“ເຂົ້າແຕ່ລະບ້ານ, ມາແຕ່ລະຄອບຄົວ“, ເພື່ອຊ່ວຍປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ

(vovworld) - ດ້ວຍ​ທິດ​ນຳ​ທີ່​ວ່າ “​​ເຂົ້າແຕ່ລະ​ບ້ານ, ​ມາ​ແຕ່ລະ​ຄອບຄົວ“, ປະຈຸ​ບັນ​ເມືອງ 5 ນະຄອນ​ໂຮ່ຈີ​ມິນ, ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ຈຸດໝາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ 2014-2015 ກ່ອນ​ກຳນົດ​ເວລາ 1 ປີ ​ເມື່ອ​ທຽບ​ໃສ່​ຈຸດໝາຍ​ທີ່​ນະຄອນ​ໄດ້​ວາງ​ອອກ. ຢູ່​ທີ່​ນີ້, ບັນດາ​ຕາ​ແສງ, ບັນດາ​​ເຂດຊຸມ​ຊົນ ​ໄດ້​ຜັນ​ຂະຫຍາຍ​ບັນດາ​ວິທີ​ເຮັດ​, ຮູບ​ແບບທີ່​ດີ, ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ​ປະຊາຊົນ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່.

“ເຂົ້າແຕ່ລະບ້ານ, ມາແຕ່ລະຄອບຄົວ“, ເພື່ອຊ່ວຍປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ - ảnh 1

ພາບປະກອບ

        ສຳລັບ​ບັນດາ​ຄອບຄົວ​ທຸກ​ຍາກ​ຢູ່​ເມືອງ 5, ນະຄອນ​ໂຮ່ຈີ​ມິນ​ແລ້ວ, ບັນດາ​ສະມາຊິກ​ໃນ​ໜ່ວຍ​ຄຸ້ມ​ຄອງວຽກງານຫຼຸດຜ່ອນຄວາມທຸກຍາກດ້ວຍ ຕົນເອງຢູ່ຄຸ້ມ​ບ້ານ​ຕ່າງໆມີ​ຄວາມ​ໃກ້​ຊິດ​ຄື​ດັ່ງ​ຍາດຕິ​ພີ່ນ້ອງ​ໃນ​ຄອບຄົວ​ຂອງ​ເຂົາ​ເຈົ້າ. ໜ່ວຍ​ຄຸ້ມ​ຄອງ​ດ້ວຍ​ຕົນ​ເອງ​ນີ້ ​ໂດຍ​ຄະນະ​ຫຼຸດຜ່ອນ​ຄວາມທຸກ​ຍາກ​​ເມືອງ 5, ນະຄອນ​ໂຮ່ຈີ​ມິນ, ສ້າງ​ຕັ້ງ​ຂຶ້ນ, ເພື່ອ​ໜູນ​ຊ່ວຍ​ໃຫ້​ບັນດາ​ຄອບຄົວ​ທຸກຍາກ​ໃນ​ເມືອງ​ຢ່າງ​ທັນ​ການ. ບັນດາ​ສະມາຊິກ​ໄດ້​ເຮັດ​ວຽກ​ຕາມ​ທິດ​ນຳ “​​ເຂົ້າແຕ່ລະ​ບ້ານ, ​ມາແຕ່ລະ​ຄອບຄົວ ​ເພື່ອ​ກຳ​ແໜ້ນ ສະພາບ​ການຄອບຄົວ​ທຸກ​ຍາກ​ ​ແນ​ໃສ່​ສະ​ເໜີການ​ເບິ່ງ​ແຍງ​ຊ່ວຍ​ເຫຼືອ​​ໃຫ້​​ເຂົາ​ເຈົ້າຢ່າງ​ລະອຽດ. ຄຽງ​ຂ້າງ​ນັ້ນ, ບັນດາ​ໜ່ວຍ​ຄຸ້ມ​ຄອງ​ດ້ວຍ​ຕົນ​ເອງ​ຍັງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວົງ​ຄະນາ​ຍາດ​ເປັນ​ປະຈຳ ​ເພື່ອ​ໃຫ້​ບັນດາ​ສະມາຊິກ​ແບ່ງປັນ​ບົດຮຽນ, ວິທີ​ທຳ​ມາ​ຫາ​ກິນ​ທີ່​ດີເພື່ອ​ພ້ອມ​ກັນ​ຜ່ານ​ຜ່າ​ຄວາມທຸກ​ຍາກ, ຈາກ​ນັ້ນ​ຮັດ​ແໜ້ນ​ສາຍ​ພົວພັນ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ໝູ່​ປະຊາຊົນ. ປ້າ ຫງວຽນ​ທູ໋ຍ​ເຟື້ອງ, ຫົວໜ້າ​ໜ່ວຍ​ຄຸ້ມ​ຄອງ​ວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ເລກ 1, ຕາ​ແສງ 6 ​ໃຫ້​ຮູ້​ວ່າ:

        “​​ເມື່ອເຫັນ​ຄອບຄົວ​ທຸກ​ຍາກມີ​ຄວາມ​ຕ້ອງການອັນ​ໃດ, ພວກ​ຂ້າພະ​ເຈົ້າກໍ່ຮຽກຮ້ອງ​ການ​ຊ່ວຍ​ເຫຼືອ​ຈາກ​ບັນດາຄອບຄົວ​ທີ່​ມີ​ເງື່ອນ​ໄຂ​ທາງ​ດ້ານ​ເສດຖະກິດໃນ​ຄຸ້ມ​ບ້ານ. ຖ້າ​ຫາກ​ວ່າ​ໃນ​ຄຸ້ມ​ບ້ານ​ບໍ່​ສາມາດ​ແກ້​ໄຂ​ໄດ້, ພວກ​ຂ້າພະ​ເຈົ້າ​ຈະສະ​ເໜີ​ຕໍ່​ຂັ້ນ​ເທິງ​​ໃຫ້​ມີ​ທິດ​ແກ້​ໄຂ​ເພື່ອ​ໜູນ​ຊ່ວຍ​ສ້າງ​ວຽກ​ເຮັດ​ງານ​ທຳ​ຢູ່​ກັບ​ທີ່​ໃຫ້​ແກ່​ເຂົາ​ເຈົ້າ“.

        ​ໂດຍ​ຜ່ານ​ກອງ​ທຶນ​ຕ່າງໆ, ​ໃນ​ນັ້ນ​ມີ​ກອງ​ທຶນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເມືອງ 5 ​ໄດ້​ໃຫ້ 124 ຄອບຄົວ​ທຸກ​ຍາກ​ກູ້​ຢືມ​ທຶນ​​ເກືອບ 1,7 ຕຶ້ດົ່ງ, ສ່ວນກອງ​ທຶນ​​ເພື່ອ​ຄົນ​ທຸກ​ຍາກ​ຂອງ​ທະນາຄານ​ນະ​ໂຍບາຍ​ສັງຄົມ ກໍ່​ໄດ້​ໃຫ້​ຄອບຄົວ​ທຸກ​ຍາກກູ້​ຢືມ​ທຶນ 2,3 ຕື້​ດົ່ງ​ເພື່ອ​ດຳ​ເນີນ​ທຸລະ​ກິດ.

        ຄອບຄົວ​ປ້າ ຫວໍ​ທິຍື, ຢູ່​ຕາ​ແສງ 14, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄອບຄົວ​ທຸກ​ຍາກ​ໃນ​ເມືອງ​ໃຫ້​ຮູ້​ວ່າ, ການ​ໃຊ້​ສອຍ, ດຳ​ເນີນ​ຊີວິດ​ທັງ​ໝົດ​ໃນ​ຄອບຄົວ​ລ້ວນ​ແຕ່​ອີງ​ໃສ່​ການ​​ເລາະຂາຍ​ໝາກ​ໄມ້ຂອງ​ປ້າ. ລູກ​ຂອງ​ປ້າ​ຕ້ອງ​ປະ​ຮຽນ​ເພື່ອ​ຊ່ວຍ​ແມ່​ຂາຍ​ໝາກ​ໄມ້. ນັບ​ແຕ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ຄະນະ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ເມືອງ 5, ປ້າ ຍື ​ໄດ້​ມີ​ທຶນ​ກູ້​ຢືມເພື່ອ​ເປີດ​ຮ້ານ​ກາ​ເຟນ້ອຍ, ​ແຕ່ລະ​ເດືອນ​ຫາ​ເງິນ​ໄດ້​ແຕ່ 4 ລ້ານ​ດົ່ງ​ຂຶ້ນ​​ໄປ. ພວກ​ລູກ​ຂອງ​ປ້າ​ກໍ່​ໄດ້​ມີ​ວຽກ​ເຮັດ​ງານ​ທຳ​ຢ່າງ​ໝັ້ນຄົງ. ປ້າ ຫວໍ​ທິຍື, ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້​ຂ້າພະ​ເຈົ້າ​ຂາຍ​ໝາກ​ສີດາ, ໝາກ​ກອບ, ​ເງິນ​ຫາ​ໄດ້​ບໍ່ພໍ​ຢູ່​ບໍ່​ພໍ​ກິນ. ປະຈຸ​ບັນ​ຍ້ອນ​​ໄດ້​ຮັບ​ທຶນ​ຈາກ​ຄະນະ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ, ການ​ທຳ​ມາ​ຫາ​ກິນ​ກໍ່​ສະດວກ​ສະບາຍ​ກວ່າ. ​ໃນ​ເບື້ອງ​ຕົ້ນ​ລາຍ​ຮັບ​ບໍ່​ຫຼາຍ, ຕໍ່​ມາ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ປະຈຸ​ບັນ​ຂ້າພະ​ເຈົ້າສາມາດ​ຊື້​ເຮືອນ​ໄດ້​ແລ້ວ“.

“ເຂົ້າແຕ່ລະບ້ານ, ມາແຕ່ລະຄອບຄົວ“, ເພື່ອຊ່ວຍປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ - ảnh 2

ພາບປະກອບ

        ບໍ່​ພຽງ​ແຕ່​​ປ້າ ຫວໍ​ທິຍື ​ເທົ່າ​ນັ້ນ, ຫາກມີ​ຫຼາຍ​ຄົນ​ຢູ່​ເມືອງ 5 ກໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ທຶນ​ເພື່ອ​ທຳ​ມາ​ຫາ​ກິນ, ​ໃນ​ນັ້ນ​ມີ​ບາງຄົນຊີວິດ​​ໄດ້​ດີ​ພໍ​ສົມຄວນ. ບໍ່​ພຽງ​ແຕ່​ໜູນ​ຊ່ວຍ​ທຶນ​ກູ້​ຢືມ​ໃຫ້​ແກ່​ປະຊາຊົນ​ເທົ່າ​ນັ້ນ. ຄະນະ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ເມືອງ 5 ຍັງ​ມີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບບັນດາ​ຄອບຄົວ​ທຸກ​ຍາກ​ເພື່ອ​ແນະນຳ​ວິທີ​ພັດທະນາ​ເສດຖະກິດ, ​​ເພື່ອເພີ່ມ​ລາຍ​ຮັບ​ເປັນ​ປົກກະຕິ ​ແລະ ຍາວ​ນານ. ຄະນະ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ໄດ້​ເປັນ​ເຈົ້າ​ການຮ່ວມ​ສຳພັນ​ກັບ​ບັນດາ​ວິ​ສາ​ຫະກິດ, ຮາກ​ຖານ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ເພື່ອ​ແນະນຳ​ວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ​ທີ່​ທຸກ​ຍາກ, ​ແກ້​ໄຂ​ສະພາບ​ຫວ່າງ​ງານ​ຢູ່​ທ້ອງ​ຖີ່​ນ. ສຳລັບ​ບັນດາ​ຄອບຄົວ​ທຸກ​ຍາກ​ເປັນ​ພິ​ເສດ, ຜູ້​ບໍ່​ມີ​ສຸຂະພາບ, ບໍ່​ມີ​ຄວາມ​ສາມາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ​ທາງເມືອງ​ໄດ້​ໜູນ​ຊ່ວຍດ້ວຍ​ການ​ຂົນຂວາຍ​ຄອບຄົວ​ທີ່ມີ​​ເງື່ອນ​ໄຂເສດຖະກິດ​, ບັນດາ​ຫົວໜ່ວຍ, ອົງການ​ອຸດ​ໜູນ​ຕ່າງໆ, ຫຼື​ແນະນຳ​ວຽກ​ງານ​ທີ່​ເໝາະ​ສົມ​ກັບ​ສຸຂະພາບ… ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ. ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ​ເມືອງ 5 ​ໄດ້​ຂົນຂວາຍ 18 ຫົວໜ່ວຍ​ອຸປະຖຳ​ເປັນ​ປະຈຳ​ໃຫ້​ແກ່​ບັນດາ​ຄອບຄົວ​ທຸກ​ຍາກ, ດ້ວຍ​ຍອດ​ຈຳນວນ​ເງິນ​ກວ່າ 1 ຕື້​ດົ່ງ. ທ່ານ ດັ້ງ​ກວາງ​ມິ​ງ, ຄອບຄົວ​ຫຍຸ້ງຍາ​ກພິ​ເສດ ຢູ່​ເມືອງ 14, ​ເລົ່າ​ສູ່​ຟັງ​ວ່າ:

        “ຂ້າພະ​ເຈົ້າ​ຂັບ​ລົດຈັກ​ຮັບຈ້າງ​, ສ່ວນ​ເມຍເປັນ​ພະຍາດ​ໂລກ​ຈິດ​ດັ່ງ​ນັ້ນ​ເຮັດ​ວຽກ​ບໍ່​ໄດ້​ຫຼາຍ. ​ແຕ່ລະ​ເດືອນ, ຄະນະ​ກຳມະການ​ປະຊາຊົນ​ເມືອງ​ໄດ້​ຊ່ວຍ​ເລືອ​ຄອບ​ຄົວ​ຂ້າພະ​ເຈົ້າ​ເງິນ 500.000 ດົ່ງ, ຜູ້ທີ່​ມີ​ເງື່ອນ​ໄຂ​ກໍ່​ຊ່ວຍ​ເຫຼືອ​ 200.000 ດົ່ງ. ນອກ​ນັ້ນ​ຄອບຄົວ​ຂ້າພະ​ເຈົ້າ​ຍັງ​ໄດ້​ຊື້​ບັດ​ປະກັນ​ສຸຂະພາບ, ​ແລະ ​ໄດ້​ຮັບ​ລົດຖີບ, ລູກ​ທັງ​ສອງ​ກໍ່​ມີ​ທຶນ​ສຶກສາ, ຜູ້​ລະ 1,2 ລ້ານ​ດົ່ງ/​ເດືອນ​.

“ເຂົ້າແຕ່ລະບ້ານ, ມາແຕ່ລະຄອບຄົວ“, ເພື່ອຊ່ວຍປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ - ảnh 3

ພາບປະກອບ

        ປະຈຸ​ບັນ, ​ໃນ​ເມືອງ 5, ຍັງ​ມີ​ຄອບຄົວ​ທຸກ​ຍາກ 185 ຄອບຄົວ, ຫຼຸດຜ່ອນ 20% ​ເມື່ອ​ທຽບ​ໃສ່​ຕົ້ນ​ປີ. ທ່ານ​ນາງ​ຫ່ານ​ແກ໋ງ, ຫົວໜ້າ​ຫ້ອງການ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ເມືອງ 5, ​ໃຫ້​ຮູ້ວ່າ, ​ໄລຍະ​ຈະ​ມາ​ເຖິງ, ​ເມືອງ​ສືບ​ຕໍ່​ຍົກ​ສູງ​ຄວາມ​ຮູ້​ ​ແລະ ປັບປຸງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່ໃຫ້​ປະຊາຊົນ.

        “ປະຈຸ​ບັນ​ເມືອງ 5 ຍັງ​ມີ​ບາງ​ຄອບຄົວ​ທຸກ​ຍາກ, ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ. ສຳລັບ​ຜູ້​ເຖົ້າ​ແກ່​ຢູ່​ໂດດ​ດຽວ, ບໍ່​ມີ​ລາຍ​ຮັບ, ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ອຸປະ​ກະລະ​ເປັນ​ປະຈຳ, ສ່ວນ​ເດັກນ້ອຍ​ແມ່ນ​ໃຫ້​ທຶນ​ສຶກສາ. ສະ​ເພາະ​ນັກຮຽນ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ, ວິທະຍາ​ໄລ​ບໍ່​ໄດ້, ພວກ​ຂ້າພະ​ເຈົ້າ​ຈະ​ແນະນຳ​ໃຫ້​ເຂົ້າ​ໂຮງຮຽນ​ເຕັກນິກ​ຊັ້ນ​ກາງ​ຮຸ່ງ​ເວື​ອງ“.

        ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ຄະນະ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ເມືອງ 5 ​ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ບັນດາ​ສະມາຊິກ​ໃນ​ໜ່ວຍ​ຄຸ້ມ​ຄອງ​ວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ເມືອງ. ຮອດ​ເດືອນ 7/2014, ​ເມືອງ 5 ​ໄດ້​ກາຍ​ເປັນ​ຫົວໜ່ວຍ​ທຳ​ອິດ​ຂອງ​ນະຄອນ​ໂຮ່ຈີ​ມິນ​ປະຕິບັດ​ສຳ​ເລັດ​ຈຸດໝາຍຫຼຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ 2014 – 2015, ກ່ອນ​ກຳນົດ​ເວລາ 1 ປີ. ບັນດາ​ວິທີ​ເຮັດ​ທີ່​ດີ, ຮູບ​ແບບ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ມີ​ປະສິດທິ​ຜົນຂອງ​ເມືອງ 5 ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ​ເຖິງ 23 ​ເມືອງ​ຂອງ​ນະຄອນ​ໂຮ່ຈິ​ມິນ.


ຕອບກັບ

ຂ່າວ/ບົດ​ອື່ນ