ຜະລິດຕະພັນພິເສດ ໝາກກ້ວຍໄຂ່ ຢູ່ໝູ່ບ້ານ ດ້າຍຮວ່າງ

(VOVWORLD) - ໝູ່ບ້ານ ຫວູດ້າຍ (ຫຼື ຍັງເອີ້ນວ່າໝູ່ບ້ານ ດ້າຍວ່າງ) ຢູ່ຕາແສງ ຮ່ວາເຮົ້າ, ເມືອງ ລີເຍີນ, ແຂວງ ຮ່ານາມ ໄດ້ຮັບການແນະວ່າເປັນບ້ານເກີດເມືອງນອນຂອງນັກປະພັນວັນນະຄະຜູ້ປີຊາສາມາດ ນາມກາວ , ຢູ່ທີ່ນີ້ຍັງມີຊື່ສຽງດ້ວຍບັນດາຜະຕະພັນພິເສດຂອງທ້ອງຖິ່ນນອີກ. ້າຫາກເຍື່ອງອາຫານ ປາຕົ້ມເຄັເປັນຜະຕະພັນດັ້ງເດີພິເສດໂດຍປະຊາຊົນຊາວບ້ານ ຫວູດ້າຍ ປຸງແຕ່ງຂຶ້ນນັ້ນ ໝາກກ້ວຍໄຂ່ ດ້າຍວ່າງ ພັດເປັນຜະຕະພັນພິເສດທີ່ນໄປຖະຫວາຍໃຫ້ເຈົ້າຊີວິດ ເຊິ່ງມະຊາດຢູ່ທີ່ນີ້ໄດ້ດົນບັນດານໃຫ້. ບົດຂຽນຂອງນັກຂ່າວ ຫງອກແອັງ ດ້ວຍຫົວໍ້ ຜະຕະພັນພິເສດ ໝາກກ້ວຍໄຂ່ ຢູ່ໝູ່ບ້ານ ດ້າຍວ່າງ.
ຜະລິດຕະພັນພິເສດ ໝາກກ້ວຍໄຂ່ ຢູ່ໝູ່ບ້ານ ດ້າຍຮວ່າງ - ảnh 1  ໝາກກ້ວຍໄຂ່ ຢູ່ໝູ່ບ້ານ ດ້າຍຮວ່າງ

ຊື່ “ໝາກກ້ວຍໄຂ່” ຫຼື “ໝາກກ້ວຍຖະຫວາຍໃຫ້ເຈົ້າຊີວິດ” ແມ່ນຍ້ອນໝາກກ້ວຍຊະນິດນີ້ເຄີຍໄດ້ນຳໄປໃນວັງເພື່ອຖະຫວາຍໃຫ້ເຈົ້າຊີວິດ (ສະໄໝເຈົ້າຊີວິດ ເຈີ່ນ ສະຕະວັດທີ 13). ເລື່ອງລາວເລົ່າຂານກັນມາວ່າ ໃນສະໄໝເຈົ້າຊີວິດ ເຈີ່ນ, ແຕ່ລະປີ ເຈົ້າຊີວິດ ເຈີ່ນ ພ້ອມກັບຄະນະຜູ້ຕິດຕາມ ໄດ້ລ່ອງເຮືອຈາກນະຄອນ ທັງລອງ (ຮ່າໂນ້ຍ ໃນປັດຈຸບັນ) ໄປຍັງ ທຽນເຈື່ອງ ຢູ່ ຮວາລື (ນິງບິ່ງ ໃນປັດຈຸບັນ) ເຂົ້າເຝົ້້າ ທ້າຍເທື້ອງຮວ່າງ (ພໍ່ຂອງເຈົ້າຊີວິດ). ມີມື້ໜຶ່ງ ໄປຮອດສາມແຍກ ຕວັ່ນເວື່ອງ, ກອງເຮືອຂອງເຈົ້າຊີວິດ ໄດ້ເຂົ້າທຽບທ່າ, ປະຊາຊົນໝູ່ບ້ານຕ່າງໆກໍຫຼັ່ງໄຫຼກັນອອກມາຕ້ອນຮັບ, ໃຜກໍນຳເອົາຂອງແຊບຂອງແປກມາຖະຫວາຍໃຫ້ເຈົ້າຊີວິດ. ມີຜົວເມຍຊາວນາທຸກຍາກຄູ່ໜຶ່ງ ຢູ່ໝູ່ບ້ານ ດ້າຍຮວ່າງ, ຍ້ອນບໍ່ມີສິ່ງໃດຖະຫວາຍໃຫ້ເຈົ້າຊີວິດ, ສະນັ້ນ ຈຶ່ງຮູ້ສຶກໂສກເສົ້້າເສຍໃຈ. ໃນສວນຂອງຕົນມີໝາກກ້ວຍເຄືອໜຶ່ງ ກໍຕັດລົງມາຖະຫວາຍໃຫ້ເຈົ້າຊີວິດທັນທີດ້ວຍຄວາມນອບນ້ອມນັບຖື ແລະ ຫວັງວ່າຈະໄດ້ຮັບຄວາມເຫັນອົກເຫັນໃຈຈາກເຈົ້າຊີວິດ. ເມື່ອເຈົ້າຊີວິດກິນແລ້ວເຫັນວ່າມີກີ່ນຫອມແຊບຫຼາຍ ຈຶ່ງມອບລາງວັນໃຫ້ ແລະ  ໃຫ້ປະຊາຊົນໃນບ້ານ ດ້າຍຮວ່າງ ປູກຂະຫຍາຍໝາກກ້ວຍຊະນິດນີ້ໃນທັນທີ ເພື່ອໃຫ້ທົ່ວທຸກບ່ອນໄດ້ພ້ອມກັນກິນກ້ວຍຊະນິດນີ້. ຈາກນັ້ນ, ໝາກກ້ວຍຢູ່ບ້ານ ດ້າຍຮວ່າງ ໄດ້ມີຊື່ວ່າ ໝາກກ້ວຍໄຂ່ ເຊິ່ງໄດ້ສືບທອດກັນມາຈົນເຖິງປັດຈຸບັນ.

          ໝາກກ້ວຍໄຂ່ ດ້າຍຮວ່າງ ມີ 2 ຊະນິດຄື: ໝາກກ້ວຍໄຂ່ຊະນິດຫນ່ວຍໃຫຍ່ ແລະ ໝາກກ້ວຍໄຂ່ຊະນິດຫນ່ວຍນ້ອຍ. ໝາກກ້ວຍໄຂ່ຊະນິດ ໜ່ວຍນ້ອຍໃຫຍ່ ເທົ່ານິ້ວກ້ອຍ 2 ນິ້ວເອົາມາແປະໃສ່ກັນເທົ່ານັ້ນ, ກິນແຊບກວ່າ, ເນື້ອກ້ວຍມີສີເຫຼືອງຄືບົວໝາກມີ້ ແລະ ເມື່ອເວລາສຸກ ເປືອກກໍມີຈ້ຳຈຸດສີນ້ຳຕານ, ຍ້ອນແນວນັ້ນ ຈຶ່ງໄດ້ເອີ້ນວ່າ ໝາກກ້ວຍເທ້ຍ. ທ່ານນາງ ເຈີ່ນທິເງິນ, ປະທານສະມາຄົມ ໝາກກ້ວຍຫອມ ດ້າຍຮວ່າງ ໃຫ້ຮູ້ວ່າ:

ສິ່ງທີ່ເປັນເອກະລັກສະເພາະຂອງໝາກກ້ວຍໄຂ່ ແມ່ນໜ່ວຍນ້ອຍ, ງາມ, ເປຶອກບາງ, ເມື່ອສຸມີສີເຫຼືອງເຂັ້ມ. ໝາກກ້ວຍຫວານ ແລະ ຫອມ. ພິເສດ ໝາກກ້ວຍໄຂ່ຈະບໍ່ຊ້ຳເລະ. ໝາກກ້ວຍສຸກແມ່ນແຊບຫຼາຍ, ປະໄວ້ຫຼາຍທິດກໍຍັງແຊບ ແລະ ຍັງຫອມ. ໝາກກ້ວຍໄຂ່ຂອງບ່ອນອື່ນແມ່ນບໍ່ອ່ອນນຸ້, ບໍ່ຫອຫວານຄືໝາກກ້ວຍໄຂ່ ດ້າຍວ່າ. ໝາກກ້ວຍໄຂ່ ດ້າຍວ່າງ ບໍ່ມີແກນ, ເນື້ອອ່ອນນຸ້, ຫອມຫວານ.

ຕາມປະສົບການຂອງຊາວທ້ອງຖິ່ນແລ້ວ, ການປູກກ້ວຍແມ່ນດິນຟ້າອາກາດຕ້ອງເອື້ອອຳນວຍ ຈຶ່ງເຮັດໃຫ້ຕົ້ນກ້ວຍຂະຫຍາຍຕົວດີ, ແດດຝົນຕ້ອງສະໝ່ຳສະເໝີ, ຖ້າຝົນຫຼາຍ ແດດຫຼາຍແມ່ນຈະສົ່ງຜົນສະທ້ອນເຖິງໝາກກ້ວຍ. ຕົ້ນກ້ວຍຫອມມີຕົ້ນສູງ, ຫັກ ແລະ ລົ້ມໄດ້ງ່າຍ, ສະນັ້ນ ເມື່ອຕົ້ນກ້ວຍເລີ່ມອອກເຄືອ ຕ້ອງເອົາແນວມາຄຳ້ໄວ້. ຕາມທຳມະດາແລ້ວ, ສວນກ້ວຍຕ້ອງອອກແບບປູກໄປຕາມທິດຕາເວັນອອກ - ຕາເວັນຕົກ. ເພື່ອໃຫ້ມີໝາກກ້ວຍສຸກພໍດີ, ຫອມ ແລະ ຫວານທີ່ສຸດນັ້ນ ແມ່ນບໍ່ພຽງແຕ່ຕ້ອງການເຖິງວິທີປູກ, ແບບວິທີບົວລະບັດຮັກສາເທົ່ານັ້ນ ຫາກການບົ່ມໝາກກ້ວຍກໍສຳຄັນທີ່ສຸດ. ຄອບຄົວໃດທີ່ມີສວນກ້ວຍ ຕາມປົກກະຕິແລ້ວຈະຕ້ອງມີເຕົາບົ່ມໝາກກ້ວຍ 2 - 3 ເຕົາໄວ້ໃນເຮືອນ. ເຕົາບົ່ມມີຝາເຮັດດ້ວຍດິນ, ບັນຈຸໝາກກ້ວຍໄດ້ 10 – 20 ເຄືອ.

ຜະລິດຕະພັນພິເສດ ໝາກກ້ວຍໄຂ່ ຢູ່ໝູ່ບ້ານ ດ້າຍຮວ່າງ - ảnh 2 ສວນຕົ້ນກວ້ຍ ໝູ່ບ້ານ ດ້າຍຮວ່າງ

ໝາກກ້ວຍໄຂ່ສາມາດປູກໄດ້ຢູ່ຫຼາຍບ່ອນ, ແຕ່ຢູ່ ຫວຽດນາມ ແມ່ນພຽງແຕ່ປູກຢູ່ເຂດນີ້ເທົ່ານັ້ນຈຶ່ງມີເງື່ອນໄຂຄຸນລັກສະນະຂອງດິນປູກຝັງ, ດິນຟ້າອາກາດເອື້ອອຳນວຍເພື່ອປູກໜາກກ້ວຍໄຂ່ຊະນິດທີ່ແຊບທີ່ສຸດນີ້ໄດ້. ທ່ານ ຫງວຽນວັນເຕີມ ຜູ້ອາຍຸສູງໃນໝູ່ບ້ານ ໄດ້ເລົ່າສູ່ຟັງວ່າ:

“ໜາກກ້ວຍໄຂ່ແຊບ ຫຼື ບໍ່ນັ້ນ ແມ່ນອີງໃສ່ດິນຟ້າອາກາດ ແລະ ທາດຂອງດິນ. ຄຸນນະພາບຂອງດິນແມ່ນບໍ່ມີບ່ອນໃດຢູ່ ຫວຽດນາມ ມີຈຸນລະປະລິມານທາດຂອງດິນທີ່ດີໆຄືຢູ່ ດ້າຍຮວ່າງ. ຢູ່ທີ່ນີ້ ມີຄຸນລັກສະນະຂອງດິນ, ດິນຟ້າອາກາດ ແລະ ລົມຕາມລະດູດີທີ່ສຸດ, ເໝາະສົມແກ່ວິວັດການພັດທະນາຂອງຕົ້ນກ້ວຍ. ສຸມກ້ວຍແຕ່ລະສຸມແມ່ນປູກບໍ່ກາຍ 3 ໜໍ່, ໝາຍຄວາມວ່າ ມີໜໍ່ກ້ວຍໃຫຍ່ 1 ໜໍ່ ແລະ ໜໍ່ກ້ວຍນ້ອຍ 2 ໜໍ່ ເພື່ອກະກຽມໃຫ້ຊຸດຕໍ່ໄປ, ເຮັດແນວນີ້ສືບຕໍ່ກັນໄປ ໝົດສຸມນີ້ແລ້ວປູກຕໍ່ສຸມໃໝ່. ໝາກກ້ວຍເກັບກູ້ຕະຫຼອດປີ, ປະມານ 3 ເດືອນເກັບກູ້ເທື່ອໜຶ່ງ, ເຮັດແນວນີ້ສືບຕໍ່ໄປໝົດປີ. ແຕ່ລະຕົ້ນ ປີໜຶ່ງຕັດໄດ້ເຄືອໜຶ່ງ. ຕົ້ນກ້ວຍສູງສະເລ່ຍປະມານ 4 ແມັດ, ເຄືອໝາກກ້ວຍທີ່ບັນລຸມາດຕະຖານແມ່ນມີໝາກກ້ວຍແຕ່ 7 – 8 ຫວີ”.

ຜະລິດຕະພັນພິເສດ ໝາກກ້ວຍໄຂ່ ດ້າຍຮວ່າງ ໄດ້ຮັບຄວາມນິຍົມຢູ່ທົ່ວທຸກສາລະທິດ, ຫຼາຍຄັ້ງແຫຼ່ງສະໜອງແມ່ນບໍ່ພຽງພໍກັບຄວາມຕ້ອງການ. ເປັນຕົ້ນແມ່ນໃນໂອກາດໃກ້ເຖິງວັນບຸນເຕັດ ມີພໍ່ຄ້າຊາວຂາຍຢູ່ທົ່ວທຸກສາລະທິດຫຼັ່ງໄຫຼກັນມາໝູ່ບ້ານ ດ້າຍຮວ່າງ ເພື່ອຊອກຊື້ຜະລິດຕະພັນພິເສດ ໝາກກ້ວຍໄຂ່ຖະຫວາຍເຈົ້າຊີວິດ. ນີ້ແມ່ນແນວພັນໝາກກ້ວຍທີ່ຫາຍາກ, ຕາມປົກກະຕິແລ້ວ ມີຫຼາຍຄົນໄດ້ຊື້ໃນວັນບຸນເຕັດເຖິງວັນລະດູບານໃໝ່ວຽນມາ. ຢູ່ຕາມຕະຫຼາດ ໝາກກ້ວຍ 1 ເຄືອມີລາຄາຂາຍປະມານ 1 ລ້ານດົງ. ທ່ານນາງ ເຈີ່ນທິເງິນ, ປະທານສະມາຄົມ ໝາກກ້ວຍໄຂ່ ດ້າຍຮວ່າງ ໃຫ້ຮູ້ວ່າ:

ຕະຫຼາດບໍລິໂພກໝາກກ້ວຍຕົ້ນຕໍແມ່ນຢູ່ ຮ່າໂນ້ຍ, ຟູ໋ລີ້, ນາມດິ໋ງ, າຍຟ່ອງ, ກວ໋າງນິງ, ທ໋າຍບິ່ງ, ຄອນ ໂຮ່ຈີມິນ... ແລະ ນອອກໄປຂາຍຢູ່ທັງຕ່າງປະເທດ. ຊາວ ຫວຽດນາມ ທີ່ອາໄສຢູ່ ເຢລະມັ, ຍີ່ປຸ່ນ, ມາເລເຊຍ, ຈີນ... ເຂົເຈົ້າມາທີ່ນີ້ແມ່ນມາເອົໝາກກ້ວຍກັເມືອ. ໝາກກ້ວຍໄຂ່ ດ້າຍວ່າງ ໄດ້ຮັບການອອກເຄື່ອງໝາຍການຄ້າ, ລິຂະສິດ, ມີສະແຕມເຄື່ອງໝາຍການຄ້າ. ສະມາຄົມ ໝາກກ້ວຍໄຂ່ ດ້າຍວ່າງ ມີ 77 ຄອບຄົວເຂົ້າຮ່ວມ ແຕ່ໃນໝູ່ບ້ານມີຄອບຄົວປູກາກກ້ວຍໄຂ່ກວ່າ 1.000 ຄອບຄົວ, ເກືອບວ່າຄອບຄົໃດໃນໝູ່ບ້ານກໍປູກາກກ້ວຍໄຂ່.

ໝາກກ້ວຍໄຂ່ ດ້າຍຮວ່າງ ແມ່ນນອນໃນ Top 50 ຂອງໝາກໄມ້ຜະລິດຕະພັນພິເສດທີ່ມີຊື່ສຽງຂອງຫວຽດນາມ. ຍ້ອນມີສີສັນ ແລະ ຮູບລັກສະນະທີ່ສວຍງາມ, ຄຸນນະພາບສູງ ສະນັ້ນ ໝາກກ້ວຍໄຂ່ ດ້າຍຮວ່າງ ຍັງໄດ້ໃຊ້ເປັນຂອງຕ້ອນຂອງຝາກ. ໝາກກ້ວຍຊະນິດນີ້ມີສັບພະຄຸນດີທີ່ສຸດຕໍ່ສຸຂະພາບ, ມີວິຕາມິນ, Kaki ແລະ ບັນດາແຮ່ທາດຫຼາຍຢ່າງ. ປະຊາຊົນໃນໝູ່ບ້ານ ດ້າຍຮວ່າງ ຍາມໃດກໍເອກອ້າງທະນົງໃຈກັບຜະລິດຕະພັນພິເສດຂອງບ້ານເກີດເມືອງນອນຕົນ, ແຕ່ລະເທືື່ອເມື່ອມີແຂກເມືອຢາມເຮືອນ, ເຂົາເຈົ້າຈະຕ້ອນຮັບແຂກດ້ວຍໝາກກ້ວຍໄຂ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ