ຫັນປ່ຽນຜົນລະປູກເພື່ອປະຢັດນ້ຳ

(vovworld) – ຕໍ່​ໜ້າ​ການ​ຄາ​ດ​ຄະ​ເນ​ທີ່​ວ່າ ໃນປີ 2016 ໄພ​ແຫ້ງ​ແລ້ງ​ຈະ​ເກີດ​ຂຶ້​ນ​ຢ່າງ​ຮ້າຍ​ແຮງ, ນັບ​ແຕ່​ຕົ້ນ​ລະ​ດູ​ບານ​ບານ​ໃໝ່ ບັນ​ດາ​ທ້ອງ​ຖິ່ນ​ຢູ່​ເຂດ​ທົ່​ງ​ພຽງ​ແມ່ນ​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ​ຫັນ​ປ່ຽນ​ຜົນ​ລະ​ປູກ ​ໃນ​ເນື້ອ​ທີ່​ດິນ​ປູກ​ເຂົ້າ​ເພື່ອ​ຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງ, ​ເມື່ອ​ແດ​ດ​ຮ້ອ​ນ​ແກ່​ຍາວ ແລະ ຂາດ​ນຳ​້​ຈືດ. ​ດ້ວຍ​ວິ​ທີ​ເຮັດ​ຄື​ດັ່ງ​ກ່າວ​ນີ້ໄດ້​​ຊ່ວຍ​ໃຫ້ປະ​ຢັດ​​ແຫຼ່ງນ​້ຳ​ຫົດ​ ເມື່ອ​ກາ​ນ​ຜ​ະ​ລິດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ອາ​ກາດ​ແຫ້ງ​ແລ້ງ​ຄື​ປີນີ້. ບົດ​ຂຽນ​ຂອງ​ນັກ​ຂ່າວ ແທງ​ຕຸ່ງ.


ຫັນປ່ຽນຜົນລະປູກເພື່ອປະຢັດນ້ຳ - ảnh 1
(ພາບ​ປະ​ກອບອີນ​ເຕີ​ແນັດ)

ໃນລະ​ດູ​ຮ້ອນ​ຕໍ່​ລະ​ດູ​ໃບ​ໄ​ມ້​ຫຼົ່ນ​ປີ 2016, ແທນ​​​ທີ່​ຈະ​ປູກ​ເຂົ້າ​, ທ່ານ ເລ​ຕັງ, ຢູ່​ຕາ​ແສງ ບິ່ງ​ຟຸ໋, ເມືອງ​ເຕີນ​ຮົ່ງ, ແຂວງ ດົ່ງ​ທາບ ໄດ້​ຫັນ​ມາ​ປູກໝາກ​​ຖົ່ວ​ດິນ. ຍ້ອນ​ເຂດ​ດິນ​ປົນຊາຍ​ເໝາະ​ສົມ​ກັບ​ການ​ປູກ​ຕົ້ນ​ໝາ​ກ​ຖົ່ວ​ດິນທີ່​ສຸດ. ທ່ານ ຕັງ ໃຫ້​ຮູ້​ວ່າ, ຕໍ່​ໜ້າ​ສະ​ພາບ​ອາ​ກາດ​ນັບ​ມື້​ນັບ​ແຫ້ງ​ແລ້ງ​ຄື​ປະ​ຈຸ​ບັນ, ການ​ຫັນ​ປ່ຽນ​ຜົນ​ລະ​ປູກ​ແມ່ນ​ເໝາະ​ສົມ ເພື່ອ​​ປະ​ຢັດ​ນ້ຳ​ຈືດ ​ເຊິ່ງແມ່ນ​ມາດ​ຕະ​ການ​ທີ່​ເໝາະ​ສົມ​​ກັບ​ສະ​ພາບການ​​ໃນປະ​ຈຸ​ບັ​ນ. ໝາກ​​ຖົ່​ວ​ດິນ​ປູກ​ງ່າຍ ແລະ ​ການ​ບົວລະ​ບັດ​​​ຮັກ​ສາກໍ່ງ່າຍກວ່າ, ​ພຽງ​ແຕ່​ ​​ເອ​ົາ​ໃຈ​ໃສ່​ເຖິງ​ໄລ​ຍະ​ເລີ່ມຕົ້ນ​ຄື​ເອົາ​ແກ່ນ​​ລົງ​ປູກ​ໃສ່​ດິນເຖິງ​ໄລ​ຍະ​​ແກ່ນ​ແຕກໜໍ່​​ເທົ່າ​ນັ້ນ​ຕົ້ນ​ໝາກ​​ຖົ່ວ​ດິນ​​ກໍ່​ຈະ​ເຕີບ​ໂຕ​ດີ.

        “ໄລ​ຍະ​ພາຍ​ຫຼັງ​ບຸນ​ເຕັດ 2 – 3 ເດືອນ ​ເມື່ອ​ປະ​ລິ​ມານ​ນຳ​້​ຫົດ​​ບໍ່​ພໍ​ແລ້ວ. ປະ​ຊາ​ຊົນ​ພວກ​ຂ້າພະ​ເຈົ້າ​ໄດ້​ຫັນ​ປ່ຽນ​ຈາ​ກ​ການ​ປູກ​ເຂົ້າ​ມາ​ປູກ​ພືດຕາມ​ລະ​ດູ. ປະ​ຈຸ​ບັນ, ​ແມ່ນປູກ​ໝາກ​​ຖົ່ວ​ດິນ​​ທັງ​ຊ່ວຍ​ຫຼຸດ​ຜ່ອນ​ລາຍ​ຈາຍກວ່າ, ​ທັງ​ປະ​ຢັດປະ​ລິ​ມານ​ນຳ​້​ຫົດກວ່າ​ເມື່ອ​ທຽບ​ໃສ່​ການ​ປ​ູກ​ເຂົ້າ”.

        ພ້ອມ​ກັບ​ການ​ຫັນ​ປ່ຽນ​ເນື້ອ​ທິ່​ດິນປູກ​ເຂົ້າ ມາ​​ປູກ​ໝາກ​​ຖົ່ວ​ດິນ, ຢູ່​ຫຼາຍ​ແຂວງ​ຄື ກ່າ​ເມົາ, ເຮົ້າ​ຢາງ ແລະ ບາງ​ເຂດ​ອື່ນ, ພໍ​ແມ່ປະ​ຊາ​ຊາ​ຊົນ​ກໍ​ໄດ້​​ປູກ​ໝາກຖົ່ວ​ຂຽວ, ​ໝາກ​ນັດ ແທນ​​ໃຫ້ການ​ປູກ​​ເຂົ້າ​ ແລະ ຈະ​ເປີດກວ້າງ​ການປູກ​ຕົ້ນ​ໄມ້​​ຊະ​ນິດນີ້​ໃນ​ໄລ​ຍະລະ​ດູ​ແລ້ງ​ຈະ​ມາ​ເຖິງ. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ດ.ຣ ເຈົ້າ​ມິງ​ຄອຍ, ຫົວ​ໜ້າ​ວິ​ຊາ​ວິ​ທະ​ຍາ​ສາດ​ດິນ, ​ພະ​ແນກ​ກະ​ສິ​ກຳ ແລະ ຊີວະ​​ສາດ​ນຳ​ໃຊ້ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ເກີນ​ເທີ ຖື​ວ່າ: ໃນ​ສະ​ພາ​ບແຫ້ງ​ແລ້ງ, ນຳ​້​ເຄັມ​ຊຶມ​ເຂົ້າ​ຄື​ປະ​ຈຸ​ບັ​ນ, ອາ​ດ​ຈະ​ເລືອກ​ເອົາ​ພືດ​​ບາງ​ຊະ​ນິດທີ່​ມີ​ຄວາມ​ຕ້ອງ​ການ​ນ້ຳ​ໜ້ອຍ​ມາ​ປູກກໍ່​ໄດ້. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ສຳ​ລັບ​ບັນ​ດາ​ເຂດ​​ປູກ​ເຂົ້າ ອາດ​ຈະ​ນຳ​ໃຊ້​ວິ​ທີ​ຜັດ​ປ່ຽນ​ກ​ັນ​ຫົດ​ນ້ຳ​ໃຫ​້​ຖ້ວມ​. ນ​ີ້​ແມ່ນ​ວິ​ທີປະ​ຢັດ​ນ​້ຳໃນ​ການ​ປູກເຂົ້າ​ເມື່ອ​ນຳ​້​ຢູ່​​ໃນ​ນາ​ຖືກ​ບົກ​ແຫ້ງ​. ວິ​ທີ​ເຮັດ​ຄື​ແບ​ບນີ້​ໄດ້​ບັນ​ລຸ​ຜົນ​ສຳ​ເລັດ​ຢູ່​ບາງ​ເຂດ​ຂອງ​ແຂວງ​ອານ​ຢາງ, ບາ​ກ​ລ້ຽວ​ແລ້ວ. ເມື່ອ​ນຳ​ໃຊ້​ວິ​ທີນີ້​ຈະ​ປະ​ຢັດ​ນຳ​້​ໄດ້​ປະ​ມານ 10% ເຖິງກວ່າ 20% ປະ​ລິ​ມານ​ນ້ຳ​ຫົດ.

        “​ອີງ​ຕາມ​ດິນ​ແຕ່​ລະ​ຊະ​ນິດ, ຄວາມ​ສາ​ມາດ​ສະ​ສົມ​ນ້ຳ​ຂອງ​ດິນ​​ແມ່ນ​ແຕກ​ຕ່າງ​ກັນ ພວກ​ເຮົາ​ຈ​ະ​ນຳ​ໃຊ້​ເຕັກ​ນິກ​ຫົດ​ນຳ​້​ໃຫ້​ຖ​້ວມ, ​ແຫ້ງ​ສະ​​ຫຼັບ​ກັນ. ໝາຍ​ຄວາມ​ວ່າ, ​ຫົດນ້ຳ​ໃຫ້​ຖ້ວ​ມ​ ຫຼັງ​ຈາກນັ້ນ​ປະ​ໃຫ້​ນຳ​້​ຊຶມ​ເອງ​ແບບທຳ​ມະ​ຊາດ ​ເມື່ອ​ເຫັນ​ວ່າ​ນຳ​ຊຶມ​ລົງ​ໜ້າ​ດິນອາດ​ຈະ​ຫົດ​ນ້ຳ​​ຄືນ​ໃໝ່. ເຮັດ​ຄື​ແນວນັ້ນຈຶ່ງ​ຮັບ​ປະ​ກັນ​ນຳ​້​ໃຫ້​ຕົ້ນ​ເຂົ້າ​ໄດ້”.

        ໃນ​ເງື່ອນ​ໄຂທີ່​ບໍ່​ອຳ​ນວຍ​ຄວາມ​ສະ​ດວ​ກ​ຍ້ອນ​​ດິນ​ຟ້າອາ​ກາດ​ຄື​ໃນ​ປະ​ຈຸ​ບັນ, ເລື່ອງ​ນ​ຳ​ໃຊ້​ແຫຼ່ງ​ນຳ​້​ເພື່​ອ​ຫົດ​ນ້ຳ​ໃຫ້​​ຜົນ​ລະ​ປູກ​ຕ້ອງ​​ມີ​ການ​ຄິດ​ໄລ່​ຢ່າງ​ລະ​ອຽດ, ຫ​ຼີິກ​ລ້ຽງ​ບໍ່​ໃຫ້ຟຸມ​ເ​ຟືອຍ​ແຫຼ່ງ​ນ້ຳ​ຈືດ. ທ່​ານ​ຮອງ​ສາດ​ສະ​ດາ​ຈານ, ດ.ຣ ເລ​ແອງ​ຕ໋ວ​ນ, ຮອງ​ຫົວ​ໜ້າ​ສະ​ຖາ​ບັນຄົ້ນ​ຄວ້າ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ມະ​ຫາ​ວິ​ທະ​ຍາ​ໄລ​ເກີນ​ເທີ ຖື​ວ່າ, ການ​ປະ​ຢັດ​ນຳ​້​​ໃນ​ການ​ຜະ​ລິດ​ກະ​ສິ​ກຳ​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ນຳ​ໃຊ້​ແຫຼ່ງ​ນຳ​້​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຈຸດ​ເວ​ລາ​​ຫົດ​ນ​ຳ​້​ໃຫ້​​ຜົນ​ລະ​ປູກ, ປ່ອຍ​ນຳ​້​​ເຂົ້າ​ທົ່ງ​ນາ​ຕ້ອງ​ໄດ້​ຮັບ​ການ​ຄິດ​ໄລ່​ໃຫ້ຖືກ​ກັບ​ຈຸດ​ເວ​ລາ​ທີ່​​ຜົນ​ລະ​ປູກ​ຕ້ອງ​ການ​ນຳ​້. ຄ​ຽງ​ຂ້າງນັ້ນ, ປະ​ລິ​ມານ​ນຳ​້​ຫົດ​ຕ້ອງ​ເໝາະ​ສົມ, ຫຼຸ​ດ​ຜ່ອນ​​ສະ​ພາບ​ເສຍ​​ນຳ​້, ສິ້ນ​ເ​ປືອງ​ພະ​ລັງ​ງານ; ພ້ອມ​ກັນ​ນັ້ນ, ການ​ຫົດ​ນ້ຳ​ອາດ​ຈະ​ສົມ​ທົບ​ກັບ​​ການ​ສະ​ໜອງນ້ຳ​ໃນ​ການ​ດຳ​​ເນີນຊີ​ວິດ, ລ້ຽງ​ປາ. ທ່​ານ​ຮອງ​ສາດ​ສະ​ດາ​ຈານ, ດ.ຣ ເລ​ແອງ​ຕ໋ວ​ນ ກໍ​ຊີ້​ແຈ້ງວ່າ, ເລື່ອງ​ຫົດ​ນຳ​້​ໃນ​ຂົງ​ເຂດ​ກະ​ສິ​ກຳ​ ແມ່ນຕ້ອງຫົດ​ນຳ​້​ໃຫ້​​ຜົນ​ລະ​ປູກ ຫາກບໍ່​ແມ່​ນ​ຫົດ​ນ​້ຳ​ໃຫ້​ດິນ.

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​ມີ​ການ​ຄົ້ນ​ຄວ້າ​ຫຼາຍ​ຢ່າງ​​ທີ່ກ່ຽ​ວ​ຂ້ອງ​ເຖິງ​ການ​ປະ​ຢັດ​ນ້ຳ​. ພວກ​ເຮົາ​ສາ​ມາດ​ຫົດ​ນຳ​້​ດ້ວຍ​ຫຼາຍ​ວິ​ທີ​ເຊັ່ນ ​ພົ່ນ​ນ້ຳ​ອອກ ຫຼື​ຫົດ​ນ້ຳ​ຢອດ​ລົງ​ໃນ​ເຂດ​ປູກພືດ​ທີ່​ແຕກ​ຕ່າງ​ກັນ, ໂດຍ​ສະ​ເພາະ​ແມ່ນ​ເຂດ​​​ດິນ​ປົນ​ຂີ້​ຊາຍ. ​ເພາະ​ວ່າ, ​ວິ​ທີ​ຫົດ​ນຳ​້​ຄື​ໃນ​ປະ​ຈຸ​ບັນ​ໄດ້​ເຮັດ​ໃຫ້​ນຳ​້ຊຶມ​ລົງ​ດິນຫຼາຍ​ສົມ​ຄວນ ແລະ ລະ​ເຫີຍ​ເປັນ​ອາຍ​ ຫຼາຍ​ທີ່​ສຸດ. ໃນ​ຂະ​ນະ​ນັ້ນ, ບັນ​ດາ​ວິ​ທີ​​ການຫົດ​ນ​ຳ​້​​ຢ່າງ​ມີວິ​ທະ​ຍາ​ສາດ​ສາ​ມາດ​ປະ​ຢັດ​ນ້ຳ​ໄດ້​ແຕ່ 30 – 40% ເມື່ອ​ທຽບ​ໃສ່​ການ​ຫົດ​ນຳ​້​ແບບ​ທຳ​ມະ​ດາ. ອີງ​ຕາມ​​ວິ​ທີ​ຈັດ​ວາງ​ລະ​ບົບ​​ຫົດ​ນ​້ຳ ປະ​ສິດ​ທິ​ຜົນຂອງ​ການ​ຫົດ​ນຳ​້​ຈະ​ເພີ່ມ​ຂຶ້ນ​ແຕ່ 80 – 90%”.

        ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຄືໃນ​ປະ​ຈຸ​ບັນ, ບັນ​ດາ​ທ້ອງ​ຖິ່ນ​​ຢູ່ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ພວມ​ຜັນ​ຂ​ະ​ຫຍາຍ​​ມາດ​ຕະ​ການ​ຫົດ​ນ້ຳ​​ຢ່າງ​ປະ​ຢັດ ແລະ ຮັກ​ສາ​ແຫຼ່ງ​ນ້ຳ​ເພື່ອ​ຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຊຶມ​ເຂົ້າ. ​​ຊັບ​ຊ້ອນ​ໂຄງ​ປະ​ກອບ​​​ຜົນ​ລະ​ປູກ​ໃຫ້​ເໝາະ​ສົມ, ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຄົ້ນ​ຄວ້າ​ຄັດ​ເລືອກ​ແນວ​ພັນ​ປູກທີ່​ມີ​ຄວາມ​ສາ​ມາດ​​ທົນ​ທານກັບ​ໄພ​ແຫ້ງ​ແລ້ງ, ນຳ​້​ເຄັມ​ໄດ​້​ດີໃຫ້ປະ​ສິດ​ທິ​​ຜົນ​ດ້ານ​ເສດ​ຖ​ະ​ກິດ​ສູງ, ເໝາະ​ສົມ​ກັບ​ເງື່ອນ​ໄຂ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຫັນ​ປ່ຽນ​​ໂຄງ​ປະ​ກອບ​​ຜົນ​ລະ​ປູກ ກ​ໍ​ແມ່ນ​ມາດ​ຕະ​ການ​ແກ້​ໄຂ​ເຊິ່ງ​​ໄດ້​ຮັບ​ການ​ໃຫ​້​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ​ບັນ​ດາ​ທ້ອງ​ຖິ່ນ. ບັນ​ດາ​ແຂ​ວງກໍ່​ປັບ​ປຸງລະ​ບົບຄັ​ນ​ຄູ​ກັນ​ນຳ​້​ເຄັມ​ຢູ່​​ລຽບຕາມ​ແມ່​ນຳ​້​​ໃຫຍ່, ກໍ່​ສ້າງ​ບັນ​ດາ​ຝາຍກັນ​ນຳ​້​ເຄັມ ຢູ່​ບັນ​ດາ​ເຂດ​​ປູກ​ຕົ້​ນ​ໄມ​້​ກິນ​ໝາກ​ສະ​ເພາະ ເພື່ອ​ແນ​ໃສ່​ຮັບ​ມື​ກັບ​​ໄພ​ແຫ້ງ​ແລ້ງ ແລະ ນຳ​້​ເຄັມ​ຊຶມ​ເຂົ້າ​ໃນ​ທົ່ວ​ເຂດ​ທົ່ງ​ພຽງ​ແມ່ນ​້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ