ຮູບແບບປູກຜັກປອດສານພິດ ແລະ ລ້ຽງເຜິ້ງຊ່ວຍຊາວກະສິກອນລົບລ້າງຄວາມທຸກຍາກຢູ່ແຂວງ ຮ່າຢາງ

(VOVWORLD) -ເມືອງ ກວ໋ານບ້າ ແຂວງ ຮ່າຢາງ ໄດ້ ແລະ ພວມພັດທະນາຮູບແບບປູກຜັກປອດສານພິດ ແລະ ລ້ຽງເຜິ້ງ ໃຫ້ແກ່ປະຊາຊົນຢູ່ບໍລິເວນແຂວງ. ດ້ວຍທ່າໄດ້ປຽບກ່ຽວຄຸນນະພາບຂອງດິນ ແລະ ເງື່ອນໄຂດິນຟ້າອາກາດ, ສອງຮູບແບບດັ່ງກ່າວພວມນັບມື້ນັບພັດທະນາ, ຊ່ວຍພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທີ່ນີ້ລົບລ້າງຄວາມອຶດຫິວທຸກຍາກ ແລະ ສ້າງຄວາມຮັ່ງມີແບບຍືນຍົງ.

ຮູບແບບປູກຜັກປອດສານພິດ ແລະ ລ້ຽງເຜິ້ງຊ່ວຍຊາວກະສິກອນລົບລ້າງຄວາມທຸກຍາກຢູ່ແຂວງ ຮ່າຢາງ - ảnh 1 ປະຊາຊົນຢູ່ເມືອງກວ໋ານບ້າ ລ້ຽງເຜິ້ງ ເປັນຈຳນວນຫລວງຫລາຍ

ພາບ:dantocmiennui

ເມືອງ ກວ໋ານບ້າ ມີຮັງເຜິ້ງກວ່າ 3.500 ຮັງ ດ້ວຍທ່າໄດ້ປຽບແມ່ນມີທົ່ງປູກດອກໄມ້ບາກຮ່າ (ສະຣະແຫນ່)ເປັນຫລາຍແຫ່ງ, ດອກໄມ້ປ່າຫລາຍຊະນິດ ແລະ ມີຕົ້ນສະຫມູນໄພ ສະນັ້ນ ອາຊີບລ້ຽງ ເຜິ້ງແມ່ນພັດທະນາທີ່ສຸດ. ອາຊີບລ້ຽງເຜິ້ງ ຢູ່ ກວຽດຕຽນ ແມ່ນມີມາແຕ່ດົນນານແລ້ວ ແຕ່ປະຊາຊົນລ້ຽງເຜິ້ງດ້ວຍຂອບຂະຫນາດນ້ອຍ, ກະແຈກກະຈາຍ, ຮັບໃຊ້ຄວາມຕ້ອງການຂອງຄອບຄົວ. ແຕ່ຊຸມປີມານີ້ ອາຊີບລ້ຽງເຜິ້ງ ນັບມື້ນັບພັດທະນາ, ນຳມາເຊິ່ງຄຸນຄ່າເສດຖະກິດສູງໃຫ້ແກ່ຜູ້ລ້ຽງ.

ໂດຍເຫັນໄດ້ຜົນປະໂຫຍດຈາກການລ້ຽງເຜິ້ງ, ທ່ານ ເລຈູງກຽນ ປະທານຄະນະກຳມະການປະຊາຊົນ ຕາແສງ ກວຽດຕຽນ ໄດ້ກ້າລົງທຶນຂະຫຍາຍກວ່າ ຮັງເຜິ້ງກວ່າ 300 ຮັງ. ທ່ານເລຈູງກຽນ ແບ່ງປັນວ່າ: ນອກຈາກການພັດທະນາຮັງເຜິ້ງ, ທ່ານກໍ່ໄດ້ໄປເຖິງຫລາຍບ່ອນເພື່ອຮ່ຳຮຽນເອົາບົດຮຽນ ແລະ ເປີດຊຸດຮຽນຫລາຍຊຸດເພື່ອແບ່ງປັນໃຫ້ພໍ່ແມ່ປະຊາຊົນທ້ອງຖິ່ນ. ປະຈຸບັນ ຕາແສງ ກວຽດຕຽນ ລ້ຽງເຜິ້ງ ແລະຂາຍນ້ຳເຜິ້ງ 3 ຊະນິດຕາມບັນດາລະດູດອກໄມ້ຢູ່ທ້ອງຖິ່ນຄື: ນ້ຳເຜິ້ງສະຣະແຫນ່, ນ້ຳເຜິ້ງສະຫມູນໄພ ແລະ ນຳ້ເຜິ້ງປ່າ. ໃນນັ້ນ ນ້ຳເຜິ້ງສະຣະແຫນ່ມີຄຸນນະພາບດີ, ມີລົດຊາດຫອມ, ຫວານ ທີ່ເປັນເອກະລັກສະເພາະ ໂດຍໄດ້ຮັບຄວາມນິຍົມຈາກລູກຄ້າເປັນຈຳນວນຫລວງຫລາຍ. ທ່ານ ເລຈູກຽນ ໃຫ້ຮູ້ວ່າ: ປະຈຸບັນ ແຂວງ ຮ່າຢາງ ໄດ້ສ້າງຕັ້ງສະຫະສະມາຄົມລ້ຽງເຜິ້ງ ແລະ ບັນດາສະຫະກອນຄວນສ້າງຄວາມສະດວກໃຫ້ແກ່ການພັດທະນາຮັງເຜິ້ງ.

        “ປະຈຸບັນ ແຂວງ ຮ່າຢາງ ແລະ ເມືອງກວ໋ານບ້າ ພວມຊ່ວຍສົ່ງເສີມໂຄສະນາຜະລິດຕະພັນນ້ຳເຜິ້ງຄື: ນ້ຳເຜິ້ງສະຣະແຫນ່ ນ້ຳເຜິ້ງສະໝູນໄພ. ພໍ່ແມ່ປະຊາຊົນຊາວກະສິກອນກໍ່ໄດ້ສົ່ງເສີມໂຄສະນາຜະລິດຕະພັນຂອງຕົນດ້ວຍຕົນເອງ ເຖິງຢ່າງໃດກໍຕາມ ສິ່ງທີ່ເປັນຫນ້າເອົາໃຈໃສ່ທີ່ສຸດແມ່ນຕ້ອງຮັບປະກັນຄຸນນະພາບ, ຄວາມປອດໄພຫລັກອະນາໄມ. ເມື່ອມີຜະລິດຕະພັນດີ ຈະແມ່ນວິທີການໂຄສະນາດີສຸດ.”

ຮູບແບບປູກຜັກປອດສານພິດ ແລະ ລ້ຽງເຜິ້ງຊ່ວຍຊາວກະສິກອນລົບລ້າງຄວາມທຸກຍາກຢູ່ແຂວງ ຮ່າຢາງ - ảnh 2 ປູກຜັກປອດສານພິດແມ່ນຮູບແບບພັດທະນາຊ່ວຍລົບລ້າງຄວາມທຸກຍາກຢູ່ເຂດພູດອຍ

ນັບແຕ່ປີ 2017, ຕາແສງ ກວຽດຕຽນ ໄດ້ຜັນຂະຫຍາຍຮູບແບບປູກຜັກປອດສານພິດຕາມລະບົບຄຸນຄ່າຄວາມປອດໄພຫລັກອະນາໄມດ້ານສະບຽງອາຫານ VietGap. ເບື້ອງຕົ້ນໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງໃຫ້ແກ່ປະຊາຊົນ, ສ້າງການຫັນປ່ຽນຕັ້ງຫນ້າໃນການຜະລິດກະສິກຳ. ທ້າຍປີກາຍນີ້ ດ້ວຍແຫລ່ງທຶນສົມທົບຂອງລັດ, ຄອບຄົວອ້າຍ ຫລູ່ຢູ໋ງຈູງ ຢູ່ ບ້ານ ບໍແລກ ໄດ້ຫັນປ່ຽນ ທີ່ດິນໃນເນື້ອທີ່ 1 ເຮັກຕາ ຊື່ງກ່ອນນີ້ປູກເຂົ້າພຽງແຕ່ລະດູການດຽວເທົ່ານັ້ນຫັນມາປູກຜັກໃນເຮືອນຮົ່ມ ຊື່ງໄດ້ປະກອບລະບົບຫົດນ້ຳແບບອັດຕະໂນມັດ. ພາຍຫລັງຜັນຂະຫຍາຍມາໄດ້ໄລຍະຫນຶ່ງ, ຮູບແບບປູກຜັກໃນເຮືອນຮົ່ມໄດ້ນຳມາເຊິ່ງປະສິດທິຜົນຢ່າງເຫັນໄດ້ຊັດ, ຫລຸດຜ່ອນກຳລັງແຮງານລົງ, ໃນຂະນະນັ້ນ ຄຸນຄ່າເສດຖະກິດພັດສູງຂຶ້ນ. ອ້າຍຫລູ່ຢູ໋ງຈູງ ໃຫ້ຮູ້ວ່າ:
“ປະຈຸບັນ ຫັນມາປູກຜັກບໍ່ນຳໃຊ້ປ້ອງກັນພະຍາດສັດຕູພືດອີກ ສະນັ້ນ ຜັກປູກມາແມ່ນມີຄວາມປອດໄພ. ປະຈຸບັນ ຂ້າພະເຈົ້າພວມເກັບກູ້ຜັກກະລຳບີແລະ ຜັນຂະຫຍາຍການປູກໝາກເລັ່ນ ພາຍຫລັງເກັບກູ້ກະລຳບີສຳເລັດ ກໍ່ຈະຜັນຂະຫຍາຍການປູກຜັກບາງຊະນີດອີກ. ຄວາມສະດວກແມ່ນປູກໃນເຮືອນຮົ່ມຈະບໍ່ຖືກສັດຕູພືດ”

ປູກຜັກປອດສານພິດໄດ້ຊ່ວຍໃຫ້ປະຊາຊົນເພີ່ມລາຍຮັບ, ລາຄາຜະລິດຕະພັນກໍ່ສູງກວ່າຫລາຍເມື່ອທຽບໃສ່ການປູກຜັກແບບເກົ່າ. ອ້າຍ ຮ່ວາງວັນຢູງ, ພະນັກງານຫ້ອງການກະສິກຳ ເມືອງ ກວ໋ານບ້າ ໃຫ້ຮູ້ວ່າ: ອຳນາດການປົກຄອງເມືອງຍາມໃດກໍ່ປະຕິບັດການຊີ້ນຳໃຫ້ພໍ່ແມ່ປະຊາຊົນກ່ຽວກັບເວລາເຮັດລະດູການ, ອົງປະກອບຜົນລະປູກ, ການກະເສດສຸມເພື່ອເພີ່ມປະສິດທິພາບ. ພິເສດ ຢູ່ບາງເຂດປູກຝັງສະເພາະ,  ປະຊາຊົນໄດ້ຍູ້ແຮງການໝູນໃຊ້ວິທະຍາສາດ ເຕັກນິກເຂົ້າໃນການຜະລິດຄື: ປູກຜັກໃນເຮືອນຮົ່ມ.

“ຜ່ານການທົດລອງຢູ່ທ້ອງຖິ່ນ, ລາຍຮັບຈາກການປູກຜັກໃນເຮືອນຮົ່ມແມ່ນສູງກວ່າການປູກເຂົ້າ ແລະ ສາລີ ປະມານ 4-5 ເທົ່າ. ໃນວິວັດການຜັນຂະຫຍາຍ, ອຳນາດການປົກຄອງເມືອງ ກວ໋ານບ້າ ໄດ້ຈັດຕັ້ງຊຸດອົມຮົມກ່ຽວກັບການປູກຜັກປອດສານພິດ, ແນະນຳໃຫ້ປະຊາຊົນຜະລິດຕາມຂັ້ນຕອນ VietGap , ວິທີນຳໃຊ້ຢາປ້ອງກັນພະຍາດສັດຕູພືດ, ຟຸ່ນເຄມີ ແລະ ສະຫນອງແນວພັນປູກໃຫ້ບັນດາຄອບຄົວ. ຕາມຂັ້ນຕອນຂອງໂຄງການ, ນັບແຕ່ນີ້ຮອດປີ 2020 ຈະຜັນຂະຫຍາຍປູກຜັກໃນເຮືອນຮົ່ມຕື່ມອີກ 7 ເຮັກຕາ ແລະ ປູກຜັກປອດສານພິດ ອີກ 50 ເຮັກຕາ.”

ເພື່ອແກ້ໄຂສົ້ນອອກໃຫ້ຜັກປອດສານພິດ, ເມືອງ ກວ໋ານບ້າ ໄດ້ສ້າງຕັ້ງ ຮ້ານແນະນຳຜະລິດຕະພັນຢູ່ ບ້ານ ເນີ້ມເລືອງ ຕາແສງ ກວຽດຕຽນ. ຄຽງຄູ່ກັນນັ້ນ ບາງວິສາຫະກິດ, ສະຫະກອນ ຢູ່ບໍລິເວນ ເມືອງ ໄດ້ເຂົ້າຮ່ວມການຜະລິດປູກຜັກປອດສານພິດເພື່ອຮັບໃຊ້ການສົ່ງອອກ. ເພື່ອທະວີຄູນຮູບແບບການຜະລິດປູກຜັກປອດສານພິດ, ກ້າວໄປເຖິງພື້ນຖານກະສິກຳຜະລິດປອດສານພິດ, ແບບຍືນຍົງ ເມືອງ ກວ໋ານບ້າ ໄດ້ ແລະ ພວມຍູ້ແຮງວຽກງານໂຄສະນາເພື່ອໃຫ້ຊາວກະສິກອນເຂົ້າໃຈກ່ຽວກັບຜົນປະໂຫຍດເມື່ອຜະລິດກະສິກຳປອດສານພິດ, ມີນະໂຍບາຍດຶງດູດການລົງທຶນເພື່ອແນໃສ່ຊຸກຍູ້ການໝູນໃຊ້ຮູບແບບປູກຜັກປອດສານພິດ VietGap ພ້ອມທັງສ້າງລະບົບຈຳຫນ່າຍອາຫານປອດສານພິດເຊື່ອມຕໍ່ກັບຜູ້ອຸປະໂພກ.

ຕອບກັບ

ຂ່າວ/ບົດ​ອື່ນ