​ຫໍ​ພິ​ພິ​ຕະ​ພັນ ກວາງ​ນິງ ແລະ ການ​ຫັນ​ເປັນ​ດິ​ຈີ​ຕອນ

(VOVWORLD) - ຫໍພິພິຕະພັນ ກວາງນິງ ແມ່ນຫໍພິພິຕະພັນສັງລວມຂັ້ນແຂວງແຫ່ງທຳອິດໃນທົ່ວປະເທດທີ່ເປັນເຈົ້າການໃນການໃຊ້ຈ່າຍ ດ້ວຍຈຳນວນແຂກມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ. ປະຈຸບັນ, ຫໍພິພິຕະພັນ ກວາງນິງ ໄດ້ ແລະ ພວມຜັນຂະຫຍາຍການໝູນໃຊ້ເຕັກໂນໂລຊີດິຈີຕອນ ເຂົ້າໃນການວາງສະແດງ, ຍົກສູງປະສິດທິຜົນການເຄື່ອນໄຫວ ແລະ ການລົງຕົວຈິງໃຫ້ແກ່ແຂກທ່ອງທ່ຽວ.

​ຫໍ​ພິ​ພິ​ຕະ​ພັນ ກວາງ​ນິງ ແລະ ການ​ຫັນ​ເປັນ​ດິ​ຈີ​ຕອນ - ảnh 1

 ຫໍພິພິຕະພັນ ກວາງນິງ ໄດ້ແນະນຳໃນໜ້າເວັບbaotangquangninh.vn (ພາບ: VOV)

 

   ຫໍພິພິຕະພັນ ກວາງນິງ ແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວຫຼາຍຄົນ ຊື່ງຖືກຖືວ່າ ແມ່ນສູນວັດທະນະທຳທີ່ບັນຈຸຫຼາຍຄຸນຄ່າດ້ານຈິດໃຈຂອງເຂດດິນບໍ່.

   ໂດຍໄດ້ຮັບການແນະນຳແບບຜູ້ນຳທ່ຽວດີຈີຕອນ, ແຂກທ່ອງທ່ຽວຈະໄດ້ຢ້ຽມຊົມຫໍພິພິຕະພັນ ກວາງນິງ ຜ່ານໜ້າເວັບ baotangao.baotangquangninh.vn. ຮູບຈຳລອງຂອງຫໍພິພິຕະພັນ ກວາງນິງ ໄດ້ຫັນເປັນດີຈີຕອນດ້ວຍເຕັກໂນໂລຊີ 3 ມິຕິ, ຈາກສະຖາປັດຕະຍາກຳທາງນອກ ຕະຫຼອດຮອດທາງໃນ.

  ການຫັນເປັນດີຈີຕອນ 3 ມິຕິ ແມ່ນເຕັກໂນໂລຊີແກ້ໄຂຂໍ້ມູນດ້ານສີສັນ, ລາຍລະອຽດ, ຫັນເປັນດີຈີຕອນ ເປັນພື້ນທີ່ 3 ມິຕິ ແລະ ສະແດງຊັດເຈນ 100% ເມື່ອເອົາຂຶ້ນໃນສະພາບແວດລ້ອມສະເໝືອນຈິງ.   ແຂກທ່ອງທ່ຽວຈະເຫັນຮູບພາບຂອງເຂດຮ່ອງຮອຍປະຫວັດສາດໂດຍສັງລວມ, ເມື່ອກົດ ແລະ ເລີ່ມຍ້າຍໄປບັນດາຈຸດໃນຮູບພາບນັ້ນ, ແຂກຈະມີຄວາມຮູ້ສຶກວ່າ ກຳລັງໄດ້ເຂົ້າໄປໃນເຂດດັ່ງກ່າວ. ອ້າຍ ຟ້າມວັນກວຽດ, ແຂກທ່ອງທ່ຽວມາຈາກ ດ່ານັງ ໃຫ້ຮູ້ວ່າ:

   ເຕັກໂນໂລຊີນີ້ຊ່ວຍໃຫ້ທຸກຄົນສາມາດຊອກຫາສິ່ງຢູ່ໃນຫໍພິພິຕະພັນໄດ້ຢ່າງງ່າຍດາຍ ແລະ ຊັດເຈນທີ່ສຸດ. ຂ້າພະເຈົ້າມັກເຕັກໂນໂລຊີນີ້ທີ່ສຸດ, ຮູ້ສຶກເຫັນວ່າທຸກສິ່ງຄືຂອງແທ້ເລີຍ.

​ຫໍ​ພິ​ພິ​ຕະ​ພັນ ກວາງ​ນິງ ແລະ ການ​ຫັນ​ເປັນ​ດິ​ຈີ​ຕອນ - ảnh 2

 ຜ່ານເຄືອຄ່າຍອີນເຕີແນັດກໍ່ຊ່ວຍຜູ້ຊົມຊອກຮູ້ໂດຍສັງລວມໄດ້ (ພາບ: VOV)

  ໂດຍແມ່ນກິດຈະກຳສະຖາປັດຕະຍາກຳວັດທະນະທຳທີ່ພົ້ນເດັ່ນຢູ່ໃຈກາງນະຄອນ ຮະລອງ, ຫໍພິພິຕະພັນ ກວາງນິງ ໄດ້ກາຍເປັນຈຸດນັດພົບທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຂອງແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ. ສະເພາະປີ 2022 ມີແຂກທ່ອງທ່ຽວປະມານ 700.000 ເທື່ອຄົນມາຢ້ຽມຢາມແຫ່ງນີ້. ມີບາງມື້ຈຸດສູງກໍ່ຂຶ້ນເຖິງ 10.000 ເທື່ອຄົນ ອັນໄດ້ນຳມາຊຶ່ງລາຍຮັບກ່ວາ 16 ຕື້ດົ່ງ. ປະຈຸບັນ, ຫໍພິພິຕະພັນ ກວາງນິງ ມີວັດຖຸພັນກ່ວາ 30.000 ຢ່າງ, ໃນນັ້ນ ມີວັດຖຸພັນລະດັບຊາດ 12 ຢ່າງ. ພ້ອມກັບລະບົບວາງສະແດງທີ່ທັນສະໄໝ, ແຕ່ປີ 2015, ຫໍພິພິຕະພັນ ກວາງນິງ ກໍ່ເອົາໜ້າຈໍຂະໜາດໃຫ່ຍເຂົ້າເຄື່ອນໄຫວ; ເຊື່ອມຕໍ່ຮູບພາບຈາກເຂດປູຊະນີຍະສະຖານ ອຽນຕື, ສາຍຟິມຮູບເງົາ... ເພື່ອແນໃສ່ໜູນຊ່ວຍເພີ່ມຄວາມຈັບໃຈໃຫ້ແກ່ແຂກທ່ອງທ່ຽວ. ເອື້ອຍ Katherin, ແຂກທ່ອງທ່ຽວມາຈາກ Philippines ແບ່ງປັນວ່າ:

  ຂ້າພະເຈົ້າບໍ່ມີເວລາຫຼາຍ, ສະນັ້ນ, ຜ່ານຫໍພິພິຕະພັນທີ່ໄດ້ຫັນເປັນດີຈີຕອນຢູ່ແຂວງ ກວາງນິງ, ຂ້າພະເຈົ້າຈຶ່ງສາມາດຊອກຮູ້ສິ່ງພິເສດທີ່ສຸດຂອງເຂດດິນແດນແຫ່ງນີ້. ຂ້າພະເຈົ້າຖືວ່າ ມີຫຼາຍຢ່າງຕ້ອງໄດ້ປົວແປງ ເພື່ອສ້າງຄວາມສະດວກໃຫ້ແກ່ແຂກທ່ອງທ່ຽວຄື: ນຳໃຊ້ເຕັກໂນໂລຊີເຂົ້າໃນການສາຍຟິມຮູບເງົາ, ການແນະນຳຕ່າງໆ ສິ່ງນີ້ອາດຈະຊ່ວຍໃຫ້ຫໍພິພິຕະພັນ ກາຍເປັນຈຸດນັດພົບດ້ານວັດທະນະທຳທີ່ດູດດື່ມໃຈທີ່ສຸດຢູ່ ຮະລອງ.

   ທ່ານ ໂດ້ກວຽດຈຽນ ຜູ້ອຳນວຍການຫໍພິພິຕະພັນ ກວາງນິງ ໃຫ້ຂໍ້ສັງເກດວ່າ: ການໝູນໃຊ້ເຕັກໂນໂລຊີດິຈີຕອນ ເຂົ້າໃນການວາງສະແດງ, ການຈັດຕັ້ງບັນດາການເຄື່ອນໄຫວສຶກສາ, ລົງຕົວຈິງຂອງຂະແໜງຫໍພິພິຕະພັນ ພວມແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ. ດັ່ງນັ້ນ, ທາງຫໍພິພິຕະພັນໄດ້ ແລະ ພວມລົງທຶນປ່ຽນໃໝ່ຢ່າງວ່ອງໄວ, ຂຸດຄົ້ນ ແລະ ໝູນໃຊ້ເຕັກໂນໂລຊີດິຈີຕອນ ເພື່ອໃຫ້ແຂກທ່ອງທ່ຽວມີໂອກາດລົງຕົວຈິງ ແລະ ຄົ້ນຫາ. ໃນສະເພາະໜ້າ, ທາງຫໍພິພິຕະພັນຈະຜັນຂະຫຍາຍການຂາຍປີ້ເອເລກໂຕນິກ ເພື່ອຮັບໃຊ້ຄວາມຕ້ອງການເຂົ້າຢ້ຽມຊົມຂອງແຂກທ່ອງທ່ຽວ:

    ເພື່ອຕອບສະໜອງຄວາມຕ້ອງການໃນການຫັນເປັນດີຈີຕອນ, ທາງຫໍພິພິຕະພັນຈະໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນການວາງສະແດງຄື: ເຕັກໂນໂລຊີສາຍຟິມ 3 ມິຕິ ເຂົ້າໃນການວາງສະແດງເຂດບໍ່ແຮ່ຖ່ານຫິນ ແລະ ເຂດວາງສະແດງ ປະທານ ໂຮ່ຈີມິນ ກັບບັນດາຊົນເຜົ່າແຂວງ ກວາງນິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງແຂວງ ກວາງນິງ ຫຼືການຮຽນປະຫວັດສາດທາງອອນໄລ ເພື່ອສຶກສາມູນເຊື້ອໃຫ້ແກ່ນັກຮຽນ….

  ອາດເວົ້າໄດ້ວ່າ ການເຫັນເປັນດີຈີຕອນ ໃນການເຄື່ອນໄຫວຂອງຫໍພິພິຕະພັນ ແມ່ນທ່າອ່ຽງທີ່ແນ່ນອນ ໃນຍຸກສະໄໝ 4.0. ຫໍພິພິຕະພັນແມ່ນສະຖານທີ່ສຳຄັນ, ແມ່ນບ່ອນເກັບຮັກສາບັນດາວັດຖຸພັນ, ເອກະສານທີ່ມີຄ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາ ແລະ ເສີມຂະຫຍາຍບັນດາມໍລະດົກວັດທະນະທຳ, ປະຫວັດສາດຂອງຊາດ. ໃນທ່າອ່ຽງຫັນເປັນດີຈີຕອນໃນປະຈຸບັນ, ການຫັນບັນດາເຄື່ອນໄຫວຂອງຫໍພິພິຕະພັນເປັນດີຈີຕອນ ກໍ່ແມ່ນບັນຫາທີ່ີໄດ້ຮັບຄວາມສົນໃຈຈາກບັນດານັກຄຸ້ມຄອງ, ອົງການຈັດຕັ້ງ, ສ່ວນບຸກຄົນ ທີ່ເຄື່ອນໄຫວໃນຂົງເຂດຫໍພິພິຕະພັນ. ໃນວິວັດການປະຕິວັດ 4.0, ແຂວງ ກວາງນິງ ກໍ່ພວມນຳໜ້າໃນທ່າອ່ຽງຫັນເປັນດີຈີຕອນ. ຫໍພິພິຕະພັນ ກວາງນິງ ພວມຂຸດຄົ້ນຢ່າງມີປະສິດຜົນ ບັນດາໂປຼແກຼມຂອງການຫັນເປັນດີຈີຕອນ ຮັບໃຊ້ໃຫ້ແກ່ເປົ້າໝາຍການທອ່ງທ່ຽວ. ໃນໄລຍະຈະມາເຖິງ, ການນຳໃຊ້ຜົນງານຂອງການປະຕິວັດ 4.0 ຢ່າງສິ້ນເຊິງ ເພື່ອດຶງດູດແຂກທ່ອງທ່ຽວ ແມ່ນວິທີທີ່ຫໍພິພິຕະພັນ ກວາງນິງ ໄດ້,  ພວມ ແລະ ຈະຜັນຂະຫຍາຍ ເພື່ອແນໃສ່ແນະນຳບັນດາວັດຖຸພັນກັບ ປຊຊ ແລະ ແຂກທ່ອງທ່ຽວໄດ້ຫຼາຍກ່ວາອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ