ບິ່ງ​ເຢືອງ - ເພີ່ມ​ທະ​ວີ​ວຽກ​ງານ​ການ​ທູ​ດ​ປ​ະ​ຊາ​ຊົນ​ໃນ​ສະ​ໄໝ​ໃໝ່

(VOVWORLD) -ດ້ວຍທັດສະນະເປີດກວ້າງການພົວພັນຕ່າງປະເທດ, ຍາດແຍ່ງການເຊື່ອມໂຍງເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດແບບຍືນຍົງ, ຍາມໃດທາງແຂວງກໍເອົາໃຈໃສ່ຜັນຂະຫຍາຍວຽກງານການຕ່າງປະເທດ ຢ່າງຕັ້ງໜ້າ. ສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງການພົວພັນຕ່າງປະເທດຂອງພັກກັບການທູດຂອງລັດ, ການທູດປະຊາຊົນ ປະກອບສ່ວນເຂົ້າໃນການພັດທະນາການພົວພັນຮ່ວມມືລະຫວ່າງແຂວງກັບທ້ອງຖິ່ນ, ຄູ່ຮ່ວມມືພາຍໃນ ແລະ ຕ່າງປະເທດ, ສ້າງເງື່ອນໄຂສະດວກເພື່ອເຊື່ອມໂຍງເຂົ້າກັບສາກົນ, ພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.
ບິ່ງ​ເຢືອງ - ເພີ່ມ​ທະ​ວີ​ວຽກ​ງານ​ການ​ທູ​ດ​ປ​ະ​ຊາ​ຊົນ​ໃນ​ສະ​ໄໝ​ໃໝ່ - ảnh 1(ພາບປະກອບ: baobinhduong.vn)

 

  ໂດຍແມ່ນອົງການຈັດຕັ້ງການເມືອງ - ສັງຄົມຮັບຜິດຊອບສະເພາະວຽກງານການທູດປະຊາຊົນ, ສະຫະພັນບັນດາອົງການມິດຕະພາບແຂວງບິ່ງເຢືອງໄດ້ເອົາໃຈໃສ່ເຖິງວຽກງານປັບປຸງ ແລະ ເປີດກວ້າງການພົວພັນກັບປະຊາຊົນຂອງຫຼາຍປະເທດ. ສະຫະພັນບັນດາອົງການມິດຕະພາບຂອງແຂວງ ໄດ້ປັບປຸງ, ບູລະນະໃຫ້ສົມບູນແບບ ແລະ ຂະຫຍາຍສະມາຄົມມິດຕະພາບປະຊາຊົນສະມາຊິກໄດ້ 9 ແຫ່ງ  ແລະ  ຄະນະຂົນຂວາຍສ້າງຕັ້ງສະມາຄົມມິດຕະພາບ (ຫວຽດນາມ - ໂຮນລັງ) ໄດ້ 1 ຄະນະ, ມີສະມາຊິກທັງໝົດກວ່າ 1.600 ຄົນ; ມອບທຶນການສຶກສານັບຮ້ອຍທຶນໃຫ້ແກ່ນັກສຶກສາ ກຳປູເຈຍ ແລະ ລາວ ທີ່ກຳລັງຮຽນຢູ່ມະຫາວິທະຍາໄລແຫ່ງຕ່າງໆໃນບໍລິເວນແຂວງ; ສົມທົບກັບພະແນກການຕ່າງປະເທດ ເຮັດວຽກກັບຄະນະນັກທຸລະກິດສູນວັດທະນະທຳ ສ.ເກົາຫຼີ (ACEF) ແລະ ແຂວງ Gyeongnam ທີ່ປະຈຳຢູ່ແຂວງບິ່ງເຢືອງ; ສົມທົບກັນຈັດລາຍການພົບປະແລກປ່ຽນສະແດງສິລະປະ ຫວຽດນາມ - ອິນເດຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກາຍພົວພັນທາງການທູດ ລະຫວ່າງສອງປະເທດ ຄົບຮອບ 50 ປີ (1972 – 2022).

ຫັນການພົວພັນຄູ່ຮ່ວມມື ລະຫວ່າງຫວຽດນາມ ກັບ ຫຼາຍປະເທດໃນໂລກ ເປັນຫຼາຍຮູບຫຼາຍແບບ ໄດ້ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນ ບິ່ງເຢືອງ ກັບປະຊາຊົນບັນດາປະເທດ. ການຮ່ວມມືນີ້ ໄດ້ປະກອບສ່ວນເຂົ້າໃນການຂະຫຍາຍໂຄງການລົງທຶນໃໝ່ຫຼາຍໂຄງການ. ທ່ານ ເລຝູຮວ່າ, ຫົວໜ້າພະແນກການຕ່າງປະເທດແຂວງ ບິ່ງເຢືອງ ໃຫ້ຮູ້ວ່າ:

“ປີ 2022, ຄະນະພັກແຂວງ ແລະ ຄະນະກຳມະການປະຊາຊົນແຂວງ ໄດ້ຊີ້ນຳ, ຍູ້ແຮງການເຄື່ອນໄຫວການຕ່າງປະເທດ ນັ້ນແມ່ນຜັນຂະຫຍາຍລາຍການຕ່າງໆ ແລະ ການເຄື່ອນໄຫວການທູດເສດຖະກິດ, ເປີດກວ້າງການພົວພັນມິດຕະພາບລະຫວ່າງບັນດາທ້ອງຖິ່ນ ແລະ ບັນດາຄູ່ຮ່ວມມືຕ່າງປະເທດ, ດ້ວຍຫຼາຍຮູບແບບທີ່ມີໄຫວພິບ ແລະ ອຸດົມສົມບູນ.  ສິ່ງດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການເຊື່ອມຕໍ່, ຮຽກຮ້ອງໃຫ້ນັກລົງທຶນຕ່າງປະເທດ ກໍຄື ປັບປຸງການພົວພັນຄູ່ຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆ ແລະ ຄູ່ຮ່ວມມືຕ່າງປະເທດ.”

ບິ່ງ​ເຢືອງ - ເພີ່ມ​ທະ​ວີ​ວຽກ​ງານ​ການ​ທູ​ດ​ປ​ະ​ຊາ​ຊົນ​ໃນ​ສະ​ໄໝ​ໃໝ່ - ảnh 2ທ່ານ ເລຝູຮວ່າ, ຫົວໜ້າພະແນກການຕ່າງປະເທດແຂວງ ບິ່ງເຢືອງ (ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ)

ໃນຊ່ວງທີ່ໂລກລະບາດໂຄວິດ - 19 ແຜ່ລະບາດຄັ້ງທີ 4 ປີ 2021, ເຖິງວ່າເປັນໜຶ່ງໃນບັນດາແຂວງ, ນະຄອນ ທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດດັ່ງກ່າວກໍຕາມ, ແຕ່ອຳນາດການປົກຄອງ ແລະ ປະຊາຊົນແຂວງບິ່ງເຢືອງ, ສະຫະພັນ ແລະ ສະມາຊິກສະມາຄົມມິດຕະພາບ ຍັງໄດ້ປະຕິບັດວຽກງານການທູດປະຊາຊົນເປັນຢ່າງດີ ຜ່ານການປຸກລະດົມ, ສະໜັບສະໜູນ, ຊ່ວຍເຫຼືອປະຊາຊົນບັນດາປະເທດ ທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດ, ໜູນຊ່ວຍຊ່ວຍນັກສຶກສາ ແລະ ປະຊາຊົນ ລາວ, ກຳປູເຈຍ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ບໍລິເວນແຂວງ... ເປັນເງິນທັງໝົດແມ່ນປະມານ 120.000 USD.

ປີ 2022, ສະຫະພັນ ແລະ ສະມາຊິກສະມາຄົມມິດຕະພາບ ໄດ້ເປັນຂົວເຊື່ອມຕໍ່ເພື່ອໃຫ້ສະຫະພັນແມ່ຍິງແຂວງ ແຮກສ່ຽວກັບສະຫະພັນແມ່ຍິງແຂວງ Kratie, ແຂວງ Kandal (ກຳປູເຈຍ); ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນທຸກຍາກຢູ່ແຂວງ ຈຳປາສັກ ຂອງລາວ ແລະ ແຂວງ Kratie, ແຂວງ Kandal (ກຳປູເຈຍ); ສົມທົບກັນຈັດລາຍການ, ງານບຸນຕ່າງໆຄື: ບຸນປີໃໝ່ ລາວ, ບຸນ ຈອນເຈິນຳເທີເມິຍ ກຳປູເຈຍ...

     ມາຮອດປັດຈຸບັນ, ທາງແຂວງໄດ້ສ້າງຕັ້ງການພົວພັນຮ່ວມມືສອງຝ່າຍກັບ 11 ແຂວງ, ນະຄອນຂອງປະເທດຕ່າງໆ ແລະ ເປັນສະມາຊິກຂອງບັນດາອົງການຈັດຕັ້ງສາກົນ ຄື ເວທີປາໄສ ປະຊາຄົມອັດສະລິຍະໂລກ (ICF), ເວທີປາໄສຮ່ວມມືເສດຖະກິດ ອາຊີ Horasis ແລະ ສະມາຄົມສູນການຄ້າໂລກ (WTCA)… ຢ່າງເປັນທາງການ. ເມື່ອເບິ່ງລວມແລ້ວ, ພວກເຮົາປະຕິບັດວຽກງານການທູດປະຊາຊົນໄດ້ເປັນຢ່າງດີນັ້ນ ໄດ້ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍຄວບຄູ່ຂອງແຂວງນັ້ນແມ່ນ: ທັງປ້ອງກັນ, ຕ້ານໂລກລະບາດ, ທັງພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງແຂວງ ໄດ້ຢ່າງມີປະສິດທິຜົນ. ທ່ານນາງ ເຈິ່ນທິຮົ່ງແຮ້ງ, ຮອງປະທານຜູ້ປະຈຳການຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ບິ່ງເຢືອງ ໃຫ້ຮູ້ວ່າ:

“ຊຸມປີຜ່ານມາ, ຖານະບົດບາດສາກົນຂອງແຂວງບິ່ງເຢືອງໄດ້ຍົກສູງຂຶ້ນຢ່າງເຫັນໄດ້ຊັດ. ສະຫະພັນພວກຂ້າພະເຈົ້າໄດ້ຕິດພັນໜ້າທີ່ລວມຂອງການທູດປະຊາຊົນ ໂດຍສູນກາງກຳນົດທິດກັບການຊີ້ນຳຂອງຄະນະພັກແຂວງ ແລະ ການບໍລິຫານຂອງ ຄະນະກຳມະການປະຊາຊົນແຂວງ, ປຸກລະດົມຂົນຂວາຍປະຊາຊົນແຕ່ລະຄົນ ໃຫ້ເປັນນັກຮົບການທູດປະຊາຊົນຜູ້ໜຶ່ງຢູ່ບ່ອນທີ່ຕົນດຳລົງຊີວິດ, ສ້າງພາບພົດບິ່ງເຢືອງ ໃຫ້ມີນ້ຳໃຈມີຄວາມເມດຕາກະລຸນາ, ເປັນມິດ, ສະໜິດສະໜົມກົມກຽວ, ກຽມພ້ອມຊ່ວຍເຫຼືອປະຊາຄົມວິສາຫະກິດ ກໍຄືຊາວຜູ້ອອກແຮງງານ, ຊາວຕ່າງປະເທດທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ບໍລິເວນແຂວງ”.

ໃນໄລຍະປີ 2022 – 2025, ການເຄື່ອນໄຫວການທູດປະຊາຊົນຂອງແຂວງ ສືບຕໍ່ສຸມໃສ່ໂຄສະນາກ່ຽວກັບຜົນງານທີ່ບັນລຸໄດ້ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່ຂອງປະເທດຊາດເວົ້າລວມ ແລະ 25 ປີແຫ່ງການສ້າງສາ ແລະ ພັດທະນາຂອງແຂວງ ບິ່ງເຢືອງເວົ້າສະເພາະ; ເພີ່ມທະວີການໂຄສະນາກ່ຽວກັບການພົວພັນຄູ່ຮ່ວມມືມິດຕະພາບລະຫວ່າງ ບິ່ງເຢືອງ ກັບທ້ອງຖິ່ນຕ່າງໆຂອງຕ່າງປະເທດ ຕິດພັນກັບການໂຄສະນາພາບພົດຂອງປະເທດຊາດ, ປະຊາຊົນ ຫວຽດນາມ ກໍຄືຂອງແຂວງ ບິ່ງເຢືອງ. ຜ່ານວຽກງານການທູດປະຊາຊົນເພື່ອຕັ້ງໜ້າແນະນຳ, ໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດລົງທຶນຂອງແຂວງບິ່ງເຢືອງ ໃຫ້ປະຊາຊົນບັນດາປະເທດ ແລະ ອົງການຈັດຕັ້ງສາກົນໄດ້ຮັບຊາບ. ນອກຈາກນັ້ນແລ້ວ, ທາງສະຫະພັນ ຍັງໄດ້ສົມທົບກັນປະຕິບັດວຽກງານຂົນຂວາຍບັນດາອົງການຈັດຕັ້ງສາກົນ ແລະ ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຢ່າງມີປະສິດທິຜົນເພື່ອໜູນຊ່ວຍຊີວິດສັງຄົມ, ສະໜັບສະໜູນແຂວງບິ່ງເຢືອງ ໃນວິວັດການກໍ່ສ້າງ, ພັດທະນາທົ່ວແຂວງ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໄດ້ຢ່າງມີປະສິດທິຜົນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ