ສ້າງຄວາມເຫັນດີເຫັນພ້ອມໃນການກໍ່ສ້າງຊົນນະບົດໃໝ່ຢູ່ແຂວງບິ່ງດິ້ງ

(vovworld) - ພາຍຫຼັງ 1 ກວ່າ​ປີ​ແຫ່ງ​ການ​ປະຕິບັດ​ໂຄງ​ການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໂສມ​ໜ້າ​ເຂດ​ຊົນນະບົດ​ຢູ່​ຫຼາຍ​ຕາ​ແສງ​ໃນ​ແຂວງ​ບິ່ງ​ດິ້ງ ​ໄດ້ມີການປ່ຽນແປງເທື່ອ​ລະ​ກ້າວ. ສິ່ງ​ທີ່​ໜ້າ​ຮັບ​ຮູ້​ນັ້ນ​ແມ່ນ​ປະຊາຊົນ​ໄດ້​ກາຍ​ເປັນ​ເຈົ້າ​ຂອງ​​ໂຄງການ. ຍ້ອນ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ, ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່ຢູ່​ບິ່ງ​ດິ້ງ ​ຈຶ່ງບັນລຸ​ໄດ້ຜົນງານ​ທີ່​ຕັ້ງໜ້າ.

ສ້າງຄວາມເຫັນດີເຫັນພ້ອມໃນການກໍ່ສ້າງຊົນນະບົດໃໝ່ຢູ່ແຂວງບິ່ງດິ້ງ - ảnh 1

ກໍ່ສ້າງຊົນນະບົດໃໝ່ຢູ່ບິ່ງດິ້ງ

(ພາບ: google.com.vn)

    ​ໃນ​ການຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່​​ໄລຍະ 2011 - 2020, ​ແຂວງ​ບິ່ງ​ດິ້ງ​ໄດ້​ເລືອກ​ເຟັ້ນ 4 ຕາ​ແສງ​ຄື: ​ເຍິນ​ໂລກ (​ເທດສະບານ​ອານ​ເຍິນ), ບິ່ງ​ງີ (​ເມືອງ​ໄຕ​ເຊີນ), ຮ່ວາຍ​ເຮືອງ (​ເມືອງ​ຮ່ວາຍ​ເຍິນ), ​ເອິນ​ແທກ (​ເມືອງ​ຮ່ວາຍ​ເອິນ) ​ເປັນຕາ​ແສງ​ປະຕິບັດ​ທົດ​ລອງ. ພ້ອມ​ກັນ​ນັ້ນ, ​ແຂວງ​ບິ່ງ​ດິ້ງ​ ກໍ່​ໄດ້​ວາງ​ຈຸດໝາຍ​ເຖິງ​ປີ 2012 ທົ່ວ​ແຂວງ​ຈະ​ມີ 26 ຕາ​ແສງບັນລຸ​ມາດຕະຖານ​​ພັດທະນາ​ຊົນນະບົດ​ໃໝ່, ຮອດ​ປີ 2020, ທົ່ວ​ແຂວງ​ຈະ​ມີ 65 ຕາ​ແສງ​ບັນລຸ​ມາດຕະຖານ​ຊົນນະບົດ​ໃໝ່, ກວມ 50% ຈຳນວນ​ຕາ​ແສງ​ໃນ​ເຂດ​ຊົນນະບົດ.

    ພາຍຫຼັງ​ຕາ​ແສງ​ເຍິນ​ໂລກ (​ເທດສະບານ​ອານ​ເຍິນ)ໄດ້​ຮັບ​ການຄັດເລືອກ​ເປັນຕາ​ແສງ​ປະຕິບັດ​ທົດ​ລອງ​ ການ​ກໍ່ສ້າງຊົນນະບົດ​ໃໝ່​ທີ່​ເປັນ​ແບບຢ່າງ​ຂອງ​ແຂວງ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນໄດ້​ກໍ່ສ້າງ​ແຜນຮ່າງ, ​ຜັນ​ຂະຫຍາຍ​ການວາງ​ແຜນກຳນົດ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕາມ​ບັນດາ​ມາດຕະຖານ​ໂດຍ​ລັດຖະບານ​ໄດ້​ກຳນົດ. ທາງ​ຕາ​ແສງ​ກໍ່​ສະ​ແຫວ​ງຫາ​ການ​ລົງທຶນ​ຂອງ​ລັດ ​ແລະ ຜ່ານ​ບັນດາ​ລາຍການ, ໂຄງການ ​ເພື່ອ​ເພີ່ມ​ລະດັບ​ຄວາມ​ໄວ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ມາ​ຮອດ​ປະຈຸ​ບັນ, ຜ່ານ​ການ​ກວດກາ​ບັນດາ​ມາດຕະຖານ​ຕ່າງໆ​ຕາມ​ຂໍ້​ກຳນົດ, ຕາ​ແສງ​ເຍິນ​ໂລກ ບັນລຸ​ໄດ້ 12/19 ມາດຕະຖານ; ຈຸດໝາຍ​ເຖິງ​ປີ 2015, ຕາ​ແສງ​ຈະ​ກາຍ​ເປັນຕາ​ແສງ​ຊົນນະບົດ​ໃໝ່ທີ່​ເປັນ​ແບບຢ່າງ​ໂດຍ​ພື້ນຖານຂອງ​ແຂວງ​… ທ່ານ Cao Van Nghia, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ເຍິນ​ໂລກ ຢັ້ງຢືນ​ວ່າ: ຍ້ອນ​ໄດ້ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ, ທ້ອງ​ຖີ່​ນຈຶ່ງ​ປະຕິບັດ​ສຳ​ເລັດ 12/19 ມາດຕະຖານກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

    ”ບັນຫາ​ກໍ່ສ້າງ​ຊົນນະບົດ​ໃໝ່​ຄື​ຈຸດໝາຍ​ແຫ່ງ​ຊາດ​ໄດ້​ວາງ​ອອກ​ແມ່ນ​ເລີ່​ມມາ​ຈາກ​ປະຊາຊົນ, ປະຊາຊົນ​ແມ່ນ​ເຈົ້າ​ຂອງ ດັ່ງ​ນັ້ນ​ບັນຫາ​ໂຄສະນາ​ແມ່ນ​ສຳຄັນ​ທີ່​ສຸດ. ປະຈຸ​ບັນ, ປະຊາຊົນ​ໄດ້​ຮັບ​ຮູ້​ແລ້ວ​ວ່າ ​ເຈົ້າ​ຂອງ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ປະຊາຊົນ”.

ສ້າງຄວາມເຫັນດີເຫັນພ້ອມໃນການກໍ່ສ້າງຊົນນະບົດໃໝ່ຢູ່ແຂວງບິ່ງດິ້ງ - ảnh 2

ບິ່ງດິ້ງປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່

(ພາບ: google.com.vn)

    ພາຍຫຼັງ 1 ກວ່າ​ປີ ​ແຫ່ງ​ການ​ປະຕິບັດ​ໂຄງການ​ນີ້, ​ເຍິນ​ໂລກ​ ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ. ໝູ່​ບ້ານ​ຕາ​ແສງ​ມີຄວາມສະອາດ​ສວຍ​ງາມ, ພື້ນຖານ​ໂຄງ​ລ່າງ​ໄດ້​ຮັບ​ການ​ລົງທຶນ, ຍົກ​ລະດັບ. ປະຊາຊົນ​ຢູ່​ຕາ​ແສງ​ໄດ້​ປະກອບ​ທີ່​ດິນ​ກວ່າ 5000 ຕາລາງ​ແມັດ ​ເພື່ອ​ເປີດ​ເສັ້ນທາງ​ຄົມມະນາຄົມ​ຊົນນະບົດ, ຂຸດ​ຄອງ​ເໝືອງ​ໄດ້​ກວ່າ 3000 ​​ແມດ​ກ້ອນ… ທ່ານ Ta Van Ngoan, ຢູ່​ບ້ານ​ອານ​ແທ່ງ, ຕາ​ແສງ​ເບິນ​ໂລກ, ​ຜູ້​ທີ່ໄດ້​ມອບ​ທີ່​ດິນ​ນັບ​ຮ້ອຍ​ຕາລາງ​ແມດ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃຫ້​ຮູ້​ວ່າ:

    ”ຕາມ​ແຜນ​ນະ​ໂຍບາຍ​ຂອງ​ລັດ, ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ຕອບ​ສະໜອງ​ຢ່າງ​ຕັ້ງໜ້າ​. ຜ່ານ​ການ​ຕອບ​ສະໜອງ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເຫັນ​ວ່າ​ມັນ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ປະຊາຊົນ. ຄອບຄົວ​ຂ້າພະ​ເຈົ້າ​ກໍ່​ຄື​ພໍ່​ແມ່​ປະຊາຊົນ​ຢູ່​ທີ່​ນີ້​ໄດ້​ຕອບ​ສະໜອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ດ້ວຍ​ຄວາມ​ພາກພູມ​ໃຈ​ທີ່​ສຸດ.”

    ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ແຜ່​ຂະຫຍາຍ​ເຖິງ​ຫຼາຍ​ທ້ອງ​ຖີ່​ນຢູ່​ແຂວງ​ບິ່ງ​ດິ້ງ. ​ແຂວງ​ບິ່ງ​ດິ້ງ ​ໄດ້​ລະດົມ​ທຸກ​ແຫຼ່ງທຶນ​ຈາກ​ບັນດາ​ອົງການ, ບັນດາ​ຫົວໜ່ວຍ, ວິ​ສາ​ຫະກິດ ​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ບັນດາ​ກິດຈະກຳ​ຄົມມະນາຄົມ, ຊົນລະປະທານ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ທຶນຮອນ​ໃຫ້​ແກ່​ທ້ອງ​ຖີ່​ນຕ່າງໆ. ທ່ານ Phan Thanh Gian, ຜູ້​ປະຈຳການ​ຫ້ອງການ​ປະສານ​ງານ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແຂວງ​ບິ່ງ​ດິ້ງ, ​ໃຫ້​ຮູ້​ວ່າ:

    ”​ເພື່ອ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ການ​ນຳ​​ແຂວງ​ໄດ້​ໄປ​ຍັງ​ທ້ອງ​ຖີ່​ນຕ່າງໆ​ເພື່ອ​ຮ່ຳຮຽນ​ເອົາ​ບົດ​ຮຽນ. ​​ ຈາກນັ້ນໄດ້ຊີ້​ນຳວ່າ, ການກໍ່ສ້າງ​ຊົນນະບົດ​ໃໝ່ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ປະຊາຊົນ​ທຸກ​ຄົນ​ຢູ່​ເຂດ​ຊົນນະບົດ. ດັ່ງ​ນັ້ນ, ຕ້ອງມີ​ການ​ຄົ້ນ​ຄ້ວາຢ່າງ​ລະອຽດ. ທີ​ສອງ​ແມ່ນ​ຕ້ອງ​ປະຕິບັດ​ທົດ​ລອງ ຫຼັງ​ຈາກ​ນັ້ນ​ຈຶ່ງ​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ ​ແລະ ຕ້ອງ​ພະຍາຍາມ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ສະໜັບສະໜູນ ​ແລະ ​ເຫັນ​ດີ​ເຫັນ​ພ້ອມ.

    ອາດ​ເວົ້າ​ໄດ້​ວ່າ, ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ບິ່ງ​ດິ້ງ ​ໄດ້​ເຮັດ​ໃຫ້​​ໂສມ​ໜ້າ​ບັນດາ​ຕາ​ແສງຢູ່​ເຂດ​ຊົນນະບົດ​ມີ​ການ​ປ່ຽນ​ແປງ; ພື້ນຖານ​ໂຄງ​ລ່າງ​ຊົນນະບົດ​ໄດ້​ຮັບ​ການ​ປັບປຸງ​ເທື່ອ​ລະ​ກ້າວ, ລະບົບ​ຄົມມະນາຄົມ, ຊົນລະປະທານ, ​ໂຮງຮຽນ, ສຸກສາລາ… ​ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ​ຢ່າງ​ສະອາດສວຍ​ງາມ. ຄວາມ​ຄິດ, ວິທີ​ການ​ຜະລິດ​ຂອງ​ປະຊາຊົນ​ໄດ້​ມີ​ການ​ປ່ຽນ​ແປງ​ເທື່ອ​ລະ​ກ້າວ; ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ, ​ເຕັກນິກ​ໃໝ່, ດ້ວຍ​ແນວ​ພັນ​ປູກ, ສັດລ້ຽງ​ທີ່​ມີ​ສະມັດ​ຕະພາບ, ຄຸນ​ນະພາ​ບສູງ​ຖືກ​ນຳ​ເຂົ້າ​ຜະລິດ​ນັບ​ມື້​ນັບ​ຫຼາຍ​ກວ່າ. ບິ່ງ​ດິ້ງ​ສູ້​ຊົນ​ຮອດ​ປີ 2020 ຈະ​ມີ 91/129 ຕາ​ແສງ​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່, ປະກອບສ່ວນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ​ໃນ​ເຂດ​ຊົນນະບົດ.

   

ຕອບກັບ

ຂ່າວ/ບົດ​ອື່ນ