ​ດຸ​ໝັ່ນ. ພວກ​ນ້ອງ​ຍັງ​ພາຄະ​ນະ​ນັກ​ສຶກສາໄປ​ຢ້ຽມຢາມ, ຊອກ​ຮູ້​ກ່ຽວ​ກັບການ​ດຳລົງ​ຊີວິດ​ຢູ່​ທີ່​ນີ້, ອັນ​ໄດ້ຊ່ວຍ​ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້, ​ແລະ ມີ​ປະສົບ​ການ ​​ເພື່ອສາມາດ​ຮັບ​ໃຊ້​ສັງຄົມ​ໃນ​ຕໍ່ໜ້າ​​ເປັນ​ຢ່າງ​ດີ“.

ນັກສຶກສາອາສາສະໝັກຟູ໋ອຽນ ມຸ່ງໄປສູ່ເຂດຊົນນະບົດ - ảnh 2
ພາບປະກອບ

        ​ແຕ່​ລະ​ມື້, ພວກ​ເພື່ອນ​ນັກ​ສຶກສາ​ຂຶ້ນ​ຫ້ອງ 2 ຄາບ, ຕອນ​ເຊົ້າ ​ແລະ ຕອນ​ບ່າຍ. ຕອນ​ຄຳ່​ແມ່ນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສິລະ​ປະ​ໃຫ້​ພວກ​ນ້ອງ​ນ້ອຍ. ​ໃຕ້​ແສງ​ໄຟຟ້າ​ຕໍ່ໜ້າ​ເຮືອນຮ້ານ, ບ່ອນ​ດຳ​ເນີນ​ຊີວິດປະຊາ​ຄົມ​ຕາ​ແສງ​ຊວນ​ແລງ, ສຽງ​ຮ້ອງ​ເພງ​ຂອງ​ເດັກນ້ອຍ​ໃນຕາ​ແສງ ​ແລະ ພວກ​ເພື່ອນ​ນັກ​ສຶກສາ​ອາສາ​ສະໝັກ​ໄດ້ດັງ​ກ້ອງ​ກັງວານຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ. ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຄື​ແນວ​ນີ້, ​ເພື່ອນ ​ເຟືອງ​ລວາ​ນ ຮູ້ສຶກ​ວ່າ​ຕົນ​ເອງ​ເຕີບ​ໃຫຍ່​ກວ່າ​ຫຼາຍ.

        “ຕອນ​ຄຳ່​ມື້​ໃດ, ພວກ​ຂ້າພະ​ເຈົ້າກໍ່​​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ກັບ​ປະຊາຊົນ​ຢູ່​ທີ່​ນີ. ສ່ວນປະຊາຊົນ​ກໍ່​ມີ​ຄວາມສະໜິດສະໜົມ ​ແລະ ຮັກ​ແພງພວກ​ຂ້າພະ​ເຈົ້າ​ຫຼາຍ​. ພາຍຫຼັງ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ, ນ້ອງ​ກໍ່​ເຂົ້າໃຈ ແລະ ຮຽນ​ໄດ້​ຫຼາຍ​ສິ່ງຫຼາຍຢ່າງ​ກ່ຽວ​ກັບ​ການ​ພົວພັນ​ໃນ​ສັງຄົມ, ທັກ​ສະ​ດຳລົງ​ຊີວິດ... ຖ້າ​ມີ​ໂອກາດ​ນ້ອງ​ຈະ​ຂໍ​ໄປ​ເຄື່ອນ​ໄຫວ​ອາສາ​ສະໝັກ​ຕື່ມອີກ “.

        ສ່ວນ ຮວີ​່ງ​ແທງ​ຈຸກ, ນັກ​ສຶກສາ​ປີ​ທີ 3 ຮູ້​ສື​ກຮັກ ​ແລະ ​ເອັນດູ​ປະຊາຊົນ ກໍ່​ຄື​ເດັກນ້ອຍ​ນັກຮຽນ​ຢູ່​ທີ່​ນີ້. ​ເມື່ອ​ເຫັນ​ພວກ​ນ້ອງ​ບໍ່​ໄດ້​ໄປ​ຮຽນ, ຈຸກ ພ້ອມ​ກັບ​ພວກ​ເພື່ອນ​ນັກ​ສຶກສາ​ໄດ້​ໄປ​ຍັງ​ແຕ່​ລະ​ຄອບຄົວ​​ຂົນຂວາຍເພື່ອ​ໃຫ້ພວກ​ນ້ອງ​ໄປ​ຮຽນ. ການ​ເຄື່ອນ​ໄຫວ​ນີ້​ໄດ້​ຊ່ວຍ​ໃຫ້​ ຈຸກ ​ເຕີບ​ໃຫຍ່​ກວ່າ​ຫຼາຍ.

        “ບົດຮຽນ​ທຳ​ອິດ​ທີ່​ຂ້າພະ​ເຈົ້າທອດ​ຖອນ​ມາ​ໄດ້ນັ້ນແມ່ນ​ຄວາມສາມາດກຸ້ມ​ຕົນ​ເອງ, ຄວາມ​ສາມັກຄີ, ຄວາມ​ອົດທົນ. ​ພາຍຫຼັງ​ຮຽນ​ຈົບ​ມະຫາວິທະຍາ​ໄລ​ຂ້າພະ​ເຈົ້າ​ຈະ​​ກາຍເປັນ​ຄູ​ສອນ​, ດັ່ງ​ນັ້ນການ​​ພົບ​ປະ, ທຳ​ຄວາມ​ຊິນ​ເຄີຍ​ ແລະ ການ​ເຄື່ອນ​ໄຫວຮ່ວມກັບ​ພວກ​ນ້ອງໃນຄັ້ງນີ້, ​ໄດ້​ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່ອາຊີບເປັນຄູຂອງຂ້າພະເຈົ້າໃນຕໍ່ໜ້າ​ “.

        ​ເມື່ອມາ​ຕາ​ແສງ ຊວນ​ແລງ, ພວກ​ເພື່ອນ​ນັກ​ສຶກສາ​ມະຫາວິທະຍາ​ໄລ ຟູ໋ອຽນ ຍັງ​ຂົນຂວາຍ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບໍລິຈາກ​ຊັບ​ສິນ​ເງິນ​ທອງ​ເພື່ອ​ກໍ່ສ້າງ​ບັນດາ​ກິດຈະກຳ​ນ້ອຍ​ອີກ. ​ເຟືອງ​ລວາ​ນ ​ໃຫ້​ຮູ້​ວ່າ:

        “​ເຖິງ​ວ່າ​ບໍ່​ມີ​ວັດຖຸ​ເຄື່ອງ​ຂອງ ​ແຕ່​ພວກ​ຂ້າພະ​ເຈົ້າ​ໄດ້​ນຳ​ເອົາ​ຈິດ​ໃຈ​ຂອງ​ຕົນ​ມາ​ຊ່ວຍ​ປະຊາຊົນ​ກໍ່ສ້າງ​ທາງ​ເພື່ອ​ໄປມາ​ຢ່າງ​ສະດວກ​ສະບາຍ. ພວກ​ຂ້າພະ​ເຈົ້າ​ຍັງ​ຂົນຂວາຍ​ການ​ບໍລິຈາກ​ເພື່ອ​ກໍ່ສ້າງ​ໂຮງຮຽນ​ປະຖົມ ​ແລະ ທາງ​ເບ​ຕົງ​ຕໍ່ໜ້າ​ໂຮງຮຽນ ​ເພື່ອຮັບ​ໃຊ້​ໃຫ້​ພວກ​ນ້ອງ​ນັກຮຽນອີກ​

        ເມື່ອລາຍການ​ເຄື່ອນ​ໄຫວ​ອາສາ​ສະໝັກສິ້ນສຸດລົງ, ຜູ້​ໃດ​ກໍ່​ຮູ້ສຶກ​ວ່າ​ຕົນ​ເອງ​ເຕີບ​ໃຫຍ່​ກວ່າ. ​​ແລະ ຮັບ​ຮູ້​ໄດ້​ຄວາມ​ຮັກ​ແພງ, ຄວາມ​ສາມັກຄີ, ການຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນຂອງ​ປະຊາຊົນ​​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ລວມ. ​ເມື່ອ​ກັບ​ຄືນ​ນະຄອນ, ກັບຄືນ​​ໂຮງຮຽນ, ບັນດາ​ນັກ​ສຶກສາມະຫາວິທະຍາ​ໄລ​ຟູ໋ອຽນ​ບໍ່​ສາມາດ​ຫຼົງລືມ​​ລະດູ​ຮ້ອນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ນີ້​ໄດ້.

       

ຕອບກັບ

ຂ່າວ/ບົດ​ອື່ນ