ປູກຫົວ​ສີ​ໄຄ​ໃສ່ດອນ​ຊ່ວຍ​ຊາວ​ກະ​ສິ​ກອນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ

(VOVWORLD) - ໃນໄລຍະມໍ່ໆມານີ້, ຊາວກະສິກອນຢູ່ແຂວງ ຕ່ຽນຢາງ ໄດ້ຫັນໄປປູກຫົວສີໄຄ. ພິເສດ, ແນວປູກຊະນິດນີ້ ແມ່ນເໝາະສົມທີ່ສຸດກັບເຂດດອນ ເຕິນຝູດົງ . ຍ້ອນການປູກຫົວສີໄຄ, ຊາວກະສິກອນຫຼາຍຄົນຢູ່ເຂດດິນແຫ້ງແລ້ງແຫ່ງນີ້ ຈຶ່ງຫລຸດພົ້ນອອກຈາກຄວາມທຸກຍາກ, ຊີວິດການເປັນຢູ່ມີການປ່ຽນແປງ.
ປູກຫົວ​ສີ​ໄຄ​ໃສ່ດອນ​ຊ່ວຍ​ຊາວ​ກະ​ສິ​ກອນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ - ảnh 1ຫົວສີໄຄແທດເໝາະກັບເຂດດອນແຄມທະເລທີ່ສຸດ (ພາບ: VOV)

   ຫົວສີໄຄໄດ້ປູກຢູ່ເຂດດິນສົ້ມ, ດິນເຄັມຂອງເຂດດອນເຕິນຝູດົງ ໄດ້ເກືອບ 20 ປີ ມາແລ້ວ ແລະ ໃນແຕ່ລະປີ, ເນື້ອທີ່ປູກລ້ວນແຕ່ໄດ້ເພີ່ມຂຶ້ນ. ປະຈຸບັນ, ທົ່ວເມືອງເຕິນຝູດົງ ມີເນື້ອທີ່ປູກຫົວສີໄຄເກືອບ 2300 ເຮັກຕາ, ສ່ວນຫຼາຍແມ່ນຢູ່ຕາແສງເຕິນຝູ, ຝູແທັ້ງ, ຝູດົງ. ນີ້ແມ່ນຊະນິດແນວປູກແທດເໝາະກັບເຂດດອນແຄມທະເລ, ມີຄຸນນະພາບ ແລະ ສະມັດຕະພາບສູງກ່ວາເຂດອື່ນໆ. ເນື້ອທີ່ປູກຫົວສີໄຄ 1 ເຮັກຕາສາມາດສ້າງກຳໄລໄດ້ກ່ວາ 100 ລ້ານດົ່ງ/ປີ, ສູງທົບ 2, 3 ເທົ່າເມື່ອທຽບກັບການປູກເຂົ້າ. ເອື້ອຍ ດ່າວທິຢ້ຽມທຸຍ, ຊາວກະສິກອນຕາແສງ ຝູແທັ້ງ, ເມືອງເຕິນຝູດົງ ໃຫ້ຮູ້ວ່າ: ຄອບຄົວເອື້ອຍມີຊີວິດການເປັນຢູ່ເປັນປົກກະຕິ ຍ້ອນໄດ້ປູກຫົວສີໄຄໃນເນື້ອທີ 2 ເຮັກຕາ:

ຂ້າພະເຈົ້າຂາຍຫົວສີໄຄດ້ວຍລາຄາ 6000 ດົ່ງ/ໂລ ແຕ່ລາຄາ 5000 ດົ່ງ ກໍ່ມີກຳໄລແລ້ວ, ລາຄາເພີ່ມຂຶ້ນຫຼາຍທີ່ສຸດ, ເມື່ອກ່ອນນີ້ຂາຍໄດ້ພຽງແຕ່ 1800 ດົ່ງ/ໂລເທົ່ານັ້ນ. ກ່ອນນີ້ ຄອບຄົວຂ້າພະເຈົ້າໄດ້ປູກຕົ້ນກ້ວຍ, ແຕ່ປະຈຸບັນໄດ້ປູກຫົວສີໄຄ, ມີກຳໄລທົບ 2 ເທົ່າ. ຢູ່ນີ້ແມ່ນເຂດດິນເຄັມ, ປູກຫົວສີໄຄມີສະມັດຕະພາບສູງ, ເບິ່ງລວມແລ້ວກໍ່ພໍຢູ່ພໍກິນ, ຊີວິດການເປັນຢູ່ກໍ່ເປັນປົກກະຕິ.

ປູກຫົວ​ສີ​ໄຄ​ໃສ່ດອນ​ຊ່ວຍ​ຊາວ​ກະ​ສິ​ກອນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ - ảnh 2ຮາກຖານເກັບຊື້ຫົວສີໄຄ່ຢູ່ຕາແສງຝູແທັ້ງ (ພາບ: VOV)

 ຈຸດດີຂອງຫົວສີໄຄແມ່ນປູກງ່າຍ ເຖິງວ່າ ດິນຟ້າອາກາດແຫ້ງແລ້ງ, ເງິນລົງທຶນໜ້ອຍກ່ວາປູກພືດຊະນິດອື່ນໆກໍ່ຕາມແຕ່ກໍ່ສາມາດເກັບກ່ຽວໄດ້ຕະຫຼອດປີ. ຫົວສີໄຄສາມາດນຳໃຊ້ທົ່ວໄປໃນຊີວິດປະຈຳວັນ, ໂດຍສະເພາະແມ່ນໃຊ້ເປັນເຄື່ອງເທດໃນການປຸງແຕ່ງອາຫານ, ສະກັດເປັນຫົວນ້ຳມັນ, ໃຊ້ເປັນຢາສະໝູນໄພ….. ທ່ານ ຫງວຽນວັນດ່ວານ ເລຂາຄະນະພັກຕາແສງຝູແທັ້ງ ໃຫ້ຮູ້ວ່າ:

 ປະຈຸບັນ, ຫົວສີໄຄແມ່ນແນວປູກຫຼັກແຫຼ່ງຂອງເມືອງເວົ້າລວມ ແລະ ຂອງຕາແສງ ຝູເທັ້ງ ເວົ້າສະເພາະ. ພວກຂ້າພະເຈົ້າໄດ້ກຳນົດທິດວ່າ ຈະປູກຫົວສີໄຄເພື່ອພັດທະນາແບບຍືນຍົງ. ສະນັ້ນ ໄດ້ກຳນົດທິດໃຫ້ຜູ້ປູກຕາມມາດຖານປອດສານຜິດ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະຕິດຕໍ່ກັບຫ້ອງການສະມາຄົມເຮັດສວນສູນກາງພາກໃຕ້ ເພື່ອມີລາຍການໜູນຊ່ວຍກ່ຽວກັບການໃຊ້ຝຸ່ນອົງຄະທາດ ແລະ ວິທີການຜະລິດບັນລຸປະສິດທິຜົນ.

ຢູ່ຕາແສງຝູແທັ້ງ, ເມືອງເຕິນຝູດົງ ມີເນື້ອທີ່ປູກຫົວສີໄຄເຖິງ 1800 ເຮັກຕາ ແລະ ໄດ້ສ້າງຕັ້ງສະຫະກອນປູກຫົວສີໄຄແລ້ວ. ທາງເມືອງຖືຫົວສີໄຄ ແມ່ນໜຶ່ງໃນບັນດາແນວປູກຊະນິດຫຼັກແຫຼ່ງ, ໃນນັ້ນ ສຸມໃສ່ການຜະລິດແບບອົງຄະທາດ, ປອດສານຜິດ ເພື່ອສ້າງ “ເຄື່ອງໝາຍການຄ້າ” ໃຫ້ແກ່ຫົວສີໄຄຂອງທ້ອງຖິ່ນ. ທ່ານຫງວຽນວັນຫາຍ ຫົວໜ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງ ເຕິນຝູດົງ ໃຫ້ຮູ້ວ່າ:

ໃນໄລຍະຈະມາເຖິງຈະຂະຫຍາຍເນື້ອທີ່ປູກຫົວສີໄຄຕື່ມອີກ. ສຳລັບບັນດາເນື້ອທີ່ປູກພືດອື່ນໆທີ່ມີສະມັດຕະພາບຕ່ຳ ຈະຫັນໄປປູກຫົວສີໄຄ. ປີ 2022, ເນື້ອທີ່ ປູກຫົວສີໄຄອາດຈະຂຶ້ນເຖິງ 4000 ເຮັກຕາ. ພວກຂ້າພະເຈົ້າຈະສຸມໃສ່ພັດທະນາເສດຖະກິດລວມໝູ່, ໃນນັ້ນ, ບົດບາດຂອງສະຫະກອນແມ່ນສຳຄັນທີ່ສຸດ ເພື່ອສາມາດຮ່ວມສຳພັນຜະລິດ ນັບແຕ່ສົ້ນເຂົ້າຂອງວັດຖຸ, ສົ້ນອອກຂອງຜະລິດຕະພັນ. ພວກຂ້າພະເຈົ້າຈະຂົນຂວາຍບັນດາບ່ອນສະກັດເປັນຫົວນ້ຳມັນ, ສາມາດຮ່ວມສຳພັນກັບບັນດາວິສາຫະກິດ ເພື່ອເອົາຫົວສີໄຄມາເຮັດທູບໄລ່ຍູງ.

ເມືອງເຕິນຝູດົງ ແຂວງຕ່ຽນຢາງ ແມ່ນເຂດດິນແດນແຫ້ງແລ້ງ, ດິນເຄັມ. ສະນັ້ນ, ແຜນນະໂຍບາຍຂະຫຍາຍເນື້ອທີ່ປູກຫົວສີໄຄ ແມ່ນທິດເດີນທີ່ຖືກຕ້ອງ, ແທດເໝາະ ກັບເງື່ອນໄຂທຳມະຊາດ. ສະມາຄົມຊາວກະສິກອນເມືອງ ໄດ້ເພີ່ມທະວີວຽກງານຖ່າຍຖອດເຕັກນິກ ແລະ ຮ່ວມສຳພັນຈຳໜ່າຍ ເພື່ອໃຫ້ຊາວກະສິກອນສາມາດປູກຫົວສີໄຄບັນລຸປະສິດທິຜົນດ້ານເສດຖະກິດສູງ. ບັນດາຄອບຄົວຊາວກະສິກອນຢູ່ທີ່ນີ້ ພວມຂະຫຍາຍເນື້ອທີ່ປູກຫົວສີໄຄ, ສ້າງວຽກເຮັດງານທຳ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ ປຊຊ./.

ຕອບກັບ

ຂ່າວ/ບົດ​ອື່ນ