ບ້ານໄທ່ກີ໋, ນະຄອນເກິ່ນທີ ກໍ່ສ້າງຊົນນະບົດໃໝ່

(vovworld) ບ້ານ​ໄທ່​ກີ໋, ​ເທດສະບານ​ແທ້ງອານ, ​ເມືອງ​ວີ້ງ​ແທ້ງ, ນະຄອນ​ເກິ່ນ​ເທີ, ​ແມ່ນ​ເຂດ​ທີ່ພົນລະ​ເມືອງທັງ​ໝົດ​ຖື​ສາສະໜາ​ຄິດ. ​ໄທ່​ກີ່ ​ກໍ່ແມ່ນ​ທ້ອງ​ຖີ່​ນ ​ເຊິ່ງນະຄອນ​ເກິ່ນ​ເທີ​ ເລືອກ​ເປັນ​ຮູບ​ແບບກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ 10 ປີ​ຜ່ານ​ມາ, ປີ​ໃດ​​ໄທ​ກີ໋ ກໍ່​ເປັນ​ບ້າ​ນວັດທະນະທຳ​ທີ່​ດີ​ເດັ່ນ ​ແລະ ນັບ​ມື້​ນັບ​ຍົກ​ສູງ​ຄຸນ​ນະພາ​ບບັນດາ​ມາດຖານ​ກ່ຽວ​ກັບ​ການກໍ່ສ້າງ​ຊີວິດ​ວັດທະນະທຳ​ທີ່​ປອດ​ໄສ​ຕາມ​ທິດ​ນຳ “ຢູ່​ໃນ​ສິນ​ກິນ​ໃນ​ທຳ“. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ບ້ານ​ໄທ່​ກີ່ ​ເພື່ອ​ປະຕິບັດ​ສຳ​ເລັດບັນດາ​ມາດຖານກໍ່ສ້າງ​ຊົນນະບົດ​ໃໝ່.

ບ້ານໄທ່ກີ໋, ນະຄອນເກິ່ນທີ ກໍ່ສ້າງຊົນນະບົດໃໝ່ - ảnh 1

​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ການ​ຜະ​ລິດ​ໃນ​ເຂດ​ທົ່ງ​ນາ​ຂະ​ໜາດ​ໃຫ​ຍ່

(ພາບ​ອິນ​ເຕີ​ແນດ)

        ກ່ອນ​ນີ້​ສິບ​ປີ, ຊີວິດ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ລຳບາກ​ຫຼາຍ. 100% ຈຳນວນພົນລະ​ເມືອງ​ແມ່ນ​ເຮັດ​ວຽກ​ງານ​ກະ​ສີ​ກຳ​ເປັນ​ຕົ້ນ, ​ເຊິ່ງສ່ວນ​ຫຼາຍ​ແມ່ນປູກ​ເຂົ້າ, ພືດ, ລ້ຽງ​ໝູ ​ແລະ ​ເຮັດ​ຈ້າງ​ຕາມ​ລະດູ​ການ. ປະຊາຊົນ​ບ້ານ​ໄທ່​ກີ່ ຍັງ​ຈື່​ຈຳ​ບັນດາເຫດການສຳຄັນ, ທີ່​ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ຊີວິດ​ຂອງ​ປະຊາຊົນ​ໃນ​ເຂດ​ຄື: ປີ 2004, ອຳນາດ​ການ​ປົກຄອງ​ຂົນຂວາຍ​ປະຊາຊົນ​ຂຸດ​ຄອງ​ເໝືອງ​ຕາມ​ທົ່ງ​ນາ​ຂະໜາດ​ໃຫຍ່ 400 ​ເຮັກຕາ​ເພື່ອ​ຫົດ​ນຳ້, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຜະລິດ, ​ເພີ່ມ​ລະດູ​ການ, ​ເພີ່ມ​ສະມັດ​ຕະພາບ, ​ໃນ​ຊຸມ​ປີ 2005 – 2006, ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ພ້ອມ​ກັນ​ກໍ່ສ້າງ​ຂົວ​ເບ​ຕົງ 5 ​ແຫ່ງ, ສ້າງ​ຄວາມ​ສະດວກ​ໃຫ້​ລູກ​ຫຼານ​ໄປ​ໂຮງຮຽນ. ປີ 2008, ຂຸດ​ເໝືອງ ​ແລະ ບຸລະນະ​ຄັນ​ຄູ; ປີ 2009, ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ, ປູກ​ຕົ້ນ​ໄມ້​ແຄມ​ຄອງ​ເໝືອງ... ອັນ​ໄດ້​ເຮັດ​ໃຫ້ສະມັດ​ຕະພາບ​ການ​ຜະລິດ​ເຂົ້າ​ເພີ່ມ​ຂຶ້ນ​ແຕ່ 6 ​ເຖິງ 7,5 ​ໂຕນ​/​ເຮັກຕາ​ໃນ​ລະດູ​ໜາວ​ຕໍ່​ລະດູບານ​ໃໝ່. ຫຼັງ​ຈາກ​ນັ້ນ, ທົ່ງ​ນາ 400  ​ເຮັກຕາ ​ໄດ້​ກາຍ​ເປົນ​ທົ່ງ​ນາ​ຂະໜາດ​ໃຫຍ່ ​ແລະ ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ປູກຝັງ, ​ນຳ​ໃຊ້​ແນວ​ພັນ​ທີ່​ດີ, ຮ່ວມ​ສຳພັນ​ເພື່ອ​ຈຳ​ໜ່ວຍ​ຜະລິດ​ຕະພັນ, ​​ເພີ່ມ​ສະມັດ​ຕະພາບຂຶ້ນ​ກວ່າ 8 ​ໂຕນ/​ເຮັກຕາ. ອ້າຍ​ ຮ່ວາງ​ວັນ​ເຍີນ, ຫົວໜ້າ​ຄະນະ​ປະຊາຊົນ​ບ້ານ​ໄທ່​ກີ່, ​ໃຫ້​ຮູ້​ວ່າ: ​ໃນ​ຫຼາຍ​ປີຜ່ານມາ, ປະຊາຊົນ​ຢູ່​ບ້ານ​ໄທ່​ກີ່ ລ້ວນ​ແຕ່​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ແຜນ​ນະ​ໂຍບາຍ​ຂົນຂວາຍ​ການ​ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່:

        “​ເຂົ້າ​ຮ່ວມ​ທົ່ງ​ນາ​ຂະ​ໜາດ​ໃຫຍ່ ​ແມ່ນ​ຕ້ອງ​ປະຕິບັດ​ຕາມ​ຂັ້ນ​ຕອນ​ຜະລິດ​ແບບ​ໃໝ່, ນຳ​ໃຊ້​ເຕັກນິກ​ໃໝ່, ພິ​ເສດ​ແມ່ນ​ການ​ນຳ​ໃຊ້​ກົນ​ຈັກ, ​ໃສ່​ຝຸ່ນ​ຢ່າງ​ເໝາະ​ສົມ. ​ໃນ​ຫຼາຍ​ປີຜ່ານມາ, ​ເມື່ອ​​ເຂົ້າ​ຮ່ວມການ​ຜະລິດ​​ເຂົ້າໃນ​ເຂດ​ທົ່ງນາ​ຂະໜາດ​ໃຫຍ່, ສະມັດ​ຕະພາບ​ເປັນ​ປົກກະຕິ, ຜົນ​ກຳ​ໄລ​ກໍ່ເພີ່ມ​ຂຶ້ນ​ສູງ, ດັ່ງ​ນັ້ນປະຊາຊົນ​ຈຶ່ງຕັ້ງ​ໜ້າ​ເຂົ້າ​ຮ່ວມ “.

ບ້ານໄທ່ກີ໋, ນະຄອນເກິ່ນທີ ກໍ່ສ້າງຊົນນະບົດໃໝ່ - ảnh 2

ການເກັບ​ກ່ຽວ​ເຂົ້າ​ຢູ່​ເຂດ​ທົ່ງ​ນາ​ຂະ​ໜາດ​ໃຫ​ຍ່

(ພາບ​ອິນ​ເຕີ​ແນດ)

        ​ເມື່ອ​ການ​ຜະລິດ​ໄດ້​ຮັບ​ປະສິດທິ​ຜົນ​ສູງ, ຊີວິດ​ຂອງ​ປະຊາຊົນ​ບ້ານ​ໄທ່​ກີ໋ ກໍ່​ຟົດ​ຟື້ນ​ຍິ່ງ​ຂຶ້ນ, ​ເຂົາ​ເຈົ້າ​ໄດ້​ໂຄສະນາ​ເພື່ອ​ໃຫ້​ປະ​ຊາຊົນ​ດຳ​ລົງ​ຊີວິດ​ເປັນ​ຢ່າງ​ດີ ​ແລະ ສຶກສາ​ໃຫ້​ລູກ​ຫຼານ​ກາຍ​ເປັນ​ພົນລະ​ເມືອງ​ທີ່​ມີ​ປະໂຫຍ​ດ. ຍ້ອນ​ເຫດ​ນັ້ນ, ບ້ານ​ຈື່ງ​ມີ​ຊື່​ສຽງ​ວ່າ​ແມ່ນ​ບ້ານ​ມະຫາວິທະຍາ​ໄລ, ດ້ວຍ​ກວ່າ 80% ຈຳນວນ​ຄອບຄົວ​ມີ​ລູກ​ຮຽນ​ມະຫາວິທະຍາ​ໄລ, ວິທະຍາ​ໄລ, ​ເໜືອ​ມະຫາວິທະຍາ​ໄລ, ​ໂຮງຮຽນ​ສອນວິຊາ​ຊີບຊັ້ນ​ກາງ. ອັດຕາ​ນັກ​ສຶກສາ​ຮຽນ​ຈົບ​ມະຫາວິທະຍາ​ໄລ​ຢູ່​ບ້ານ​​ແມ່ນ​ກວມ​ເອົາ 10%, ​ເຊິ່ງ​ແມ່ນ​ລະດັບ​ສູງ​ສຸດ​ຢູ່​ເມືອງ ​ແລະ ນະຄອນ, ​ແລະ​ສູງ​ກວ່າ​ອັດຕາ​ລວມຂອງ​ທັງ​ປະ​ເທດ. ບ້ານ​ໄທ່​ກີ໋ ຮັ່ງມີ​ຍິ່ງ​ຂຶ້ນ​ຢ່າງ​ໝັ້ນຄົງ ​ແມ່ນ​ຍ້ອນ​​ມີ​ການ​ປະກອບ​ກຳລັງ​ເຫື່ອ​ແຮງ​ຂອງ​ລຸ່ນໜຸ່ມ​ທີ່​ມີ​ຄວາມ​ຮູ້​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ບ້ານ​ເກີດ​ເມືອງ​ນອນ ​ແລະ ຂອງ​ທັງ​ບ້ານ. ທ່ານ ຫງວຽນ​ວັນ​ເກົ່າ, ຢູ່ເຂດຊາວ​ຄິດ​ແທ໋ງຢາ ​ບ້ານ​ໄທ່​ກີ໋, ​ໃຫ້​ຮູ້​ວ່າ:

        “ທາງ​ສາສະໜາ ​ແລະ ອຳນາດ​ການ​ປົກຄອງ​ຍາມ​ໃດ​ກໍ່​ໜູນ​ຊ່ວຍ, ລະດົມ​ພວກ​ນ້ອງ​ຮຳ່ຮຽນ, ​ເພາະ​ມີ​ແຕ່​ຮຳ່ຮຽນ​ຈຶ່ງ​ສາມາດ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ​ໄດ້​ຢ່າງ​ວ່ອງ​ໄວ. ພວກ​ຂ້າພະ​ເຈົ້າ​ໄດ້​ໃຫ້ຄຳ​ໝັ້ນ​ສັນຍາ​​ພະ​ຍາ​ຍາມກາຍເປັນບ້ານ​ວັດທະນະທຳ, ​ເຮັດ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ດີ​ຂຶ້ນ“.

ບ້ານໄທ່ກີ໋, ນະຄອນເກິ່ນທີ ກໍ່ສ້າງຊົນນະບົດໃໝ່ - ảnh 3

ນັກ​ຮຽນ​ບ້ານ​ໄທ່​ກີ໋​ໄປ​ຮຽນ

(ພາບ​ອິນ​ເຕີ​ແນດ)

        ​ເມື່ອຊີວິດ​ໄດ້​ຮັບ​ການ​ປັບປຸງ​ເທື່ອ​ລະ​ກ້າວ, ຄວາມ​ຮູ້​ຂອງ​ປະຊາຊົນ​​ເພີ່ມ​ຂຶ້ນ, ຍິ່ງ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ສາສະໜາ ​ແລະ ສາມັກຄີ, ຊ່ວຍ​ເຫຼືອ​ກັນ ​ເພື່ອ​ພ້ອມ​ກັນ​ຫຼຸ​ກພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ​ເຮັດ​ໃຫ້​ບ້ານ​ຊາວ​ຄິດ​ນັບ​ມື້​ນັບ​ມ່ວນ​, ສວຍ​ງາມ, ສະອາດ ​ແລະ ໝັ້ນຄົງ​ກວ່າ. ປະຈຸ​ບັນ, ​ເມື່ອ​ມາ​ຢ້ຽມຢາມ​ບ້ານ​ໄທ່​ກີ໋, ​ສາມາດ​ຂີ່​ລົດ​ຈັດກ​ໄປມາ​ບົນ​ເສັ້ນທາງ​ເບ​ຕົງ​ລະຫວ່າງ​ບ້ານ​ໄດ້ຢ່າງ​ສະດວກ​ສະບາຍ. 100% ​ຈຳນວນ​ຄອບຄົວ​ມີ​ອຸປະກອນ​ຟັງ, ​ເບິ່ງ, ມີອຸປະກອນ​ໄປ​ມາ​ດ້ວຍລົດຈັກ, ລົດຖີບ. ທ່ານ ຫງວຽນ​ວັນ​ຕ໋ຽງ, ປະທານ​ແນວ​ໂຮມ​ປະ​ເທດ​ຊາດ​ເທດສະບານ​ແທ້ງ​ອານ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “​ໃນ​ເທດສະບານ​ມີ 6 ​ເຂດ​ຊຸມ​ຊົນ ກໍ່​ແມ່ນ 6 ບ້ານ ລ້ວນ​ແຕ່​ບັນລຸ​ໄດ້​ມາດຖານ​ວັດທະນະທຳ, ​ແຕ່​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ບ້ານ​ໄທ່​ກີ໋, ​ຢູ່​ທີ່​ນີ້ປະຊາຊົນ​​ມີ​ຄວາມສາມັກຄີ​ນຳ​ກັນທີ່​ສຸດ“.

        ດ້ວຍ​ການ​ລົງທຶນ​ໃຫ້​ແກ່​ການ​ສຶກສາ ​ພ້ອມ​ກັບຄວາມ​ຂະຫຍັນ​ຂັນ​ເຄື່ອນ​​ໃນ​ການ​ພັດທະນາ​ເສດຖະກິດ​ຕາມ​ທິດ​ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ, ຫັນປ່ຽນ​ຜົນລະປູກ, ສັດລ້ຽງ. ມາ​ຮອດ​ປະຈຸ​ບັນ, ບັນດາ​ຄອບຄົວ​​ເກືອບ​ທັງ​ໝົດ​ຢູ່ບ້ານ​ໄທ່​ກີ໋ ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ມີ​ລະດັບ​ຄອງ​ຊີບ​ພໍ​ສົມຄວນ, ມີ​ບາງ​ຄົນ​ຮັ່ງມີ, ບ້ານ​ໄທ່​ກີ໋ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ບ້ານ​ທີ່​ດີ​ເດັ່ນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ນະຄອນ​ເກິ່ນ​ເທີ ​ແລະ ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ.

 

 


ຕອບກັບ

ຂ່າວ/ບົດ​ອື່ນ