ລະ​ດູການ​ເກັບ​ກ່ຽວໝາກ​ກະ​ທັນ ​ຊອັກ​ຈັງ ໄດ້​ຮັບ​ຜົນ​ດີ, ມີ​ລາ​ຄາ​ສູງ

(VOVWORLD) -

ຊາວກະສິກອນຕາແສງທ້ວນຮວາ, ເມືອງເຈົາແທັງ, ແຂວງຊອັກຈັງ ພວມກ້າວເຂົ້າສູ່ລະດູເກັບກ່ຽວໝາກກະທັນ, ພໍ່ແມ່ ປຊຊ ມີຄວາມພາກພູໃຈ ຍ້ອນວ່າ ປະຈຸບັນ, ລາຄາໝາກກະທັນພວມຢູ່ໃນລະດັບສູງ, ພໍ່ຄ້າໄດ້ມາເກັບຊື້ຢູ່ກັບສວນ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ໝາກກະທັນກໍ່ໃຫ້ສະມັດຕະພາບສູງກ່ວາເກົ່າ.

ລະ​ດູການ​ເກັບ​ກ່ຽວໝາກ​ກະ​ທັນ ​ຊອັກ​ຈັງ ໄດ້​ຮັບ​ຜົນ​ດີ, ມີ​ລາ​ຄາ​ສູງ - ảnh 1ເກັບກຽວໝາກກະທັນຢູ່ຕາແສງທ້ວນຮວາ

    ໝາກກະທັນແມ່ນໝາກໄມ້ເຂດຮ້ອນທີ່ໄດ້ປູກຫຼາຍ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ໝາກກະທັນ ຊອັກຈັງ ມີສີຂຽວງາມຕາ, ເມື່ອສຸກແລ້ວກາຍເປັນສີເຫຼືອງສົດ, ມີທາດວີຕາມິນຊີຫຼາຍ, ກອບ, ຫວານກ່ວາໝາກກະທັນຊະນິດອື່ນໆ. ແຕ່ລະປີ, ໝາກກະທັນ ຊອັກຈັງ ຈະເກັບກ່ຽວໄດ້ 2 ຄັ້ງ, ຄັ້ງທີ 1 ແມ່ນລະດູແທ້ຂອງມັນເຊິ່ງເລີ່ມແຕ່ເດືອນມິຖຸນາ ຫາເດືອນສິງຫາ ແລະ ຄັ້ງທີ 2 ແມ່ນແຕ່ເດືອນພະຈິກ ໄປຫາເດືອນທັນວາ.

ຄອບຄົວທ່ານ ເລຮ່ວາງມາຍ ຢູ່ບ້ານ ຊາເບົາ, ຕາແສງທ້ວນຮວ່າ, ເມືອງເຈົາແທັງ ມີເນື້ອທີ່ດິນ 4.000 m2  ປູກຕົ້ນກະທັນ 300 ຕົ້ນ. ປະຈຸບັນ, ສວນໝາກກະທັນຂອງທ່ານ ພວມຢູ່ໃນລະດູເກັບກ່ຽວແຕ່ລະມື້ສາມາດເກັບກ່ຽວໄດ້ແຕ່ 200 ຫາ 300 ໂລ, ລູກຄ້າໄດ້ເກັບຊື້ດ້ວຍລາຄາແຕ່ 15.000 - 25.000  ດົ່ງອີງຕາມແຕ່ລະຊະນິດ. ເພື່ອເພີ່ມສະມັດຕະພາບດ້ານເສດຖະກິດ, ທ່ານ ມາຍ ໄດ້ປູກຕົ້ນກະທັນ ສະຫຼັບໃສ່ກັບຕົ້ນກະທັນຊະນິດໜຶ່ງຂອງ ໄທ ທີ່ໃຫ້ສະມັດຕະພາບສູງ, ສະນັ້ນ ຈຶ່ງໄດ້ເກັບກ່ຽວຕະຫຼອດປີ.

   ແຕ່ລະມື້, ຂ້າພະເຈົ້າຕ້ອງໄດ້ຫົດນ້ຳ, ເມື່ອຕົ້ນຍັງນ້ອຍປະມານເຄິ່ງເດືອນກໍ່ຈະສີດຢາຂ້າສັດຕູພືດເທື່ອໜຶ່ງ. ສະມັດຕະພາບແມ່ນຕ້ອງຂຶ້ນກັບດິນຟ້າອາກາດ. ຖ້າດິນຟ້າອາກາດເອື້ອຍອຳນວຍ ກໍ່ຈະມີສະມັດຕະພາບດີກ່ວາ, ສ່ວນປີໃດດິນຟ້າອາກາດບໍ່ເອື້ອອຳນວຍ, ແດດຮ້ອນແກ່ຍາວ ຜົນຜະລິດກໍ່ຈະບໍ່ໄດ້ຫຼາຍ. ປີນີ້ບັນລຸສະມັດຕະພາບສູງກ່ວາ ເມື່ອທຽບກັບທຸກປີ.

ລະ​ດູການ​ເກັບ​ກ່ຽວໝາກ​ກະ​ທັນ ​ຊອັກ​ຈັງ ໄດ້​ຮັບ​ຜົນ​ດີ, ມີ​ລາ​ຄາ​ສູງ - ảnh 2

   ປູກຕົ້ນກະທັນ ຊອັກຈັງ ແມ່ນບໍ່ຍາກ, ພຽງແຕ່ຕ້ອງນຳໃຊ້ເຕັກນິກໃຫ້ຖືກຕ້ອງ, ຕັດຕອນງ່າ, ໃຊ້ຝຸ່ນ, ສີດຢາຂ້າສັດຕູພືດນັ້ນ…ຈຶ່ງຈະບັນລຸສະມັດຕະພາບສູງ. ໝາກທັນແຕ່ລະຕົ້ນຈະເກັບກ່ຽວໄດ້ປະມານ 30-35 ໂລ. ທ່ານ ເຈິ່ນຮ່ວາງຫວູ້, ຢູ່ບ້ານ ຊາເບົາ, ຕາແສງທ້ວນຮວ່າ, ເມືອງເຈົາແທັງ ແມ່ນຜູ້ມີປະສົບການໃນການປູກຕົ້ນກະທັນ ຊອັກຈັງ ເປັນເວລາ 21 ປີ. ໃນເນື້ອທີ່ດິນ 1,5ha, ທ່ານໄດ້ປູກຕົ້ນກະທັນກ່ວາ 1200 ຕົ້ນ. ຄຽງຄູ່ກັນນັ້ນ, ທ່ານໄດ້ລົງທຶນຊື້ຕາໜ່າງມາປົກຄຸມອ້ອມຕົ້ນໝາກກະທັນໄວ້ 100 ຕົ້ນ ເພື່ອຫຼີກລ້ຽງບໍ່ໃຫ້ແມງໄມ້ກິນ, ສະນັ້ນ, ຕົ້ນກະທັນຂອງທ່ານ ຈຶ່ງໃຫ້ສະມັດຕະພາບສູງ ແລະ ຄຸນນະພາບດີ. ທ່ານ ເຈິ່ນຮ່ວາງຫວູ້ ໃຫ້ຮູ້ວ່າ:

ຕາມປົກກະຕິແລ້ວໃນລະດູແລ້ງມັກຂາດນ້ຳ ສະນັ້ນຕ້ອງໄດ້ຫົດນ້ຳ ແລະ ໃສ່ຝຸ່ນໃຫ້ຫຼາຍ ຈຶ່ງຈະດີຕໍ່ລຳຕົ້ນ ແລະ ເປັນໝາກຫຼາຍ. ລະດູເກັບກ່ຽວໝາກກະທັນປີນີ້ ກໍ່ຂາຍໄດ້ລາຄາສູງກ່ວາທຸກປີ ຄືແຕ່ 3000-4000 ດົ່ງ/ໂລ.

ເພື່່ອໃຫ້ຕົ້ນກະທັນ ຊອັກຈັງ ມີສົ້ນອອກເປັນປົກກະຕິ ແລະ ຮ່ວມສຳພັນບັນດາຄອບຄົວປູກນັ້ນ, ຕາແສງທ້ວນຮວ່າ ໄດ້ສ້າງຕັ້ງສະຫະກອນໝາກກະທັນ ຊື່ງມີ 16 ຄອບຄົວເຂົ້າຮ່ວມ, ໄດ້ປູກຕົ້ນກະທັນໃນເນື້ອທີ່ດິນເກືອບ 10 ha. ໃນໄລຍະຈະມາເຖິງ, ທາງສະຫະກອນ ຈະຂົນຂວາຍເອົາຄອບຄົວທີ່ຍັງເຫຼືອ ເຂົ້າຮ່ວມສະຫະກອນ ເພື່ອມຸ່ງໄປເຖິງການປູກຕົ້ນກະທັນ ໃຫ້ໄດ້ຕາມມາດຖານ OCOP. ທ່ານ ຮິງແທັງດຶ້ງ ຮອງປະທານຄະນະກຳມະການ ປຊຊ ຕາແສງທ້ວນຮວ່າ ໃຫ້ຮູ້ວ່າ:

ໃນໄລຍະຜ່ານມາ, ການເກັບກ່ຽວໝາກກະທັນໃນບໍລິເວນຕາແສງ ໄດ້ຮັບຜົນດີທີ່ສຸດ. ສະເລ່ຍແລ້ວໃນເນື້ອທີ່ດິນປູກຕົ້ນກະທັນ 1 ha ການກັບກ່ຽວໝາກກະທັນ ຈະສ້າງລາຍຮັບໄດ້ແຕ່ 200-225 ລ້ານດົ່ງ. ຄຽງຂ້າງນັ້ນ, ແມ່ນໄດ້ແກ້ໄຂວຽກເຮັດງານທຳໃຫ້ຜູ້ອອກແຮງງານຢູ່ທ້ອງຖິ່ນອີກດ້ວຍ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າ ຈະສືບຕໍ່ຂົນຂວາຍພໍ່ແມ່ປະຊາຊົນ, ຊາວກະສິກອນ ປັບປຸງສວນທີ່ບໍ່ໃຫ້ປະສິດທິຜົນສູງ ເພື່ອປູກຊະນິດຕົ້ນໄມ້ທີ່ມີຄຸນຄ່າດ້ານເສດຖະກິດສູງ, ໃນນັ້ນມີຕົ້ນກະທັນ. ຄະນະກຳມະການ ຕາແສງ ໄດ້ສົມທົບກັບຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງ ຈັດຊຸຝຶກອົບຮົມ ຖ່າຍຖອດວິທະຍາສາດເຕັນິກການປູກຕົ້ນກະທັນ ໃຫ້ແກ່ ແລະ ສົມທົບກັບຂະແໜງທີ່ກ່ຽວຂ້ອງ ເພື່ອຊອກຫາສົ້ນອອກ ແລະ ສ້າງຮູບແບບຮ່ວມສຳພັນ ເພື່ອຮັບຊື້ຜະລິດຕະພັນໃຫ້ແກ່ , ເຮັດໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈທຳການຜະລິດ.

ຕາແສງ ທ້ວນຮວ່າ ມີ 24 ຄອບຄົວປູກຕົ້ນກະທັນ, ສ່ວນຫຼາຍແມ່ນຢູ່ບ້ານ ຊາເບົາ, ຈ່າແກັງ ແລະ ຈ່າກິດ. ຕົ້ນກະທັນແມ່ນໜຶ່ງໃນບັນດາຕົ້ນໄມ້ຕົ້ນຕໍ ໄດ້ນຳມາເຊິ່ງແຫຼ່ງລາຍຮັບເປັນປົກກະຕິ ໃຫ້ແກ່ ປຊຊ ຕາແສງ ທ້ວນຮວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ