(vovworld) – ເພື່ອແນໃສ່ພັດທະນາກະສິກຳຢູ່ເຂດຕົວເມືອງ ແລະ ມຸ່ງໄປເຖິງຄວາມຕ້ອງການຂອງຕະຫຼາດ, ກ່ອນນີ້ກ່ວາ 10 ປີ, ນະຄອນ ໂຮ່ຈີມິນ ໄດ້ສ້າງຕັ້ງເຂດອຸດສາຫະກຳເຕັກໂນໂລຢີສູງ. ມາຮອດປະຈຸບັນ, ນະຄອນ ໂຮ່ຈີມິນ ຍັງຄົງແມ່ນທ້ອງຖິ່ນນຳໜ້າໃນການພັດທະນາກະສິກຳເຕັກໂນໂລຢີສູງ, ປະກອບສ່ວນພ້ອມກັບທົ່ວປະເທດຍູ້ແຮງວິວັດທະນາການສ້າງໂຄງປະກອບຄືນໃໝ່, ຍົກສູງມູນຄ່າການຜະລິດກະສິກຳ. ບົດຂຽນຂອງ ຈູງແທ່ງ, ນັກຂ່າວ VOV.
ພາບປະກອບຈາກສຳນັກຂ່າວສານ ຫວຽດນາມ
ນະຄອນ ໂຮ່ຈີມິນ ເປັນເຂດຕົວເມືອງ ແລະ ເປັນສູນເສດຖະກິດໃຫຍ່ສຸດຂອງທົ່ວປະເທດ. ພ້ອມກັບວິວັດທະນາການຫັນເປັນຕົວເມືອງນັ້ນ, ສະເລ່ຍໃນແຕ່ລະປີ, ເນື້ອທີ່ດິນກະສິກຳຂອງນະຄອນຖືກຫລຸດລົງກ່ວາ 1.000 ເຮັກຕາ, ຍ້ອນການຫັນປ່ຽນຈຸດປະສົງມາເປັນການພັດທະນາພື້ນຖານໂຄງລ່າງເຂດຕົວເມືອງ. ໃນສະພາບການເນື້ອທີ່ດິນກະສິກຳນັບມື້ນັບຖືກຫລຸດລົງນັ້ນ, ຕ້ອງເຮັດຫຍັງແດ່ເພື່ອຍົກສູງມູນຄ່າການຜະລິດໃນເນື້ອທີດິນກະສິກຳແຕ່ລະເຮັກຕາ, ຍາມໃດກໍ່ແມ່ນຄວາມເອົາໃຈໃສ່ຂອງການນຳນະຄອນ, ຍ້ອນນະຄອນຍັງມີຈຳນວນປະຊາຊົນທຳການຜະລິດກະສິກຳເຖິງ 1,3 ລ້ານຄົນ. ຈາກສະພາບຕົວຈິງດັ່ງກ່າວ, ນະຄອນໄດ້ສ້າງຕັ້ງເຂດກະສິກຳເຕັກໂນໂລຢີສູງ. ນີ້ກໍ່ແມ່ນເຂດກະສິກຳ ເຕັກໂນໂລຢີສູງແຫ່ງທຳອິດໃນທົ່ວປະເທດ. ຍ້ອນເປັນນະຄອນນຳໜ້າ, ນະຄອນຕ້ອງເສຍເວລາກ່ວາ 6 ປີເພື່ອກໍ່ສ້າງພື້ນຖານໂຄງລ່າງ, ພິເສດແມ່ນດຶງດູດແຫຼ່ງຊັບພະຍາກອນມະນຸດ. ມາຮອດປະຈຸບັນ, ເຂດກະສິກຳເຕັກໂນໂລຢີສູງໄດ້ມີພະນັກງານ, ພາລະກອນ, ກຳມະກອນກ່ວາ 220 ຄົນພວມເຮັດວຽກໃນນັ້ນມີນັກຊ່ຽວຊານລະດັບປະລິຍາໂທ, ປະລິຍາເອກຫຼາຍຄົນ. ທ່ານ ຕື່ມິງທ້ຽນ, ຮອງຫົວໜ້າຄະນະຄຸ້ມຄອງເຂດກະສິກຳເຕັກໂນໂລຢີສູງນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ບັນຫາສະໜອງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ເຂດກະສິກຳເຕັກໂນໂລຢີສູງບໍ່ແມ່ນເລື່ອງເຮັດໄດ້ໃນໄວໆນີ້, ຫາກຕ້ອງຜ່ານວິວັດການກໍ່ສ້າງ, ສ້າງຄວາມລື້ງເຄີຍກັບການນຳໃຊ້ອຸປະກອນເຕັກໂນໂລຢີໃໝ່. ບັນຫາໜຶ່ງອີກນັ້ນແມ່ນການຊື້, ສ້າງບັນດາຫ້ອງທົດລອງ ເພື່ອເຮັດແນວໃດໃຫ້ເໝາະສົມກັບການເຄື່ອນໄຫວຂອງເຂດກະສິກຳເຕັກໂນໂລຢີສູງ ແລະ ເໝາະສົມກັບລະດັບແຫຼ່ງຊັບພະຍາກອນມະນຸດ. ນັ້ນແມ່ນບັນດາຄວາມມານະພະຍາຍາມຂອງພວກຂ້າພະເຈົ້າເພື່ອແນໃສ່ນຳເຂດກະສິກຳເຕັກໂນໂລຢີສູງກ້າວເຂົ້າສູ່ການເຄື່ອນໄຫວໃຫ້ນັບມື້ນັບມີປະສິດທິຜົນກ່ວາ ແລະ ສ້າງພື້ນຖານເພື່ອດຶງດູດບັນດານັກລົງທຶນເຂົ້າເຂດກະສິກຳເຕັກໂນໂລຢີສູງ.”
ພາບປະກອບ
ມາຮອດປະຈຸບັນ, ໃນເນື້ອທີດິນ 88.000 ເຮັກຕາ, ນະຄອນໄດ້ດຶງດູດວິສາຫະກິດກະສິກຳເຕັກໂນໂລຢີສູງ 14 ແຫ່ງເຄື່ອນໄຫວດ້ວຍຍອດຈຳນວນທຶນ 340 ຕື້ດົ່ງ. ບັນດາວິສາຫະກິດໄດ້ສຸມໃສ່ເຂົ້າໃນບັນດາຂົງເຂດຄື: ເຕັກໂນໂລຢີຊີວະສາດກະສິກຳການເຮັດກະເສດສຸມໂດຍບໍ່ນຳໃຊ້ທີ່ດິນ, ຜະລິດແນວພັນປູກ, ການຮັກສາ ແລະ ປຸງແຕ່ງ, ດອກໄມ້ ຕົ້ນໄມ້ປະດັບ, ປູກເຫັດເພື່ອເປັນອາຫານ ແລະ ປູກເຫັດເປັນຢາສະໝຸນໄພ. ປະຈຸບັນ, ບັນດາວິສາຫະກິດນຳໃຊ້ເຕັກໂນໂລຢີທັນສະໄໝໃນການຜະລິດ ແລະ ປຸງແຕ່ງເຊັນ: ປູກຜັກຕົ້ນໄມ້, ໃນຮົ່ມໃນເຮືອນແກ້ວ, ຫົດນຳ້ ແລະ ໃສ່ຝຸ່ນແບບອັດຕະໂນມັດ, ດ້ວຍລະບົບຫົດນຳ້ເປັນຢອດນ້ອຍ, ເຕັກໂນໂລຢີຈຸລະຊີບ… ການນຳເອົາເຂດກະສິກຳເຕັກໂນໂລຢີສູງເຂົ້າເຄື່ອນໄຫວໄດ້ປະກອບສ່ວນຊ່ວຍຊາວກະສິກອນກຳນົດບັນດາຮູບແບບການຜະລິດມີຄວາມເໝາະສົມກັບທ້ອງຖິ່ນ, ກຳນົດໄດ້ບັນດາຜະລິດຕະພັນຕົ້ນຕໍຈາກນັ້ນສ້າງເຄື່ອງໝາຍການຄ້າ, ຍົກສູງມູນຄ່າໃຫ້ຜະລິດຕະພັນ. ພ້ອມກັບວິວັດການນັ້ນ, ເຂດກະສິກຳເຕັກໂນໂລຢີສູງຍັງໜູນຊ່ວຍຊາວກະສິກອນໃນການເກັບຊື້ຜະລິດຕະພັນຈາກເຂດຜະລິດມາຮອດປະຈຸບັນມີ, ຫຼາຍຮູບແບບການຜະລິດຕາມທິດແມ່ນນີ້ບັນລຸໄດ້ປະສິດທິຜົນຕັ້ງໜ້າໃນເບື້ອງຕົ້ນ. ທ່ານນາງ ເຈົາຈາງ, ຜູ້ອຳນວຍການບໍລິສັດເຫັດ ຄາງຊີງ, ເຊິ່ງແມ່ນໜຶ່ງໃນບັນດາບໍລິສັດສັງກັດເຂດກະສິກຳເຕັກໂນໂລຢີສູງນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ຂະແໜງປູກເຫັດ ຢູ່ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ແຕ່ໃນຊຸມປີຜ່ານມາ, ປະລິມານເຫັດພາຍໃນປະເທດຍັງບໍ່ທັນຕອບສະໜອງຕາມຄວາມຕ້ອງການພາຍໃນປະເທດໄດ້ເທື່ອ. ດ້ວຍການໜູນຊ່ວຍຂອງເຂດກະສິກຳເຕັກໂນໂລຢີສູງ, ອາຊີບປູກເຫັດຢູ່ນະຄອນ ໂຮ່ຈີມິນ ແລະ ບາງແຂວງທາງພາກໃຕ້ ຫວຽດນາມ ພວມຢືນຕໍ່ໜ້າກະລາໂອກາດພັດທະນາ:
“ປະຈຸບັນ, ປະຊາຊົນ ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ ໄດ້ລືງເຄີຍຮັບປະທານອາຫານເຫັດ ແລະ ຄວາມຕ້ອງການຂອງຕະຫຼາດນັບມື້ນັບສູງ. ແຕ່ລະມື້, ຢູ່ນະຄອນ ໂຮ່ຈີມິນ ສາມາດຈຳໜ່າຍເຫັດໄດ້ 1,5 ໂຕນ, ປະຊາຊົນຢູ່ບັນດາແຂວງເຂດ ໄຕນີງ, ບີ່ງເຢືອງ, ລອງອານ, ໝີທໍ ປູກເຫັດເພື່ອຈຳໜ່າຍຢູ່ນະຄອນໂຮ່ຈີມິນ, ຊຳ້ບໍ່ໜຳຍັງສົ່ງອອກໄປຍັງກຳປູເຈຍ ອີກດ້ວຍ. ບໍລິສັດຂອງພວກຂ້າພະເຈົ້າໜູນຊ່ວຍພໍ່ແມ່ປະຊາຊົນກ່ຽວກັບແນວພັນປູກ, ແນະນຳດ້ານເຕັກນິກ ແລະ ແມ່ນບ່ອນເກັບຊື້. ປະສິດທິຜົນຈາກການປູກເຫັດມີປະໂຫຍດຫຼາຍກ່ວາການປູກເຂົ້ານັບຫຼາຍເທື່ອ.”
ເລື່ອງນຳໃຊ້ການພັດທະນາກະສິກຳເຕັກໂນໂລຢີສູງຢູ່ນະຄອນ ໂຮ່ຈີມິນ ໄດ້ສ້າງປະສິດທິຜົນຢ່າງຈະແຈ້ງ. ກ່ອນປີ 2010, ເມືອງ ກູຈີ ແມ່ນເມືອງທຸກຍາກຂອງນະຄອນ ໂຮ່ຈີມິນ, ລາຍຮັບສະເລ່ຍໃສ່ຫົວຄົນບັນລຸພຽງ 19 ລ້ານດົ່ງ/ຄົນ/ປີ. ກ້າລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ. ມາຮອດປະຈຸບັນ, ລາຍຮັບສະເລ່ຍໃສ່ຫົວຄົນຂອງເມືອງບັນລຸໄດ້ 40 ລ້ານດົ່ງ/ຄົນ/ປີ. ມູນຄ່າການຜະລິດໃນເນື້ອທີ່ດິນ 1 ເຮັກຕາຂອງປະຊາຊົນຊາວກະສິກອນຢູ່ເມືອງ ກູຈີ ບັນລຸໄດ້ 258 ລ້ານດົ່ງ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກ່ອນນີ້ 5 ປີ.
ດ້ວຍບັນດານະໂຍບາຍໜູນຊ່ວຍທີ່ແທດຈິງຈາກອຳນາດການປົກຄອງໃນການພັດທະນາພື້ນຖານກະສິກຳເຕັກໂນໂລຢີສູງ ແລະ ຄວາມມານະພະຍາຍາມຂອງຊາວກະສິກອນໃນການນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກເຂົ້າໃນການຜະລິດໄດ້ ແລະ ພວມສ້າງການຫັນປ່ຽນໃນການພັດທະນາກະສິກຳຢູ່ນະຄອນ ໂຮ່ຈີມິນ. ຈາກບັນດາໝາກຜົນໃນເບື້ອງຕົ້ນນີ້, ນະຄອນ ໄດ້ວາງອອກຈຸດໝາຍຍົກສູງມູນຄ່າການນຳໃຊ້ທີ່ດິນຂຶ້ນເຖິງ 300 ລ້ານດົ່ງ/ເຮັກຕາ/ປີ, ໃນນັ້ນຄົນງານບັນລຸໄດ້ແຕ່ 40 – 50% ກຳໄລຈາກລາຍຮັບ, ບັນລຸກອນກຳນົດເວລາຕາມແຜນການທີ່ນະຄອນໄດ້ວາງອອກໃນປີ 2020.