ອານຢາງ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່

(vovworld) – ໂດຍ​ແມ່ນ​ທ້ອງ​ຖີ່ນ​ທີ່​ມີ​ທ່າ​ແຮງ​ກ່ຽວ​ກັບ​ການ​ຜະ​ລິດ​ກະ​ສີ​ກຳ, ​​ໄລຍະ​ຜ່ານ​ມາ, ອານ​ຢາງ​ ໄດ້​ນຳ​ໃຊ້​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ເສີມ​ຂະ​ຫ​ຍາຍ​ທ່າ​ແຮງຂອງ​ຕົນ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຄວາມ​ເອົາ​ໃຈ​ໃສ່​ຂອງ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊນ​ທ້ອງ​ຖີ່ນ​​ໃນ​ປະ​ຈຸ​ບັນ​ນັ້ນແມ່ນ​ເງື່ອນ​ໄຂ​ໄປ​ມາ, ຮ່ຳ​ຮຽນ ແລະ ການ​ດຳ​ລົງ​ຊີ​ວິດ​​ຂອງ​ປະ​ຊາ​ຊົນ​ໃນເຂດຊົນ​ນະ​ບົດ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ລົງ​ທຶນ​ຢ່າງ​ເໝາະ​ສົມ. ຍ້ອນ​ເຫດ​ນັ້ນ, ບັນ​ດາ​ທ້ອງ​ຖີ່ນ​ຢູ່​ເຂດ​ໄບ​ນູ໋ຍ ນີ້ພວມ​ພະ​ຍາ​ຍາມ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ​ເພື່ອ​​ພັດ​ທະ​ນາ​ເຂດ​ຊົນ​ນະ​ບົດ​ໃຫ້​ໃຫ​ຍ່​ໂຕ ແລະ ສວຍ​ງາມກວ່າ.

ອານຢາງ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ - ảnh 1

ເສັ​້ນ​ທາງໃໝ່​ທີ່​ໄດ້​ຮັບ​ການ​ກໍ່​ສ້າງ​ຢູ່​ເຂດ​ຊົນ​ນະ​ບົດ

7ພາບ​ປະ​ກອບ​ອິນ​ເຕີ​ແນດ)

ອານຢາງ ມີ​ພູມ​ສັນ​ຖານ​ສັບ​ສົນ, ດ້ວຍ​ທົ່ງ​ພຽງ, ໂນນ​ພູ, ດອນ​ເກາະ ແລະ ຊາຍ​ແດນ. ຈຸດ​ພິ​ເສດ​ຂອງ​ທ້ອງ​ຖີ່ນ​ແມ່ນ​ມີຫຼາຍ​ຊົນ​ເຜົ່າ​ອ້າຍ​ນ້ອງ​ຄື: ກິງ, ຮ​ວາ, ຈຳ, ຂ​ະແມ ດຳ​ລົງ​ຊີ​ວິດຢູ່​ຮ່ວມ​ກັນ. ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ແມ່ນ​ຄາດໝາຍ​ອັນ​ດັບ​ໜຶ່ງ ເພື່ອ​ໃຫ້​ທ້ອງ​ຖີ່ນ​ຕັດ​ສິນ​ໃຈ​ປ່ຽນ​ໃໝ່​ໂສມ​ໜ້າ​ກະ​ສີ​ກຳ, ຊົນ​ນະ​ບົດ, ເຮັດ​ໃຫ້​ປະ​ຊາ​ຊົນ​ບັນ​ດາເຜົ່າມີ​ຊີ​ວິດ​ໄດ້​ດີກວ່າ. ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ເລີ່ມ​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ​ດ້ວຍ​ເລື່ອງ, ​ອຳ​ນາດ​ການ​ປົກ​ຄອງ, ພະ​ສົງ ແລະ ​ປະ​ຊາ​ຊົນ​ໃນ​ທ້ອງ​ຖີ່ນໄດ້ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ຢູ່​ເຂດ​ຊົນ​ນະ​ບົດ. ​ຄູ​ບາ ເຈົາ​ສີ​ທາ, ເຈົ້າ​ອະ​ທິ​ການ​ວັດ ໂປງ​ໂຮ, ຜູ້​ທີ່​ໄດ້​ພ້ອມ​ກັບ​ປະ​ຊາ​ຊົນ​ໃນ​ບ້ານ​ໄປຂົນ​ຂວາຍ​ທຸກ​ຄົນ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ, ຖື​ວ່າ:

“ກ່ອນນີ້​ການ​ໄປ​ມາ​ຢູ່​ທີ່ນີ້​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ. ການ​ຂົນ​ສົ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຂົ້າ​ສາ​ນ, ການ​ໄປ​ຮຽນ​ຂອງ​ລູກຫຼານ​ບໍ່​ສະ​ດວກ​ສະ​ບາຍ ເຮັດ​ໃຫ້​ລະ​ດັບ​ຄວາມ​ຮູ້​ຂອງ​ປະ​ຊາ​ຊົນ​ຖືກ​ຈຳ​ກັດ. ດັ່ງ​ນັ້ນ, ພໍ່​ແມ່ນ​ປະ​ຊາ​ຊົນ​ໃນ​ບ້ານ​ຈຶງ​ສະ​ໜັບ​ສະ​ໜູນ​​ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ກໍ່​ສ້າງທາງ​ຄົມ​ມະ​ນາ​ຄົມ.”

​ໃນ​ຊຸມ​ປີ​ກ່ອນ, ເມື່ອ​​ຮອດຍາມນ້ຳ​ແກ່ງ​, ທາງ​ຄົມ​ມະ​ນາ​ຄົມ​ເກືອບ​ທັງ​ໝົດຈາກເມືອງທ້​ວາຍ​ເຊີນ, ໃນເຂດ​ຫ່າງ​ໄກ​ສອກຫຼີກ​ແຂວງ​ອານ​ຢາງ ​ໄປ​ຍັງ​ເຂດ​ໃຈ​ກາງ​ຕາ​ແສງລ້ວນ​ແຕ່​ເປັນ​ບວກ, ຂີ້​ຕົມ. ແຕ່​ປະ​ຈຸ​ບັນ, ຍ້ອນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ອຳ​ນາດ​ການ​ປົກ​ຄອງ ພ້ອມ​ກັບ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຊົນ, ໂສມ​ໜ້າ​ຊົນ​ນະ​ບົດ​ຂອງ​ເຂດ​ແຫ່ງ​ໄກ​ສອກຫຼີກນີ້​ໄດ້​ມີ​ການ​ປ່ຽນ​ແປງ​ພໍ​ສົມ​ຄວນ. ປະ​ຈຸ​ບັນ, ລົດ​ໃຫ​ຍ່​ສາ​ມາດ​ໄປ​ຍັງ​ໃຈ​ກາງ​ຕາ​ແສງ, ເທດ​ສະ​ບານ​ຂອງ​ເມືອງ​ໃນ​ຍາມ​ແຫ້ງ ແລະ ຍາມ​ຝົນ​ຕົ​ກ​ໄດ້. ທ່ານ ແຢງ​ຟອງ, ປະ​ຊາ​ຊົນ​ໃນ​ເມືອງ​ທ້​ວາຍ​ເຊີນ, ຜູ້​ທີ່​ໄດ້​ສະ​ຫງວນ​ທີ່​ດິນ​ຂອງ​ຕົນ​ໃຫ້​ແກ່​ການ​ກໍ່​ສ້າງທາງ​ຄົມ​ມະ​ນາ​ຄົມ, ແບ່ງ​ປັນ​ວ່າ:

“ຂ້າ​ພະ​ເຈົ້າ​ເຫັນ​ວ່ານີ້​ແມ່ນ​ການ​ສົມ​ທົບ​ເປັນ​ຢ່າງ​ດີ​ລະ​ຫວ່າງ​ລັດ​ກັບ​ປະ​ຊາ​ຊົນ. ໃນ​ເມື່ອ​ກ່ອນ, ການ​ໄປ​ມາຢູ່​ທີ່ນີ້ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ. ຍາມ​ຝົນ​ຕົກ​ທາງ​ເປັນ​ບວກ​ບໍ່​ສາ​ມາດ​ໄປ​ມາ​ໄດ້. ຫວ່າງ​ແລ້​ວນີ້, ລັດ​ໄດ້​ເອົາ​ໃຈ​ໃສ່​ລົງ​ທຶນ​ກໍ່​ສ້າງ​ທາງ. ​ພວກ​ຂ້າ​ພະ​ເຈົ້າ​ກໍ່ສະ​ຫງວນ​ທີ່​ດິນ​ຂອງ​ຕົນ​ເພື່ອ​ເປີດ​​ເສັ້ນທາງ​ໃຫ້​ກວ້າງ​ຂວາງ ແລະ ສວຍ​ງາມກວ່າ​, ເຮັດໃຫ້​ລູກຫຼານ​ໄປ​ມາຮ່ຳ​ຮຽນ ແລະ ​ການຂົນ​ສົ່ງ​ສິນ​ຄ້າ​​ມີ​ຄວາມ​ສະ​ດວກ​ສະ​ບາຍກວ່າ”.

ອາດ​ເວົ້າ​ໄດ້​ວ່າ, ການ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ຢູ່ເຂດ​ຊົນ​ນະ​ບົດ ແມ່ນ​ມາດ​ຖານ​ໜຶ່ງ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ກວ່າ​ໝູ່​ໃນ 2 ປີ ແຫ່ງ​ການປະ​ຕິ​ບັດ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​​ຂອງ​ແຂວງອານ​ຢາງ. ສ່ວນ​ບັນ​ດາ​ມາດ​ຖານ​ເຊິ່ງ​ກ່ອນນີ້​ອານ​ຢາງ​ ພຽງ​ແຕ່​ບັນ​ລຸ​ຢູ່​ໃນລະ​ດັບ​ຕ່ຳ, ປະ​ຈຸ​ບັນ​ໄດ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ. ດ້ວຍຜົນ​ສຳ​ເລັດ​​ຈາກ​ການ​ລະ​ດົມ​ປະ​ຊາ​ຊົນ​ປະ​ກອບ​ກຳ​ລັງ​ແຮງເຂົ້າ​ຮ່ວມການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່. ປະ​ຈຸ​ບັນ, ​ທາງທ້ອງ​ຖີ່ນ​ພວມ​ເພີ່ມ​ທະ​ວີ​ວຽກ​ງານ​ສຶກ​ສາ, ຂົນ​ຂວາຍ, ໂຄ​ສະ​ນາ, ເພື່ອຫັນ​ປ່ຽນ​ຄວາມ​ຮັບ​ຮູ້ ແລະ ການກະທຳໃນອົງ​ຄະ​ນະ​ພັກ​ທຸກ​ຂັ້ນ, ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ມະ​ຫາ​ຊົນ​​ ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ຜ່ານ​ນັ້ນ, ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ໃຫ​ຍ່ ​ເພື່ອ​ຂົນ​ຂວາຍ​ທົ່ວ​ສັງ​ຄົມ​ເຂົ້າ​ຮ່ວມປະ​ຕິ​ບັດ​ການ​, ເສີມ​ຂະ​ຫ​ຍາຍລັກ​ສະ​ນະ​ເປັນ​ເຈົ້າ​ການ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ເຂົ້າຮ່​ວມການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ທ່ານ ໂດ​ວັນ​ຮຸ່ງ, ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ແຂວງ​ອານ​ຢາງ, ເນັ້ນ​ໜັກ​ວ່າ:

“ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ອານ​ຢາງ ຍາມ​ໃດ​ກໍ່ມີ​ຄວາມ​ສະ​ດວກ​, ເພາະ​​ວ່າມັນ​​ໄດ້​ຕິດ​ພັນ​​ກັບໜ້າ​ທີ່ຮັບ​ຜິດ​ຊອບຂອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ. ດັ່ງ​ນັ້ນ​ໄດ້​ມີ​​ຄວາມ​ເຫັນ​ເອ​ກະ​ພາບ​ໃນການ​ຊີ້​ນຳ​, ນຳ​ພາ​ ແລະ ​ຜັນ​ຂະ​ຫ​ຍາຍ. ນອກ​ນັ້ນ​ທາງ​ທ້ອງ​ຖີ່ນ​ກໍ່​ໄດ້​ປະ​ກາດ​ໃຊ້​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍຫຼາຍ​ຢ່າງ​ເພື່ອ​ສົ່ງ​ເສີມ ແລະ ປະ​ຕິ​ບັດ​ໂຄງ​ການ​ຢ່າງ​ເດັດ​ຂາດ”.

ດ້ວຍບັນ​ດາ​ວິ​ທີ​ການປະ​ຕິ​ບັດ​ຢ່າງ​ລະ​ອຽດ, ​ພ້ອມ​ກັບ​ການ​ລົງ​ທຶນ​ພັດ​ທະ​ນາ​ຢ່າງ​ຖືກ​ທິດ ໄດ້​ເຮັດ​ໃຫ້​ໂສມ​ໜ້າຊົນ​ນະ​ບົດ​ມີ​ການ​ປ່ຽນ​ແປງ; ຍົກ​ສູງ​ຊີ​ວິດ​ທາງ​ດ້ານວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ​ຂຶ້ນ​ຕື່ມ. ນີ້​ແມ່ນ​ພື້ນ​ຖານ​ເພື່ອ​ເຮັດ​ໃຫ້​ໂສມ​ໜ້າ​ຊົນ​ນະ​ບົດ​ຢູ່​ແຂວງ​ອານ​ຢາງ ມີ​ການ​ປ່ຽນ​ໃໝ່​ຢ່າງ​ເຫັນ​ໄດ້​ຊັດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ນີ້ກໍ່​ແມ່ນ​ບັນ​ດາ​ຮູບ​ພາບ​ລະ​ອຽດ​ທີ່​ສຸດ​ກ່ຽວ​ກັບ​ຈຸດ​ໝາຍ​ພັດ​ທະ​ນາ​ກະ​ສີ​ກຳ - ຊົນ​ນະ​ບົດ ແລະ ຊາວ​ນາ​ໃນ​ບໍ​ລິ​ເວນ​ແຂງ.

 

ຕອບກັບ

ຂ່າວ/ບົດ​ອື່ນ