ບໍລິສັດໃຫຍ່ຫຸ້ນສ່ວນອຸປະກອນກະສີກຳເງ້ອານ, ວິສາຫະກິດເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່


(vovworld) - ພ້ອມ​ກັບ​ຊາວ​ກະ​ສີກ​ອນ, ບັນດາ​ວິ​ສາ​ຫະກິດ, ນັກທຸລະກິດ ກໍ່​ມີ​ບົດບາດ​ສຳຄັນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຫວຽດນາມ. ນັບ​ແຕ່​ຫວຽດນາມ​ ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ມາ​ຮອດ​ປະຈຸ​ບັນ, ບໍລິສັດ​ໃຫຍ່​ຫຸ້ນ​ສ່ວນ​ອຸປະກອນ​ກະ​ສີ​ກຳ​ເງ້ອານ, ​ຫົວໜ່ວຍ​ວິລະ​ຊົນ​ແຮງ​ງານ, ​ແມ່ນ​ວິ​ສາ​ຫະກິດ​ທີ່​ມີ​ຄວາມ​ຕັ້ງໜ້າ​ໃນ​ການ​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນກໍ່ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ. ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ ທູ​ຮວາ ທີ່​ມີ​ຫົວ​ຂໍ້​ວ່າ: ”ບໍລິສັດ​ໃຫຍ່​ຫຸ້ນ​ສ່ວນ​ອຸປະ ກອນ​ກະ​ສີ​ກຳ​ເງ້ອານ, ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່”.

ບໍລິສັດໃຫຍ່ຫຸ້ນສ່ວນອຸປະກອນກະສີກຳເງ້ອານ, ວິສາຫະກິດເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ - ảnh 1

ສຳນັກງານບໍລິສັດໃຫຍ່ຫຸ້ນສ່ວນອຸປະກອນກະສີກຳເງ້ອານ
(ພາບ: ອິນເຕີແນດ)

        ບໍລິສັດ​ໃຫຍ່​ຫຸ້ນ​ສ່ວນ​ອຸປະກອນ​ກະ​ສີ​ກຳ​ເງ້ອານ ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ກະ​ສີ​ກຳ​ນັບ​ແຕ່​ປີ 1960 ມາ​ຮອດ​ປະຈຸ​ບັນ. ​ເມື່ອ​ມີ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ກ່ອນ​ນີ້ 5 ປີ, ທາງ​ບໍລິສັດ​ໃຫຍ່​ໄດ້​ຜັນ​ຂະຫຍາຍ​​ນະ​ໂຍບາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ວ່ອງ​ໄວ, ຜ່ານ​ການ​ລົງທຶນກໍ່ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ນຳ​ໃຊ້​ຝຸ່ນ​ເຄມີ, ​ແນວ​ພັນ​ໃໝ່ ​ແລະ ຈຳໜ່າຍ​ຜະລິດ​ຕະພັນ​ໃຫ້​ແກ່​ຊາວ​ກະ​ສີກ​ອນ. ທ່ານ ​ເຈືອງ​ວັນ​ຮ່ຽນ, ຜູ້ອຳນວຍການ​ໃຫຍ່ບໍລິສັດ​ຫຸ້ນ​ສ່ວນ​ອຸປະກອນ​ກະ​ສີ​ກຳ​ເງ້ອານ, ​ໃຫ້​ຮູ້​ວ່າ:

        ”ມາ​ຮອດ​ປະຈຸ​ບັນ, ທາງ​ບໍລິສັດ​ໃຫຍ່​ໄດ້​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່​ຢູ່​ເງ້ອານ, ຮ່າ​ຕິງ, ບິ່ງ​ດິ້ງ, ດັກ​ລັກ, ຢາ​ລາຍ ​ແລະ ນຳ​ໃຊ້​ຄວາມ​ກ້າວໜ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ​ຄື: ​ໃຊ້​ຝຸ່ນ, ​ແນວ​ພັນປູກ​ປະ​ເພດດຽວ, ດັ່ງ​ນັ້ນ​ ​ການ​ຜະລິດ​ຂອງ​ຊາວ​ກະ​ສີກ​ອນຈຶ່ງ​ບັນລຸ​ປະສິດທິ​ຜົນ​ສູງ​ ​​ແລະ ຮູບ​ແບບ​ການ​ຜະລິດ​ນີ້​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກທ້ອງ​ຖີ່​ນຕ່າງໆ​”.

ບໍລິສັດໃຫຍ່ຫຸ້ນສ່ວນອຸປະກອນກະສີກຳເງ້ອານ, ວິສາຫະກິດເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ - ảnh 2

ທົ່ງນາຂະໜາດໃຫຍ່
(ພາບ: ອິນເຕີແນດ)

        ກ່ອນ​ທີ່​ກໍ່ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ຊາວ​ກະ​ສີກ​ອນຢູ່​ທ້ອງ​ຖີ່​ນ​ເຫຼົ່າ​ນັ້ນ​ເຄີຍ​ຜະລິດ​ແບບ​ກະ​ແຈກ​ກະຈາຍ, ບໍ່​ມີ​ຈຸດ​ສຸມ. ​ໃນ​ທົ່ງ​ນາ​ແຫ່ງໜຶ່ງ​ເຂົາ​ເຈົ້າປູກ​ເຂົ້າ​ຫຼາຍ​​ແນວ, ​ໃສ່​ຝຸ່ນ​ຫຼາຍ​ປະ​ເພດ, ດັ່ງ​ນັ້ນ​ຕົ້ນ​ເຂົ້າ​ຈຶ່ງ​ຖືກ​ສັດຕູ​ພືດ. ​ເມື່ອ​ກໍ່ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ນຳ​ໃຊ້​ວິທະຍາສາດ​ເຕັກນິກ​ທີ່​ກ້າວໜ້າ, ນຳ​ໃຊ້​ຝຸ່ນ ​ແລະ ​ແນວ​ພັນ​ປະ​ເພດ​ດຽວ, ສະພາບສັດ​ຕູ​ພືດ​ກໍ່​ຫຼຸດ​ລົງ, ​ສະມັດ​ຕະພາບການ​ຜະລິດ​ເພີ່ມ​ຂຶ້ນ ​ແລະ ການຈຳໜ່າຍຜະລິດ​ຕະພັນກໍ່​ສະດວກ​ສະບາຍ. ​ເພື່ອ​ບັນລຸ​ໄດ້ຜົນ​ງານ​ຄື​ໃນ​ປະຈຸ​ບັນ, ທາງ​ບໍລິສັດ​ໃຫຍ່​ຕ້ອງ​ເດັດ​ດຽວ​ປະຕິບັດ​ນະ​ໂຍບາຍ​ລົງທຶນ​ເພື່ອ​ຊາວ​ກະ​ສີກ​ອນ. ທ່ານ ​ເຈືອງ​ວັນ​ຮ່ຽນ, ​ເນັ້ນ​ໜັກ​ວ່າ:

  ”ຢາກເຮັດໄດ້, ກ່ອນອື່ນໝົດວິສາຫະກິດຕ້ອງລົງທຶນ ແລະ ຕ້ອງຖືຜົນ ປະໂຫຍດຂອງຊາວກະສີກອນເປັນ ຕົ້ນ. ເມື່ອກໍ່ສ້າງທົ່ງນາຂະໜາດໃຫຍ່, ພວກເຮົາໄດ້ໃຫ້ຊາວກະສີກອນກູ້ຢືມຝຸ່ນ, ​ແນວ​ພັນ,  ​ຮັບປະກັນ​ສະມັດ​ຕະພາບ ​ແລະ ​ການຊື້​ຜະລິດ​ຕະພັນ​​ກໍ່ເພີ່ມ​ຂຶ້ນແຕ່ 10-20% ມູນ​ຄ່າ​ຜະລິດ​ຕະພັນ. ນອກ​ນັ້ນ, ພວກ​ເຮົາ​ກໍ່​ຕ້ອງ​ຊອກ​ຫາ​ບັນດາ​ຜະລິດ​ຕະພັນ, ​ແນວ​ພັນ, ຝຸ່ນ​ທີ່​ຮັບປະກັນຄຸນ​ນະພາ​ບສູງ​, ​ແລະ ສ້າງ​ເງື່ອນ​ໄຂສະດວກ​ໃຫ້​ຊາວ​ກະ​ສີກ​ອນຈຳ ໜ່າຍ​ຜະລິດ​ຕະພັນ​ອີກ”.

        ຈາກຄວາມຈິງ, ນັກທຸລະກິດຕັ້ງໜ້າເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່, ທ່ານ ເຈືອງວັນຮ່ຽນ, ວິລະຊົນແຮງ ງານໄລຍະປ່ຽນແປງໃໝ່, ຖືວ່າ, ບັນດານັກທຸລະກິດ, ວິສາຫະກິດແມ່ນກຳລັງສຳຄັນທີ່ຂາດບໍ່ໄດ້ໃນກິດຈະການ ກໍ່ສ້າງຊົນນະບົດໃໝ່.

        ”ຕ້ອງ​ຢືນຢັນ​ວ່າ, ຢາກ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແມ່ນ​ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ. ຍ້ອນ​ວ່າ​ຊາວ​ກະ​ສີກ​ອນບໍ່​ມີ​ທຶນ, ບໍ່​ມີ​ວິທະຍາສາດ, ​ເຕັກນິກ​ເພື່ອ​ຜັນ​ຂະຫຍາຍ. ຢາກ​ມີ​ທຶນ, ມີ​ວິທະຍາສາດ​ເຕັກນິກ ​ແມ່ນ​ຕ້ອງ​ມີ​ວິ​ສາ​ຫະກິດ​ຈຶ່ງ​ສາມາດ​ຜັນ​ຂະຫຍາຍ​ໄດ້. ຜ່ານ​ການ​ກໍ່ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ພວກ​ຂ້າພະ​ເຈົ້າ​ສາມາດ​ຢືນຢັນ​ວ່າ, ຢາກ​ກໍ່ສ້າງ​ຊົນນະບົດ​ໃໝ່, ວິ​ສາ​ຫະກິດ​ຕ້ອງ​ນຳ​ໜ້າ​ຈຶ່ງ​ນຳ​ມາ​ເຊິ່ງປະສິດ​ທິຜົນ​ໄດ້”.

ບໍລິສັດໃຫຍ່ຫຸ້ນສ່ວນອຸປະກອນກະສີກຳເງ້ອານ, ວິສາຫະກິດເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ - ảnh 3

ທົ່ງນາຂະໜາດໃຫຍ່ທີ່ໃຊ້ແນວພັນເຂົ້າ ແລະ ຝຸ່ນປະເພດດຽວ
(ພາບ: ອິນເຕີແນດ)

        ຈາກ​ຜົນງານ​ທີ່​ໄດ້​ຮັບ​ໃນ​ທົ່ງ​ນາ​ຂະໜາດ​ໃຫຍ່, ບໍລິສັດ​ໃຫຍ່​ຫຸ້ນ​ສ່ວນ​ອຸປະກອນ​ກະ​ສີ​ກຳ​ເງ້ອານ ​ໄດ້ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນຍົກສູງຄູ​ນຄ່າ​ໃນ​ເນື້ອ​ທີ່​ປູກ​ສາລີ, ມັນ​ດ້າງ, ມັນ​ຕົ້ນ, ອ້ອຍອີກ​ດ້ວຍ.

        ບໍ່​ພຽງ​ແຕ່​ສະໜອງ​ຝຸ່ນ, ​ແນວ​ພັນ​ປູກ ​ແລະ ບັນດາ​ຜະລິດ​ຕະພັນ​ບໍລິການ​ໃນ​ຂົງ​ເຂດ​ກະ​ສີ​ກຳ​ເທົ່າ​ນັ້ນ, ບໍລິສັດ​ໃຫຍ່​ຫຸ້ນ​ສ່ວນ​ອຸປະກອນ​ກະ​ສີ​ກຳ​ເງ້ອານ ຍັງ​ຕັ້ງໜ້າ​ເຂົ້າ​ຮ່ວມ​ກິດຈະການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຫວຽດນາມ ດ້ວຍ​​ການສົມທົບ​ກັບ​ຊາວ​ກະ​ສີກ​ອນກໍ່ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ​ໃນ​ນັ້ນຕ້ອງ​ຕັ້ງໜ້າ​ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ ​ເພື່ອ​ຍົກ​ສູງ​ຄຸນ​ຄ່າການ​ຜະລິດ​ໃນ​ເນື້ອ​ທີ່​ປູກຝັງ. ການ​ເຄື່ອນ​ໄຫວ​ຂອງ​ບໍລິສັດ​​ໃຫຍ່ໄດ້​ຮັບ​​ຖື​ວ່າ​ແມ່ນ​ຮູບ​ແບບ​ທີ່​ດີ​ເດັ່ນ​ກ່ຽວ​ກັບ​ເລື່ອງ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ກິດຈະການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ປະຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ