ຜົນ​ງານ​ສຳ​ຄັນ​ຈາກ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ

(VOVWORLD) - ອົງການຈັດອັນດັບຄວາມໄວ້ວາງໃຈ S&P Global Ratings (S&P) ຫາກໍ່ຍົກລະດັບຄວາມໄວ້ວາງໃຈແຫ່ງຊາດໄລຍະຍາວຂອງຫວຽດນາມ ຂຶ້ນລະດັບ BB+, ແງ່ຫວັງ “ເປັນປົກກະຕິ”. ຕາມນັ້ນແລ້ວ, ຄວາດວ່າ ເສດຖະກິດຫວຽດນາມ ຈະສືບຕໍ່ຟື້ນຟູ, ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຍ້ອນໂລກລະບາດໃນໄລຍະສອງປີຜ່ານມາ, ປະກອບສ່ວນປັບປຸງທີ່ຕັ້ງບົດບາດການຕ່າງປະເທດ ແລະ ລະງັບການຂາດດູນງົບປະມານ. ບັນດາຂໍ້ໃຫ້ສັງເກດນີ້ ກໍ່ເຊັ່ນດຽວກັນກັບການຕີລາຄາຂອງ ສສຊ ເມື່ອເບິ່ງຄືນດ້ານເສດຖະກິດ-ສັງຄົມໃນຊຸມເດືອນຕົ້ນປີ 2022.
ຜົນ​ງານ​ສຳ​ຄັນ​ຈາກ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ - ảnh 1

 (ພາບປະກອບ: TTXVN)

ຕົວເລກໄວ້ວາງໃຈທີ່ບັນລຸໄດ້ແມ່ນຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ

    ລະດັບຄວາມໄວ້ວາງໃຈແຫ່ງຊາດຂອງຫວຽດນາມ ອີງຕາມພື້ນຖານຮັບຮູ້ພື້ນຖານເສດຖະກິດ ພວມຢູ່ໃນທ່າຟື້ນຟູຢ່າງແໜ້ນແຟ້ນ ໃນສະພາບການທີ່ລັດຖະບານ ໄດ້ລົບລ້າງບັນດາຂໍ້ຈຳກັດການໄປມາພາຍໃນປະເທດ ແລະ ຂ້າມຊາຍແດນ. ອັດຕາສ່ວນຜູ້ສັກວັກຊິນໄດ້ຮັບການປົວແປງທີ່ໜ້າປະທັບໃຈ ແລະ ມີບາດກ້າວຫັນປ່ຽນຢ່າງມີໄຫວພິບ ໃນນະໂຍບາຍຄວບຄຸມໂລກລະບາດໂຄວິດ 19. ເລື່ອງໂລກລະບາດໄດ້ຮັບການຄວບຄຸມໂດຍພື້ນຖານໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຄວາມປອດໄພຂອງ ປຊຊ, ວິສາຫະກິດ, ປະກອບສ່ວນສຳຄັນໃຫ້ແກ່ການຟື້ນຟູເສດຖະກິດ ສັງຄົມ.

   ການຮັກສາເສດຖະກິດມະຫາພາກເປັນປົກກະຕິ ພ້ອມກັບບັນດາທ່າແຮງໃນການແກ່ງແຍ້ງດ້ານແຮງງານ ແມ່ນກຳລັງໜູນເພີ່ມທະວີຄວາມດຶງດູດຢູ່ຂົງເຂດປຸງແຕ່ງ, ຜະລິດສຳລັບບັນດາວິສາຫະກິດທົ່ວໂລກ, ສ້າງກຳລັງໜູນໃນການເຕີບໂຕສົ່ງອອກ ແລະ ຍູ້ແຮງການຈຳໜ່າຍ-ບໍລິໂພກ. ທ່ານຟານດຶກຮຽວ, ສສຊ ແຂວງທາຍບິນ ຕີລາຄາວ່າ:

    ເສດຖະກິດພວມຢູ່ໃນທ່າຟື້ນຟູ, ຖ້າຫາກເບິ່ງເຂົ້າໝາກຜົນການສົ່ງອອກນຳເຂົ້າ, ບັນດາວິສາຫະກິດໄດ້ສ້າງຕັ້ງໃໝ່, ການທ່ອງທ່ຽວ, ການແລກປ່ຽນຄ້າຂາຍສິນຄ້າ…. ໃນລະດັບໃດໜຶ່ງແລ້ວ, ໝາກຜົນນີ້ສະແດງໃຫ້ເຫັນສັນຍານຟື້ນຟູທີ່ຕັ້ງໜ້າທີ່ສຸດ ເມື່ອທຽບໃສ່ໄຕມາດທີ 3 ແລະ 4 ປີ 2021. ອາດເວົ້າໄດ້ວ່າ ນີ້ແມ່ນການພັດທະນາດີຂອງພື້ນຖານເສດຖະກິດ.
ຜົນ​ງານ​ສຳ​ຄັນ​ຈາກ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ - ảnh 2

 ທ່ານຮອງນາຍົກລັດຖະມົນຕີເລວັນແທັງ (ພາບ: TTXVN)

   ໃນຂົງເຂດປີການເງິນ, ພື້ນຖານການເງິນພາກລັດຂອງຫວຽດນາມ ຍັງຮັກສາໄດ້ສະພາບການເປັນປົກກະຕິ, ນັບທັງໃນສະພາບການລາຍຮັບ, ລາຍຈ່າຍຂອງງົບປະມານ ຕ້ອງພົບກັບກຳລັງດັນໃດໜຶ່ງ ຍ້ອນຜົນກະທົບຂອງໂລກລະບາດ. ທ່ານ ເລຮ່ວາງແອັງ, ສສຊ ແຂວງຢາລາຍ ຕີລາຄາວ່າ:

   ໃນຈຸດເວລາປະຈຸບັນ, ລັດຖະບານພວມຄວບຄຸມໄພເງິນເຟີ້ໄດ້ດີທີ່ສຸດ. ລັດຖະບານຕ້ອງຕິດຕາມກວດການະໂຍບາຍປີການເງິນ ແລະ ເງິນຕາຢ່າງໃກ້ຊິດ ເພື່ອບໍລິຫານຢ່າງມີໄຫວພິບ ແລະ ບັນລຸປະສິດທິຜົນ, ຄວບຄຸມໄພເງິນເຟີ້ຕາມລະດັບທີ່ສະພາບແຫ່ງຊາດໄດ້ອະນຸຍາດ.

ບ່ອນອີງໃຫ້ແກ່ວິວັດການຟື້ນຟູ

     ເສດຖະກິດຫວຽດນາມ ພວມສືບຕໍ່ທ່າອ່ຽງຟື້ນຟູຢ່າງຕັ້ງໜ້າ. ແຕ່ວ່າ ເປົ້າໝາຍການເຕີບໂຕແຕ່ 6-6.5% ໃນປີນີ້ ແມ່ນສິ່ງທ້າທາຍໃຫ່ຍ. ແລະ ບ່ອນອີງໃຫ້ແກ່ວິວັດການຟື້ນຟູເສດຖະກິດ ແມ່ນການປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ໃຫ້ຮູ້ວ່າ:

   ລັດຖະບານຈະຜັນຂະຫຍາຍຢ່າງຂ້ຽວຂາດ ບັນດາມາດຕະການຊຸກຍູ້ການປ່ອຍເງິນລົງທຶນພາກລັດຢ່າງແຮງ. ພ້ອນກັນນັ້ນ, ຍູ້ແຮງການປະຕິບັດລະບຽບການ ແລະ ປ່ອຍເງິນ 3 ໂຄງການເປົ້າໝາຍແຫ່ງຊາດໃຫ້ສຳເລັດ ແລະ ຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດໂດຍໄວ ເພື່ອພິຈາລະນາ ໃຫ້ຄຳເຫັນກ່ຽວກັບບັນຊີລາຍຊື່ໂຄງການນຳໃຊ້ແຫຼ່ງທຶນຂອງໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ.

       ກ່ຽວກັບດ້ານສັງຄົມ, ຫວຽດນາມ ບັນລຸໄດ້ຫຼາຍຜົນງານດ້ານການພັດທະນາ ແລະ ຕ້ອງສືບຕໍ່ເສີມຂະຫຍາຍ ເພື່ອປະກອບສ່ວນເພີ່ມທະວີການຮ່ວມສຳພັນຢ່າງສະໜິດແໜ້ນ ລະຫວ່າງລັດຖະບານ ແລະ ປຊຊ.

   ປີ 2022, ເຖິງວ່າ ຫວຽດນາມ ໄດ້ສຸມໃສ່ການຟື້ນຟູ, ພັດທະນາເສດຖະກິດ-ສັງຄົມກໍ່ຕາມ, ແຕ່ຍັງຖືເອົາການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ການຄວບຄຸມໄພເງິນເຟີ້ ແມ່ນໜ້າທີ່ອັນດັບໜຶ່ງ. ນັ້ນແມ່ນແຜນນະໂຍບາຍທີ່ຖືກຕ້ອງ. ບັນດາຜົນງານຈາກແຜນນະໂຍບາຍນີ້ ໄດ້ປະກອບສ່ວນສຳຄັນ ເພື່ອໃຫ້ບັນດາອົງການຈັດຕັ້ງສາກົນທີ່ມີອິດທິພົນຊື່ສຽງ ຍົກລະດັບຄວາມໄວ້ວາງໃຈແຫ່ງຊາດຂອງ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ