ມາດຕະການປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢູ່ຫວຽດນາມ

(vovworld) - ໃນ​ໂຄງການ​ຈຸດໝາຍ​​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງຊົນນະບົດ​ໃໝ່, ລັດຖະບານ​ຫວຽດນາມ ​ໄດ້​ຕົກລົງ 7 ມາດ​ຕະການ​ຕົ້ນ​ຕໍເພື່ອ​ປະຕິບັດ 11 ​ເນື້ອ​ໃນ​ ເຊິ່ງໂຄງການ​ຈຸດໝາຍ​​ແຫ່ງ​ຊາດ​ໄດ້​ວາງ​ອອກ, ​ເພື່ອ​ແນ​ໃສ່​ບັນລຸ​​ຈຸດໝາຍ​ນັບ​ແຕ່​ນີ້​ເຖິງປີ 2015 ຈະ​ມີ​ປະມານ 20% ຈຳນວນ​ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່ ​ແລະ ຮອດ​ປີ 2020 ຈະ​ມີ​ປະມານ 50% ຈຳນວນ​ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່, ຕາມ​ມາດຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ຊົນນະບົດ​ໃໝ່​ເຊິ່ງລັດຖະບານ​ໄດ້​ປະກາດ​ໃຊ້.

ມາດຕະການປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢູ່ຫວຽດນາມ - ảnh 1

ຄງການ​ຈຸດໝາຍ​​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງຊົນນະບົດ​ໃໝ່

(ພາບ:  google.com.vn)

    ຕາມ​ທ່ານ Tang Minh Loc, ຫົວໜ້າ​ກົມ​ເສດຖະກິດ​ຮ່ວມ​ມື ​ແລະ ພັດທະນາ​ຊົນນະບົດ, ຫົວໜ້າ​ຫ້ອງການ​ຄະນະ​ຊີ້​ນຳໂຄງການ​ຈຸດໝາຍ​​ແຫ່ງ​ຊາດກ່ຽວ​ກັບ​ການ​ກໍ່ສ້າງຊົນນະບົດ​ໃໝ່​ແລ້ວ, ​ໃນ​ຈຳນວນ 7 ມາດ​ຕະການ​ປະຕິບັດໂຄງການ​ຈຸດໝາຍ​​ແຫ່ງ​ຊາດກ່ຽວ​ກັບ​ການກໍ່ສ້າງ​ຊົນນະບົດ​ໃໝ່ນັ້ນ, ມາດ​ຕະການ​ທີໜຶ່ງ​ແມ່ນ​ປະຕິບັດ​ບັ້ນ​ໂຄສະນາ​ຂົນຂວາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ໃນ​ທົ່ວ​ປະ​ເທດ. ທ່ານ Tang Minh Loc, ​ໃຫ້​ຮູ້​ວ່າ:

    ສິ່ງ​ດັ່ງກ່າວ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ​ເພາະວ່າ​, ນີ້​ແມ່ນ​ໂຄງການ​ໃໝ່, ​ເນື້ອ​ໃນ​ໃໝ່, ດັ່ງ​ນັ້ນ​ຢາກ​ລະດົມ​ທົ່ວ​ລະບົບ​ການ​ເມືອງ​ເຂົ້າ​ຮ່ວມ, ​ແລະ​ເພື່ອ​ໃຫ້​ປະຊາຊົນ​ຕື່ນ​ຕົວເຂົ້າ​ຮ່ວມ ​ແມ່ນ​ຕ້ອງ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້​ໄດ້ວ່າ, ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ຄື​ແນວ​ໃດ, ​ແລະ ​​ເມື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່​, ວຽກ​ງານ​ຢູ່​ຕາ​ແສງ, ຢູ່​ໝູ່​ບ້ານ​​ຈະ​ຄື​ແນວ​ໃດ, ​ແລະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ເຂົາ​ເຈົ້າ​ລະດົມ​​ແຫຼ່ງກຳລັງ ​ແລະ ພະນັກງານ​ຢູ່​ໝູ່​ບ້ານ, ຕາ​ແສງ​ເຂົ້າ​ຮ່ວມ​ໂຄງການ​ໃຫ້​ໄດ້. ສິ່ງ​ສຳຄັນ​ນັ້ນ​ແມ່ນ​ໂຄງການ​ນີ້​ໂດຍ​ປະຊາຊົນ​ຕົກລົງວິທີ​​ເຮັດ ​ແລະ​ ຊົມ​ໃຊ້​ໝາກຜົນ​ຈາກວິທີ​ເຮັດ​ນັ້ນ.

    ມາດ​ຕະການທີ​ສອງ​​ໃນ​ການ​ປະຕິບັດໂຄງການ​ຈຸດໝາຍ​​ແຫ່ງ​ຊາດກ່ຽວ​ກັບ​ການກໍ່ສ້າງ​ຊົນນະບົດ​ໃໝ່ ​ແມ່ນ​ການ​ຕົກລົງ, ​ເລືອກ​ເຟັ້ນບັນດາ​ເນື້ອ​ໃນ, ວຽກ​ງານ​ທີ່​ຕ້ອງການ​ໃຫ້​ບຸລິ​ມາ​ສິດ​ປະຕິບັດ​ກ່ອນ ​ໃນ​ວິວັດ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ມີ​ວິທະຍາສາດ, ​ເໝາະ​ສົມ​ກັບ​ສະພາ​ບຕົວຈິງ​ຂອງ​ແຕ່ລະ​ທ້ອງ​ຖີ່​ນ, ​ໃນ​ນັ້ນ​ຕ້ອງ​ຍືດໝັ້ນ​ການວາງ​ແຜນກຳນົດ​​ແລະ ປັບ​ປຸງ​​ແຜນ​ກຳນົດ​ຊົນນະບົດ​ຄືນ​ໃໝ່ຕາມ​ມາດຖານ​ຊົນນະບົດ​ໃໝ່. ມາ​ຮອດ​ປະຈຸ​ບັນ, ທ້ອງ​ຖີ່​ນຕ່າງໆ​ໄດ້​ຜັນ​ຂະຫຍາຍ​ການວາງ​ແຜນກຳນົດ ຊົນນະບົດ​ໃໝ່​ເທື່ອ​ລະ​ກ້າວ​ແລ້ວ, ທ່ານ Nguyen Van Kha, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ນູ້ຍ​ແທ່ງ, ​ແຂວງ​ກວາງ​ນາມ, ​ໃຫ້​ຮູ້​ວ່າ:

    ”ປີ 2012, ທາງ​ເມືອງ​ພວມ​ຜັນ​ຂະຫຍາຍ​ວຽກ​ງານ​ຈຳນວນ​ໜຶ່ງ, ​ໃນ​ນັ້ນ​ສູ​ມ​ໃສ່​ວຽກ​ງານ​ວາງ​ແຜນກຳນົດ, ສູ້​ຊົນ​ເພື່ອ​ໃຫ້ 4 ຕາ​ແສງ​ປະຕິບັດ​ທົດ​ລອງ​ ຕ້ອງ​ວາງ​ແຜນກຳນົດ​​ໃຫ້ສຳ​ເລັດ ​ແລະ ບັນດາ​ຕາ​ແສງ​ທີ່​ຍັງ​ເຫຼືອ​ຕ້ອງ​ສົ່ງ​ເສີມ​ວຽກ​ງານ​ວາງ​ແຜ​ນກຳນົດ. ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ຖືກຕ້ອງ ​ແລະ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ. ​ໃນ​ງົບປະມານ​ຂອງ​ແຂວງ, ສະ​ເພາະ​ໃນ​ປີ​ນີ້ ທາງ​ແຂວງ​ໄດ້​ລົງທຶນ​ໃຫ້​ເມືອງ 5 ຕຶ້ດົ່ງ ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່”.

ມາດຕະການປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢູ່ຫວຽດນາມ - ảnh 2
ຄງການ​ຈຸດໝາຍ​​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງຊົນນະບົດ​ໃໝ່
(ພາບ:  google.com.vn)

    ການ​ປະຕິບັດໂຄງການ​ຈຸດໝາຍ​​ແຫ່ງ​ຊາດກ່ຽວ​ກັບ​ການກໍ່ສ້າງ​ຊົນນະບົດ​ໃໝ່ລວມມີ​ເລື່ອງ​ສືບ​ຕໍ່​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນກ່ຽວ​ກັບ​ດ້ານ​ວິທະຍາສາ​ດ - ​ເຕັກນິກ, ການ​ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາ​ດ​ເຂົ້າ​ໃນ​ຂົງ​ເຂດ​ກະ​ສີ​ກຳ, ຊົນນະບົດ​ໃນ​ໄລຍະ​ຍາວ. ນອກ​ນັ້ນ, ການ​ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ​ໃຫ້​ແກ່​ການ​ກໍ່ສ້າງ​ຊົນນະບົດ​ນັ້ນ ກໍ່​ແມ່ນ​ມາດ​ຕະການ​ທີ່​ຈຳ​ເປັນ. ທ່ານ Tang Minh Loc ​ໃຫ້​ຮູ້​ວ່າ, ​ໃນ​ຫຼາຍ​ປີຜ່ານມາ, ພັກ ​ແລະ ​ລັດ​ຫວຽດນາມ ​ໄດ້​ລົງທຶນ​ຫຼາຍ​ພໍ​ສົມຄວນ ​ເພື່ອ​ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ​ກໍ່ສ້າງ​ຊົນນະບົດ​ໃໝ່. ນອກ​ນັ້ນ, ພັກ ​ແລະ ລັດ ​ໄດ້​ມີ​ການ​ປ່ຽນ​ໃໝ່​ນະ​ໂຍບາຍ​, ກົນ​ໄກຈຳນວນ​ໜຶ່ງທີ່​ຍັງ​ບໍ່​ທັນ​ສອດຄ່ອງ. ທ່ານ Tang Minh Loc ​ໃຫ້​ຮູ້​ວ່າ.

    ”​ໃນ​ໝວດ​ນະ​ໂຍບາຍ, ມີ​ບັນດານະ​ໂຍບາຍ​ສິນ​ເຊື່ອ ​ເພື່ອ​ສົ່ງ​ເສີມ​ປະຊາຊົນ​ກູ້​ຢືມ​ທຶນ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແລະ​ ນະ​ໂຍບາຍ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ໃນ​ການ​ກໍ່ສ້າງ​ຊົນນະບົດ, ນະ​ໂຍບາຍ​ດຶງ​ດູດ​ພະນັກງານ​ໜຸ່ມ​​ໄປເຮັດ​ວຽກ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ.  ປະຈຸ​ບັນ, ໄດ້​ມີ​ບັນດາ​ນະ​ໂຍບາຍ​ດັ່ງກ່າວ​ແລ້ວ.

    ​ໃນລະບົບ​ມາດຖານ​ເພື່ອ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຫວຽດນາມ ຍັງ​ມີ​ມາດຖານ​ຮັກສາ​ລາຄາ​​ເປັນ​ປົກກະຕິ ​ເພື່ອ​ໃຫ້​ຊາວ​ກະ​ສີກ​ອນອູ່​ນອ່ຽນ​ໃຈ​ທຳ​ການ​ຜະລິດ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ. ຕາມ​ນັ້ນ​ແລ້ວ, ລັດຖະບານ​ໄດ້​ມີ​ຂໍ້​ຕົກລົງ​ກ່ຽວ​ກັບ​ການຄ້ຳປະກັນ​ດ້ານ​ສະບຽງ​ອາຫານ​ແຫ່ງ​ຊາດ, ໝາຍ​ຄວາມ​ວ່າ​ຕ້ອງ​ຮັກສາ​ເນື້ອ​ທີ່​ປູກ​ເຂົ້າ​ໄວ້ໃນ​ໄລຍະ​ຍາວປະມານ 3,8 ລ້ານ​ເຮັກຕາ. ນອກ​ນັ້ນ, ລັດ​ຍັງ​ກຳນົດ​ລາຄາ​ຊື້​ເຂົ້າ​​ເພື່ອຮັບປະກັນ​ດ້ານ​ກຳ​ໄລ​ໃຫ້​ແກ່​ຊາວ​ກະ​ສີກ​ອນ ​ແລະ ​ມີ​ນະ​ໂຍບາຍ​ປະກັນ​ໄພ​ເພື່ອ​ໃຫ້​ຊາວ​ກະ​ສີກ​ອນອຸ່ນ​ອ່ຽນ​ໃຈ​ປູກ​ເຂົ້າ​ໃນ​ເງື່ອນ​ໄຂ​​ເກີດ​ຄວາມ​ສ່ຽງ​ຍ້ອນ​ດິນ​ຟ້າ​ອາກາດ, ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ. ລັດ​ກໍ່​ຮັບປະກັນ​ສ້າງ​ສະພາບ​ແວດ​ລ້ອມ​ດີ​ທີ່​ສຸດ​ໃຫ້​ບັນດາ​ຮູບ​ການ​ຜະລິດ​ທີ່​ເໝາະ​ສົມ​ກັບ​ລະດັບ​ຄວາມ​ຮູ້​ຂອງ​ປະຊາຊົນ​ໃນ​ແຕ່​ລະ​ຕາ​​ແສງ, ​ແຕ່ລະ​ໝູ່​ບ້ານ, ກໍ່​ຄືຕົ້ນ​ໄມ້, ສັດລ້ຽງ​ແຕ່ລະ​ປະ​ເພດ, ໝູ່​ບ້ານ​ຫັດຖະກຳ… ດ້ວຍ​ຈຸດໝາຍ​ສ້າງ​ຜະລິດ​ຕະພັນ​ສິນຄ້າ​ທີ່​ມີ​ມູນ​ຄ່າ​ສູງ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ.

    ທີ່​ທ່ານ​ຟັງ​ມາ​ນັ້ນ​ແມ່ນ​ບົດ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ປະຕິບັດ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ​ລາຍການ​ຊົນນະບົດ​ໃໝ່​ສັບປະດາ​ໜ້າ, ພວກ​ເຮົາ​ຈະ​ແນະນຳ​ລາຍ​ລະອຽດ​ກ່ຽວ​ກັບ​ບັນຫາ​ນີ້. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

ຕອບກັບ

ຂ່າວ/ບົດ​ອື່ນ