ນ້ຳສ້າງໃນຊີວິດທາງຈິດວິນຍານຂອງຊາວຫວຽດນາມ

ຮູບ​ພາບ​ຕົ້ນ​ໄຮ, ນ້ຳສ້າງ, ​​ສາລາບ້ານ ​ໄດ້​ກາຍ​ເປັນ​ສັນຍາ​ລັກ​ຂອງ​ບ້ານ​ນາ​ຫວຽດນາມ. ນ້ຳສ້າງ​ບໍ່​ພຽງ​ແຕ່​ແມ່ນ​ແຫ່ງ​ສະໜອງ​ນ້ຳ​ໃຫ້ທັງ​ໝູ່​ບ້ານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ດຳ​ເນີນ​ຊີວິດ​ຫຼາຍ​ຢ່າງຂອງ​ປະຊາຊົນ​ໃນ​ໝູ່ບ້ານ​ອີກ​ດ້ວຍ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ໃນ​ຂະ​ບວນການ​ຫັນ​ເປັນ​ຕົວ​ເມືອງ, ມີ​ຫຼາຍໝູ່​ບ້ານ​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​​ໃຫຍ່​ໂຕ​ໂອ​ໂຖງ​ແລະສວຍ​ງາມ, ຊ້ຳ​ບໍ່​ໜຳ​​ເຂົາ​ເຈົ້າ​ໄດ້​ມີນ້ຳ​ປປາ​ໃຊ້​ແລ້ວກໍ່ຕາມ, ​ແຕ່​ນ້ຳສ້າງຍັງ​ຄົງ​ແມ່ນ​ສັນຍາ​ລັກ​ທີ່​ຍາກ​ຈະຫຼົງ​ລືມ​ໄດ້​ຢູ່​ເຂດ​ບ້ານ​ນາ.

    ​ໃນ​ຈິດ​ວິນຍານ​ຂອງ​ຊາວ​ຫວຽດນາມ​, ຖ້າ​ຫາກ​ວ່າ​ຕົ້ນ​ໄຮ​ມີ​ສິ່ງສັກສິດ, ວັດວາອາ​ຮາມ​ມີ​ພະພຸດ​​ເຈົ້າແລ້ວ, ນ້ຳສ້າງ​ຈະ​ແມ່ນ​ສັນຍາ​ລັກ​ແຫ່ງ​ພະລັງ​ຊີວິດ. ຢູ່​ເຂດ​ບ້ານ​ນາ, ນ້ຳສ້າງ​ກໍ່ມີ​ຮູບ​ຮ່າງ ​ແລະ​ ຄວາມ​ໝາຍທີ່​ແຕກ​ຕ່າງ​ກັນ. ບັນດາ​ນ້ຳສ້າງ​ທີ່ມີ​ຮູບ​ຈັດ​ຕຸ​ລັດ, ​​ແມ່ນ​ສັນຍາ​ລັກ​​ໃຫ້ເຈົ້າ​ແມ່, ​ເຊິ່ງ​ແຫຼ່ງນ້ຳ​ຕົ້ນ​ຕໍ່​ແມ່ນ​ນ້ຳນົມ​ເພື່ອ​ລ້ຽງ​ດູ​ໃຫ້​ມະນຸດ​ເຕີບ​ໃຫຍ່. ສ່ວນ​ນ້ຳສ້າງ​ຮູບ​ມົນ ​ແມ່ນ​ສັນຍາ​ລັກ​ໃຫ້​ດວງ​ຕາ​ເວັນ, ສ່ວນນ້ຳສ້າງ​ທີ່ມີ​ຮູບ​ໄຂ່​ປຽບ​ເໝືອນ​ແວ່ນ​ແຍງ​ທີ່​ສ່ອງ​​ແສງ​​ເຖິງຊີວິດ​ສັນຕິ​ສຸກ​ຢູ່​ເຂດ​ບ້ານ​ນາ. ທ່ານ ​ເຈິ່ນມິ​ງ​ເຍືອງ​, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ, ​ໃຫ້​ຮູ້​ວ່າ:

    ”​ເຂດ​ທົ່ງພຽງ​ພາກ​ເໜືອ​ເວົ້າ​ລວມ ​ແລະ​ເຂດ ດ່ວາຍ ​ເວົ້າ​ສະ​ເພາະ, ພິ​ເສດ​ແມ່ນ​ຢູ່​ເມືອງ ດານ​ເຟື້ອງ, ຮ່ວາຍ​ດຶກ ​ໃນປະຈຸ​ບັນ​ຍັງ​ຄົງ​ມີ​ຮ່ອງຮອຍ​ຂອງ​ບັນດານ້ຳສ້າງ​ບູຮານ ​ເຊິ່ງ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ຫີນ​ໜາມ​ນໍ່, ຫີນທຳ​ມະ​ດາ, ດ້ວຍ​ຫຼາຍ​ຮູບ​ທີ່​ແຕກ​ຕ່າງ​ກັນ. ພິ​ເສດ​ແມ່ນ​ຢູ່​ບັນດາ​ເຂດ​ສາລາ, ວັດວາອາ​ຮາມ, ຫໍ​ບູຊາ, ​ເຂດ​ສຸສານ ລ້ວນ​ແຕ່​ມີ​ນ້ຳສ້າງ​ຢູ່​ຕໍ່ໜ້າ, ອັນ​ໄດ້​ເຮັດ​ໃຫ້ນ້ຳສ້າງ​ເຫຼົ່າ​ນັ້ນ​​ມີ​ຄວາມສັກສິດ”


ນ້ຳສ້າງໃນຊີວິດທາງຈິດວິນຍານຂອງຊາວຫວຽດນາມ - ảnh 1

ບັນດາ​ນ້ຳສ້າງ​ບູຮານລ້ວນ​ແຕ່​​ຕິດ​ພັນ​ກັບເທບ​ນິຍາຍ​ທີ່​ມີ​ລັກສະນະ​ວັດທະນະທຳ​ມະນຸດ, ສະ​ແດງ​ໃຫ້​ເຫັນ​ຈິດ​ວິນຍານ​ຂອງ​ວົງ​ຄະນາ​ຍາດ​. ຢູ່​ພູ ​ເຈິ​ນ​ເຊີນ (​ແຂວງ ກວາງ​ນິງ) ມີ ”ນ້ຳສ້າງ​ຫວຽດ”, ​ທີ່ມີ​ມາ​ນັບ​ແຕ່​ສະ​ໄໝ​ທຳ​ອິດແຫ່ງ​ການ​ກໍ່ສ້າງ​ປະ​ເທດ, ນ້ຳສ້າງ​ຍາມ​ໃດ​ກໍ່​ແມ່ນ​ສັນຍາ​ລັກ​ແຫ່ງ​​ພະລັງ​ຊີວິດທີ່​ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ. ສ່ວນ​ໃນ​ເຂດ​ວິຫານ​ເຈົ້າ​ຊີວິດ ຮຸ່ງ (​ແຂວງ ຟູ໋ທໍ້) ກໍ່​ມີ​ວິຫານ ນ້ຳສ້າງ, ​ແມ່ນ​ແຫ່ງ​ບູຊາ​ລາຊະ​ທິດາ ງອກ​ຮວາ ​ແລະ ລາຊະ​ທິດາ ຕຽນ​ຢູງ. ຕາມ​ເລື່ອງ​ລາວ​ທີ່​ເລົ່າ​ຂານ​ກັນ​ມາ​ວ່າ, ນ້ຳ​ສາງ​ເລົ່າ​ນັ້ນ​ແມ່ນ​ແວ່ນ​​ແຍງ​ຂອງ​ລາຊະ​ທິດາ​ຂອງ​ພະນາ​ງຂອງ​ເຈົ້າ​ຊີວິດ ​ຮຸ່ງ ສະ​ໄໝ​ທີ 18. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ບັນດາ​ນ້ຳສ້າງຢູ່​​ໃນ​ໝູ່​ບ້ານ, ນ້ຳສ້າງຢູ່​ສາລາ​ບ້ານ, ຢູ່​ວັດ​ເກືອບ​ທັງ​ໝົດລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ຕາມ​ຫຼັກ ​”ຫວາງ​ຈຸ້ຍ” ຂອງ​ຄົນ​ໃນ​ສະ​ໄໝ​ກ່ອນ. ທ່ານ ຫງວຽນ​ຕ້າວ, ນັກ​ຄົ້ນ​ຄ້ວາ​ພື້ນ​ເມືອງ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

    ”ວັດ ຫາຍ​ຢາກ ຕັ້ງ​ຢູ່​ກ້ຳ​ຂວາ​ແມ່​ນ້ຳ ​ເຍ້(Nhue) ປຽບ​ເໝືອນ​ໂຕ​ມັງກອນ. ​ເມື່ອ​ກໍ່ສ້າງ​ວັດ, ​ເຂົາ​ເຈົ້າ​ໄດ້​ໃຫ້​ກໍ່ສ້າງ​ນ້ຳສ້າງ​ສອງ​ແຫ່ງປຽບ​ເໝືອນ​ຄູ່ຕາ​ຂອງມັງກອນ ຫຼື​ເອີ້ນ​ວ່າ​ນ້ຳສ້າງ​ເພັດ. ຄູ່ຕາ​ມັງກອນ​​ແມ່ນຕິດ​ພັນ​ກັບ​ແມ່​ນ້ຳ ​ເຍ້. ​ໃນ​ແຕ່ລະ​ເດືອນ, ​ແຕ່ລະ​ປີ, ບັນດາ​ສາລາ, ວັດວາອາ​ຮາມ, ຫໍ​ບູຊາ​ໃນ​ເຂດ ​ລ້ວນ​ແຕ່​ເອົາ​ນ້ຳ​ຈາກ​ນ້ຳສ້າງ​ເພັດ​ນີ້​ມາ​ເພື່ອ​ບູຊາອໍລະຫັນ, ພະພຸດ, ຊ້ຳ​ບໍ​ໜຳ​ມີ​ບາງ​ຄອບຄົວ​ກໍ່ໄດ້​ນຳ​ເອົາ​ນ້ຳ​ຈາກນ້ຳສ້າງ​​ແຫ່ງນີ້​ມາ​ຄອບຄົວ​ເພື່ອ​ບູຊາ​ບັນພະບຸລຸດ… ທັງ​ໝົດ​ເຫຼົ່າ​ນັ້ນ​ແມ່ນ​ຕິດ​ພັນ​ກັບ​ຊີວິດ​ທາງ​ຈິດ​ວິນຍານ”.

ນ້ຳສ້າງໃນຊີວິດທາງຈິດວິນຍານຂອງຊາວຫວຽດນາມ - ảnh 2
(ພາບ:http://dailyinfo.vn)

ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ນ້ຳສ້າງ​ບໍ່​ພຽງ​ແຕ່​ແມ່ນ​ຕາ​ຂອງ​ດິນ, ຫາກ​ຍັງ​ແມ່ນ​ຫົວ​ໃຈ, ​ແມ່ນ​ວິນຍານ​ຂອງ​​ເຂດ​ບ້ານ​ນາ​. ນ້ຳສ້າງ​ບໍ່​ພຽງ​​ແຕ່ສ້າງ​ສະພາບ​ແຫ່ງຄວາມ​ສັນຕິ​ສຸກ​ໃຫ້​ແກ່​ເຂດ​ບ້ານ​ນາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ສະໜອງ​ແຫຼ່ງນ້ຳ​ທີ່​​ໄສເຢັນ​ໃຫ້​ທັງ​ໝູ່​ບ້ານ​ອີກ​ດ້ວຍ… ຢູ່ ​ເດືອ່ງ​ເລິ​ມ, ​ເຊີນ​ໄຕ, ຮ່າ​ໄຕ ​ໃນ​ປະຈຸ​ບັນ​ຍັງ​ຄົງ​ຮັກສາ​ນ້ຳສ້າງ​ແຫ່ງ​ໜຶ່ງ ທີ່​ມີ​ຊື່ວ່າ ”ຂໍ​ນ້ຳນົມ”, ​ເຖິງ​ວ່າ​ນ້ຳສ້າງ​ນີ້​ນ້ອຍໆ​ເທົ່າ​ກັບ​ກຸບ​ຂອງ​ຜູ້ຍິງ​ກໍ່ຕາມ, ​ແຕ່​ນັບ​ພັນ​ປີມາ​ນີ້ຍາມ​ໃດ​ມັນ​ກໍ່​ມີ​ນ້ຳ​ເຕັມ​ແລະ​​ໄສ​ເຢັນ. ບັນດາ​ຜູ້​ເປັນ​ແມ່​ຢູ່​ໝູ່​ບ້ານ​ ​ເດື່ອງ​ເລິ​ມ ​ເມື່ອຂາດ​ນ້ຳນົມ​ເພື່ອ​ລ້ຽງ​ລູກ ​ເຄີຍ​ຈັດ​ພິທີ​ຂໍ​ນ້ຳນົມ​ຢູ່​ທີ່​ນີ້, ​ພາຍຫຼັງດື່ມ​ນ້ຳ​ໃນ​ນ້ຳສ້າງ​ນີ້​ແລ້ວ ​ຈະ​ມີ​ນ້ຳນົມ​ຢ່າງ​ພຽງພໍ​ເພື່ອ​ລ້ຽງ​ລູກ. ສ່ວນ​ເຕົ້າຮູ້ ​ເມີ  ຖ້າ​ບໍ່​ນຳ​ໃຊ້​ນ້ຳ​ຈາກ​ນ້ຳສ້າງ ບ້ານ ມາຍ​ດົ້ງ​ເພື່ອ​ຜະລິດ ມັນ​ຈະ​ບໍ່​ຫອມ, ​ແຊບ ​ແລະ​ມີ​ຊື່​ສຽງຄື​ໃນ​ປະຈຸ​ບັນ​ໄດ້. ບັນດາ​ຜູ້​ເຖົ້າ​ຜູ້​ແກ່​ຢູ່​ໝູ່​ບ້ານ ຢ໋ຽມ​ ​ເຊິ່ງ​ແມ່ນ​ແຫ່ງ​ກຳ​ເນີ​ດທຳນອງ​ເພງ ກວານ​ຮໍ້ ບັກ​ນິງ ກໍ່​ເລົ່າ​ສູ່​ຟັງ​ວ່າ, ຢາກ​ມີ​ສຽງ​ຂັບ​ມ່ວນ ​ແມ່ນ​ຕ້ອງ​ດື່ມ​ນ້ຳ​ຈາກ​ນ້ຳສ້າງ ​ເພັດ ນັບ​ແຕ່​ເວລາ​ຍັງ​ນ້ອຍ.

    ​ໃນ​ຊີວິດ​ປະຈຳ​ວັນ, ຍາມ​ໃດ​ນ້ຳສ້າງ​ກໍ່​ແມ່ນ​ຮູບ​ພາບ​ທີ່​ມີ​ຄວາມ​​ໃກ້​ສິດ​ສະໜິດສະໜົມ​ກັບ​ຊາວ​ນາ. ​ເກືອບ​ຄື​ວ່າ​ມື້​ໃດ​ກໍ່​ມີ​ຄົນ​ມາ​ເອົາ​​ນ້ຳຈາກ​ນ້ຳສ້າງ, ດັ່ງ​ນັ້ນ, ນ້ຳສ້າງ​ຈຶ່ງ​ກາຍ​ເປັນ​ແຫ່ງ​ພົບ​ປະ, ​ໂອ້​ລົມ​ຂອງ​ປະຊາຊົນ​ໃນ​ໝູ່​ບ້ານ. ​ໃນ​ຄ່ຳ​ຄືນວັນ​ເພງ, ມີນາ​ງສາວ​ຫຼາຍ​ຄົນ​ໄດ້​ເລືອກ​ເອົາ​ນ້ຳສ້າງ​ແມ່ນ​ແຫ່ງ​​ເພື່ອ​ນັດ​ພົບ​ກັບ​ແຟນ, ນ້ຳສ້າງ​ໄດ້​ກາຍ​ເປັນ​ແຫ່ງ​ນັດ​ພົບ​ກັນ​ຂອງ​ບ່າວ​ສາວ​ຫຼາຍ​ຄູ່. ຜ່ານ​ການ​ເວລາ, ນ້ຳສ້າງ​ໄດ້​ເປັນ​ຕົວ​ພະຍານ, ​ເປັນ​ສັກຂີ​ພິຍານ​ບັນດາເຫດການ​ປ່ຽນ​​ແປງອັນ​ໃຫຍ່​ຫຼວງ​ຢູ່​ໃນ​ໝູ່​ບ້ານ, ຕາ​ແສງ.

    ບັນດາ​ນ້ຳສ້າງ​ປຽບ​ເໝືອນ​ແວ່ນ​ແຍງ​ທີ່​ຈົດ​ຈຳ​ບັນດາອະນຸສອນ​, ຄວາມ​ໄຝ່ຝັນຫຼາຍ​ຢ່າງ. ພ້ອມ​ກັບ​ຮູບ​ພາບ​ຕົ້ນ​ໄຮ, ທ່າ​ນ້ຳ, ​ເດີ່ນ​ສາລາ, ນ້ຳສ້າງ​ຍັງ​ຄົງ​ແມ່ນ​ຮູບ​ພາບ​ອັນ​​ໃກ້​ສິດ​ສະໜິດສະໜົມ ​ເພື່ອ​ໃຫ້​ຜູ້ທີ່​ໄປ​ເຮັດ​ວຽກ​ຢູ່ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ, ​ເມື່ອ​ຄິດ​ຮອດບ້ານ​, ​ແມ່ນ​ບໍ່​ອາດ​ຫຼົງລືມ​ຮູບ​ພາບ​ນ້ຳສ້າງ​ໃນ​ເຂດ​ບ້ານ​ນາ​ໄດ້.
                                                                                                                           ໂຕຕ໋ວນ

ຕອບກັບ

ຂ່າວ/ບົດ​ອື່ນ