​ບ້ານ​ອານ​ຮ່ຽນ, ເມືອງ​ເຈືອງມີ້, ຊານ​ນະ​ຄອນ​ຮ່າ​ໂນ້ຍ ​ເຂດ​ບ້ານ​ນາ​ທີ່ຫນ້າ​ຢູ່​

(VOVWORLD) -

ບ້ານອານຮ່ຽນ, ຕາແສງຮ່ວາງຢ້ຽວ, ເມືອງເຈືອງມີ້ ແມ່ນບ້ານນ້ອຍແຫ່ງໜຶ່ງຕັ້ງຢູ່ແຄມແມ່ນ້ຳໄດ, ຫ່າງຈາກໃຈກາງຮ່າໂນ້ຍ ໄປທາງທິດຕາເວັນຕົກ ປະມານ 15 ກມ. ປຊຊ ຢູ່ທີ່ນີ້ມີຄວາມດຸໝັ່ນຂະຫຍັນພຽນ, ດຳລົງຊີວິດດ້ວຍປອງດອງກັນ ແລະ ພ້ອມກັນສ້າງສາເຂດບ້ານນາ ກາຍເປັນຈຸດທີ່ພົ້ນເດັ່ນໃນທຸກຂະບວນການເຄື່ອນໄຫວສັງຄົມ.

 ​ບ້ານ​ອານ​ຮ່ຽນ, ເມືອງ​ເຈືອງມີ້, ຊານ​ນະ​ຄອນ​ຮ່າ​ໂນ້ຍ ​ເຂດ​ບ້ານ​ນາ​ທີ່ຫນ້າ​ຢູ່​ - ảnh 1

ສາລາບ້ານອານຮ່ຽນ

 ອົງຄະນະພັກນະຄອນຮ່າໂນ້ຍ ໄດ້ຍ້ອງຍໍຊົມເຊີຍ ແລະ ມອບໃບຍ້ອງຍໍໃຫ້ບ້ານອານຮ່ຽນ ທີ່ກອງປະຊຸມສະຫລຸບ 15 ປີແຫ່ງການປະຕິບັດມະຕິເລກທີ 5 ຂອງສູນກາງພັກຊຸດທີ 8 ກ່ຽວກັບ “ການສ້າງພື້ນຖານວັດທະນະທຳຫວຽດນາມ ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ”. ປຊຊ ບ້ານອານຮ່ຽນ ໄດ້ເສີມຂະຫຍາຍ ແລະ ຮັກສາຂະບວນການທົ່ວປວງຊົນສາມັກຄີກັນ ສ້າງຊີວິດດ້ານວັດທະນະທຳໃຫ້ໝັ້ນຄົງ. ທ່ານເຈິ່ນກວາງຮຸຍ ເລຂາໜ່ວຍພັກ, ຫົວໜ້າຄະນະແນວໂຮມບ້ານອານຮ່ຽນ ໃຫ້ຮູ້ວ່າ:

   ບ້ານອານຮ່ຽນ ແມ່ນບ້ານມີມູນເຊື້ອວັດທະນະທຳທີ່ເປັນແບບຢ່າງ. ຄະນະກຳມະການ ປຊຊ ເມືອງເຈືອງມີ້ ໄດ້ຮັບຮູ້ວ່າ ບ້ານອານຮ່ຽນ ແມ່ນບ້ານວັດທະນະທຳແຫ່ງທຳອິດໃນເມືອງ ແລະ ນັບແຕ່ນັ້ນມາ, ບ້ານອານຮ່ຽນ ຍາມໃດກໍ່ຮັກສາໄດ້ນາມມະຍົດນັ້ນ, ພົນເດັ່ນແມ່ນໃນບ້ານບໍ່ມີໄພສັງຄົມ. ຄວາມຮັກແພງລະຫວ່າງຜູ້ຢູ່ບ້ານໃກ້ຄຽງຍາມໃດກໍ່ແມ່ນພື້ນຖານເພື່ອສ້າງວັດທະນະທຳທ້ອງຖິ່ນ.

ໂດຍແມ່ນບ້ານເຮັດກະສິກຳເປັນຕົ້ນຕໍ, ໄດ້ແບ່ງປັນສອງບ້ານນ້ອຍ ຄືບ້ານໃນ ແລະ ບ້ານນອກ, ບ້ານອານຮ່ຽນ ໄດ້ຮັບການວາງແຜນຜັງຢ່າງວິທະຍາສາດ, ພື້ນຖານໂຄງລ່າງໃຫ່ຍໂຕ ແລະ ສວຍງາມ, ບ້ານອານຮ່ຽນ ມີເຂດຫັນປ່ຽນການຜະລິດຢູ່ໄກຈາກເຂດຊຸມຊົນ, ມີສະໜາມກິລາຢູ່ໃຈກາງບ້ານ, ຫໍວັດທະນະທຳ, ເຂດສຸສານ, ຫໍສະໝຸດ….ບັນລຸມາດຖານຊົນນະບົດໃໝ່. ເສັ້ນທາງໃນບ້ານໄດ້ປູກດອກໄມ້ສວຍງາມ, ບັນດາເສົາໄຟຟ້າໄດ້ຕິດປ້າຍໂຄສະນາ ກ່ຽວກັບຄວາມສາມັກຄີສ້າງຊີວິດດ້ານວັດທະນະທຳ, ການກໍ່ສ້າງຊົນນະບົດໃໝ່. ທ່ານ ເຈິ່ນກວາງດຽນ, ຊາວບ້ານອານຮ່ຽນ ໃຫ້ຮູ້ວ່າ:

   ປະຊາຊົນໃນບ້ານໄດ້ບໍລິຈາກທີ່ດິນດ້ວຍຄວາມສະໝັກໃຈ ເພື່ອກໍ່ສ້າງສະໜາມກິລາ. ເສັ້ນທາງທຸກສາຍໃນບ້ານລ້ວນແຕ່ໄດ້ປູດ້ວຍເບຕົງ. ບັນດາໜອງ, ສະ, ຄອງເໝືອງລ້ວນແຕ່ໄດ້ກໍ່ກັນເຈື່ອນ, ປູກຕົ້ນໄມ້ຂຽວຢູ່ເທິງ, ຄ່າໃຊ້ຈ່າຍທັງໝົດແມ່ນ ປຊຊ ປະກອບດ້ວຍຄວາມສະຫມັກໃຈ. ປຊຊ ໃນບ້ານມີມູນເຊື້ອຄວາມສາມັກຄີ. ໃນບ້ານມີປະລິນຍາເອກ 4 ທ່ານໄດ້ຮຽນຈົບຈາກຕ່າງປະເທດ ແລະ ມີຈຳນວນປະລີນຍາຕີຫຼາຍກ່ວາໝູ່ໃນຕາແສງຮ່ວາງຢ້ຽວ.

   ບ້ານອານຮ່ຽນ ໄດ້ສ້າງຕັ້ງສະໂມສອນບຳລຸງສຸຂະພາບເພື່ອອາຍຸຍືນ ປະຈຸບັນມີ 21 ຄົນເຂົ້າຮ່ວມ. ໃນຕອນແລງທຸກວັນ, ບັນດາຜູ້ມີອາຍຸສູງກໍ່ໄດ້ໄປຫັດກາຍຢູ່ຫໍວັດທະນະທຳ ເພື່ອ, ໃນຕອນບ່າຍກໍ່ໄປຕີປິ່ງປອງ, ບານສົ່ງ…. ສະໂມສອນກາບກອນກໍ່ໄດ້ສ້າງຕັ້ງຂຶ້ນ, ບັນດາສະມາຊິກໃນບ້ານໄດ້ພົບປະແລກປ່ຽນ, ສະແດງເປັນປະຈຳໃນຍາມວັນບຸນຕ່າງໆຂອງບ້ານ. ທ່ານດັ້ງຊວັນຕ່ວານ, ຜູ້ມີອາຍຸສູງຂອງບ້ານອານຮ່ຽນ ເລົ່າສູ່ຟັງວ່າ:

   ຊີວິດການເປັນຢູ່ຂອງ ປຊຊ ໃນປະຈຸບັນໄດ້ພັດທະນາດີຂຶ້ນຫຼາຍ, ມີສາຍໄຟຟ້າ, ມີເສັ້ນທາງໄປມາ, ໂຮງຮຽນ, ສຸກສາລາສວຍງາມ, ສະອາດ. ຫໍວັດທະນະທຳຂອງບ້ານກໍ່ມີຫ້ອງອ່ານປື້ມຫ້ອງໜຶ່ງ. ຫໍສະໝຸດໄດ້ຮັບການກໍ່ສ້າງຢ່າງໃຫ່ຍໂຕ ແລະ ສວຍງາມ, ມີປື້ມກ່ວາ 1000 ຫົວ. ໃນຕອນແລງຂອງວັນເສົາ ແລະ ວັນອາທິດ, ທຸກຄົນກໍ່ພາກັນມາ, ບັນດາລູຫຼານ ແລະ ພໍ່ຕູ້ແມ່ຕູ້ ສາມາດມາອ່ານປື້ຢູ່ຫໍສະໝຸດ ຫຼືຢືມ ເມືອອ່ານຢູ່ເຮືອນກໍ່ໄດ້.

   ບ້ານອານຮ່ຽນ ມີຖັນແຖວພະນັກງານຮາກຖານທີ່ເປັນແບບຢ່າງ, ມີຄວາມສຸດຈິດສຸດໃຈຕໍ່ວຽກງານ, ຂະຫຍັນຂັນເຄື່ອນ. ທຸກວຽກງານໃນບ້ານລ້ວນແຕ່ໄດ້ຜັນຂະຫຍາຍຢ່າງປະຊາທິປະໄຕ, ເມື່ອມີ ປຊຊ 100% ໄດ້ເຫັນດີເຫັນພ້ອມ ຈຶ່ງຈະໄດ້ປະຕິບັດ. ປີ 2021, ໜ່ວຍພັກບ້ານອານຮ່ຽນ ແມ່ນໜຶ່ງໃນ 2 ໜ່ວຍພັກຢູ່ຕາແສງຮ່ວາງຢ້ຽວ ໄດ້ບັນລຸນາມມະຍົດປະຕິບັດສຳເລັດໜ້າທີ່ຢ່າງດີເດັ່ນ. ທ່ານຫງວຽນວັນຮຸ່ງ, ນາຍບ້ານອານຮ່ຽນ ໃຫ້ຮູ້ວ່າ:

   ປະຈຸບັນ, ຊາວບ້ານອານຮ່ຽນ ມີຄວາມປາດຖະໜາຢາກຍົກສູງການກໍ່ສ້າງຊົນນະບົດໃໝ່. ບ້ານອານຮ່ຽນ ປະຈຸບັນ ບໍ່ມີຄອບຄົວທຸກຍາກ, ມີພຽງ 4 ຄອບຄົວໃກ້ຈະທຸກຍາກເທົ່ານັ້ນ. ປີ 2022, ທາງບ້ານ ໄດ້ພະຍາຍາມລົບລ້າງບັນດາ ຄອບຄົວໃກ້ຈະທຸກຍາກ. ຊາວກະສິກອນມີລາຍຮັບສະເລ່ຍແຕ່ 55-58 ລ້ານດົ່ງ/ປີ ແລະ ຈະພະຍາຍາມມີລາຍຮັບກ່ວາ 60 ລ້ານດົ່ງ/ປີ/ຄົນ. ໃນອະນາຄົດແມ່ນມີຄວາມສະດວກສະບາຍທີ່ສຸດ.

   ໂສມໜ້າບ້ານອານຮ່ຽນ, ເມືອງເຈືອງມີ້, ຮ່າໂນ້ຍ ໃນທຸກວັນນີ້ ນັບມື້ນັບມີການປ່ຽນແປງ, ຊີວິດການເປັນຢູ່ຂອງ ປຊຊ ໄດ້ຍົກສູງຂຶ້ນຫຼາຍພໍສົມຄວນ, ທັງທາງດ້ານວັດຖຸ ກໍ່ຄືຈິດໃຈ. ປຊຊ ຢູ່ທີ່ນີ້ ໄດ້ຮ່ວມແຮງຮ່ວມໃຈສ້າງສາເຂດບ້ານນາໃຫ້ສວຍງາມ, ຂຽວ ແລະ ສະອາດ./.

 

 

ຕອບກັບ

ຂ່າວ/ບົດ​ອື່ນ