ປະຊາຊົນເຜົ່າ ຢ້າວ ແຂວງອຽນບ໋າຍ ລົບລ້າງຄວາມທຸກຍາກດ້ວຍການປູກຕົ້ນໄຄ

(vovworld) –​  ​ການປູກ​ຕົ້ນ​ໄຄ ແມ່ນ​​ອາ​ຊີບ​ທີ່​ເປັນມູນ​ເຊື້ອ ແລະ ແມ່ນ​ຊັບ​ສົ​ມ​ບັດ​ພິ​ເສດ​ຂອງ​ວົງ​ຄະ​ນະ​ຍາດ​ຊາວ​ເຜົ່າ ຢາວ ຢູ່​ເມືອງ ວັນ​ອຽນ, ແຂວງ ອ​ຽ​ນ​ບ໋າຍ. ​ຍ້ອນມີ​ການ​ປູກຕ​ົ້ນ​ໄຄ, ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​​ຈຶ່ງນັບ​ມື້ນ​ັບ​ເປັນ​ປົກ​ກະ​ຕິ, ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈ​ິດ​ໃຈ​ກ​ໍ​ໄດ້​ຮັບ​ການ​​​ພັດ​ທະ​ນາ​ຢ່າງບໍ່​ຢຸດ​ຢັ້ງ. ບົດ​ຂຽ​ນ “ປະ​ຊາ​ຊົນ​ເຜົ່າ ຢ້າວ ແຂວງ​ອຽນ​ບ໋​າຍ ລົບ​ລ້າງ​ຄວາມ​ທຸກ​ຍາກ​​ດ້ວຍ​ການ​ປູກ​ຕ​ົ້ນໄຄ” ຂອງ ເທື່ອ​ຊວນ, ນັກ​ຂ່າວ VOV.

ປະຊາຊົນເຜົ່າ ຢ້າວ ແຂວງອຽນບ໋າຍ ລົບລ້າງຄວາມທຸກຍາກດ້ວຍການປູກຕົ້ນໄຄ - ảnh 1
(ພາບ​ປະ​ກອບ: dantri)

ເພື່ອ​ກະ​ກຽ​ມ​ໃນ​ການ​ໄປ​ສວນ​ເພື່ອ​ບົວ​ລະ​ບັດ​​ຮັກ​ສາຕ​ົ້ນ​ໄຄ, ໃນ​ເຮືອນ​ຫຼັງໃໝ່​​ທີ່ກວ້າງ​ຂວາງ​ສວຍ​ງາມ ແລະ ​ປະ​ກອບ​ເຄື່ອງ​​ໃຊ້​ໄມ້​ສອຍຢ່າງ​ຄົບ​ຖ້ວນ​ສະ​ດວກ​ສະ​ບາຍ, ເຊິ່ງ​ຫາກໍ​ໄດ້​ຮັບ​ການກໍ່ສ້າງ​ສຳ​ເລັດ​ໃນ​ທ້າຍ​ປີ​​ກາຍ, ຄອບ​ຄົວ​ອ້າຍ​ເອື້ອຍ ບ່ານ​ທິ​ຟ​ຸ​ກ​ຮ​ວາ - ບ່ານ​ທິ​ທື, ຢູ່​ບ້ານ ແຄ​ເລີ້, ຕາ​ແສງ ວ້ຽນ​ເຊີນ, ເມືອງວັນ​ອຽນ, ຍາກ​ທີ່​ຈະ​ເຊື່ອ​ໄດ້​ວ່າໃນ 10 ປີ​ກ່ອນນີ້, ຄອບ​ຄົວ​ຂອງ​ອ້າຍ​ເອື້ອຍນີ້​ຕ້ອງ​ຫາ​ກິນ​ໃຫ້​ແຕ່​ລະ​ຄາບ. ຈາກ​ການ​ຫັນ​ປ່ຽນ​ຜົນ​ລະ​ປູກ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ທ້ອ​ງ​ຖິ່ນ, ຄອບ​ຄົວ​ຂອງ​ອ້າຍ​ເອື້ອຍ ໄດ້​ຫັນ​ເນື້ອ​ທີ່ເຮັດໄຮ່​ ນ​າ​ທີ່ໃຫ້​ສະ​ມັດ​ຕະ​ພາບ​ຕ່ຳ​ທັງ​ໝົດ ໄປ​ສ​ູ່​ການ​ປູກຕ​ົ້ນໄຄ. ປີ 2008, ​ຄອບ​ຄົວ​ອ້າຍ​ເອ​ື້ອຍ​ເລີ່ມ​​​ມີ​ລາຍ​ຮັບ​ຈາກຕ​ົ້ນ​​ໄຄ. ສະ​ເພາະ​ປີ 2015, ລາຍ​ຮັບ​ຈາກຕ​ົ້ນ​​ໄຄ​ແມ່ນ​ໄດ້ກວ່າ 800 ລ້ານ​ດົ່ງ, ບວກ​ກັບ​ເງິນ​​ທ້ອນໄວ້​ໃນ​​ຊຸມ​ປີ​ກ່ອນ, ອ້າຍ​ເອື້ອຍ​ໄດ້ກໍ່​ສ້າງ​ເຮືອນ​ຫຼັງ​ໃໝ່ທີ່​ມີ​​ມູນ​​ຄ່າກວ່າ 1 ຕື້​ດົງ ແລະ ຊື້ລົດ​ໂ​ອ​ໂຕ​​ອີກ. ເອື້ອຍ ບ່ານ​ທິ​ທື​ ໃຫ້​ຮູ້​ວ່າ.

        “ຂ້າ​ພະ​ເຈົ້າ​​ດີ​ໃຈ​ຫຼ​າຍ, ເມື່ອ​ທຽ​ບ​ໃສ່​ກ່ອນນີ້, ​ຄອບ​ຄົວ​ຂ້າ​ພະ​ເຈົ້າ​ເຮັດ​ໄຮ່, ເຖິງວ່າ​ຈະ​ພະ​ຍາ​ຍາມ​ຄື​ແນວ​ໃດ ພຽງ​ແຕ່​ພໍ​ກິນ​ເທົ່າ​ນັ້ນ. ​ເມື່ອ​ປູກຕ​ົ້ນ​​ໄຄ ຈຶ່ງ​ມີ​ເງິນເພື່ອກໍ່​ສ້າງ​ເຮືອນ, ໃຫ້​ລູກ​ໄ​ປ​ຮ່ຳ​ໄປ​ຮຽນ, ຊື້​ເຄື່ອງ​ຂອງ​ໃນ​ໂອ​ກາດ​ບຸນ​ເຕັດ​… ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ​ຢູ່ໃສ​ມີ​ເນື້ອ​ທີ່​ດິນ​ກວ້າງຊາວ​ເຜົ່າ ຢ້າວ ​ຄວນ​ປູກຕ​ົ້ນ​​ໄຄ, ເພາະຕ​ົ້ນ​ໄຄ​ຈະ​ຊ່ວຍ​ໃຫ້​ເຮົາ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸ​ກ​ຍາກ ແລະ ສ້າງ​ຄວາມ​ຮັ່ງ​ມີໄດ້.”

        ໃນ​ປີ​ຜ່ານ​ມາ, ​ລາ​ຄາກົກ​ໄຄ​ສືບ​ຕໍ່​​ເພີ່ມ​ຂຶ້​ນ ແລະ ເປັນ​ປົກ​ກະ​ຕິ, ຕ​ົ້ນ​ ໄຄສາ​ມາດ​ຂາຍ​ໄດ້​ທັງ​ເປືອກ, ທັງ​ງ່​າ ແລະ ໃບ​ໄມ້, ພໍໍ່​ແມ່​ປະ​ຊາ​ຊົນຢູ່​ຕາ​ແສງ ວ້ຽນ​ເຊີນ ​ມີລາຍ​ຮັບ​ເປັນ​ປົກ​ກະ​ຕິ. ຄິດ​ສະ​ເລ່ຍ​ແຕ່​ລະ​ຄອບ​ຄົວ​ທີ່​ມີ​ເນື້ອ​ທີ່​ດິນ​ປູກຕົ້ນ​ໄຄ ​​ລ້ວນ​ແຕ່​ສ້າງລາຍ​ຮັບ​ໄດ້​ແຕ່ 80 ຫາ 200 ລ້ານ​ດົງ, ມີ​ບາງ​ຄອບ​ຄົວ​​ໄດ້​້​ເກືອບ 1 ຕື້​ດົງ. ປີ 2015, ຫຼາຍ​ຄອບ​ຄົວ​​ໃນ​ປີ​ກ່ອນນັ້ນ ຍັງ​ຄົງ​ຖືກ​ຈັດ​ເປັນ​ຄອບ​ຄົວ​​ທີ່ມີ​ລາຍ​ຮັບ​​ສະ​ເລ່ຍປານ​ກາງ, ມາ​ຮອດ​ປະ​ຈຸ​ບັນ​ໄດ້​ບືນ​ຕົວ​ຂຶ້ນ​​ກາຍເປັນ​ຄ​ອບ​ຄົວ​ທີ່​ເຫຼືອ​ຢູ່​ເຫຼືອ​ກິນ.



ປະຊາຊົນເຜົ່າ ຢ້າວ ແຂວງອຽນບ໋າຍ ລົບລ້າງຄວາມທຸກຍາກດ້ວຍການປູກຕົ້ນໄຄ - ảnh 2
(ພາບປະ​ກອບ: yenbai)

ລະ​ດູ​ບານ​ໃໝ່​ກໍ່​ແມ່ນ​ລະ​ດູ​ປູກຕ​ົ້ນ​​ໄຄ​ໃໝ່, ສະ​ນັ້ນ, ພໍ່​ແມ່​ເຜົ່າ ຢາວ ເມືອງ ວັນ​ອຽນ ເວົ້າ​​ລວມ ແລະ ຕາ​ແສງ ວ້ຽນ​ເຊີນ ເວົ້​າ​ສະ​ເພາະ ເຄີຍໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ເປັນ​ປະ​ຈ​ຳເພື່ອ​ແລກ​ປ່ຽນ​ບັນ​ດາ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ໃນ​ການ​ປູກ, ບົວ​ລະ​ບັດຮັກ​ສາ, ຂຸດ​ຄົ້ນ ແລະ ປຸ​ງ​ແຕ່ງ​ກົກ​ໄຄ​ໃນເບື້ອງ​ຕົ້ນ​; ພ້ອ​ມ​ກັນປູກ​ຕາມ​​ຮູບ​ແບບ​ການ​ຜະ​ລິດ​ໃໝ່, ເພື່ອ​ແນ​ໃສ່​​​ສ້າງ​ໄດ້​ລາຍ​ຮັບ​ສູງ​ສຸດ​ຈາກຕ​ົ້ນ​ໄຄ. ທ່ານ ບ່າຍ​ຟຸກ​ຮີ໋ນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ວ້ຽນ​ເຊີນ, ເມືອງວັນ​ອຽນ ໃຫ້​ຮູ້​ວ່າ.

        “ສຳ​ເລັບຕ​ົ້ນ​​ໄຄ​ຂອງ​ວ້ຽນ​ເຊີນ ແລ້ວ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ໂຄ​ສະ​ນາ, ຂົນ​ຂວາຍ​ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ຮັບ​ປະ​ກັນ​​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ​ໃນ​ການປູ​ກຕ​ົ້ນ​​ໄຄ. ທີ່ 2 ແມ່ນ​​ຫຼົກຫຍ້າ​ຕາມ​ຮູບ​​ການ​ອອກ​ແຮງ​ງານ​ໂດຍ​ກົງ ບໍ່​ນຳ​ໃຊ້​ຢາ​ຂ້າຫ​ຍ້າ, ຂ້າ​​ສັດ​ຕູ​ພືດ​ ສີດໃສ່ຕ​ົ້ນໄຄ ສົ່ງ​ຜົນ​​ສະ​ ທ້ອນ​ເຖິງ​ຜະ​ລິດ​ຕະ​ພັນຈາກກົກ​ໄຄ”.

        ​ປະ​ຈຸ​ບັນ, ​ໃນ​ທົ່ວ​ແຂວງ ອຽນ​ບ໋​າຍ ມີ​ເນື້ອ​ທີ່​ປູກຕ​ົ້ນ​​ໄຄກວ່າ 30.000 ເຮັກ​ຕາ ແລະ ຕົ້ນ​ຕໍ​ແມ່ນຢ​ູ່​​ເມືອງ​ວັນ​ອຽນ ດ້ວຍ​ເນື້ອ​ທີ່ 23.000 ເຮັກ​ຕາ. ປີ 2015, ເມືອງວັນ​ອຽນ ຂາຍເປືອກ​ຕົ້​ນ​ໄຄ​ກວ່າ​ 7.000 ໂຕນ, ​ງ່າ ແລະ ໃບ​ໄມ້ກວ່າ 55 ໂຕນ ແລະ ​​ໄມ້ນັບ​ໝື່ນແມັດ​ກ້ອນ, ສ້າງ​ລາຍ​ຮັບ​ໄດ້​ເກືອບ 400 ຕື້​ດົງ. ທ່ານ​ຮ່າ​ດຶກ​ແອງ, ຮອງ​ປະ​ທານ​​ຄະ​ນ​ະ​ກຳ​ມະ​ການປະ​ຊາ​ຊົນ​ເມືອງວັນ​ອຽນ ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ້ອງ​ຖິ່ນ​ຈະ​ສືບ​ຕໍ່​ມີ​ບັນ​ດາ​ນະ​ໂຍ​ບາຍ​ເພື່ອ​ໃຫ້​ປະ​ຊາ​ຊົນ​ປູກຕ​ົ້ນໄຄ ຍົກ​ສ​ູງ​ຄຸນ​ນະ​ພາບ ແລະ ​ມູນ​ຄ່າຕື່ມ​ອີກ.

        “ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ຄຸ້ມ​ຄອງ​ການ​ວາງ​ແຜນ​ຜັງເຂດ​ປູກຕ​ົ້ນ​ໄຄ​ໃຫ້​ເປັນ​ຢ່າງ​ດີ. ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ຍົກ​ສ​ູ​ງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ​ຈາກກົກ​ໄຄ ​ນັບ​ແຕ່​ຂອດ​ຄັດ​ເລືອກ​ແນວ​ພັນ, ການ​ປູກ, ​ການບົວ​ລະ​ບັດ​ຮັກ​ສາ, ​ການ​ເກັບ​ກ່ຽວ ແລະ ​ການປຸງ​ແຕ່ງ. ເມືອງ​ຈະ​ສືບ​ຕໍ່​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ເພື່ອ​ເ​ກັບ​ຊື້, ປຸງ​ແຕ່ງ​ກົກ​ໄຄ ​ແນ​ໃສ່​ຍົກ​ສູງ​ມູນຄ່າ​ຂອງ​ຜະ​ລິດ​ຕະ​ພັນ​ຈາກຕ​ົ້ນ​ໄຄ, ຍົກ​ສູງ​ລາຍ​ຮັບ​ໃຫ້​ປະ​ຊາ​ຊົນກວ່າ​ອີກ”.

        ດ້ວຍ​​ຄວາມ​ເອົາ​ໃຈ​ໃສ່​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ, ​ການເປັນ​ເຈົ້າ​ການ​ຂອງ​ປະ​ຊາ​ຊົນ​ເຂ​ດ​ພູ​ສູງ​ເວົ້າ​ລວມ, ຊາວ​ເຜົ່າ​ ຢາວ ເວົ້າ​​ສະ​ເພາະ, ຕ​ົ້ນ​​ໄຄ​ໄ​ດ້ ແລະ ພວມ​ກາຍ​ເປັນ​ຕົ້ນ​ໄມ້​ປາຍ​ແຫຼມ​ຢ່າງ​ແທ້​ຈິງ, ຊ່ວຍ​ໃຫ້​ປະ​ຊາ​ຊົນ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ຕ​ົ້ນ​ໄຄຢູ່​ທີ່​ນີ້​ໄດ້ ແລະ ພວມ​ນຳ​ມາ​ເຊິ່ງ​ລະ​ດູ​ບານ​ໃໝ່​ຢ່າງ​ອົບ​ອຸ່ນ, ​ໃຫ້​ຊາວ​ເຜົ່າ​ຢ້າວ ຢູ່​ເຂດພູ​ຜາ​ພາ​ປ່າ​ໄ​ມ້​ທາງທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືຶອ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ