ຮ່າ​ໂນ້ຍ​ບືນ​ຕົວ​ຂຶ້ນ​ເພື່ອກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່

(VOVWORLD) -ດຍແມ່ນນະຄອນນຳໜ້າທົ່ວປະເທດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ຮ່າໂນ້ຍ ຍັງສືບຕໍ່ບືນຕົວຂຶ້ນໃນການກໍ່ສ້າງຊົນນະບົດໃໝ່, ສຸມໃສ່ຍົກສູງການກໍ່ສ້າງຊົນນະບົດໃໝ່ ແລະ ຊົນນະບົດເປັນແບບຢ່າງ.
ຮ່າ​ໂນ້ຍ​ບືນ​ຕົວ​ຂຶ້ນ​ເພື່ອກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ - ảnh 1

 ຕາແສງລຽນຮ່າ-ເມືອງດານເຟື້ອງ-ຮ່າໂນ້ຍ  (ພາບ: ເລິມຫງວຽນ)

ໂດຍປະຕິບັດຕາມໂຄງການກໍ່ສ້າງຊົນນະບົດໃໝ່ນັ້ນ, ນະຄອນຮ່າໂນ້ຍ ໄດ້ລະດົມທັງລະບົບການເມືອງ ແລະ ທົ່ວສັງຄົມ ຮ່ວມແຮງຮ່ວມໃຈປະຕິບັດໂຄງການ ດ້ວຍຄວາມຕັດສິນໃຈສູງສຸດ. ພາຍຫຼັງດຳເນີນການກໍ່ສ້າງຊົນນະບົດໃໝ່ມາເປັນເວລາ 10 ປີ, ນະຄອນຮ່າໂນ້ຍ ບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ, ຊື່ງໄດ້ຊ່ວຍໂສມໜ້າຊົນນະບົດຢູ່ຫຼາຍບ່ອນໄດ້ຮັບການປ່ຽນແປງໃໝ່, ພື້ນຖານໂຄງລ່າງທທີ່ຈຳເປັນໄດ້ຍົກລະດັບ, ຊີວິດການເປັນຢູ່ຂອງ ປຊຊ ໄດ້ຮັບການປົວແປງ ແລະ ຍົກສູງຂຶ້ນ.

ປະຈຸບັນ, ຮ່າໂນ້ຍ ມີ 12 ໃນຈຳນວນ 18 ເມືອງ, ເທດສະບານໄດ້ຮັບຮູ້ບັນລຸມາດຖານຊົນນະບົດໃໝ່. ຕາແສງທັງໝົດຂອງ ຮ່າໂນ້ຍ ລ້ວນແຕ່ແມ່ນຕາແສງບັນລຸມາດຖານຊົນນະບົດໃໝ່, ໃນນັ້ນ, ມີ 47 ຕາແສງບັນລຸມາດຖານຍົກສູງຊົນນະບົດໃໝ່, 5 ຕາແສງບັນລຸມາດຖານຊົນນະບົດແບບຢ່າງ. ທ່ານເຈິ່ນວັນເຊີນ,  ປຊຊ ຕາແສງ ລຽນຮ່າ, ເມືອງດານເຟື້ອງ, ຮ່າໂນ້ຍ ໃຫ້ຮູ້ວ່າ, ປີ 2021, ຕາແສງລຽນຮ່າ ແມ່ນໜຶ່ງໃນ 5 ຕາແສງທຳອິດຂອງຮ່າໂນ້ຍ ປະຕິບັດການກໍ່ສ້າງຊົນນະບົດໃໝ່ເປັນແບບຢ່າງສຳເລັດຜົນ, ລາຍຮັບສະເລ່ຍໃນບໍລິເວນຕາແສງບັນລຸກ່ວາ 75 ລ້ານດົ່ງ/ຄົນ/ປີ:

ນັບແຕ່ໄດ້ປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່, ໂສມໜ້າຂອງບ້ານ, ເສັ້ນທາງແມ່ນມີຄວາມສວຍງາມຫຼາຍ, ຊີວິດການເປັນຢູ່ຂອງ ປຊຊ ກໍ່ດີຂຶ້ນ. ເມື່ອກ່ອນແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ປະຈຸບັນດີຂຶ້ນຫຼາຍແລ້ວ, ລູກຫຼານກໍ່ໄດ້ໄປໂຮງຮຽນ, ມີຄວາມກ້າວໜ້າ.

ຮ່າ​ໂນ້ຍ​ບືນ​ຕົວ​ຂຶ້ນ​ເພື່ອກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ - ảnh 2

 ຜະລິດເຫັດໝູນໃຊ້ເຕັກໂນໂລຊີສູງຢູ່ເມືອງມີ້ດຶກ-ຮ່າໂນ້ຍ (ພາບ: ໂດ້ເຕິມ)

ສປະຈຸບັນ, ບັນດາອົງການ ສຳນັກງານ ແລະ ປຊຊ ນະຄອນເປັນຈຳນວນຫຼວງຫຼາຍໄດ້ຕອບສະໜອງ, ເຂົ້າຮ່ວມຂະບວນການ “ທົ່ວປວງຊົນຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”. ຮ່າໂນ້ຍ ໄດ້ຍູ້ແຮງການປະຕິບັດການຈັດສັນທີ່ດິນ, ມີຫຼາຍເຂດໄດ້ປູກຝັງສະເພາະ ຜະລິດຜະລິດຕະພັນກະເສດ ສິນຄ້າລວມສູນ, , ມີສະມັດຕະພາບ, ຄຸນນະພາບ ແລະ ປະສິດທິຜົນດ້ານເສດຖະກິດສູງ. ເລື່ອງນຳເອົາເຄື່ອງຈັກມານຳໃຊ້ຢູ່ທົ່ງນາ, ການໝູນໃຊ້ວິທະຍາສາດກ້າວໜ້າ, ເຕັກນິກ, ເຕັກໂນໂລຊີສູງ ເຂົ້າໃນການຜະລິດໄດ້ຮັບການເພີ່ມທະວີ, ສ້າງຕັ້ງບັນດາລະບົບຮ່ວມສຳພັນ ແລະ ຈຳໜ່າຍຜະລິດຕະພັນ, ສະໜອງໃຫ້ຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດຢ່າງກ້ວາງຂວາງ, ມຸ່ງໄປເຖິງການສົ່ງອອກ. ທ່ານນາງ ຟ້າມທິຫາຍຮວາ, ປະທານສະມາຄົມຊາວກະສິກອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

  ໃນຂະບວນການກໍ່ສ້າງຊົນນະບົດໃໝ່, ທາງນະຄອນມີຫຼາຍວິທີເຮັດທີ່ດີ, ມີຫົວຄິດປະດິດສ້າງ ເພື່ອສ້າງປະສິດທິຜົນ. ໜ້າສົນໃຈແມ່ນ ບັນດາຂະບວນການຂົນຂວາຍຊາວກະສິກອນບໍລິຈາກເລືອດ, ປະກອບສ່ວນກຳລັງແຮງ, ຊັບສິນເງິນຄຳ ເພື່ອກໍ່ສ້າງໂຄງປະກອບພື້ນຖານໂຄງລ່າງຊົນນະບົດ. ທາງນະຄອນໄດ້ແນະນຳຊາວໃຫ້ກະສິກອນສ້າງບັນດາຮູບແບບເສດຖະກິດທີ່ບັນລຸລາຍຮັບແຕ່ 300 ລ້ານເຖິງ 1ຕື້ດົ່ງ/ປີ.

ມາຮອດປະຈຸບັນ, ນະຄອນຮ່າໂນ້ຍ ມີ 164 ຮູບແບບຜະລິດກະສິກຳໝູນໃຊ້ເຕັກໂນໂລຊີສູງ. ມູນຄ່າຜະລິດຕະພັນກະເສດເຕັກໂນໂລຊີສູງຂອງ ຮ່າໂນ້ຍ ກວມເອົາ 35% ຍອດມູນຄ່າການຜະລິດກະສິກຳທົ່ວນະຄອນ, ໃນນັ້ນ, ເຕັກໂນໂລຊີ, ເຄື່ອງອຸປະກອນທີ່ໝູນໃຊ້ແມ່ນທັນສະໄໝທີ່ສຸດ. ຈາກບັນດາຮູບແບບ, ສະຫະກອນ, ໃນປີ 2021, ນະຄອນຮ່າໂນ້ຍ ມີກ່ວາ 192.000 ຄອບຄົວບັນລຸນາມມະຍົດຊາວກະສິກອນທຳການຜະລິດ ດຳເນີນທຸລະກິດເກັ່ງ. ປີ 2022, ສະມາຄົມຊາວກະສິກອນນະຄອນ ຮ່າໂນ້ຍ ຈະຍູ້ແຮງການຜັນຂະຫຍາຍຂະບວນການ “ຊາວກະສິກອນແຂ່ງຂັນກັນກໍ່ສ້າງຊົນນະບົດໃໝ່, ຕົວເມືອງສິວິໄລ”; ປະຕິບັດບັນດາໂຄງການ, ແຜນຮ່າງກ່ຽວກັບການພັດທະນາກະສິກຳ, ກໍ່ສ້າງຊົນນະບົດໃໝ່, ຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນ. ເລື່ອງຍູ້ໄວການປະຕິບັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່  ໄດ້ຊ່ວຍ ຮ່າໂນ້ຍ ປົວແປງຊີວິດການເປັນຢູ່ຂອງ ປຊຊ ແລະ ຍົກສູງລາຍຮັບສະເລ່ຍຕໍ່ຫົວຄົນຢູ່ເຂດຊົນນະບົດ ຂຶ້ນແຕ່ 8 ລ້ານດົ່ງ/ຄົນ/ປີ ໃນປີ 2008 ຂຶ້ນເປັນ 55 ລ້ານດົ່ງ/ຄົນ/ປີ ໃນປະຈຸບັນ. ນະຄອນຮ່າໂນ້ຍ ໄດ້ສະຫງວນຈຳນວນເງິນ 1000 ຕື້ດົ່ງ ເພື່ອປະຕິບັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່. ທ່ານນາງ ຫງວຽນທິຕວຽນ ຮອງເລຂາພັກຄະນະປະຈຳຄະນະພັກນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:

ຮ່າໂນ້ຍ ໄດ້ສຸມໃສ່ການຍົກສູງການກໍ່ສ້າງຊົນນະບົດໃໝ່ ແລະ ຊົນນະບົດແບບຢ່າງ ຍ້ອນວ່າ 100% ຕາແສງຢູ່ ຮ່າໂນ້ຍ ລ້ວນແຕ່ບັນລຸມາດຖານຊົນນະບົດໃໝ່ແລ້ວ. ໄລຍະຈະມາເຖິງແມ່ນໄລຍະພັດທະນາການຍົກສູງຊົນນະບົດໃໝ່ ແລະ ຊົນນະບົດແບບຢ່າງ. ຮ່າໂນ້ຍ ສືບຕໍ່ສຸມໃສ່ການຫັນປ່ຽນໂຄງປະກອບເສດຖະກິດກະສິກຳ ເພື່ອຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນ, ສ້າງຮູບແບບໃໝ່ຕື່ມອີກ. ພະຍາຍາມຮັກສາການເຕີບໂຕເສດຖະກິດກະສິກຳໃຫ້ໄດ້ແຕ່ 2.5%-3% ຕາມມະຕິຂອງສະພາ ປຊຊ ນະຄອນ ຮ່າໂນ້ຍ.

ນະຄອນຮ່າໂນ້ຍ ສູ້ຊົນໃນປີ 2022 ຈະມີຕື່ມອີກ 25 ຕາແສງບັນລຸມາດຖານຍົກສູງຊົນນະບົດໃໝ່, 15 ຕາແສງບັນລຸມາດຖານຊົນນະບົດແບບຢ່າງ, 2 ເມືອງບັນລຸມາດຖານຊົນນະບົດໃໝ່. ຮ່າໂນ້ຍ ວາງເປົ້າໝາຍຮອດປີ 2025 ຈະມີຈຳນວນເມືອງ 100% ປະຕິບັດສຳເລັດໜ້າທີ່ກໍ່ສ້າງຊົນນະບົດໃໝ່, ຈຳນວນເມືອງ 20% ບັນລຸມາດຖານຍົກສູງຊົນນະບົດໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ