ລະດູບານໃໝ່ວຽນມາຢູ່ເຂດຊົນນະບົດໃໝ່ໃນແຂວງລອງອານ


(vovworld) - ​ເມື່ອ​ມາ​ຢ້ຽມຢາມ​ບັນດາ​ຕາ​ແສງ​ຊົນນະບົດ​ໃໝ່​ຂອງ​ແຂວງ​ລອງ​ອານ ​ໃນ​ຊຸມ​ມື້​ຕົ້ນ​ປີ, ຢູ່​ບ່ອນ​ໃດ​ກໍ່​ຮັບ​ຟັງ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ປ່ຽນ​​ແປງ​ໃນແຕ່​ລະ​ຄອບຄົວ, ​ແຕ່​ລະ​ບ້ານ. ນັ້ນ​ແມ່ນ​ເລື່ອງ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຂຶ້ນ​ເຖິງ​ສິບ​ລ້ານ​ດົ່ງ/ປີ, ​ເລື່ອງ​ລົດ​ໃຫຍ່​ສາມາດ​ເຂົ້າທາງ​ບ້ານ​ໄດ້, ​ເລື່ອງ​ບ້ານ​ໃດ​ກໍ່​ມີ​ຕົ້ນ​ໄມ້​ຂຽວ​ອຸ່ມ​ທູ່​ມ ​ແລະ ດອກ​ໄມ້​​ສົດ​ໄສຫຼາຍ​ປະ​ເພດ... ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ຍົກ​ສູງ​ຊີວິດທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ, ​ເຮັດ​ໃຫ້​ເຂົາ​ເຈົ້າມີ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນ ​ແລະ ຕັ້ງໜ້າ​ເຂົ້າ​ໃນ​ການກໍ່​ສ້າງ​ຊົນນະບົດ​ໃໝ່.

ລະດູບານໃໝ່ວຽນມາຢູ່ເຂດຊົນນະບົດໃໝ່ໃນແຂວງລອງອານ - ảnh 1

ເສັ້ນທາງເຂົ້າບ້ານຢູ່ແຂວງລອງອານ

        ​ເສັ້ນທາງ​ພາ​ໄປ​ຍັງເຮືອນຂອງ​ທ່ານ ຫງວຽນ​ວັນ​ອຸດ ຢູ່​ບ້ານ 4, ຕາ​ແສງ​ຮ່ວາ​ຟູ໋, ​ເມືອງ​ເຈົາ​ແທ່ງ, ​ແຂວງ​ລອງ​ອານ ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ກ່ອນ​ບຸນປີ​ໃໝ່​ປະຈຳ​ຊາດ​-ປີ​ມະ​ແມ, ​ເມື່ອ​ຕາ​ແສງ​ຮ່ວາ​ຟູ໋ ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ແມ່ນ​ຕາ​ແສງ​ຊົນນະບົດ​ໃໝ່ ​ແລະ ​ໄດ້​ຮັບ​ລາງວັນ 300 ລ້ານ​ດົ່ງ. ຕາ​ແສງ​ຮ່ວາ​ຟູ໋ ​ໄດ້ຕົກລົງ​ນຳໃຊ້​ເງິນ​ເຫຼົ່າ​ນັ້ນ​​ເຂົ້າ​ໃນ​ການ​ເປີດ​ກວ້າງ​ເສັ້ນທາງ​ອອກ. ປະຊາຊົນ​ຄື​ທ່ານ ອຸດ ຕ່າງ​ກໍ່​ພາກພູມ​ໃຈ​ທີ່​ສຸດ. ທ່ານ ຫງວຽນ​ວັນ​ອຸດ ​ແບ່ງປັນ​ວ່າ:

        “ກ່ອນ​ນີ້​​, ຍາມແດດ​ຮ້ອນ​ທາງ​ເຕັມ​ໄປ​ດ້ວຍ​ຂີ້ຝຸ່ນ, ຍາມ​ຝົນຕົກ​ທາງ​ກໍ່​ເປັນ​ຂີ້ຕົມ. ​ແຕ່ປະຈຸ​ບັນ​ຍ້ອນກໍ່ສ້າງ​ຊົນນະບົດ​ໃໝ່​ຈຶ່ງ​ມີ​ທາງ​ເບ​ຕົງ, ທາງ​ປູຢາງ​​ແຕ່ຕາ​ແສງ​ລົງ​ບ້ານຢ່າງກວ້າງຂວາງ, ອັນ​ໄດ້​ສ້າງຄວາມ​ສະດວກ​ໃຫ້​ແກ່ການ​ຂົນ​ສົ່ງ​ໄປ​ມາ. ພໍ່​ແມ່​ປະຊາຊົນ​ດີ​ໃຈ ​ແລະ ສະໜັບສະໜູນ​ທີ່​ສຸດ. ມີ​ບາງ​ຄອບຄົວ​​ໄດ້ບໍລິຈາກ​ດິນ​ນາ​ເພື່ອ​ເປີດ​ເສັ້ນທາງ, ​ບາງ​ຄອບຄົວ​ບໍລິຈາກ​ເງິນ​ນັບ​ສິບ​ລ້ານ​ດົ່ງ​ເພື່ອ​ກໍ່ສ້າງ​ທາງ​ເບ​ຕົງ. ຊີ​ລິດ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ“.

        ປະຈຸ​ບັນ​ເຖິງ​ວ່າທາງ​ໄດ້​ສະອາດ​ແລ້ວ, ​ແຕ່​ປະຊາຊົນຍັງ​ຢາກ​ເຮັດ​ໃຫ້​ທາງ​ສວຍ​ງາມ​ກວ່າ​ອີກ. ​ແຕ່​ລະ​ບ້ານ​ໄດ້​ຂົນຂວາຍ​ປະຊາຊົນ​ຮັກສາ​ອະນາ​ໄມ​ສິ່ງ​ແວດ​ລ້ອມແລະ ປູກ​ຕົ້ນ​ໄມ້, ດອກ​ໄມ້​​ຢູ່​ລຽບ​ຕາມ​​ເສັ້ນທາງ​ແຄມ​ຄອງ​ເໝືອງ. ວຽກ​ງານ​ດັ່ງກ່າວ​​ເຮັດ​ໃຫ້​ຕາ​ແສງ​ຍິ່ງ​ຂຽວ​, ສະອາດ ​ແລະ ສວຍ​ງາມ​ກວ່າ. ທ່ານ ບູ່​ຍວັນ​ຮ່ອນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຮ່ວາ​ຟູ໋, ​ໃຫ້​ຮູ້​ວ່າ:

ຜ່ານ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ພວກ​ຂ້າພະ​ເຈົ້າ​ຖອດ​ຖອນ​ບົດຮຽນ​​ໄດ້ວ່າ, ຕ້ອງ​ປະຕິບັດ​ເນື້ອ​ໃນ “ປະຊາຊົນ​ຮູ້, ປະຊາຊົນ​ເຮັດ ​ແລະ ປະ​ຊົນ​ກວດກາ“​ເປັນ​ຢ່າງ​ດີ. ​ເມື່ອ​ພວກ​ຂ້າພະ​ເຈົ້າ​ປະຕິບັດ​ວຽກ​ງານຜັນ​ຂະຫຍາຍ​​ເປັນ​ຢ່າງ​ດີ, ປະຊາຊົນ​ກໍ່ຮູ້​​​ໄດ້​ວ່າ ແຜນ​ນະ​ໂຍບາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​​ເຂົາ​ເຈົ້າ, ຮັບ​ໃຊ້​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​​ເຂົາ​ເຈົ້າ, ຈາກ​ນັ້ນ​ເຂົາ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ວຽກ​ງານ​ທັງ​ໝົດ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ນັບ​ແຕ່​ການ​ກໍ່ສ້າງ​ແຜນ​ຮ່າງ, ການ​ຜັນ​ຂະຫຍາຍ, ການ​ປະຕິບັດ ​ແລະ ການ​ຕິດ​ຕາມ​ກວດກາ“.

ສ່ວນ​ຢູ່​ຕາ​ແສງ​ເຢືອງຊວນ​ໂຫ້​ຍ, ຕິດ​ກັບ​ຕາ​ແສງ​ຮ່ວາ​ຟູ໋, ປະຈຸ​ບັນ​ປະຊາຊົນ​ໃນ​ຕາ​ແສງ​ບໍ່​ພຽງ​ແຕ່​ຮັກສາ​ບັນດາ​ມາດຖານ​ຊົນນະບົດ​ໃໝ່​ທີ່​ບັນລຸ​ໄດ້​​ເທົ່າ​ນັ້ນ, ຫາກ​ຍັງ​ມານະ​ພະຍາຍາມ​ຍົກ​ສູງ​ບັນດາ​ມາດຖານ​ທີ່​ຍັງ​ຕຳ່​​ຕື່ມ​ອີກ​, ​ເພາະ​ເຂົາ​ເຈົ້າ​​ເຂົ້າ​ໃຈ​ໄດ້​ວ່າ: ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຈະ​ເຮັດ​ໃຫ້​ຊີວິດ​ຂອງ​ແຕ່​ລະ​ຄອບຄົວ​ໄດ້​ດີກ​ວ່າ. ປະຈຸ​ບັນ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນບັນລຸ 46 ລ້ານ​ດົ່ງ. 100% ຈຳນວນ​ຄອບຄົວ​ນຳ​ໃຊ້​ນຳ້ສະອາດ ​ແລະ ​ໄຟ​ຟ້າ, ຈຳນວນ​ຄອບຄົວ​ທຸກ​ຍາກ​ຍັງ​ເຫຼືອ​ພຽງ 0,6% ​ເທົ່າ​ນັ້ນ... ທ່ານ ຮວີ່ນວັນ​ໄຕ, ປະຊາຊົນ​ຕາ​ແສງ​ເຢືອງຊວນ​ໂຫ້​ຍ, ​ໃຫ້​ຮູ້​ວ່າ:

​ທັງ​ສອງ​ພາກ​ທາງ​ໃນ​ຕາ​ແສງ​ເຢືອງຊວນ​ໂຫ້​ຍ​ ​​ລ້ວນ​ແຕ່ປູກ​ຕົ້ນ​ໄມ້​ຂຽວ. ​ແລະທາງ​ເຂົ້າ​ບ້ານ​​ທັງ​ໝົດແມ່ນກໍ່ສ້າງ​ດ້ວຍ​ເບ​ຕົງ.​​ ບຸນປີ​ໃໝ່​ນີ້​ລູກ​ຫຼານ​​ໄດ້ເຕົ້າ​ໂຮມ​ກັນຢ່າງ​ເບີກບານມ່ວນ​ຊື່ນ “.

ທັງ​ແຂວງ​ລອງ​ອານ​ມີ 27 ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ຍ້ອນ​ຢູ່​​ໃນເຂດ​ດົ່ງ​ທາ​ບ​ເມື່ອຍ, ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ, ການ​ຄົມມະນາຄົມ​ໃນ​ເຂດ​ຊົນນະບົດປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ດັ່ງ​ນັ້ນ, ​ເມື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ລອງ​ອານ ​ຈຶ່ງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງການ​ກໍ່ສ້າງຂົວ​ທາງ. ​ເມື່ອ​ມີ​ທາງ​ມີ​ຂົວ, ການ​ໄປມາ, ຮຳ່ຮຽນ, ພົວພັນ​ຄ້າຂາຍ​ຂອງ​ປະຊາຊົນກໍ່​ສະດວກ​ສະບາຍ​ກວ່າ, ຊີວິດ​ຂອງ​ປະຊາຊົນ​ກໍ່​ນັບ​ມື້​ນັບ​​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.. ທ່ານ ຫງວຽນ​ວັນ​ຮ່ວາງ, ຫົວໜ້າ​ພະ​ແນ​ກກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ​ລອງ​ອານ, ​ໃຫ້​ຮູ້​ວ່າ:

ຍ້ອນ​ມີ​ການ​ພັດທະນາ, ລາຍ​ຮັບ ​ແລະ ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນກໍ່​ດີ​ພໍ​ສົມຄວນ. ປະຈຸ​ບັນ​ຂະ​ບວນການ​ກໍ່ສ້າງຊົນນະບົດ​ໃໝ່​ຂອງ​ແຂວງ​ມີ​ຄວາມ​ສະດວກ​ກວ່າ. ປີ 2015, ພວກ​ຂ້າພະ​ເຈົ້າ​ສູ້​ຊົນ​ປະຕິບັດ​ສຳ​ເລັດ​ການກໍ່ສ້າງ​ຊົນນະບົດ​ໃໝ່​​ຕື່ມ​ອີກຢູ່ 12-15 ຕາ​ແສງ​.​ ຕົວ​ເລກຄາດໝາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 9 ຂອງອົງຄະ​ນະ​ພັກ​ແຂວງ​ວາງ​ອອກແມ່ນ​ສຳ​ເລັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ໄດ້​ຢູ່ 36 ຕາ​ແສງ​, ​ແຕ່​ພວກ​ເຮົາ​ສູ້​ຊົນ​ຈະສຳ​ເລັດການ​ກໍ່ສ້າງຊົນະ​ບົດ​ໃໝ່​ ຢູ່ 39-40 ຕາ​ແສງ “.

​ໃນ​ການ​ຢ້ຽມຢາມ​ຕາ​ແສງ​ຊົນນະບົດ​ໃໝ່​ເຕິ​ນ​ເລິນ, ​ເມືອງ​ເກິ່ນ​ເດືອ​ກ, ​ແຂວງ​ລອງ​ອານ ຫວ່າງ​ແລ້ວ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ສະ​ແດງ​ຄວາມ​ພາກພູມ​ໃຈ​ທີ່​ສຸດ​ເມື່ອ​ເຫັນ​ວ່າ, ​​ຊົນນະບົດ​ໄດ້​ມີ​ການ​ປ່ຽນ​​ໃໝ່, ​ແຕ່​ຍັງ​ຄົງ​ຮັກສາ​ສີສັນ​ຂອງ​ຕົນ​ໄວ້​ໄດ້. ທ່ານ​ປະທານ​ເນັ້ນ​ໜັກ​ເຖິງ​ເລື່ອງ​ຕາ​ແສງ​ຕ່າງໆ​ຕ້ອງ​ຮັກສາ​ພື້ນຖານ​ດ້ານ​ວັດຖຸ​ເພື່ອ​ຮັບ​ໃຊ້​ຊີວິດ ​ແລະ ການ​ຜະລິດຂອງ​ປະຊາຊົນ ກໍ່​ຄື​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະຊາຊົນ​, ​ເຮັດ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ໄດ້​ວ່າ, ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເອງ.

ລະດູບານ​ໃໝ່​​ວຽນມາ​ຢູ່​​ເຂດ​ບ້ານ​ນາ​ໃນ​ແຂວງ​ລອງ​ອານ, ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ ​ແລະ ຄວາມ​ເຊື່ອ​ໝັ້ນຕໍ່​ກິດ​ຈະ​ກຳ​ກໍ່ສ້າງ​ຊົນນະບົດ​ໃໝ່. ບົນ​ເສັ້ນທາງ​ເບ​ຕົງ​ລະຫວ່າງ​ບ້ານ​ໃນ​ເຂດ​ບ້ານ​ນາ, ສຽງ​​ເວົ້າ, ສຽງຫົວທີ່​ເບີກບານ​ມ່ວນ​ຊື່ນຂອງ​ປະຊາຊົນ, ພ້ອມ​ກັບ​ສຽງ​ເຄື່ອງ​ຈັກກະ​ສີ​ກຳ​ປະ​ເພດ​ຕ່າງໆ​ທີ່​ກະກຽມ​ໃຫ້​ແກ່​ລະດູ​ການ​ຜະລິດ​ໃໝ່... ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​​ແປງ​ໃນ​ຊີວິດ​ຂອງ​ປະຊາຊົນຢູ່​ແຫ່ງ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ