ສອນວິຊາຊີບໃຫ້ແກ່ຄົນງານຊົນນະບົດຢູ່ແຂວງ ອຽນບາຍ

(vovworld)-ການສອນ​ວິ​ຊາ​ຊີບ​ໃຫ້​ແກ່​ຊາວກ​ະ​ສິ​ກອນ​ແມ່ນ​ປັດ​ໄຈ​ສຳ​ຄັນ​ເພື່ອ​ຕອບ​ສະ​ຫນອງ​​ໃຫ້​ແກ່​ວິ​ວັດ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່​ທີ່​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ​ຢູ່​ຫວຽດ​ນາມ. ແຂວງ ອຽນ​ບາຍ ແມ່ນ​ແຂວງ​ຫ​ນຶ່ງ​ຢູ່​ເຂດ​ພູ​ສູງ​ທາງ​ພາກ​ເຫ​ນືອຫວຽດ​ນາມ ທີ່​ຍັງ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ຫລາຍ​ຢ່າງ ແຕ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ສອນ​ວິ​ຊາ​ຊີບ​, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ພາຍ​ຫລັງ​ໄດ້​ຮຽນ​ວິ​ຊາ​ຊີບ.

ສອນວິຊາຊີບໃຫ້ແກ່ຄົນງານຊົນນະບົດຢູ່ແຂວງ ອຽນບາຍ - ảnh 1
ການສອນ​ວິ​ຊາ​ຊີບ​ໃຫ້​ແກ່​ຊາວກ​ະ​ສິ​ກອນ​ແມ່ນ​ປັດ​ໄຈ​ສຳ​ຄັນ​
photo:internet

        ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ໄດ້​ປະ​ກາດ​ໃຊ້​ຂໍ້​ຕົກ​ລົງ​ເລກ​ທີ 1956/ຕ​ລ​-ນຍ ​ໂດຍອະ​ນຸ​ມັດ​ແຜນ​ຮ່າງ “ສອນ​ວິ​ຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົ​ນ​ນະ​ບົດ​ໄລ​ຍະ 2010-2020 ດ້ວຍ​ຈຸດ​ໝາຍ: ສະ​ເລ່ຍ​ແຕ່​ລະ​ປີ​ ສອນ​ວິ​ຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນ​ນະ​ບົດ​ປະ​ມານ 1 ລ້ານ​ຄົນ, ໃນ​ນັ້ນ ບຳ​ລຸງ​ສ້າງ​ໃຫ້​ພະ​ນັກ​ງານ, ລັດ​ຖະ​ກອນ​ໃນ​ຕາ​ແສງ​ປະ​ມານ 100.000 ເທື່ອ​ຄົນ. ຄວາມ​ຈິງ ມາ​ຮອດ​ປະ​ຈຸ​ບັນ, ເລື່ອງ​ຜັນ​ຂະ​ຫ​ຍາ​ຍ​ວຽກ​ງານ​ສອນ​ວິ​ຊາ​ຊີບ​ຕິດ​ພັນ​ກັບ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່​ໃນ​ໄລ​ຍະ​ຜ່ານ​ມາ ໄດ້ ແລະ ພວມ​ເສີມ​ຂະ​ຫຍ​າຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ເບື້ອງ​ຕົ້ນ, ເປັນ​ຕົ້ນ​ຢູ່​ບັນ​ດາ​ແຂວງ​ພູ​ດອຍ, ເຂດ​ຫ່າງ​ໄກ​ສອກ​ຫລີກ. ໃນ​ໄລ​ຍະ 3  ປີ​ຜ່ານ​ມາ, ແຂວງ ອຽນ​ບາຍ ມີ​ຄົນ​ງານກວ່າ 18.500 ຄົນ​ໄດ້​ຮຽນ​ວິ​ຊາ​ຊີບ, ໃນ​ນັ້ນ ມີ​ຄົນ​ງານ​ໃນຄອບ​ຄົວ​ທຸກ​ຍາກກວມ 32.5%. ບັນ​ດາ​ຮາກ​ຖານ​ການຊ່າງ​ໄດ້​ສອນ​ໃຫ້​ຄົນ​ງານ 39 ວິ​ຊາ​ຊີບ​ຕົ້​ນ​ຕໍ​ຄື: ການ​ປູກ​ຝັງ, ປຸງ​ແຕ່ງຜະລິດຕະພັນກະເສດ, ລ້ຽງສັດ, ຕຳ່ແຜ່ນແພພື້ນເມືອງ, ປູກຜັກປອດສານພິດ,ການກໍ່ສ້າງ…. ​ການ​ເລືອກ​ເຟັ້ນ​ວິຊາຊີບ ​ແມ່ນ​ອີງ​ໃສ່​ຄວາມ​ຕ້ອງການ​ຕົວ​ຈິງ, ຈາກ​ການ​ຄາດ​ຄະ​ເນ​ຄວາມ​ຕ້ອງການ​ຮຽນ​ວິຊາ​ຊີບ​ຂອງ​ຄົນ​ງານ, ການ​ຜັນ​ແປ່​ຂອງ​ຕະຫລາດ​ແຮງ​ງານ. ຜ່ານ​ການ​ຮຽນ​ວິຊາ​ຊີບ, ຊີວິດ​ການ​ເປັນ​ຢູ່​ຂອງ​ບັນດາ​ຄອບຄົວ​ຢູ່​​ເຂດຊົນນະບົດ​ມີ​ຄວາມເປັນ​ປົກກະຕິ​ກວ່າ, ຄົນ​ງານ​ມີ​ວຽກ​ເຮັດ​ງານ​ທຳ, ປະກອບສ່ວນ​ຊຸກຍູ້​ການ​ຜະລິດ, ພັດທະນາ​ເສດຖະກິດ​ໃຫ້​ແກ່​ບັນດາ​ຄອບຄົວ, ພ້ອມ​ທັງ​​ເພີ່ມ​ລາຍ​ຮັບ​, ຫລຸດຜ່ອນ​ຄວາມ​ອຶດຫິວ​ແບບ​ຍືນ​ຍົງ. ອ້າຍ ​ເລື່ອງ​ວັນ​ອອນ ຢູ່ ຕາ​ແສງ ​ເຫ​ງ້ຍ​ເລີ້​ຍ ​ເທດສະບານ ​ເຫ​ງ້ຍ​ໂລ້ ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້ ພວກ​ຂ້າພະ​ເຈົ້າ​ເຮັດ​ອາຊີບ​ກະສິກຳ, ​ແຕ່​ພາຍຫລັງ​ໄດ້​ຮຽນ​ວິຊາ​ຊີບ​ກໍ່ສ້າງ, ພວກ​ຂ້າພະ​ເຈົ້າ​ມີ​ວຽກ​​ເຮັດ​ງານ​ທຳ, ຫລຸດຜ່ອນ​ຄວາມ​ຫຍຸ້ງຍາກ,​ສາມາດສ້າງ​ລາຍ​ຮັບ​ສະ​ເລ່ຍ 170-180.000ດົງ/ມື້. ”

        ປະຈຸ​ບັນ ຖັນ​ແຖວ​ຄູ​ສອນ​ວິຊາ​ຊີບ​ຢູ່ ​ແຂວງ ອຽນ​ບາຍ ​ໄດ້​ຮັບ​ການ​ເພີ່ມ​ທະວີ​ນັບ​ທັງ​ຈຳນວນ ​ແລະ ລະດັບ​ວິຊາ​ສະ​ເພາະ. ປະຈຸ​ບັນ ທົ່ວ​ແຂວງ ມີ​ຄູ​ສອນ​ເກືອບ 300 ຄົນ​ ​ແລະ ສອນ​ວິຊາ​ຊີບ​ຢູ່ 29 ຮາກ​ຖານ. ນອກນັ້ນ ບັນດາ​ຮາກ​ຖານສອນ​ວິຊາ​ຊີບ ກໍ​ໄດ້​ດຶງ​ດູດ​ພະນັກງານ, ກຳ​ມະກອນ​ເຕັກນິກ, ຜູ້​ມີ​ສີມື​ການ​ຊ່າງ​ສູງ ມາ​ຈາກບັນດາ​ອົງການ, ວິ​ສາ​ຫະກິດ ​ເຂົ້າ​ຮ່ວມ​ການ​ສອນ​ວິຊາ​ຊີບ. ຄຽງ​ຄູ່​ກັນ​ນັ້ນ, ການ​ຈັດ​ຕັ້ງ​ສອນ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ​​ແມ່ນປະຕິບັດຕາມ​ຄວາມ​ຕ້ອງການ​ຮຽນ​ວິຊາ​ຊີບ, ທາງ​​ແຂວງ ​ແລະ ບັນດາ​ຮາກ​ຖານ​ສອນ​ວິຊາ​ຊີບ ກໍ​ໄດ້​​ເອົາ​ໃຈ​ໃສ່​ກໍ່ສ້າງ, ພັດທະນາ 47 ຮູບ​ແບບ​ທົດ​ລອງ​ ​ເພື່ອ​ໃຫ້​ເກືອບ 1.500 ຄົນ​ ມາ​ທັດ​ສະ​ນະ​ສຶກສາ, ຊອກຮູ້ຕົວຈິງ. ມີ​ຫລາຍ​ຮູບ​ແບບ​ທົດ​ລອງ​ມີ​ປະສິດທິ​ຜົນ​ສູງ​ຄື​: ​ຮູບ​ແບບ​​ເຕັກນິກ​ປູກ​ເຂົ້າ, ປູກ​ມອນລ້ຽງ​ມ້ອນ, ປູກ​ໄມ້ໄຜ່ຢູ່​ເຈີ​ນອຽນ, ປຸງ​​ແຕ່ງ​ຊາ, ປູກ​ເຫັດ​ຢູ່ ວັນ​ເຈີ​ນ…. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ວິວັດ​ການ​ຜັນ​ຂະຫຍາ​ຍ​ແຜນ​ຮ່າງ​ສອນ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຢູ່​ເຂດ​ຊົນນະບົດ ຍັງປະສົບ​ກັບ​ຄວາມ​ຫຍຸ້ງຍາກ​, ຂໍ້​ຕິດ​ຂັດ​ຄື: ວຽກ​ງານ​ສົມທົບ​ກັນ​ລະຫວ່າງ​ອຳນາດ​ການ​ປົກຄອງ ​ແລະ ອົງການ​ຮັບຜິດຊອບ​ວິຊາ​ສະ​ເພາະ​ໃນ​ວິວັດ​ການ​ປະຕິບັດ. ທ່ານ ຮ່ວາງ​ດືກ​ເວື້ອງ, ຫົວຫນ້າ​ພະ​​ແນ​ກ​ແຮງ​ງານ​ທະຫານ​​ເສຍ​ອົງຄະ​ນ ​ແລະ ສັງຄົມ ​ແຂວງ ອຽນ​ບາຍ ​ໃຫ້​ຮູ້​ວ່າ:

        “​ແຜນ​ຮ່າງ 1956 ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ ເລິກ​ເຊິ່ງ, ກວ້າງ​ຂວາງ, ມີ​ຄວາມ​ໝາຍ​ໃນວຽກ​ງານ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ກໍ່ສ້າງ​ຊົນນະບົດ​ໃຫມ່. ພວກ​ຂ້າພະ​ເຈົ້າ​ໄດ້​​ເປັນ​​ເສນາ​ທິການ​ໃຫ້​ແຂວງ ​ເພີ່ມ​ທະວີ​ຮັບປະກັນ​ຄຸນ​ນະພາ​ບການ​ສອນ​ວິຊາ​ຊີບ, ຍົກ​ສູງ​ອັດຕາ​ສ່ວນ​ຄົນ​ງານ​ມີ​ວຽກ​ເຮັດ​ງານ​ທຳພາ​ຍຫລັງ​ຮຽນ​ວິຊາ​ຊີບ. ຍູ້​ແຮງ​ວຽກ​ງານ​ໂຄສະນາ, ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ຮັບຜິ​ດຊອບ​ຂອງ​ທຸກ​ຂັ້ນ, ຂະ​ແຫນງ​ການ ​ແລະ ປະຊາຊົນ​ໃນ​ການ​ປະຕິບັດ​ແຜນ​ຮ່າງ 1956, ​ເພີ່ມ​ທະວີ​ງົບປະມານ, ອຸປະກອນ​ໃຫ້​ແກ່​ບັນດາ​ຮາກ​ຖາການຊ່າງ ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ສອນ​ວິຊາ​ຊີບ, ຄວາມ​ຕ້ອງການ​ຂອງວິ​ສາ​ຫະກິດ ​ແລະ ຄົນ​ງານ. ປະຕິບັດ​ການ​ເຊັນ​ສັນຍາ​ສາມ​ຝ່າຍ ລະຫວ່າງ​ຫົວ​ຫນ່ວຍຕ້ອງການ​ສອນ​ວິຊາ​ຊີບ, ວິ​ສາ​ຫະກິດ ​ແລະ ຮາກ​ຖານ​ການຊ່າງ ​ເພື່ອ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ແຜນ​ຮ່າງ.”

ສອນວິຊາຊີບໃຫ້ແກ່ຄົນງານຊົນນະບົດຢູ່ແຂວງ ອຽນບາຍ - ảnh 2
ຄົນ​ງານ​ມີ​ວຽກ​ເຮັດ​ງານ​ທຳ, ປະກອບສ່ວນ​ຊຸກຍູ້​ການ​ຜະລິດ
photo:internet

        ຕາມ​ການ​ສະຖິຕິ​ແລ້ວ, ປະຈຸ​ບັນ ອັດຕາ​ສ່ວນຄົນ​ງານ​ມີ​ວຽກ​ເຮັດ​ງານ​ທຳ ພາຍຫລັງ​ຮຽນ​ວິຊາ​ຊີບ​ຢູ່​ບໍລິ​ເວນ​ແຂວງ ອຽນ​ບາຍ ບັນລຸ​ປະ​ມານ 65%. ນີ້​ແມ່ນ​ຕົວ​ເລກ​ທີ່​ເປັນ​ຫນ້າ​ຮັບ​ຮູ້​ສຳລັບ​ທ້ອງ​ຖິ່ນ​ຢູ່ເຂດພູດ​ອຍທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ.

        ການ​ສອນ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ ​ແມ່ນ​ວຽກ​ງານ​ທີ່​ມີ​ລັກສະນະ​ສັງຄົມ ​ແລະ ວັດທະນະທຳ​ມະນຸດ​ຢ່າງ​ເລິກ​ເຊິ່ງ, ສະ​ນັ້ນພວມ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ສູງ​ຈາກ​ປະຊາຊົນ. ວຽກ​ງານ​ສອນ​ວິຊາ​ຊີບ​ໃຫ້​ແກ່​ຊາວ​ກະສິກອນ​ຢູ່​ແຂວງ ອຽນ​ບາຍ, ບໍ່​ພຽງ​ແຕ່​ປະກອບສ່ວນ​ເຂົ້າ​ໃນ​ວິວັດ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມ​ທຸ​ກຍາກ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ກຳລັງ​ຫນູນ​ຊຸກຍູ້​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃຫມ່, ປ​ະກອບ​ສ່ວນ​ສ້າງ​ກຳລັງ​ແຮງ​ງານ​ມີ​ຄວາມ​ຮູ້, ຄວາມ​ຊຳນານ​​ໃນ​ການ​ຜະລິດ, ​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ພື້ນຖານ​ກະສິກຳ​ປະຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ