(VOVWORLD) - ແຕ່ດົນນານມາແລ້ວ, ໝູ່ບ້ານອາຊີບແກະສະຫຼັກໄມ້ສິລະປະ ລາຊວຽນ, ຕາແສງ ຫວູ້ເຢືອງ, ແຂວງ ນິງບິງ ໄດ້ເປັນທີ່ຮູ້ຈັກເຖິງແມ່ນໜຶ່ງໃນບັນດາອູ່ຂອງສິລະປະແກະສະຫຼັກໄມ້ພື້ນເມືອງທີ່ມີຊື່ຽງອັນດັບໜຶ່ງຢູ່ພາກເໜືອ ຫວຽດນາມ. ດ້ວນປະຫວັດສາດກວ່າ 1000 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ໝູ່ບ້ານແຫ່ງນີ້ບໍ່ພຽງແຕ່ແມ່ນບ່ອນອີງດ້ານເສດຖະກິດຂອງຊາວທ້ອງຖິ່ນເທົ່ານັ້ນ, ຫາກຍັງແມ່ນບ່ອນເກັບຮັກສາບັນດາຈຸດວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດອີກດ້ວຍ.
ທຸກຂອດຜະລິດລ້ວຍແຕ່ໄດ້ເຮັດດ້ວຍມືຢ່າງລະອຽດ (ພາບ: ກີມລ້ຽວ) |
ນັບແຕ່ຍາມຮຸ່ງເຊົ້າຕະຫຼອດຮອດຕອນຄ່ຳ, ເວລາໃດກໍ່ຈະມີສຽງຈັກເລື່ອຍ, ຈັກຕັດ, ສຽງຄວານໄມ້ດັງຂຶ້ນໃນໝູ່ບ້ານ ລາຊວຽນ; ໃນທາງເຂົ້າໝູ່ບ້ານສາຍຕ່າງໆ, ບັນດາຖ້ຽວລົດຂົນສົ່ງວັດສະດຸ ຮັບໃຊ້ຄວາມຕ້ອງການຜະລິດ ໄດ້ທຽວໄປມາຢ່າງຄັບຄາໜາແໜ້ນ. ພາຍໃຕ້ສີມືອັນຄ່ອງແຄ້ວ ແລະ ມີຫົວຄິດປະດິດສ້າງຂອງນາຍຊ່າງ, ທ່ອນໄມ້ແຕ່ລະທ່ອນໄດ້ກາຍເປັນຜະລິດຕະພັນທີ່ມີລວດລາຍແກະສະຫຼັກກ່ຽວກັບຮູບພາບຕົ້ນໄມ້ໃບຫຍ້າ, ດອກໄມ້ຫຼາຍຊະນິດ, ສັດສາວະສິ່ງຕ່າງໆ, ຮູບພາບຄົນ ຫຼື ທິວທັດທຳມະຊາດ….
ນາຍຊ່າງ ຫງວຽນວັນດຶກ ກຳລັງເຮັດຂັ້ນຕອນສຸດທ້າຍ ຂອງຜະລິດຕະພັນ (ພາບ: ກີມລ້ຽວ) |
ທ່ານ ຟ້າມງອກຕວັນ, ເລຂາໜ່ວຍພັກບ້ານ ລາຊວຽນ, ຕາແສງ ຫວູ້ເຢືອງ, ແຂວງ ນິງບິງ ໃຫ້ຮູ້ວ່າ:
ໝູ່ບ້ານອາຊີບ ລາຊວຽນ ຈະຕ່າງກັບໝູ່ບ້ານອື່ນໆ. ນີ້ແມ່ນໝູ່ບ້ານອາຊີບພື້ນເມືອງ, ແກະສະຫຼັກບັນດາລວດລາຍເປັນຕົ້ນ. ນາຍຊ່າງຈະແກະສະຫຼັກດ້ວຍມື, ບໍ່ໃຊ້ເຄື່ອງຈັກ. ຕົວຢ່າງຄື: ເຮັດເຄື່ອງເຟີນີເຈີ, ຕຽງ, ຕັ່ງ, ຕູ້ຊາບໍ່ສາມາດເຮັດດ້ວຍເຄື່ອງຈັກໄດ້ ນາຍຊ່າງຕ້ອງເຮັດດ້ວຍມື 100%. ສິ່ງຍອດຍິ່ງຄືແນວນັ້ນບໍ່ມີວັນຈະຖືກສູນຫາຍໄປໄດ້, ບໍ່ມີແຫ່ງໃດສາມາດເຮັດໄດ້ຄືແນວນັ້ນ.
ດ້ວຍກຸ່ມອຸດສາຫະກຳໝູ່ບ້ານອາຊີບ ລາຊວຽນ ທີ່ມີເນື້ອທີ່ກວ້າງ 16 ເຮັກຕາ, ໄດ້ດຶງດູດກວ່າ 30 ວິສາຫະກິດ ແລະ ກວ່າ 1.000 ຮາກຖານການຜະລິດ, ແຕ່ລະປີ ໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານທ້ອງຖິ່ນປະມານ 5.000 ຄົນ. ຜະລິດຕະພັນໄດ້ຮັບໃຊ້ຄວາມຕ້ອງການພາຍໃນປະເທດ ກໍ່ຄືສົ່ງອອກໄປຍັງ ຈີນ, ໄທ, ຍີ່ປຸ່ນ ແລະ ບັນດາປະເທດ ເອີລົບ.
(ພາບ: ກີມລ້ຽວ) |
ນັກສິລະປະການ ເຢືອງວັນຮ່ຽນ, ຜູ້ອຳນວຍການບໍລິວັດຫຸ້ນສ່ວນ ລາຊວຽນວ່າງ, ຕາແສງ ຫວູ້ເຢືອງ, ແຂວງ ນິງບິງ ໃຫ້ຮູ້ວ່າ:
ປະຈຸບັນ, ລະບົບຄົມມະນາຄົມມີຄວາມສະດວກສະບາຍທີ່ສຸດ, ບັນດາຜະລິດຕະພັນ, ສິນຄ້າມີຫຼາຍຮູບຫຼາຍແບບ, ຄຸນນະພາບດີ, ແຂກຕ່າງປະເທດ ແລະ ຢູ່ແຂວງຕ່າງໆກໍ່ມາໝູ່ບ້ານ ລາຊວຽນ ຊື້ເຄື່ອງຂອງ. ພວກຂ້າພະເຈົ້າຢາກສ້າງເຄື່ອງໝາຍການຄ້າໝູ່ບ້ານອາຊີບ, ພັດທະນາສິນຄ້າທີ່ມີຄຸນນະພາບດີ ແລະ ແນະນຳຢູ່ພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງ.
ປະຈຸບັນ, ເຄື່ອງຫັດຖະກຳສິລະປະໄມ້ ລາຊວຽນ ບໍ່ພຽງແຕ່ແມ່ນສູນຜະລິດເຄື່ອງໄມ້ພື້ນເມືອງເທົ່ານັ້ນ ຫາກຍັງເປັນທີ່ສົນໃຈຢາກຊອກຮູ້ຈາກບັນດາແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ. ແຂກມາໝູ່ບ້ານຈະມີໂອກາດເຫັນປະຈັກຕາຂັ້ນຕອນການຜະລິດໄມ້ທີ່ຍອດຍິ່ງຂອງບັນດານັກສິລະປະກອນ, ນາຍຊ່າງ ພ້ອມທັງຈະຮູ້ສຶກໄດ້ເຖິງຄຸນຄ່າວັດທະນະທຳທີ່ມີມາແຕ່ດົນນານຂອງໝູ່ບ້ານອາຊີບຢ່າງຈະແຈ້ງ. ອ້າຍ ເຢືອງວັນແບັກ, ແຂກທ່ອງທ່ຽວມາຢ້ຽມຢາມໝູ່ບ້ານອາຊີບເຄື່ອງຫັດຖະກຳສິລະປະໄມ້ ລາຊວຽນ ໃຫ້ຮູ້ວ່າ:
ຂ້າພະເຈົ້າໄດ້ໄປຫຼາຍໝູ່ບ້ານອາຊີບແກະສະຫຼັກໄມ້ຄື: ໝູ່ບ້ານອາຊີບແກະສະຫຼັກໄມ້ ຝູ່ເຄ, ກີມທ່ຽວ, ດົ່ງກີ້, ຢືຢູ້, ທຽດອຶງ. ແຕ່ຂ້າພະເຈົ້າເອງ ແລະ ໝູ່ເພື່ອນຂອງຕົນພັດມີຄວາມນິຍົມຜະລິດຕະພັນແກະສະຫຼັກໄມ້ຢູ່ ລາຊວຽນ ທີ່ສຸດ ຍ້ອນມີຈຸດພິເສດສະເພາະຕ່າງຫາກ.
ຄະນະຄຸ້ມຄອງໝູ່ບ້ານອາຊີບ ແລະ ອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆພວມຍູ້ແຮງການໂຄສະນາເຄື່ອງໝາຍການຄ້າໝູ່ບ້ານອາຊີບຊ່າງໄມ້ ລາຊວຽນ ຜ່ານບັນດາງານຕະຫຼາດນັດ, ງານວາງສະແດງ ສົມທົບກັບການໝູນໃຊ້ເຕັກໂນໂລຊີດີຈີຕອນ. ພ້ອມກັນນັ້ນ, ກໍ່ຍູ້ແຮງການພັດທະນາຮູບແບບໝູ່ບ້ານອາຊີບ ລາຊວຽນ ຕິດພັນກັບການທ່ອງທ່ຽວລົງຕົວຈິງ. ທ່ານ ເຈິ່ນບາຮວັນ ຮອງປະທານຄະນະກຳມະການ ປຊຊ ຕາແສງ ຫວູ້ເຢືອງ, ແຂວງ ນິງບິງ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ ເພື່ອເຮັດແນວໃດໃຫ້ໂຄສະນາຜະລິດຕະພັນຂອງໝູ່ບ້ານອາຊີບໄດ້. ບັນດາວິສາຫະກິດ, ຄອບຄົວທຳການຜະລິດມີການກຳນົດທິດລະອຽດ ເພື່ອໃຫ້ບັນດາລູກຄ້າມຸ່ງໄປເຖິງການໃຊ້ບັນດາຜະລິດຕະພັນຂອງເຮົາ. ພວກຂ້າພະເຈົ້າກຳລັງສ້າງແຜນການ, ໂຄສະນາພັດທະນາໝູ່ບ້ານອາຊີບສົມທົບກັບການທ່ອງທ່ຽວ.
ການຮັກສາ ແລະ ພັດທະນາອາຊີບຊ່າງໄມ້ ລາຊວຽນ ຕິດພັນກັບການທ່ອງທ່ຽວ ໄດ້ເປີດທິດເດີນໃໝ່ໃຫ້ແກ່ໝູ່ບ້ານອາຊີບພື້ນເມືອງ, ປະກອບສ່ວນແຜ່ກະຈາຍບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກພິເສດສະເພາະຂອງທ້ອງຖິ່ນ ໄປເຖິງບັນດາແຂກທ່ອງທ່ຽວ. ຮູບແບບນີ້ບໍ່ພຽງແຕ່ໄດ້ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດແບບຍືນຍົງເທົ່ານັ້ນ, ຫາກຍັງໄດ້ອະນຸລັກຮັກສາລັກສະນະພື້ນເມືອງຂອງອາຊີບຊ່າງໄມ້ໃນວິວັດທະນາການແຫ່ງການເຊື່ອມໂຍງໄດ້ຢ່າງຄົບຖ້ວນອີກດ້ວຍ./.