ນຳ​ວິ​ທະ​ຍາ​ສາດ​, ເຕັກ​ໂນ​ໂລ​ຊີ​ເຂ​ົ້າ​ມາ​ບ້ານ​ຕ່າງ​ໆ​ຢູ່​ແຂວງ ກອນ​ຕຸມ

(VOVWORLD) - ຢູ່ຫຼາຍບ້ານໃນບໍລິເວນແຂວງ ກອນຕຸມ ພວມຮັບຮູ້ການປ່ຽນແປງທີ່ຕັ້ງໜ້າໃນການຜະລິດກະສິກຳ ຂະນະທີ່ພໍ່ແມ່ ປຊຊ ບັນດາຊົນເຜົ່າສ່ວນໜ້ອຍ ໄດ້ໝູນໃຊ້ວິທະຍາສາດ ເຕັກໂນໂລຊີເຂົ້າໃນການຜະລິດ, ຍົກສູງສະມັດຕະພາບ, ຄຸນນະພາບ ແລະ ກຳລັງແກ່ງແຍ້ງຂອງຜະລິດຕະພັນກະເສດຂອງທ້ອງຖິ່ນ.
ນຳ​ວິ​ທະ​ຍາ​ສາດ​, ເຕັກ​ໂນ​ໂລ​ຊີ​ເຂ​ົ້າ​ມາ​ບ້ານ​ຕ່າງ​ໆ​ຢູ່​ແຂວງ ກອນ​ຕຸມ - ảnh 1

 ອ້າຍ ອາຊິ ຕິດຕັ້ງລະບົບຫົດນ້ຳອັດຕະໂນມັດ (ພາບ: VOV)

   ສະຫະກອນຜັກ, ດອກໄມ້ ແລະ ທ່ອງທ່ຽວຊາວໜຸ່ມຢູ່ເທດສະບານ ມັງແດນ, ເມືອງ ກອນປລົງ, ແຂວງ ກອນຕຸມ ໄດ້ສ້າງຕັ້ງຂຶ້ນເມື່ອປີ 2012. ມາຮອດປະຈຸບັນ, ສະຫະກອນມີ 2 ຮາກຖານຜະລິດຜັກປອດສານພິດ ຕາມວິທີການອົງຄະທາດ, ມີລະບົບຫົດນ້ຳອັດຕະໂນມັດ ເພື່ອຜະລິດບັນດາປະເພດຜັກ, ໝາກໄມ້ຄື: ໝາກເລັ່ນ, ໝາກຊູ, ໝາກເຜັດຫວານ, ກາຣົດ, ຜັກສະລັດ, ຜັກກາດ…ແຕ່ລະເດືອນ, ສະຫະກອນສາມາດຜະລິດຜະລິດຕະພັນກະເສດປອດສານພິດໄດ້ກ່ວາ10 ໂຕນເພື່ອສະໜອງໃຫ້ຕະຫຼາດ.

  ບໍ່ພຽງແຕ່ຢູ່ເມືອງ ກອນປລົງ ເທົ່ານັ້ນ, ຢູ່ເມືອງ ຕູເມີຣົງ , ດັກເກີໄລ … ກໍ່ຮູ້ຈັກວີທີກ້າເບ້ຍຕົ້ນກາເຟເຂດໜາວ, ຂະຫຍາຍແນວພັນໂສມຊະນິດຕ່າງໆ ເພື່ອຂະຫຍາຍເນື້ອທີ່ປູກຝັງຂອງຄອບຄົວ. ອ້າຍ ອາຊິ ຢູ່ບ້ານວາງເຮີຣາ, ຕາແສງ ດັກອຸຍ  ເມືອງ ດັກຮ່າ ໃຫ້ຮູ້ວ່າ:

      ເຮົາເຄີຍໄປຮັບຈ້າງຕິດຕັ້ງລະບົບຫົດນ້ຳອັດຕະໂນມັດໃຫ້ຫຼາຍຄົນ. ເຮັດຫຼາຍກໍ່ເລື້ງ ແລະ ເຫັນວ່າມັນດີ, ມີປະໂຫຍດ ແລ້ວກໍ່ຢາກເຮັດໃສ່ສວນຂອງຕົນ. ເມື່ອຕິດຕັ້ງລະບົບຫົດນ້ຳອັດຕະໂນມັດນີ້ແລ້ວ, ຮອດຍາມລະດູແລ້ງກໍ່ບໍ່ຕ້ອງເປັນຫ່ວງອີກແລ້ວ.

ນຳ​ວິ​ທະ​ຍາ​ສາດ​, ເຕັກ​ໂນ​ໂລ​ຊີ​ເຂ​ົ້າ​ມາ​ບ້ານ​ຕ່າງ​ໆ​ຢູ່​ແຂວງ ກອນ​ຕຸມ - ảnh 2

 ຊາວເຜົ່າສ່ວນໜ້ອຍຢູ່ສວນກ້າເບັ້ຍໃມ້ຕົ້ນຢາສະໝູນໄພຢູ່ຕາແສງ ມັງແກງ ເມືອງ ກອນປລົງ (ພາບ: VOV)

  ການເຂົ້າຮ່ວມບັນດາຊຸດບຳລຸງສ້າງວິຊາຊີບ, ບັນດາຊຸດຮຽນຖ່າຍຖອດວິທະຍາສາດເຕັກໂນໂລຊີ ແລະ ເຮັດວຽກໂດຍກົງ ຢູ່ຕາມສະຫະກອນ, ຫົວໜ່ວຍຜະລິດດຳເນີນທຸລະກິດ ແມ່ນເສັ້ນທາງສັ້ນທີ່ສຸດ ເພື່ອໃຫ້ຊາວຜູ້ອອກແຮງງານຊົນເຜົ່າສ່ວນໜ້ອຍແຂວງ ກອນຕຸມ ຮັບ ແລະ ນຳວິທະຍາສາດ, ເຕັກໂນໂລຊີເຂົ້າບ້ານຂອງຕົນ. ຢູ່ແຂວງ ກອນຕຸມ, ໄດ້ສ້າງຮູບແບບລ້ຽງການໝູແບບຍືນຍົງ ໂດຍຊາວຊົນເຜົ່າ ຢາຣາຍ ແລະ ຊາວຊົນເຜົ່າຜູ້ໄທຢູ່ຕາແສງ ຢາຊີເອີ ເມືອງຊາໄທ ມີສະມາຊິກລວມ 17 ຄົນ. ນອກຈາກນັ້ນກໍ່ຍັງມີຮູບແບບພັດທະນາຢາສະໝູນໄພຢູ່ຕາແສງ ເຕຊັງ, ມັງຣີ, ເມືອງ ຕູເມີຣົງ…ອ້າຍ ອາຕ້າວ ຊາວເຜົ່າ ເຊີດັງ, ຜູ້ຄຸ້ມຄອງການຜະລິດຂອງສະຫະກອນຢາສະໝູນໄພ ຕູເມີຣົງ, ໃຫ້ຮູ້ວ່າ:

   ອາທິດໜຶ່ງເທື່ອໜຶ່ງ, ສະມາຊິກສະຫະກອນໝົດທຸກຄົນ ໄດ້ເຂົ້າຮ່ວມການປະຊຸມແບບທາງໄກ. ຫົວໜ້າກຸ່ມຈະຜັນຂະຫຍາຍວຽກງານຂອງອາທິດ ວ່າຈະເຮັດຫຍັງແດ່. ຈຸດປະສົງແມ່ນຮັກສາການຮ່ວມສຳພັນຂອງສະມາຊິກໃນກຸ່ມ ເພື່ອສາມາດເຮັດວຽກໄດ້ດີກ່ວາ.

   ປີ 2022, ແຂວງ ກອນຕຸມ ມີ 48 ສະຫະກອນໄດ້ຮັບການສ້າງຕັ້ງຂຶ້ນໃໝ່, ອັນໄດ້ຍົກຈຳນວນສະຫະກອນທັງໝົດໃນທົ່ວແຂວງຂຶ້ນເຖິງ 232 ແຫ່ງ. ເປັນໜ້າປິຕິຊົມຊື່ນກ່ວານີ້ອີກແມ່ນ ໃນຈຳນວນບັນດາສະຫະກອນເຫຼົ່ານັ້ນ, ຈຳນວນສະມາຊິກຊາວຊົນເຜົ່າສ່ວນໜ້ອຍ ແມ່ນກວມເອົາປະມານ 17%. ບັນດາຜູ້ອອກແຮງງານເຫຼົ່ານັ້ນ ໄດ້ເຂົ້າຮ່ວມການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດາສະຫະກອນ ຢ່າງຕັ້ງໜ້າ ແລະ ປະກອບສ່ວນສຳຄັນ ເຂົ້າໃນການປະຕິບັດໂຄງການ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ ເພື່ອສ້າງໃຫ້ມີ 157 ຜະລິດຕະພັນ OCOP ບັນລຸມາດຖານແຕ່ 3-5 ດາວຂອງແຂວງ ກອນຕຸມ. ທ່ານ ບຸ່ຍຢຸຍຈຸງ ຮອງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງ ກອນຕຸມ ໃຫ້ຮູ້ວ່າ:

   ພໍ່ແມ່ ປຊຊ ມີການປ່ຽນແປງຫຼາຍແລ້ວ, ໝາຍຄວາມວ່າ ຢາກຫລຸດພົ້ນອອກຈາກຄວາມທຸກຍາກ, ຕົນເອງຕ້ອງເປັນເຈົ້າການບືນຕົວຂຶ້ນ, ບໍ່ອາໄສຄົນອື່ນ. ປຊຊ ກໍ່ມີຈິນຕະນາການຫັນປ່ຽນວິທີເຮັດ, ວີທີຜະລິດ ຈາກການເຮັດແບບກຸ້ມຕົນເອງ ໄປສູ່ການຜະລິດເປັນສິນຄ້າ. ນັບມື້ນັບໄດ້ເຂົ້າຮ່ວມຊຸດຝຶກອົບຮົມ, ຖ່າຍຖອດ ສົ່ງເສີມກະສິກຳ,  ປ່າໄມ້ຫຼາຍຂຶ້ນ, ຜ່ານນັ້ນ ແມ່ນໝູນໃຊ້ວິທະຍາສາດເຕັກໂນໂລຊີ ເຂົ້າໃນການຜະລິດ, ລ້ຽງສັດ.

   ໝາກຜົນຂອງການກຳແໜ້ນວິທະຍາສາດເຕັກນິກ, ໝູນໃຊ້ເຂົ້າໃນການອອກແຮງງານ ທຳການຜະລິດ ໄດ້ຊ່ວຍໃຫ້ຊີວິດການເປັນຢູ່ຂອງ ປຊຊ ບັນດາເຜົ່າ ໃນບ້ານຕ່າງໆຢູ່ແຂວງ ກອນຕຸມ ໄດ້ຮັບການປົວແປງໃຫ້ດີຂຶ້ນ. ຜູ້ເປັນເສດຖີເງິນຕຶ້ໃນການລ້ຽງສັດ, ປູກຢາສະໝູນໄພ, ປູກກາເຟເຂດໜາວ… ຢູ່ຕາມເມືອງເຂດຊາວຊົນເຜົ່າສ່ວນໜ້ອຍ ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຄື ກອຮປລົງ, ຕູເມີຣົງ, ກອນປລົງ, ດັກເກີໂລ, ໄດ້ປະກົດຂຶ້ນນັບມື້ນັບຫຼາຍ. ປີ 2022, ອັດຕາສ່ວນຄອບຄົວທຸກຍາກຢູ່ບັນດາເມືອງເຫຼົ່ານັ້ນ ກໍ່ຫລຸດລົງແຕ່ 8% ຂຶ້ນໄປ, ສູງທົບ 2 ເທົ່າ ເມື່ອທຽບກັບເປົ້າໝາຍຫລຸດຜ່ອນຄວາມທຸກຍາກ ໂດຍແຂວງ ກອນຕຸມ ໄດ້ວາງອອກ. ບັນດາຜົນງານບັນລຸໄດ້ໃນປີ 2022 ແມ່ນກຳລັງໜູນເພື່ອໃຫ້ ປຊຊ ເຜົ່າສ່ວນໜ້ອຍຢູ່ແຂວງ ກອນຕຸມ ສືບຕໍ່ທະວີຄູນບັນດາຮູບແບບການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ສ້າງບາດກ້າວບຸກທະລຸໃນການຜະລິດກະສິກຳ./.

                

ຕອບກັບ

ຂ່າວ/ບົດ​ອື່ນ