ຮູບແບບປູກຜັກປອດສານພິດໃນເຮືອນຮົ່ມ ຂອງນັກທຸລະກິດຍິງ

(VOVWORLD) -ຮູບແບບການປູກຜັກປອດສານພິດໃນເຮືອນຮົ່ມ ຂອງ ທ່ານນາງ ເລີຫວຽດວ່າ, ຜູວຍການ ບໍລິສັດລົງທຶນ ແລະ ພັດທະນາ ມິງວ່າ ຈກັດ ເມືອງ ບາດິ່ງ, ນະຄອນ ເກິ່ນເທີ, ເຖິງວ່າເຄື່ອນໄຫວຍັງບໍ່ທັນຮອດໜຶ່ງປີກໍ່ຕາມ, ແຕ່ກໍ່ໄດ້ຮັບຄວາມສົນໃຈ ແລະ ການສະໜັບໜູນຈາກຫລາຍຄົນ. ຢູ່ທີ່ນີ້ ບໍ່ພຽງແຕ່ແມ່ນບ່ອນອງຜັກປອດສາພິດໃຫ້ຜູ້ບໍລິໂພກເທົ່ານັ້, ຫາກ ບໍລິສັດ ມິງວ່າ ຍັງແມ່ນສະຖານທີິ່ມາທັດສະນະສຶກສາຂອງຫຼາຍອົງການຈັດຕັ້ງກົມກອງ, ເປັນສະຖານທີ່ເພື່ອໃຫ້ພວກນ້ອນັກຮຽນຍິງມາທັດສະນະສຶກສາຮ່ຳຮຽນເອົາປະສົບການ ປຸກລຸກຄວາມໄຝ່ຝັນໃນການສ້າງອາຊີບ. ແທຕູ໋ ນັກຂ່າວ VOV ມີບົດຽນດ້ວຍຫົວຂໍ້ວ່າ: ລັງແຜ່ຂະຍາຍຂອງຮູບແບບປູກຜັ

ຮູບແບບປູກຜັກປອດສານພິດໃນເຮືອນຮົ່ມ ຂອງນັກທຸລະກິດຍິງ - ảnh 1 ຮູບແບບປູກຜັກປອດສານພິດໃນເຮືອນຮົ່ມ

ເລື່ອງລາວເລີ່ມດຳເນີນທຸລະກິດແບບ Starup ຂອງ ທ່ານນາງ ເລີມຫວຽດຮວ່າ, ຜູ້ອຳນວຍການ ບໍລິສັດລົງທຶນ ແລະ ພັດທະນາ ມິງຮວ່າ ຈຳກັດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກຫຼາຍຢ່າງ, ບາງເທື່ອກໍ່ປະລາໄຊ, ບາງເທື່ອກໍ່ລຳບາກກາກກຳ, ແຕ່ບໍ່ແມ່ນຍ້ອນຄວາມຫັກພັງລົ້ມເຫລວໃນເບື້ອງຕົ້ນ ບໍ່ແມ່ນການປະລະຄວາມໄຝ່ຝັນຂອງຕົນເອງ ໃນກວ່າ 7 ປີຜ່ານມາ. ທ່ານນາງ ຮວ່າ ໄດ້ຂຸ້ນຄິດຊອກຫາມາດຕະການແກ້ໄຂໃຫ້ຕົນປັບປຸງສວນຜັກຕາມທິດທັນສະໄໝ, ດ້ວຍທິດນຳ: ຜັກປອດສານພິດຈາກສວນອອກໄປເຖິງໂຕະອາຫານ. ປັດຈຸບັນນີ້, ບໍລິສັດ ມິງຮວ່າ ຜະລິດໃນເນື້ອທີ່ 3.000 ຕາແມັດ ດ້ວຍບັນດາລະບົບຫົດນ້ຳສວນຜັກທີ່ທັນສະໄໝ, ຜັກທັງໝົດຖືກປົກຄຸມດ້ວຍຕາໜ່າງຫ່າງໆ ແລະ ນີລົງ ເພື່ອຮັບປະກັນແສງສະຫວ່າງ, ແຫລ່ງນ້ຳ, ປ້ອງກັນສັດຕູພືດບໍ່ກໍ່ຜົນເສຍຫາຍ ເພື່ອໃຫ້ຜັກພັດທະນາທັງປະລິມານ ແລະ ຄຸນນະພາບ. ທ່ານນາງ ຮວ່າ ແບ່ງປັນວ່າ ນິຍາມຄຳວ່າປອດສານພິດ ຢູ່ທີ່ນີ້ແມ່ນຕ້ອງໄດ້ຮັບການກວດກາຢັ້ງຢືນ, ແລະ ຜູ້ຢັ້ງຢືນຕ້ອງແມ່ນຜູ້ບໍລິໂພກ. ທ່ານນາງ ເລີມຫວຽດຮວ່າ ໃຫ້ຮູ້ວ່າ:

          ໃນຊີວິດຕ້ອງມີຄວາໄຝ່ຝັນ . ຂ້າພະເຈົ້າຄິດວ່າ ບັນດາສິ່ງທີ່ບລິສັດ, ພະນັກງານລັດຖະກອນທັງໝົດ ແລະ ຄອບຄົວຂອງຂ້າພະເຈົ້າເຮັດມານັ້ນ ມັນມີສານວ່າ ຄືແນວໃດແມ່ປອດສານພິດ. ໝາຍຄວາມວ່າແມ່ນການກວດກາຢັ້ງຢືຜະລິດຕະພັນີ່ຕົນເອງາກໍ່ຊື້.

          ສ້າງພາບພົດໄດ້ຄືປະຈຸບັນ ແມ່ນຍ້ອນອາໄສທິດນຳທີ່ວ່າ “ກ້າໄຝ່ຝັນ ແລະ ກ້າປາດຖະໜາຢາກມີແຫຼ່ງທັນຍາຫານສະອາດໃຫ້ແກ່ຜູ້ບໍລິໂພກ; ປອດສານພິດຈາກສວນອອກໄປເຖິງໂຕະອາຫານ”. ມາຮອດປັດຈຸບັນ, ຮູບແບບປູກຜັກປອດສານພິດ ພວມໄດ້ຮັບຄວາມສົນໃຈຈາກແຂກທີ່ຢູ່ໃກ້ຢູ່ໄກເປັນຈຳນວນຫຼວງຫຼາຍ ແຕ່ລະເທື່ອເມື່ອແວ່ຢາມ ເກິ່ນເທີ ແມ່ນຕ້ອງມາແວ່ຢາມສວນຜັກປອດສານພິດ ມິງຮວ່າ ເພື່ອຢ້ຽມຊົມ ແລະ ກິນອາຫານພື້ນບ້ານແບບທີ່ບໍ່ເຄີຍມີຢູ່ບ່ອນໃດ. ຄວາມໂດ່ງດັງຊ່າລືໄປໄກ ແລະ ຫວ່າງມໍ່ໆມານີ້, ນັກຮຽນຍິງ ຫ້ອງ 11 (ຊັ້ນ ມ6) ຢູ່ ໂຮງຮຽນມັດທະຍົມຕອນປາຍ ແລະ ສູນການສຶກສາສາມັນ ຂອງເມືອງ ຈ່າໂອນ, ແຂວງ ວິ໋ງລອງ ເກືອບ 400 ຄົນ ກໍ່ໄດ້ມາບໍລິສັດ ມິງຮວ່າ   ນີ້. ຄະນະໄດ້ເລືອກສະຖານທີ່ແຫ່ງນີ້ເປັນສະຖານທີ່ທຳອິດ ເພື່ອໃຫ້ພວກນ້ອງຊົມແບບປະຈັກຕາ ເຫັນໄດ້ເຖິງຮູບແບບການປູກຜັກປອດສານພິດຂອງນັກທຸລະກິດຍິງ ເລີມຫວຽດຮວ່າ. ນີ້ແມ່ນສ່ວນໜຶ່ງຂອງການເຄື່ອນໄຫວທັດສະນະສຶກສາ ນອນໃນຂອບເຂດ ລາຍການໃຫ້ຄຳປຶກສາຂອງໂຮງຮຽນ ທີ່ຂຶ້ນກັບໂຄງການໜູນຊ່ວຍການສຶກສາສຳລັບນັກຮຽນຍິງຂອງອົງການ Room to Read. ນ້ອງ ແທັກທິທູຈາງ - ນັກຮຽນຫ້ອງ 11 (ຊັ້ນ ມ6) ໂຮງຮຽນມັດທະຍົມຕອນປາຍ ເລແທງມື່ງ, ເມືອງ ຈ່າໂອນ, ແຂວງ ວິ໋ງລອງ ສະແດງຄວາມປາດຖະໜາວ່າ:

          ປັດຈຸບັນ ແຫຼ່ງອາຫານປອດສານພິດແມ່ສຳຄັນທີ່ສຸດໃນຊີວິປະວັນ. ນ້ອງກໍ່ປາດຖະໜາຢຮ່ຳຮຽນຈາກຮູບແບບປູກຜັກປອດສານພິດນີ້ ເພື່ອໃຫມີລະດັບວິສະເພາະໃດໜຶ່ງ. ນ້ອງຈະຮ່ຳຮຽນເອົປະສົບການຈາກບັນດານ້າອາທີ່ໄດ້ສ້າງ ແລະ ເຮັດເປັສວນຜັກອດສານພິດ, ສະອາດ ເພື່ອໃຫ້ສັງຄົມນີ້ມີແຫຼ່ງອາຫານທີປອດໄພ, ຊ່ວຍໃຫ້ຄົນເຮົາມີສຸຂະພາບທີ່ດີກວ່າ.

ຮູບແບບປູກຜັກປອດສານພິດໃນເຮືອນຮົ່ມ ຂອງນັກທຸລະກິດຍິງ - ảnh 2 ແຂກມາຊົມເຂດປູກຜັກປອດສານພິດ

          ອາດຈະເຫັນໄດ້ວ່າ, ຮູບແບບປູກຜັກປອດສານພິດ ໃນເຮືອນຮົ່ມ ພວມໄດ້ຮັບຄວາມສົນໃຈຈາກຫຼາຍຄົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ກໍ່ຄືຄວາມປາດຖະໜາຢາກມີແຫຼ່ງອາຫານທີ່ປອດໄພໃຫ້ແກ່ຜູ້ບໍລິໂພກເປັນເທື່ອລະກ້າວ. ທ່ານນາງ ເລີມຫວຽດຮວ່າ ປາດຖະໜາວ່າ ໃນອະນາຄົດ ຈະນັບມື້ນັບມີແນວຄວາມຄິດ ແລະ ຮູບແບບທີ່ດີ ເພື່ອນຳມາເຊິ່ງແຫຼ່ງອາຫານທີ່ປອດສານພິດ ແລະ ປອດໄພໃຫ້ແກ່ສັງຄົມຫຼາຍຂຶ້ນ.

          ຂ້ພະເຈົ້າມີຄວາມໄຝ່ຝັນຢາກມີແຫຼ່ງອາຫານທີ່ປອດສານພິດ, ຂ້ພະເຈົ້ຂຸ້ຄິດກ່ຽວກັບສິ່ງນັ້ນ, ນັ້ນ ຂ້ພະເຈົ້າໄດ້ຕັ້ງໃຈ ບາງເທື່ອປະລາໄຊ  ແຕ່ຖ້າຂ້ພະເຈົ້າຢຸດ ແມ່ນທຸກສິ່ງທຸກຢ່າງຈົບສິ້ນ. ຂ້ພະເຈົ້າເລີ່ດຳເນີນທຸລະກິດແມ່ນຄືແນວນັ້, ແຕ່ມາເຖິຈຸດເວລານີ້ ຄວາມຫຍຸ້ງຍາກກໍ່ຍັງມີຫລາຍຢູ່, ຂ້ພະເຈົ້າຄິວ່າ ເຮົາມີວິກິດການດີ ແມ່ຄິດເຖິງປະຊາຄົມຫຼາຍກວ່າຄິດເຖິງຕົນເອງ, ແນ່ນອນວ່າ ຂ້ພະເຈົ້າ ຍັງຈະກ້າໄປໄກກວ່ານີ້ອີກ.

          ມີບໍ່ເທົ່າໃດຄົນຄິດວ່າ ຄວາມສຳເລັດໃນການເຮັດທຸລະກິດແມ່ນອີງໃສ່ຜົນກຳໄລທີ່ເກັບມາໄດ້, ແຕ່ສຳລັບ ທ່ານນາງ ເລີມຫວຽດຮວ່າ ແລ້ວ ບໍ່ແມ່ນຄືແນວນັ້ນ. ທ່ານນາງ ຍາມໃດກໍ່ມີຄວາມສຳນຶກຢູ່ສະເໝີວ່າ ຕ້ອງຖືເອົາຜົນປະໂຫຍດຂອງປະຊາຄົມ, ຄວາມເຫັນດີເຫັນພ້ອມ ຄວາມຮັກແພງຜູ້ບໍລິໂພກ ເປັນມາດຖານເພື່ອຕີລາຄາຄຸນນະພາບສຳລັບຜະລິດຕະພັນຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ