ບັນດາຮູບແບບຊາວຫນຸ່ມອາສາສະໝັກກໍ່ສ້າງຊົນນະບົດໃຫມ່

(vovworld) - ກຳລັງ​ຊາວ​ຫນຸ່ມ ຫວຽດນາມ ​ໄດ້ ​ແລະ ພວມ​ຕັ້ງຫນ້າ​ເຂົ້າ​ຮ່ວມ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃຫມ່. ​ໂດຍປະຕິບັດ​ຕາມທິດ​ນຳ​ເຄື່ອນ​ໄຫວ: “ຊາວ​ຫນຸ່ມ​ຄົນ​ລະ​ວຽກ​ດີ, ຮາກ​ຖານ​ຊາວ​ຫນຸ່ມ​ມີ​ການ​ເຄື່ອ​ນ​ໄຫວ​​ແທດ​ຈິງ​​​ປະກອບສ່ວນເຂົ້າ​​ໃນ​ການກໍ່ສ້າງ​ຊົນ​ນະ​ບົດ​ໃຫມ່” ຂອງ​ສູນ​ກາງ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມີນ, ທົ່ວ​ປະ​ເທດ​ໄດ້​ປະກົດ​ມີ​ຫລາຍ​ກິດຈະກຳ​ຂອງ​ຊາວ​ຫນຸ່ມ​ຄື: ຫັນປ່ຽນ​ອົງ​ປະກອບ​ຜົນລະປູກ, ສັດລ້ຽງ​ຢ່າງ​ຖືກ​ທິດ; ຫັນ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ຢູ່​ເຂດ​ຊົນນະບົດ​​ເປັນທັນ​ສະ​ໄຫມ, ປະກອບສ່ວນ​ປ່ຽນ​ແປງ​ໂສມ​ຫນ້າ​ຂອງ​ເຂດ​ຊົນນະບົດ​ຫວຽດນາມ.

ບັນດາຮູບແບບຊາວຫນຸ່ມອາສາສະໝັກກໍ່ສ້າງຊົນນະບົດໃຫມ່ - ảnh 1
ຊາວຫນຸ່ມ ເຂົ້າຮ່ວມຂະບວນການກໍສ້າງຊົນນະບົດໃຫມ່
ພາບ: internet

        ອ້າ​ຍ ຮ່ວາງ​ວັນ​ຕວນ ຊາວ​ຊົນ​ເຜົ່າ​ນຸ່ງ, ຢູ່​ຄຸ້ມ​ບ້ານ​ເດັ່ນ, ຕາ​ແສງ ດົ່ງ​ລາກ, ​ເມືອງ​ອຽນ​ເທ, ​ແຂວງ​ບັກ​ຢາງ ​ເຄີຍ​ເຮັດ​ວຽກ​ໝົດ​ມື້ ທັງ​ຫວ່ານອາຫານ​ໃຫ້​ປາກິນ ທັງ​ເບິ່ງ​ແຍງ​ຝຸງ​ໝູ... ​ເພື່ອ​ບັນລຸ​ໄດ້ຜົນ​ງານ​ຄື​ປະຈຸ​ບັນ, ຄອບຄົວ​ຂອງ​ອ້າຍຕ້ອງ​ເສຍ​ເວລາ​​ເຖິງ​ໜຶ່ງ​ເດືອນ​​ເພື່ອ​ຫັນທົ່ງນາທີ່​ບໍ່​ບັນລຸ​ປະສິດທິ​ຜົນຂອງ​ຕົນ​​ໃຫ້ກາຍ​ເປັນ​ຫນອງລ້ຽງ​ປາ. ອ້າຍ​ຕວນ​ເລົ່າ​ສູ່​ຟັງ​ວ່າ: ພາຍຫລັງ​ຫລາຍ​ມື້​ທີ່​ຫຍຸ້ງຍາກ​ລຳບາກ​, ຄອບຄົວ​ຂອງ​ອ້າຍ​ໄດ້​ສ້າງ​​ເປັນ​ຮູບ​ແບບຟາ​ມລ້ຽງ​ປາ, ຄອກ​ລ້ຽງສັດ, ສ້າງ​ລາຍ​ຮັບ​ມາ​ໄດ້​ເກືອບ 100 ລ້ານ​ດົ່ງ/ປີ.

        “​ນັບ​ແຕ່​ປະຕິບັດ​ຕາມ​ແຜນ​ນະ​ໂຍບາຍ​ຂອງ​ຕາ​ແສງ ​ແມ່ນ​ຫັນໄປ​ສູ່ການລ້ຽງ​ສິນ​ໃນ​ນ້ຳນັ້ນ, ຄອບຄົວ​ຂອງ​ຂ້າພະ​ເຈົ້າ​ໄດ້​ກູ້​ຢືມ​ທຶນ ​ແລະ ລ້ຽງສັດ​ຕາມ​ການ​ແນະນຳ​ຂອງ​ນັກ​ວິ​ສາວະ​ກອນ​ອາສາ​ສະໝັກ​. ມາ​ຮອດ​ປະຈຸ​ບັນ, ລາຍ​ຮັບ​ຈາ​ການ​ລ້ຽງ​ປູກ​ສິນ​​ໃນ​ນ້ຳ​ບັນລຸ​ປະສິດທິ​ຜົນ​ກວ່າ​ເມື່ອ​ທຽບ​ໃສ່​ການ​​ເຮັດ​ນາ. ຊີວິ​ດການ​ເປັນ​ຢູ່​ຂອງ​ຄອບຄົວ​ຂ້າພະ​ເຈົ້າກໍ​ໄດ້​ຮັບ​ການ​ປັບ​ປຸງ​​ໃຫ້ດີ​ຂຶ້ນ, ຊື້​ໄດ້​ໂທລະທັດ, ລົດຈັກ, ລູກ​ເຕົ້າ​ມີ​​ເງື່ອນ​ໄຂ​ເພື່ອ​ຮ່ຳຮຽນ. ​ເວົ້າລວມ​ແລ້ວ, ການກໍ່ສ້າງ​ຊົນ​ນະ​ບົດ​ໃຫມ່​​ໄດ້ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບດີ​ຂຶ້ນ​.”

        ຮູບ​ແບບຫັນ​ທົ່ງນາ​ບໍ່​ບັນລຸ​ປະສິດທິ​ຜົນ​​ໃຫ້ເປັນ​ຫນອງ​ລ້ຽງ​ປາ​ແມ່ນ​ເລີ່​ມມາ​ຈາກ​ສະພາບ​ຕົວ​ຈິງ​ຢູ່​ຕາ​ແສງ ດົ່ງ​ລາກ. ​ເມ່ືອ​ເຫັນ​ວ່າ ຢູ່ທ້ອງ​ຖິ່ນ​ນີ້ ການ​ເຮັດ​ນາ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ, ຊາວ​ຫນຸ່ມ​ອາສາ​ສະໝັກ​​ແຂວງ ບັກ​ຢາງ ​ໄດ້​​ສະ​ເຫ​ນີຕໍ່​ການ​ນຳ​ຕາ​ແສງ​ຫັນປ່ຽນ​ເນື້ອ​ທີ່​ນາ​ດັ່ງກ່າວ​​ເປັນ​ໜອງ​ລ້ຽງ​ປາ ​ແລະ ປູກ​ໝາກ​ກວ້ຍ. ມາ​ຮອດ​ປະຈຸ​ບັນ, ​ເນື້ອ​ທີ່​ໜອງລ້ຽງ​ປາ​ທັງ​ໝົດ​ໃນຕາ​ແສງ​​ແມ່ນເກືອບ 70 ​ເຮັກຕາ. ​ໄລ່​ສະ​ເລ່ຍ​ແຕ່ລະ​ເຮັກຕາ, ສ້າງ​ລາຍ​ຮັບ​ ໄດ້ 100 -120 ລ້ານ​ດົ່ງ; ສວນ​ໝາກກ້ວຍ​ແຕ່ລະ​ເຮັກ​ຕາກໍ​ສ້າງ​ລາຍ​ຮັບ​ໄດ້​ກວ່າ 100 ລ້ານ​ດົ່ງ/ປີ. ທ່ານ ນັງ​ເທ​ທູ​ຍ, ປະທານ ສະມາຄົມ​ຊາວ​ກະສິກອນ ຕາ​ແສງ​ດົ່ງ​ລາກ​ໃຫ້​ຮູ້​ວ່າ:

        “ນອກຈາກ​ຮູບ​ແບບ​ຫັນທົ່ງນາ​ບໍ່​ບັນລຸ​ປະສິດທິ​ຜົນ​​​​ເປັນ​ໜອງ​ລ້ຽງ​ສິນ​ໃນ​ນ້ຳ, ປະຈຸ​ບັນ ມີ​ວິ​ສາ​ຫະກິດປູກ​ຢາງພາລາ​ແຫ່ງຫນຶ່ງ ພວມ​ກໍ່ສ້າງ​ເຂດ​ວັດຖຸ​ດິບ​ຢູ່​ທ້ອງ​ຖິ່ນ. ນີ້​ແມ່ນ​ຮູບ​ການ​ປູກ​ຕົ້ນ​ໄມ້, ລ້ຽງ​ສັດໃຫມ່, ສະ​ນັ້ນ ພໍ່​ແມ່​ປະຊາຊົນ​ດີ​ໃຈ​ຫລາຍ. ຮູບ​ແບບ​ນີ້​ທັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ ທັງ​ພັດທະນາ​​ເຂດ​ຊົນນະບົດແບບ​ຍືນ​ຍົງ.”

        ພ້ອມ​ກັບ​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ພວມ​ຕັ້ງຫນ້າ​ປະຕິບັດ​ໂຄງການ​ສ້າງ​ຊົນ​ນະ​ບົດ​ໃຫມ່, ປີ 2011 ສູນ​ກາງ​ຊາວ​ຫນຸ່ມ​ກອມ​ມູນິດ ​ໂຮ່ຈິ​ມີນ ​ໄດ້​ເລ​ືອກ​ເຟັ້ນຕາ​ແສງ ດ້າຍ​ແຈກ, ​ເມືອງ ​ໂບ​ແຈກ ​ແຂວງ ກວ໋າງບິ່ງ ​ເພື່ອຜັນ​ຂະຫຍາ​ຍທົດ​ລອງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃຫມ່ ​ໂດ​ຍສູນ​ກາງ​ຊາວ​ຫນຸ່ມ​ປຸກລະດົມ. ຊາວ​ຫນຸ່ມ​ໃນ​ຕາ​ແສງ​ດ້າຍ​ແຈກ ​ໄດ​້ສ້າງ​ຕັ້ງ​ບັນດາ​ຫນ່ວຍອາສາ​ສະໝັກ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ເຂົ້າ​ຮ່ວມ​ການ​ກໍ່ສ້າ​ງພື້ນຖານ​ໂຄງ​ລ່າງ, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ຄົມມະນາຄົມ, ຍູ້​ແຮງ​ຂະ​ບວນການ​ຊາວ​ຫນຸ່ມ​ເຂົ້າຮ່ວມການ​ພັດທະນາ​ເສດຖະກິດ. ຈາກ​ແຫ​ລ່ງທຶນ​ ກວ່າ 2 ຕື້​ດົ່ງ ​ໂດຍ ສູນ​ກາງ​ຊາວ​ຫນຸ່ມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມຫນູນ​ຊ່ວຍ​ໃຫ້​ນັ້ນ​, ຊາວ​ຫນຸ່ມ​​ໃນ​ຕາ​ແສງ​ດ້າຍ​ແຈກ ​ໄດ້​ພັດທະນາ​ການ​ຜະລິດດຳ​ເນີນ​ທຸລະ​ກິດ, ກໍ່ສ້າງ​ເສັ້ນທາງ​ຄົມມະນາຄົມ​.  ປະຈຸ​ບັນ ຕາ​ແສງ​ດ້າຍ​ແຈກ ບັນລຸ 12/19 ມາດຕະຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃຫມ່. ທ່ານ ຫງວຽນວັນ​ເຟືອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ດ້າຍ​ແຈກ ​ເມືອງ ​ໂບ​ແຈກ ​ແຂວງ ກວ໋າງບິ່ງ ​ໃຫ້​ຮູ້​ວ່າ:

        “ອາດ​ຢືນຢັນ​​ໄດ້ວ່າ​ການ​ເຄື່ອນ​ໄຫວ​ຂອງ​ໄວ​ຫນຸ່ມ​ທົ່ວ​ປະ​ເທດ​​ໃນ​ການຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​​ໃຫ​ມ່ ​ແມ່ນມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ, ປະກອບສ່ວນ​ພ້ອມ​ກັບ​ທ້ອງ​ຖີ່​ນປະຕິບັດ​ແຜນ​ຮ່າງ​ກໍ່​ສ້າງ​ຊົນນະບົດ​​ໃຫ​ມ່. ການປະກອບສ່ວນ​ຂອງ​ໄວ​ຫນຸ່ມ​ໄດ້​ຊ່ວຍໃຫ້ຄະນະ​ພັກ ​ແລະ ປະຊາຊົນ​ພວກ​ຂ້າພະ​ເຈົ້າບັນລຸ​​ໄດ້ໝາກຜົນຄື​ດັ່ງກ່າວ. ມາ​ຮອດ​ປະຈຸ​ບັນ, ມີເສັ້ນທາງ​ຫລາຍ​ສາຍ​ໄດ້ ​ແລະ ພວມ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ, ​ເຮັດ​ໃຫ້ໂສ​ມຫນ້າ​ຂອງ​ຊົນນະບົດມີ​ການ​ປ່ຽນ​ແປງ.”

ບັນດາຮູບແບບຊາວຫນຸ່ມອາສາສະໝັກກໍ່ສ້າງຊົນນະບົດໃຫມ່ - ảnh 2

        ​ໄວ​ຫນຸ່ມ​ຢູ່​ແຂວງ ກວ໋າງບິ່ງ ກໍ​ໄດ້​ປະກອບກຳລັງ​ເຫື່ອ​ແຮງ, ຍົກ​ລະດັບ​ບັນດາ​ເສັ້ນທາງ​ຄົມມະນາຄົມ​ຢູ່​​ເຂດຊົນນະບົດ, ກໍ່ສ້າງ​ໃຫມ່ ​ແລະ ສ້ອມ​ແປງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​​​ ກໍ່​ຄືຫໍ​ວັດທະນະທຳ​​ໃນ​ໝູ່​ບ້ານ ໄດ້ເກືອບ 200 ຫລັງ, ຊາ​ວຫນຸ່ມ​ແຂວງ ກວ໋າງບິ່ງ ​ກໍ່ໄດ້​ສົມທົບ​ກັບ​ທ້ອງ​ຖິ່ນ​ຕ່າງໆສົ່ງ​ເສີມ​ຫນູນ​ຊ່ວຍ​ຊາວ​ຫນຸ່ມ​ພັດທະນາ​ເສດຖະກິດ​ຄອບຄົວ; ​ເພີ່ມ​ທະວີ​ວຽກ​ງານ​ສອນ​ວິຊາ​ຊີບ, ​ ​ແນະນຳ​ອາຊີບ ​ແລະ ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ຫນຸ່ມ. ອ້າຍ ​ເຈີ​ນກວກ​ຕວນ ຮອງ​ເລຂາ​ທີ​ຫນຶ່ງ​ຊາວ​ຫນຸ່ມ​ແຂວງ ກວ໋າງບິ່ງ ​ໃຫ້​ຮູ້​ວ່າ​:

        “​ໂດຍ​ແມ່ນ​ຕາ​ແສງ​​ທີ່ເປັນແບບ​ຢ່າງໃນ​ການ​ປະຕິ​ບັດ​ໂຄງການກໍ່ສ້າງ​​ຊົນນະບົດ​ໃຫມ່, ສະຕິ​ຄວາມ​ຮັບ​ຮູ້​ຂອງ​ໄວຫນຸ່ມ​ຕາ​ແສງ​ດ້າຍ​ແຈກ ​ໄດ້​ຮັບການ​ຍົກ​ສູງ​ຂຶ້ນ​ບາດກ້າວ​ຫນຶ່ງ. ຜ່ານ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ຫນຸ່ມ, ປະຊາຊົນ​ໄດ້​ບໍລິຈາກ​​ເງິນ​ເພື່ອ​ກໍ່ສ້າງ​ເສັ້ນທາ​ງຄົມມະນາຄົມ​ໃນ​ຕາ​ແສງ​ເປັນທາງ​ເປ​ຕົງ​ຕາມ​ມາດຕະຖານ​ກໍ່ສ້າງ​ຊົນນະບົດ​ໃຫມ່. ”

        ​ໂດຍ​ແມ່ນ​ກຳລັງ​ ທີ່​ຕັ້ງຫນ້າ​​ໃນ​ການຮັບ​ເອົາ, ໝູນ​ໃຊ້​ຄວາມ​ກ້າວຫນ້າ​ດ້ານ​ເຕັກນິກ​​ເຂົ້າ​ໃນ​ການ​ຜະລິດ, ປະ​ກອບ​ສ່ວນ​ຫັນປ່ຽນ​ອົງ​ປະກອບ​ເສດຖະກິດ, ຜົນລະປູກ, ສັດລ້ຽງ ​ແລະ ພາລະກິດ​ຫັນ​ປະ​ເທ​ດ, ​ຊົນນະບົດ​​ເປັນອຸດສາຫະກຳ ​ແລະ ທັນ​ສະ​ໄຫມ, ຊາວ​ຫນຸ່ມ ຫວຽດນາມ ພວມ​ຢືນຢັນ​ຈະ​ເຮັດ​ໃຫ​້ພາລະກິດ​ກໍ່ສ້າງ​ເຂດ​ຊົນນະບົດ​ໃຫມ່​ປະສົບ​ຜົນສຳ​ເລັດ. ​ໃນ​ອະນາຄົດ​ໃກ້ໆ​ນີ້ ​ໂສມ​ຫນ້າ​ຊົນນະບົດ​ໃຫມ່​ຂອງ​ຫວຽດນາມ ແມ່ນມີ​ການປະກອບ​ກຳລັ ງ​​ເຫື່ອ​ແຮງ​ບໍ່​ຫນ້ອຍຂອງ​ໄວ​ຫນຸ່ມ​ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ