(vovworld) – ແຂວງດ້ຽນບຽນຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ ແມ່ນແຫ່ງເຕົ້າໂຮມ 21 ຊົນເຜົ່າອ້າຍນ້ອງນຳກັນ. ດ້ຽນບຽນ ບໍ່ພຽງແຕ່ດຶງດູດນັກທ່ອງທ່ຽວດ້ວຍບັນດາຮູບການທ່ອງທ່ຽວທີ່ເປັນມູນເຊື້ອພ້ອມກັບບັນດາສະຖານທີ່ຕິດພັນກັບໄຊຊະນະດ້ຽນບຽນຝູ ເມື່ອປີ 1954 ເທົ່ານັ້ນ. ສິ່ງທີ່ໜ້າສົນໃຈແມ່ນທ້ອງຖີ່ນນີ້ໄດ້ເສີມຂະຫຍາຍວັດທະນະທຳບັນດາເຜົ່າ ເພື່ອຮັບໃຊ້ການທ່ອງທ່ຽວໃນວິວັດການກໍ່ສ້າງຊົນນະບົດໃໝ່ ຢ່າງມີປະສິດທິຜົນ.
ບັນດາຜະລິດຕະພັນໂດຍແມ່ຍິງບ້ານແຈກັນເຮັດເອງ
(ພາບ: ອິນເຕີແນດ)
ບ້ານແຈກັນ, ໃນຕາແສງເມື່ອງຟັງ, ເມືອງດ້ຽນບຽນ, ພວມແມ່ນຮູບແບບທີ່ດີເດັ່ນໃນການພັດທະນາວັດທະນະທຳທ່ອງທ່ຽວປະຊາຄົມຂອງແຂວງດ້ຽນບຽນ. ນີ້ກໍ່ແມ່ນບ້ານໜຶ່ງດຽວຂອງແຂວງດ້ຽນບຽນ ທີ່ໄດ້ຮັບການເລືອກເຟັ້ນ ເຂົ້າຮ່ວມໂຄງການທີ່ມີຊື່ວ່າ: ”ອະນຸລັກຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າ”, ພ້ອມກັບ 20 ບ້ານອື່ນໆໃນທົ່ວປະເທດນັບແຕ່ປີ 2009. ເຂົ້າຮ່ວມໂຄງການນີ້, ບ້ານແຈກັນ ໄດ້ຮັບເງິນໜູນຊ່ວຍຈາກໂຄງການຈຸດໝາຍແຫ່ງຊາດກ່ຽວກັບວັດທະນະທຳ ແມ່ນ 9 ຕື້ດົ່ງ ເພື່ອບຸລະນະປະຕິສັງຂອນເຮືອນທີ່ເປັນເອກະລັກສະເພາະຂອງເຜົ່າຜູ້ໄທ 10 ຫຼັງ, ຟື້ນຟູງານບຸນປະເພນີຈຳນວນໜຶ່ງ, ອະນຸລັກຮັກສາເຄື່ອງດົນຕີພື້ນເມືອງ ແລະ ອາຊີບຕຳ່ແພໄໝພື້ນເມືອງຂອງຊົນເຜົ່າຜູ້ໄທ. ກ່ຽວກັບການຟື້ນຟູອາຊີບຕຳ່ຫູກພື້ນເມືອງຢູ່ບ້ານແຈກັນ, ທ່ານກ່າວັນອ໋ອຍ, ເຈົ້າບ້ານບ້ານແຈກັນ, ໃຫ້ຮູ້ວ່າ:
”ຫ້ອງການວັດທະນະທຳ ແລະ ຫໍພິພິດທະພັນແຂວງດ້ຽນບຽນ ລົງທຶນເພື່ອໃຫ້ພໍ່ແມ່ປະຊາຊົນພັດທະນາອາຊີບຕຳ່ແພໄໝພື້ນເມືອງ, ຖັກສານ. ນັບແຕ່ປີ 2010 ໄດ້ສ້າງຕັ້ງບັນດາໜ່ວຍຕຳ່ຫູກ. ແຕ່ລະໜ່ວຍມີ 5-6 ຄົນ ພ້ອມກັບນັກສິລະປະການ 1 ຄົນ. ແຕ່ລະປີກໍ່ຈັດຕັ້ງຊຸດຮຽນອາຊີບຕຳ່ແພໄໝພື້ນເມືອງອີກ. ພວກເຮົາຕຳ່ຫູກ, ຖັກແສ່ວ, ຕັດຫຍິບເສື້ອ, ສິ້ນ ແລ້ວວາງສະແດງໃນຫໍມູນເຊື້ອ. ເມື່ອແຂກມາທ່ອງທ່ຽວ, ຖ້າ ເຂົາເຈົ້າມັກ ພວກເຮົາກໍ່ຂາຍໃຫ້”.
ຍິງບ້ານແຈກັນຕຳ່ແພໄໝພື້ນເມືອງ
(ພາບ: ອິນເຕີແນດ)
ປະຈຸບັນ, ສະມາຊິກແຕ່ລະຄົນຂອງໜ່ວຍຕຳ່ແພໄໝພື້ນເມືອງບ້ານແຈກັນ ຕ່າງກໍ່ມີຄວາມຊຳນານໃນການຕຳ່ຫູກ ດ້ວຍເຕັກນິກພື້ນຖານ ແລະ ເຂົາເຈົ້າສາມາດຜະລິດຜ້າປຽວ, ກະເປົາທີ່ເຮັດດ້ວຍແພພື້ນເມືອງ, ຜ້າຫົ່ມ…ໄດ້… ສິ່ງທີ່ໜ້າເວົ້າເຖິງນັ້ນແມ່ນ ແມ່ຍິງຫຼາຍຄົນຢູ່ບ້ານແຈກັນ ມີຄວາມຊິນເຄີຍເຮັດວຽກງານດັ່ງກ່າວ ເມື່ອບໍ່ຕິດເຄືອງກັບວຽກງານກະສີກຳ, ແລະ ມີສະຕິຮັກສາອາຊີບທີ່ເປັນມູນເຊື້ອນີ້ໄວ້. ເອື້ອຍ ຫຼໍ່ທິຈູງ, ສະມາຊິກຂອງໜ່ວຍຕຳ່ແພໄໝເພື້ນເມືອງບ້ານແຈກັນ, ໃຫ້ຮູ້ວ່າ:
”ເຮັດວຽກນີ້ເພື່ອອະນຸລັກຮັກສາ, ຖ້າບໍ່ເຮັດແມ່ນບໍ່ສືບທອດອາຊີບຕຳ່ແພໄໝພື້ນເມືອງຂອງຊົນເຜົ່າຜູ້ໄທໄດ້. ພວກຂ້າພະເຈົ້າເຮັດວຽກງານນີ້ໄດ້ຫຼາຍຢ່າງ. ທີໜຶ່ງແມ່ນແນະນຳໃຫ້ປະຊາຊົນ, ລູກຫຼານໃນບ້ານວິທີຕຳ່ຫູກ, ທີສອງແມ່ນແນະນຳໃຫ້ນັກທ່ອງທ່ຽວໄດ້ຮັບຊາບກ່ຽວກັບອາຊີບຕຳ່ຫູກທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ. ຍ້ອນມີການອະນຸລັກຮັກສາອາຊີບນີ້, ປະຈຸບັນລາຍຮັບຂອງພວກຂ້າພະເຈົ້າໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ”.
ການກໍ່ສ້າງບ້ານວັດທະນະທຳແຈກັນ ແມ່ນວິທີເຮັດທີ່ເໝາະສົມ ແລະ ເປັນແບບຢ່າງເພື່ອເສີມຂະຫຍາຍຮູບແບບບ້ານວັດທະນາທ່ອງທ່ຽວ ໃນວິວັດການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງເມື່ອງຟັງ, ກໍ່ຄືຢູ່ດ້ຽນບຽນ. ທ່ານ ຫຼໍ່ວັນບຽນ, ເລຂາຄະນະພັກຕາແສງເມື່ອງຟັງ, ຕີລາຄາວ່າ:
“ປະຈຸບັນ, ພວກຂ້າພະເຈົ້າພັດທະນາເສດຖະກິດທ່ອງທ່ຽວອີງໃສ່ການຜະລິດເປັນສິນຄ້າ, ພັດທະນາຕົ້ນໄມ້ໃຫ້ໝາກ, ອະນຸລັກຮັກສາອາຊີບຕຳ່ແພໄໝທີ່ເປັນມູນເຊື້ອ, ພັດທະນາການທ່ອງທ່ຽວຊອກຮູ້ມູນເຊື້ອວັດທະນະທຳຊົນເຜົ່າ, ແລະ ຜະລິດຕະພັນທ່ອງທ່ຽວບາງຢ່າງ, ໂຄສະນາເພື່ອໃຫ້ແຂກທ່ອງທ່ຽວສາກົນມາຢ້ຽມຢາມເມືອງຟັງ. ພິເສດ, ພວກຂ້າພະເຈົ້າໄດ້ຈັດຕັ້ງງານລາຕີພົວພັນແລກປ່ຽນວັດທະນະທຳ, ສິລະປະກັບນັກທ່ອງທ່ຽວ, ທັງໂຄສະນາເຜີຍແຜ່ມູນເຊື້ອປະຫວັດສາດ, ທັງແນະນຳວັດທະນະທຳທີ່ດີງາມຄືວັດທະນະທຳຕຳ່ແພໄໝພື້ນເມືອງ, ອາຫານການກິນຂອງທ້ອງຖີ່ນ“.
ບັນດາຜະລິດຕະພັນໂດຍແມ່ຍິງບ້ານແຈກັນເຮັດເອງທີ່ວາງສະແດງໃນຫໍມູນເຊື້ອ
(ພາບ: ອິນເຕີແນດ)
ຕາມແຜນຮ່າງຈັດຕັ້ງການກໍ່ສ້າງບ້ານວັດທະນະທຳທ່ອງທ່ຽວຂອງຄະນະກຳມະການປະຊາຊົນດ້ຽນບຽນແລ້ວ, ພ້ອມກັບບ້ານແຈກັນ, ທາງແຂວງຍັງກໍ່ສ້າງ 8 ບ້ານວັດທະນະທຳທ່ອງທ່ຽວອື່ນອີກ, ບັນດາບ້ານເຫຼົ່ານັ້ນລ້ວນແຕ່ມີກອງສິລະປະສະໝັກຫຼິ້ນ, ດ້ວຍຈຸດປະສົງແມ່ນອະນຸລັກຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າ ແລະ ສະແດງສິລະປະຮັບໃຊ້ແຂກທ່ອງທ່ຽວ, ເພີ່ມລາຍຮັບໃຫ້ແກ່ປະຊາຊົນ. ບ້ານເຫຼົ່ານັ້ນກໍ່ໄດ້ຮັບການລົງທຶນເພື່ອຕ້ອນຮັບນັກທ່ອງທ່ຽວຕາມຮູບການທ່ອງທ່ຽວປະຊາຄົມ. ເພື່ອດຶງດູດນັກທ່ອງທ່ຽວ, ປະຊາຊົນໃນບ້ານຕ້ອງປ່ຽນແປງແບບແຜນດຳລົງຊີວິດ, ຮັກສາສະພາບແວດລ້ອມໃຫ້ຂຽວ, ສະອາດ, ສວຍງາມ ແລະ ນັບມື້ນັບມີສະຕິຮັກສາມູນເຊື້ອວັດທະນະທຳຂອງຊົນເຜົ່າຕົນ. ທ່ານ ຫຼໍ່ວັນອຸ໋ນ, ເຈົ້າບ້ານ ບ້ານແຕນ, ຕາແສງແທງເຈືອງ, ເມືອງດ້ຽນບຽນ, ໃຫ້ຮູ້ກ່ຽວກັບການກໍ່ສ້າງບ້ານແຕນ ເປັນບ້ານວັດທະນະທຳວ່າ:
”ພໍ່ແມ່ປະຊາຊົນໄດ້ເຂົ້າໃຈກ່ຽວກັບຄາດໝາຍກໍ່ສ້າງບ້ານວັດທະນະທຳປະຊາຄົມ ແລະ ເຂົາເຈົ້າໄດ້ສຸມໃສ່ຮັກສາສີສັນວັດທະນະທຳຊົນເຜົ່າ, ຕັ້ງໜ້າເຂົ້າຮ່ວມຂະບວນການວັດທະນະທຳ, ສິລະປະຂອງທ້ອງຖີ່ນ. ພວກຂ້າພະເຈົ້າສູມໃສ່ໂຄສະນາໃຫ້ປະຊາຊົນປະກອບທີ່ດິນເພື່ອກໍ່ສ້າງທາງໃນບ້ານໃຫ້ສະອາດ, ສວຍງາມກວ່າ”.
ດ້ຽນບຽນ ໄດ້ເຊັນອະນຸມັດແຜນຮ່າງກໍ່ສ້າງບ້ານວັດທະນະທຳຊົນເຜົ່າ ເພື່ອພັດທະນາການທ່ອງທ່ຽວເຖິງປີ 2015. ຕາມນັ້ນແລ້ວ, ນອກຈາກ 8 ບ້ານວັດທະນະທຳທ່ອງທ່ຽວຂອງຊາວເຜົ່າຜູ້ໄທແລ້ວ, ທາງແຂວງຍັງໜູນຊ່ວຍການລົງທຶນກໍ່ສ້າງຕື່ມອີກ 10 ບ້ານຂອງຊົນເຜົ່າມົ້ງ, ຂະມຸ, ຮ່າຍີ່… ນີ້ຈະແມ່ນຮູບແບບທີ່ມີປະສິດທິຜົນເພື່ອພັດທະນາເສດຖະກິດຢ່າງມີປະສິດທິຜົນ, ປະກອບສ່ວນປະຕິບັດສຳເລັດໂຄງການກໍ່ສ້າງຊົນນະບົດໃໝ່ຢູ່ດ້ຽນບຽນ