ຜູ້ອາຍຸສູງຕັ້ງໜ້າເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່


(vovworld) - ຜ່ານ 5 ປີ​ແຫ່ງ​ການ​ປະຕິບັດ​ຂະ​ບວນການ “ຜູ້​ອາຍຸ​ສູງ​ທີ່​ເປັນ​ແບບຢ່າງ“. ຜູ້​ອາຍຸ​ສູງ​ໃນ​ທົ່ວ​ປະ​ເທດ​ໄດ້​ຂົນຂວາຍ​ຄອບຄົວ, ລູກ​ຫຼານ, ວົງ​ຕະກຸນ​ຂອງ​ຕົນ​ບໍລິຈາກ​ເງິນ​ໄດ້ 3.000 ຕື້​ດົ່ງ, ທີ່​ດິນ 5 ລ້ານ​ຕາ​ແມັດ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ, ກໍ່ສ້າງ​ບັນດາ​ກິດຈະກຳ​ສະຫວັດດີ​ການ, ປະກອບສ່ວນ​ຢ່າງ​ແທດ​ຈິງ, ພ້ອມ​ກັບ​ບັນດາ​ຂະ​ແໜງ​ການ​ຢູ່​ທ້ອງ​ຖີ່​ນປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່​ເປັນ​ຢ່າງ​ດີ.

ຜູ້ອາຍຸສູງຕັ້ງໜ້າເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ - ảnh 1

ເຖິງວ່າອາຍຸສູງແລ້ວແຕ່ສະມາຊິກສະມາຄົມຜູ້ອາຍຸສູງຍັງຄົງເມົາມົວອອກແຮງງານທຳການຜະລິດ, ເປັນແບບຢ່າງໃຫ້ລູກຫຼານ

        ທ່ານ ​ເຈິ່ນ​ເທິ​ດກົງ, ຢູ່​ຕາ​ແສງກິມລຽນ, ​ເມືອງ​ນາມ​ດ່ານ, ​ແຂວງ​ເງ້ອານ, ​ເຊິ່ງ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ປະທານ​ ໂຮ່ຈິ​ມິນ, ຍາມ​ໃດ​ກໍ່​ເອກອ້າງ​ທະ​ນົງ​ໃຈ​ທີ່​ເປັນ​ແບບຢ່າງ, ບໍ່​ພຽງ​ແຕ່​ພາຍ​ໃນ​ຄອບຄົວ​ເທົ່າ​ນັ້ນ, ຫາກ​ໃນ​ໝູ່​ປະຊາຊົນ​ຢູ່​ບ້ານ​ຂອງ​ຕົນ​ອີກ​ດ້ວຍ. ​ເມື່ອ​ເວົ້າ​ເຖິງ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ທ້ອງ​ຖີ່​ນ, ທ່ານ ກົງ ​ໃຫ້​ຮູ້​ວ່າ: ​ເມື່ອ​ໂຄງການ​ໄດ້​ຮັບ​ການຜັນ​ຂະຫຍາຍ, ຢູ່​ບ້ານ 13. ບ່ອນ​ທີ່​ທ່ານ​ອາ​ໄສ​ນັ້ນ​ຜັນ​ຂະຫຍາຍ​ຊ້າ​ກວ່າ​ໝູ່​ໃນ​ຕາ​ແສງ​ກິມລຽນ. ທ່ານ​ໄດ້​ປຶກສາ​ກັບ​ບັນດາ​ຜູ້​ອາຍຸ​ສູງ​ໃນ​ບ້ານ​ຂົນຂວາຍ​ລູກ​ຫຼານ​ເຂົ້າ​ຮ່ວມ​ ດ້ວຍ​ບັນດາ​ວຽກ​ງານ​ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ແຕ່​ລະ​ຄອບຄົວ. ຜົນ​ມີ​ຢູ່​ວ່າ, ປີ 2014, ທາງ​ຄົມມະນາຄົມ1.000 ​ແມັດ​ໃນ​ບ້ານ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ​ຢ່າງ​ສະອາດ​, ສວຍ​ງາມ. ຈາກ​ນັ້ນ​ບັນດາ​ກິດຈະກຳ​ສະຫວັດດີ​ການ​ອື່ນໆ​ຢູ່​ທ້ອງ​ຖີ່​ນກໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ. ທ່ານ ​ເຈິ່ນ​ເທິ​ດກົງ ​ເວົ້າ​ວ່າ:

        “​ໃນ​ການ​ຂົນຂວາຍ, ພວກ​ຂ້າພະ​ເຈົ້າ​ແມ່ນ​ຜູ້​ອາຍຸ​ສູງ, ຕ້ອງ​ເປັນ​ແບບຢ່າງ​ທັງ​ເວົ້າ​ທັງ​ເຮັດ​​ໃຫ້ໄດ້. ຄອບຄົວ​ຂ້າພະ​ເຈົ້າ​ກໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແຕ່​ຂ້າພະ​ເຈົ້າ​ໄດ້​ບໍລິຈາກ​ເງິນ​ກໍ່ສ້າງ​ທາງ​ເບ​ຕົງກ່ອນ​ໃຫ້​ປີ 2015 ​ແມ່ນ 600 ພັນດົ່ງ ​ແລະ ປະກອບ​​ເງິນຕື່ມອີກ 200 ພັນດົ່ງ​ໃຫ້​ແກ່​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຜູ້​ຮັ່ງມີ​ປະກອບ​ຫຼາຍ, ຜູ້​ທຸກ​ຍາດ​ປະກອບ​ໜ້ອຍ, ສ່ວນ​ຜູ້​ບໍ່​ປະກອບເງິນ​​ ກໍ່ປະກອບ​ກຳລັງ​ເຫື່ອ​ແຮງ​, ຫຼື​ປະກອບທີ່​ດິນ. ການ​ເປີດ​ກວ້າງ​ທາງ​ຄົມມະນາຄົມ, ​ເຮັດ​ໃຫ້ການ​ໄປ​ມາ​ຄ້າຂາຍຂອງ​ປະຊາຊົນສະດວກ​ສະບາ​ຍ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ຕື່ມ​ອີກ“.

        ສຳລັບ​ພໍ່​ຕູ້ ຟ້າ​ນ​ເອິດ, ຢູ່​ບ້ານຟູ໋​ແທ່ງ, ຕາ​ແສງ​ຕິ້ງ​ຈ່າ, ​ເມືອງ​ເຊີນ​ຕິ້ງ, ​ແຂວງ​ກວາງ​ຫງາຍ​ ​ແລ້ວ, ສວນ ​ແລະ ນາ​ແມ່ນ​ແຫຼ່ງລາຍ​ຮັບ​ຕົ້ນຕໍ​ໃຫ້​ແກ່​ຄອບຄົວ. ​ແຕ່​ເມື່ອ​ຜັນ​ຂະຫຍາຍໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​, ພໍ່​ຕູ້​ໄດ້​ປະກອບ​ທີ່​ດິນ 2.000 ກວ່າຕາ​ແມັດ​ເພື່ອ​ກໍ່ສ້າງ​ຫໍ​ວັດທະນະທຳ ​ແລະ ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ. ພໍ່​ຕູ້ ​ເອິດ ​ໃຫ້​ຮູ້​ວ່າ, ຜູ້​​ລະ​ວຽກ, ຕ້ອງພ້ອມ​ກັນ​ປະກອບ​ກຳລັງ​ເຫື່ອ​ແຮງ, ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຈຶ່ງ​ບັນລຸ​ໄດ້​ປະສິດທິ​ຜົນ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ໃນ​ການ​ກໍ່ສ້າງ​ບ້ານ​ເມືອງ. ພໍ່​ຕູ້ ຟານ​ເອິດ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ປະກອບ​ທີ່​ດິນ​ປູກ​ຕົ້ນ​ໄມ້​ອຸດສາຫະກຳ​ຂອງ​ຕົນໃຫ້​ແກ່ການ​ກໍ່ສ້າງ​ໂຮງຮຽນ​ມັດທະຍົມ, ​ແລະ ປະກອບ​ທີ່​ດິນ​ປູກ​ພືດ ​ແລະ ປູກ​ຫຍ້າ​​ໃຫ້​ແກ່​ການກໍ່ສ້າງ​ຫໍ​ວັດທະນະທຳ. ຂ້າພະ​ເຈົ້າ​ຄິດ​ວ່າປະ​ເທດ​ພວກ​ເຮົາ​ໄດ້​ຮັບ​ເອກະລາດ, ​ເປັນ​ເອກະ​ພາບ, ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ປະກອບສ່ວນ​ກໍ່ສ້າງ​ບ້ານ​ເມື​ອງ​ໃຫ້​ນັບ​ມື້​ນັບ​ຮັ່ງມີ, ສວຍ​ງາມ​ກວ່າ“.

        ນີ້​ພຽງ​ແຕ່​ແມ່ນ​ສອງ​ໃນ​ຈຳນວນ​ຜູ້​ອາຍຸ​ສູງ​ທີ່​ເປັນ​ແບບຢ່າງ​ໃນ​ການ​ກໍ່ສ້າງ​ຊົນນະ​ບົດ​ໃໝ່​ນັບ​ລ້ານ​ຄົນເທົ່າ​ນັ້ນ. ​ໃນ 5 ປີຜ່ານມາ, ​ໂດຍປະຕິບັດ​ຂະ​ບວນການ “ຜູ້​ອາຍຸ​ສູງ​ທີ່​ເປັນ​ແບບຢ່າງ“, ຜູ້​ອາຍຸ​ສູງ​ໃນ​ທົ່ວ​ປະ​ເທດ​ໄດ້​ຂົນຂວາຍ​ຄອບຄົວ, ລູກ​ຫຼານ, ວົງ​ຕະກຸນ​ຂອງ​ຕົນ​ບໍລິຈາກ​ເງິນ​ໄດ້ 3.000 ຕື້​ດົ່ງ, ທີ່​ດິນ 5 ລ້ານ​ຕາ​ແມັດ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ, ກໍ່ສ້າງ​ບັນດາ​ກິດຈະກຳ​ສະຫວັດດີ​ການ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຮາກ​ຖານ. ທ່ານ​ນາງ ກູ່​ທິ​ເຫົ້າ, ປະທານ​ສະມາຄົມ​ຜູ້​ອາຍຸ​ສູງ​ຫວຽດນາມ ຢືນຢັນ​ວ່າ, ​ຜູ້​ອາຍຸ​ສູງ​ຍາມ​ໃດ​ກໍ່​ເສີມ​ຂະຫຍາຍ​ບົດບາດ​ຕັ້ງໜ້າສຳລັບຄອບຄົວ ​ແລະ ສັງຄົມໃນ​ທຸກ​ຂົງ​ເຂດ. ດ້ວຍ​ອິດ​ທິພົນ​ຂອງ​ຕົນ, ບົດບາດ​ຂອງ​ສະມາຄົມຜູ້​ອາຍຸ​ສູງທຸກ​ຂັ້ນ​ຢູ່​ທ້ອງ​ຖີ່​ນ​ໃນ​ການ​ປະຕິບັດ​ຂະ​ບວນການ​ຕ່າງໆ​ເວົ້າ​ລວມ ກໍ່​ຄື​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເວົ້າ​ສະ​ເພາະ​ແມ່ນ​ສຳຄັນ​ທີ່​ສຸດ. ທ່ານ​ນາງ ກູ່​ທິ​ເຫົ້າ, ​ໃຫ້​ຮູ້​ວ່າ:

        “​ໄລຍະ​ຈະ​ມາ​ເຖິງ, ສະ​ມາ​ຄົມ​ສຸມ​ໃສ່​ເຂົ້າ​ໃນ​ການ​ກໍ່ສ້າງ​ອົງການ​ໃຫ້​ໝັ້ນຄົງ, ​ເຂັ້ມ​ແຂງ, ຕອບ​ສະໜອງ​ການ​ສົ່ງ​ເສີມ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຜູ້​ອາຍຸ​ສູງ. ພວກ​ຂ້າພະ​ເຈົ້າ​ຈະ​ປະຕິບັດ​ແຜນ​ງານ​ເດືອນ​ກະທຳ​ເພື່ອ​ຜູ້​ອາຍຸ​ສູງ, ນີ້​ກໍ່​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ວຽກ​ງານ​ສັງຄົມ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຕົນ. ບັນດາ​ລາຍການ​ເຊິ່ງສະມາຄົມ​ຈະ​ສືບ​ຕໍ່​ຍູ້​ແຮງ​ນັ້ນ​ແມ່ນ​ລາຍການ​ຕາ​ແຈ້ງ​ໃຫ້​ຄົນ​ອາຍຸ​ສູງ, ລາຍການ​ຜູ້​ອາຍຸ​ສູງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່…“.

        ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄດ້ ​ແລະ ພວມ​​ເຮັດ​ໃຫ້​ໂສມ​ໜ້າ​ ​ແລະ ຊີວິດ​ຂອງ​ປະຊາຊົນ​ຢູ່ເຂດ​ຊົນນະບົດ​ຫວຽດນາມ ມີ​ການ​ປ່ຽນ​ແປງຢ່າງຮອບດ້ານ. ການ​ປ່ຽນ​ແປງ​​ເຫຼ່ົານັ້ນ​ແມ່ນ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ຜູ້​ອາຍຸ​ສູງ, ດ້ວຍ​ບັນດາ​ວຽກ​ງານ​ລະອຽດ, ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາ​ຄົມ ​ແລະ ສົງ​ຄົມ

ຕອບກັບ

ຂ່າວ/ບົດ​ອື່ນ