ອາ​ຊີບ​ເຮັດ​ແຜ່ນຢໍ່​ຢູ່​ຕາ​ແສງ​ອານ​ຫງ້າຍ ຊອກ​ຮູ້​ທິດ​ພັດ​ທະ​ນາ​ບັນ​ລຸ​ປະ​ສິດ​ທິ​ຜົນ

(VOVWORLD) - ໃນໄລຍະຜ່ານມາ, ບັນດາຜະລິດຕະພັນກະເສດຢູ່ແຂວງ ບ່າເຣັ້ຍ-ຫວຸ້ງເຕົາ ໄດ້ສ້າງໃຫ້ມີຄຸນຄ່າພິເສດສະເພາະ. ບັນດາຜະລິດຕະພັນສະເພາະ ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ, ໃນນັ້ນ ມີອາຊີບເຮັດແຜ່ນຢໍ່ຢູ່ຕາແສງ ອານຫງ້າຍ, ເມືອງ ລອງດ່ຽນ. ໂດຍແມ່ນຜະລິດຕະພັນດັ້ງເດີມ ແລະ ຊາວທ້ອງຖິ່ນໄດ້ພັດທະນາຜ່ານຫຼາຍລຸ້ນຄົນ, ອາຊີບເຮັດແຜ່ນຢໍ່ ອານຫງ້າຍ ພວມປະກອບສ່ວນຊຸກຍູ້ການຫັນປ່ຽນໂຄງປະກອບເສດຖະກິດ, ແກ້ໄຂວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ຜູ້ອອກແຮງງານຊົນນະບົດ.
ອາ​ຊີບ​ເຮັດ​ແຜ່ນຢໍ່​ຢູ່​ຕາ​ແສງ​ອານ​ຫງ້າຍ ຊອກ​ຮູ້​ທິດ​ພັດ​ທະ​ນາ​ບັນ​ລຸ​ປະ​ສິດ​ທິ​ຜົນ - ảnh 1

ຊາວບ້ານ ອານຫງ້າຍ ໄດ້ສືບທອດອາຊີບເຮັດແຜ່ນຢໍ່ຜ່ານຫຼາຍລຸ້ນຄົນ (ພາບ: VOV)

      ອາຊີບເຮັດແຜ່ນຢໍ່ຢູ່ຕາແສງ ອານຫງ້າຍ ເມືອງ ລອງດ່ຽນ ໄດ້ມີມາແຕ່ດົນນານແລ້ວ. ພາຍຫຼັງລະດູເກັບກ່ຽວເຂົ້າ, ຊາວບ້ານບໍ່ໄດ້ຂາຍໃຫ້ລູກຄ້າໝົດ, ຫາກໄດ້ເກັບໄວ້ສ່ວນໜຶ່ງເພື່ອບົດເຂົ້າເຮັດແຜ່ນຢໍ່. ໃນເບື້ອງຕົ້ນ ແມ່ນເຮັດເພື່ອກິນໃນຄອບຄົວເທົ່ານັ້ນ ແຕ່ຫຼັງຈາກນັ້ນ ຊາວບ້ານຫຼາຍຄົນກໍ່ຄ່ອຍໆເຮັດແຜ່ນຢໍ່ເພື່ອຂາຍ. ທ່ານ ເຈື່ອງວັນຮ່ຽນ ອາຍຸ 70 ປີ, ຢູ່ບ້ານ ອານຮ່ວາ, ຕາແສງ ອານຫງ້າຍ ໃຫ້ຮູ້ວ່າ: ຄອບຄົວຂອງທ່ານມີ 4 ລຸ້ນໄດ້ທຳອາຊີບເຮັດແຜ່ນຢໍ່ແລ້ວ, ຮອດລຸ້ນຂອງທ່ານແລ້ວກໍ່ຈະສອນໃຫ້ລູກສາວຕໍ່. ການເຮັດແຜ່ນຢໍ່ບໍ່ຕ້ອງການເງິນລົງທຶນຫຼາຍປານໃດ, ວັດຖຸດິບແມ່ນແປ້ງ, ເຊື້ອເພີງແມ່ນໃຊ້ເຟຶອງ, ຕໍເຟືອງ, ຂີ້ແກບ. ເຮັດແຜ່ນຢໍ່ເລີ່ມແຕ່ເວລາ 4 ໂມງເຊົ້າຮອດ 12 ໂມງທ່ຽງ, ພາຍໃນເວລາ 3-4 ຊົ່ວໂມງ, ຜູ້ໜຶ່ງກໍ່ສາມາດເຮັດແຜ່ນຢໍ່ແຕ່ 1.200-1.500 ແຜ່ນ,  ດ້ວຍລາຄາປະມານ 1,4 USD/100 ແຜ່ນ, ສະເລ່ຍໃນມື້ໜຶ່ງ ກໍ່ສາມາດຫາເງິນໄດ້ປະມານ 10 USD.  ປະຈຸບັນ, ຫຼາຍຄອບຄົວໃນເຂດໄດ້ໃຊ້ເຕົາໄຟຟ້າເພື່ອເຮັດແຜ່ນຢໍ່, ການບົດເຂົ້າກໍ່ໄດ້ໃຊ້ເຄື່ອງຈັກ, ດັ່ງນັ້ນ ກໍ່ບໍ່ຕ້ອງເສຍເວລາຫຼາຍ. ທ່ານ ຮ່ຽນ ແບ່ງປັນວ່າ:

   ອາຊີບເຮັດແຜ່ນຢໍ່ໄດ້ມີມາແຕ່ດົນນານແລ້ວ ແຕ່ລາຍຮັບຍັງບໍ່ເປັນປົກກະຕິ. ຍ້ອນຫດນັ້ນ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ໄດ້ຈັດການຝຶກອົບຮົມໃຫ້ ປຊຊ ເພື່ອພັດທະນາໝູ່ບ້ານອາຊີບເຮັດແຜ່ນຢໍ່ ອານຫງ້າຍ, ຂົນຂວາຍ ປຊຊ ສ້າງຕັ້ງສະຫະກອນ ເພື່ອທຳການຜະລິດເປັນປົກກະຕິ, ສ້າງເຄື່ອງໝາຍສິນຄ້າ. ລັດໄດ້ຂົນຂວາຍ ປຊຊ ຜະລິດຕາມໂຄງການໜຶ່ງຕາແສງ ໜຶ່ງຜະລິດຕະພັນ (OCOP) ເພື່ອໃຫ້ຜະລິດຕະພັນມີເຄື່ອງໝາຍການຄ້າໃນທ້ອງຕະຫຼາດ, ຊ່ວຍໃຫ້ຊີວິດຂອງ ປຊຊ ພັດທະນາດີກ່ວາອີກ.

ອາ​ຊີບ​ເຮັດ​ແຜ່ນຢໍ່​ຢູ່​ຕາ​ແສງ​ອານ​ຫງ້າຍ ຊອກ​ຮູ້​ທິດ​ພັດ​ທະ​ນາ​ບັນ​ລຸ​ປະ​ສິດ​ທິ​ຜົນ - ảnh 2

ອາຊີບເຮັດແຜ່ນຢໍ່ ອານຫງ້າຍ ປະກອບສ່ວນອະນຸລັກຮັກສາສັດທະນະທຳຂອງຊົນເຜົ່າ ຄົນ (ພາບ: VOV)

    ປະຈຸບັນ, ຕາແສງ ອານຫງ້າຍ ມີເກືອບ 130 ຄອບຄົວເຂົ້າຮ່ວມອາຊີບເຮັດແຜ່ນຢໍ່ ດ້ວຍແຮງງານປະມານ 260 ຄົນ. ກໍ່ຄືກັນກັບບັນດາຮາກຖານເຮັດອາຊີບມູນເຊື້ອຂອງທ້ອງຖິ່ນ, ອາຊີບເຮັດແຜ່ນຢໍ່ ອານຫງ້າຍ ໄດ້ເຄື່ອນໄຫວດ້ວຍຂອບຂະໜາດນ້ອຍ, ສ່ວນຫຼາຍແມ່ນເຮັດຕາມຮູບແບບເສດຖະກິດຄອບຄົວ.  ຍ້ອນເຫດນັ້ນ, ເມືອງ ລອງດ່ຽນ ໄດ້ມີແຜນການອະນຸລັກຮັກສາ, ພັດທະນາໝູ່ບ້ານອາຊີບ; ຊ່ວຍ ປຊຊ ຕາແສງ ອານຫງ້າຍ ຍົກສູງຄຸນນະພາບຂອງແຜ່ນຢໍ່, ສຸມໃສ່ຜະລິດຕາມຮູບແບບ OCOP, ຈາກນັ້ນ ກໍ່ຍົກສູງລະດັບເຄື່ອງໝາຍການຄ້າແຜ່ນຢໍ່ ອານຫງ້າຍ ແລະ ເປີດກ້ວາງຕະຫຼາດ. ທ່ານນາງ ເລທິຮວ່າງແອວງ, ອະດີດປະທານຄະນະກຳມະການ ປຊຊ ຕາແສງ ອານຫງ້າຍ, ຮອງຫົວໜ້າຄະນະຈັດຕັ້ງ ອົງຄະນະພັກເມືອງ ລອງດ່ຽນ ໃຫ້ຮູ້ວ່າ:

   ບັນດາຄອບຄົວເຮັດແຜ່ນຢໍ່ຢູ່ ອານຫງ້າຍ ຕ້ອງການບັນດາເຄື່ອງອຸປະກອນເປັນຕົ້ນຕໍ. ຫ້ອງການຂອງກົມພັດທະນາຊົນນະບົດ ສົມທົບກັບເມືອງ ໜູນຊ່ວຍ ປຊຊ ຖ່າຍຖອດເຕັກໂນໂລຊີການຜະລິດ, ຈາກການເຮັດແຜ່ນຢໍ່ດ້ວຍເຕົາຟືນ, ຂີ້ແກບ ໄປໃຊ້ເຕົາໄຟຟ້າ. ບັນດາຄອບຄົວເຮັດແຜ່ນຢໍ່ກໍ່ໄດ້ຮັບການໜູນຊ່ວຍເຄື່ອງບົດເຂົ້າ, ລະບົບກະຕາດຕາກແຜ່ນຢໍ່.

     ໃນຂອບເຂດທົ່ວແຂວງ, ທາງແຂວງ ບ່າເຣັ້ຍ-ຫວຸ້ງເຕົາ ໄດ້ສ້າງຕັ້ງສະຫະກອນຜະລິດແຜ່ນຢໍ່, ຈັດຕັ້ງການເກັບຊື້ ເພື່ອເຮັດໃຫ້ລາຄາຂາຍເປັນປົກກະຕິ ພ້ອມທັງໄດ້ໜູນຊ່ວຍດ້ານທຶນຮອນ ເພື່ອໃຫ້ບັນດາຄອບຄົວເຮັດແຜ່ນຢໍ່ ປັບປຸງອຸປະກອນຄື: ຊື້ເຄື່ອງບົດເຂົ້າ, ສ້ອມແປງເດີ່ນຕາກແຜ່ນຢໍ່, ສະໜອງແຫຼ່ງນ້ຳສະອາດ ຮັບປະກັນເງື່ອນໄຂເຮັດແຜ່ນຢໍ່ໃຫ້ຄົບຖ້ວນ, ເປີດກ້ວາງຕະຫຼາດຈຳໜ່າຍເທື່ອລະກ້າວ ແລະ ມຸ້ງໄປເຖິງການສົ່ງອອກ. ທ່ານ ຟານວັນເຮັນ ອາຍຸ 65 ປີ, ຢູ່ບ້ານ ອາລົກ, ຕາແສງ ອານຫງ້າຍ ຜູ້ທີ່ໄດ້ທຳອາຊີບເຮັດແຜ່ນຢໍ່ແຕ່ 40 ກ່ອນ ໄດ້ແບ່ງປັນວ່າ:

  ລັດໄດ້ເອົາໃຈໃສ່, ໜູນຊ່ວຍບັນດາຄອບຄົວເຮັດແຜ່ນຢໍ່ ເພື່ອອະນຸລັກຮັກສາໝູ່ບ້ານອາຊີບທີ່ເປັນມູນເຊື້ອ, ທັງມີເງື່ອນໄຂພັດທະນາເສດຖະກິດ.

       ອາຊີບເຮັດແຜ່ນຢໍ່ ອານຫງ້າຍ ໄດ້ຮັບຮູ້ວ່າ ແມ່ນໝູ່ບ້ານອາຊີບມູນເຊື້ອແຫ່ງທຳອິດຂອງແຂວງ ບ່າເຣັ້ຍ-ຫວຸ້ງເຕົາ ນັບແຕ່ປີ 2013. ໃນໄລຍະທີ່ຜ່ານມາ, ບ້ານ ອານຫງ້າຍ ໄດ້ກາຍເປັນຈຸດນັດພົບການທ່ອງທ່ຽວ ຊື່ງໄດ້ດຶງດູດແຂກມາຈາກທຸກສາລະທິດເປັນຈຳນວນຫຼາຍພໍສົມຄວນ ເພື່ອມາຢ້ຽມຊົມ ແລະ ລອງເຮັດແຜ່ນຢໍ່. ໃນໄລຍະທີ່ຈະມາເຖິງ, ພະແນກການທ່ອງທ່ຽວແຂງ ບ່າເຣັ້ຍ-ຫວຸ້ງເຕົາ ຈະແນະນຳບັນດານະຄອນ, ເມືອງ, ຕາແສງ ສະຖິຕິບັນດາໝູ່ບ້ານອາຊີບມູນເຊື້ອຂອງທ້ອງຖິ່ນ, ໃນນັ້ນ ມີອາຊີບເຮັດແຜ່ນຢໍ່ຢູ່ ອານຫງ້າຍ ເພື່ອສ້າງລະບຽບການຮັບຮອງເອົາເປັນສະຖານທີ່ທ່ອງທ່ຽວໃຫ້ສຳເລັດ./.

ຕອບກັບ

ຂ່າວ/ບົດ​ອື່ນ