ຮ່າໂນ້ຍເຊື່ອມຕໍ່ການແລກປ່ຽນຊື້ - ຂາຍ ບັນດາຜະລິດຕະພັນ OCOP

(VOVWORLD) - ໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP) ໂດຍລັດຖະບານຫວຽດນາມ ໄດ້ອະນຸມັດຜ່ານເມື່ອເດືອນພຶດສະພາ ປີ 2018 ຜ່ານມາ ເພື່ອແນໃສ່ປະກອບສ່ວນເຂົ້າໃນການປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ຮ່າໂນ້ຍ, ສູນ OCOP ໃຫຍ່ທີ່ສຸດໃນທົ່ວປະເທດ, ພວມຮູ້ແຮງການເຊື່ອມຕໍ່ແລກປ່ຽນຊື້ - ຂາຍຜະລິດຕະພັນ OCOP ກັບທ້ອງຖິ່ນຕ່າງໆ.

        ຈຸດສຸມຂອງໂຄງການ OCOP ແມ່ນພັດທະນາຜະລິດຕະພັນກະເສດ ແລະ ບໍ່ແມ່ນກະເສດ, ການບໍລິການຕາມທ່າແຮງຂອງແຕ່ລະທ້ອງຖິ່ນ ແລະ ຕາມລະບົບມູນຄ່າ. ຜະລິດຕະພັນ OCOP ໄດ້ຮັບການຕີລາຄາຕາມ 5 ລະດັບ ແຕ່ 1 ດາວ ຫາ 5 ດາວ, ໃນນັ້ນ, ລະດັບ 5 ດາວ ແມ່ນສູງສຸດ, ຮັບປະກັນຄຸນນະພາບຕາມມາດຖານສາກົນ. ຕາມເປົ້າໝາຍແລ້ວ, ຮອດປີ 2020 ສາມາດຜະລິດບັນດາຜະລິດຕະພັນ OCOP ແຫ່ງຊາດໃຫ້ໄດ້ປະມານ 2.500 ຢ່າງ, ໃນນັ້ນ, ຮ່າໂນ້ຍກວມເອົາເປັນສ່ວນຫຼາຍ ດ້ວຍຈໍານວນ 1000 ຢ່າງ.

 ຮ່າໂນ້ຍເຊື່ອມຕໍ່ການແລກປ່ຽນຊື້ - ຂາຍ ບັນດາຜະລິດຕະພັນ OCOP - ảnh 1 ຜະລິດຕະພັນ OCOP ຂອງໝູ່ບ້ານອາຊີບຫັດຖະກໍາ ຖຸ້ຍອຶ໊ງ (ພາບ: VOV5)

        ໂຄງການ “ໜຶ່ງຕາແສງໜຶ່ງຜະລິດຕະພັນ” ພັດທະນາ ໄດ້ເປີດກາລະໂອກາດທີ່ດີໃຫ້ແກ່ບັນດາຫົວໜ່ວຍ ນັບແຕ່ໝູ່ບ້ານຫັດຖະກໍາ ຕະຫຼອດຮອດບັນດາຮາກຖານຜະລິດກະສິກໍາໄດ້ເສີມຂະຫຍາຍ, ຂຸດຄົ້ນຈົນສຸດຄວາມສາມາດບ່ົມຊ້ອນ, ສິ່ງຍອດຍິ່ງຂອງທ້ອງຖ່ິນຕ່າງໆ. ເມື່ອເຂົ້າຮ່ວມລາຍການ “ໜຶ່ງຕາແສງໜຶ່ງຜະລິດຕະພັນ” ບັນດາຜະລິດຕະພັນທີ່ເປັນມູນເຊື້ອຂອງແຕ່ລະທ້ອງຖິ່ນໄດ້ຜະລິດຕາມມາດຕະຖານ. ທ່ານ ຕະວັນເຕື່ອງ, ຮອງຫົວໜ້າພະແນກກະສິກໍາ ແລະ ພັດທະນາຊົນນະບົດ ນະຄອນຮ່າໂນ້ຍ ເນັ້ນໜັກວ່າ:

        “ລາຍການ OCOP ແມ່ນລາຍການສ້າງບັນດາຜະລິດຕະພັນໃຫ້ມີຄວາມສົມບູນແບບ ເພື່ອໃຫ້ບັນດາຜະລິດຕະພັນມີເຄື່ອງໝາຍ, ມີເປົ້າໝາຍ, ມີຊື່ສະເພາະ. ເມື່ອຜະລິດຕະພັນໜຶ່ງຢັ້ງຢືນໄດ້ຊື່ ແລະ ກາຍເປັນຜະລິດຕະພັນທີ່ສົມບູນແລ້ວ, ຜະລິດຕະພັນນັ້ນ ຈຶ່ງໄດ້ນໍາໄປແລກປ່ຽນຊື້ຂາຍໄດ້, ຖ້າຫາກແມ່ນຜະລິດຕະພັນທໍາມະດາ ກໍໄດ້ຊື້ຂາຍໂດຍກົງຢູ່ແຕ່ຕະຫຼາດທີ່ເປັນມູນເຊື້ອເທົ່ານັ້ນ. ບັນດາຜະລິດຕະພັນ OCOP ຈະໄດ້ນໍາເຂົ້າໃນລະບົບຈໍາໜ່າຍທີ່ທັນສະໄໝຄື ຮ້ານສັບພະສິນຄ້າ, ສູນການຄ້າ ແລະ ຮ້ານສະດວກຊື້, ພິເສດແມ່ນລະບົບການຄ້າເອເລັກໂຕນິກ, ອັນໄດ້ເຮັດໃຫ້ເພີ່ມມູນຄ່າຂອງຜະລິດຕະພັນ ແລະ ໄດ້ເຖິງມືຜູ້ບໍລິໂພກອຸປະໂພກໄດ້ເປັນຢ່າງດີທີ່ສຸດ”.

        ໃນແຕ່ລະປີ, ພາຍຫຼັງບັນດາຜະລິດຕະພັນໄດ້ຮັບຮອງວ່າແມ່ນຜະລິດຕະພັນ OCOP, ນະຄອນ ຮ່າໂນ້ຍ ຈະຈັດຕັ້ງການເຄື່ອນໄຫວສົ່ງເສີມການຄ້າຫຼາຍຢ່າງຂຶ້ນ ເປັນຕົ້ນແມ່ນ ຈັດຕັ້ງກອງປະຊຸມສໍາມະນາເຊື່ອມຕໍ່ການບໍລິໂພກຜະລິດຕະພັນທີ່ເປັນເອກະລັກຂອງເຂດ, ພາກ ແລະ ບັນດາຜະລິດຕະພັນ OCOP, ຈັດຕັ້ງງານຕະຫຼາດນັດວາງສະແດງຂາຍຜະລິດຕະພັນ OCOP ຮ່າໂນ້ຍ ກັບທ້ອງຖິ່ນຕ່າງໆ, ງານບຸນຜະລິດຕະພັນໝູ່ບ້ານອາຊີບຫັດຖະກໍາ, ຜະລິດຕະພັນກະເສດ ແລະ ສະບຽງອາຫານ ຮ່າໂນ້ຍ ເປີດກວ້າງ. ນະຄອນຮ່າໂນ້ຍ ຈະກໍ່ສ້າງສູນປະດິດຄິດສ້າງ, ອອກແບບ ແລະ ແນະນໍາບັນດາຜະລິດຕະພັນ OCOP ຕິດພັນກັບການທ່ອງທ່ຽວ, ການບໍລິການທ່ອງທ່ຽວໂດຍໄວ. ສູນດັ່ງກ່າວ ຈະໄດ້ກໍ່ສ້າງຢູ່ໃກ້ກັບສະໜາມບິນສາກົນໂນ້ຍບ່າຍ. ທ່ານນາງ ຮ່າທິວິງ, ປະທານສະຫະສະມາຄົມສິລະປະຫັດຖະກໍາ ແລະ ໝູ່ບ້ານອາຊີບຫັດຖະກໍາ ຮ່າໂນ້ຍ, ຮອງປະທານສະຫະສະມາຄົມໝູ່ບ້ານອາຊີບຫັດຖະກໍາຫວຽດນາມ ໃຫ້ຮູ້ວ່າ:

        “ຄຸນຄ່າຂອງການປ່ຽນແປງໃໝ່ປະດິດຄິດສ້າງຜະລິດຕະພັນ OCOP ແມ່ນສໍາຄັນ. ພວກເຮົາໄດ້ກໍ່ສ້າງສູນວາງສະແດງຜະລິດຕະພັນຍອດຍິ່ງຂອງໝູ່ບ້ານຫັດຖະກໍາຫວຽດ ຢູ່ບ້ານບາດຈ່າງ. ນີ້ແມ່ນຂົວເຊື່ອມຕໍ່ເພື່ອສົ່ງເສີມການຄ້າ. ຮ່າໂນ້ຍມີໝູ່ບ້ານອາຊີບຫັດຖະກໍານັບຮ້ອຍແຫ່ງ ແລະ ມີທ່າແຮງຈາກໝູ່ບ້ານອາຊີບສິລະປະຫັດຖະກໍາ. ບັນດາຜະລິດຕະພັນທີ່ຍອດຍິ່ງຂອງໝູ່ບ້ານອາຊີບສິລະປະຫັດຖະກໍາຮ່າໂນ້ຍ ສາມາດແກ້ງແຍ້ງກັບຕະຫຼາດໂລກໄດ້. ບັນດາໝູ່ບ້ານອາຊີບຫັດຖະກໍາພັດທະນາ ຈະດຶງດູດໄດ້ແຮງງານເປັນຈໍານວນຫຼາຍ”.

 ຮ່າໂນ້ຍເຊື່ອມຕໍ່ການແລກປ່ຽນຊື້ - ຂາຍ ບັນດາຜະລິດຕະພັນ OCOP - ảnh 2 ຜະລິດຕະພັນ OCOP ຂອງໝູ່ບ້ານອາຊີບຫັດຖະກໍາເຄື່ອງປັ້ນດິນເຜົາ ບາດຈ່າງ(ພາບ: VOV5) 

        ສະຫະສະມາຄົມບັນດາພໍ່ຄ້າແມ່ຄ້າຂາຍຍ່ອຍຫວຽດນາມສືບຕໍ່ເຊື້ອເຊີນສະມາຊິກແມ່ນບັນດາຮ້ານສັບພະສິນຄ້າ, ລະບົບຮ້ານຄ້າໃນບໍລິເວນນະຄອນຮ່າໂນ້ຍ ແລະ ທົ່ວປະເທດ ພ້ອມກັນພົບປະກັບບັນດາບໍລິສັດຜະລິດບັນດາຜະລິດຕະພັນ OCOP ເພື່ອປຶກສາຫາລືການເຄື່ອນໄຫວຊື້ - ຂາຍຜະລິດຕະພັນ. ເມື່ອຜູ້ຂາຍຍ່ອຍໄດ້ສໍາຜັດໂດຍກົງກັບບໍລິສັດເພື່ອຊື້ - ຂາຍຜະລິດຕະພັນນັ້ນ ຈະໄດ້ຫຼຸດຄ່າໃຊ້ຈ່າຍຂອງຜູ້ເປັນກາງລົງ ແລະ ຜູ້ບໍລິໂພກອຸປະໂພກກໍໄດ້ຊົມໃຊ້ຜົນປະໂຫຍດຈາກລາຄາແກ້ງແຍ້ງນີ້. ເພື່ອສ້າງເງື່ອນໄຂສະດວກໃຫ້ບັນດາເຈົ້າຂອງຜະລິດຕະພັນ OCOP, ບໍລິສັດ, ວິສາຫະກິດແລກປ່ຽນການຄ້າ, ລັດ ໄດ້ລົງທຶນກໍ່ສ້າງບັນດາເຂດແນະນໍາ, ວາງສະແດງສິນຄ້າຕື່ມອີກ. ຜ່ານນັ້ນ, ບັນດາເຈົ້າຂອງຜະລິດຕະພັນ OCOP ໄດ້ຊົມໃຊ້ ສິດ ແລະ ຜົນປະໂຫຍດຫຼາຍຢ່າງ. ເອື້ອຍ ບຸ່ຍທິແທັງຮ່າ, ຫົວໜ້າສະຫະກອນຜະລິດກະສິກໍາ ແທັງຮ່າ (ເມືອງເທື່ອງຕິ໊ນ, ຮ່າໂນ້ຍ), ຫົວໜ່ວຍສະໜອງສະເພາະຜັກອ່ອນຊະນິດຕ່າງໆ ໃຫ້ຮູ້ວ່າ:

        “ເມື່ອເຂົ້າຮ່ວມໂຄງການ OCOP ພວກຂ້າພະເຈົ້າເຫັນວ່າແມ່ນມີຄວາມໝາຍຢ່າງຕັ້ງໜ້າ. ນັ້ນແມ່ນຊຸດມາດຕະຖານໄດ້ຕີລາຄາຜະລິດຕະພັນ OCOP ຢ່າງລະອຽດ ແລະ ຮອບດ້ານທີ່ສຸດ. ບັນດາຜະລິດຕະພັນຂອງຫົວໜ່ວຍຍ້ອນໄດ້ຮັບການຮັບຮອງ ສະນັ້ນຈຶ່ງມີຫຼາຍຄົນຮູ້ຈັກເຖິງ. ປັດຈຸບັນ, ສະຫະກອນພວກຂ້າພະເຈົ້າ ໄດ້ສະໜອງຜັກອ່ອນໃຫ້ບັນດາຮ້ານສັບພະສິນຄ້າ ແລະ ຜ່ານລະບົບຮ້ານສັບພະສິນຄ້ານີ້ ສິນຄ້າຈິ່ງໄດ້ສົ່ງໄປຂາຍຢູ່ບັນດາແຂວງ, ນະຄອນໃກ້ຄຽງຂອງ ຮ່າໂນ້ຍ ຄືບັກຢາງ, ຫ໋າຍຟ່ອງ, ກວ໋າງນິງ ແລະ ໄກກວ່ານັ້ນອີກແມ່ນນະຄອນ ວິງ”.

        ເພື່ອໜູນຊ່ວຍໃຫ້ມີການເຊື່ອມຕໍ່ແລກປ່ຽນການຄ້າຂາຍບັນດາຜະລິດຕະພັນ OCOP ໄດ້ມີປະຕູຖານຂໍ້ມູນຂ່າວສານເອເລັກໂຕນິກ OCOP ແຫ່ງຊາດ, ສູນແລກປ່ຽນຄ້າຂາຍບັນດາຜະລິດຕະພັນ OCOP, ໄດ້ຈັດການເສັງຄັ້ງຕ່າງໆ, ຄັດເລືອກຜະລິດຕະພັນ OCOP ໃນແຕ່ລະປີຢູ່ທ້ອງຖິ່ນຕ່າງໆ ແລະ ລະດັບຊາດ. ການເຊື່ອມຕໍ່ແລກປ່ຽນບັນດາຜະລິດຕະພັນ OCOPຢູ່ໃນເຂດ, ພາກ,  ທ້ອງຖິ່ນ, ໄດ້ປະກອບສ່ວນຊ່ວຍໃຫ້ລາຍການ OCOP ແຫ່ງຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ດັ່ງນັ້ນ, ຜະລິດຕະພັນ OCOP ຂອງ ຮ່າໂນ້ຍ ບໍ່ພຽງແຕ່ໄດ້ຈໍາໜ່າຍຢ່າງກວ້າງຂວາງຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງໄດ້ສົ່ງອອກໄປຍັງຕະຫຼາດສາກົນອີກດ້ວຍ./

ຕອບກັບ

ຂ່າວ/ບົດ​ອື່ນ