ເພີ່ມລະດູການປູກຝັງໃນນາຂັ້ນໄດໝູ່ກັງຈ໋າຍ

ນາ​ຂັ້ນ​ໄດ​ຂອງ​ຊົນ​ເຜົ່າມົ້ງ, ​ຢູ່​ໝູ່​ກັງ​ຈ໋າຍ, ແຂວງ ອຽນ​ບ໋່າຍ ​ໄດ້​ສ້າງ​ຄວາມ​ງາມ​ມະ​ຫັດສະ​ຈັນທາ​ມ​ກາງ​ທັດສະນີ​ຍະ​ພາບທຳ​ມະ​ຊາດ​ທີ່​​ໃຫຍ່​ໂຕ​ມະ​ໂຫຖານ. ກ່ອນ​ນີ້, ຍ້ອນ​ ​ການ​ປູກ​ຝັງທີ່ຫຼ້າ​ຫຼັງ, ພໍ່​ແມ່​ປະຊາຊົນ​ບໍ່​ທັນ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ນາ​ຂັ້ນ​ໄດ​ໄດ້​ເທື່ອ, ດັ່ງ​ນັ້ນ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ບໍ່​ທັນ​ສູງ​ປານ​ໃດ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ດ້ວຍ​ການ​ຊີ້​ນຳ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ການ​ເຂົ້າ​ຮ່ວມ​ຂອງ​ຖັນ​ແຖວ​ພະນັກງານ​ກະສິກຳ​ໃນ​ວຽກ​ງານ​ກະ​ເສດ​ສູ​ມ, ​ເພີ່ມ​ລະດູ​ການ​ຜະລິດໃຫ້​ນາ​ຂັ້ນ​ໄດ, ຍ້ອນ​ເຫດ​ນັ້ນ, ຊີວິ​ດການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຂດພູ​ສູງ​ຈຶ່ງມີ​ການ​ຫັນປ່ຽນ​ຫຼາຍ​ຢ່າງ​. ບົດ​ຂຽນ​ຂອງ​ນັກ​ຂ່າວ ​ເທື່ອ​ຊວນ.

ເພີ່ມລະດູການປູກຝັງໃນນາຂັ້ນໄດໝູ່ກັງຈ໋າຍ - ảnh 1
ພາບປະກອບ

        ຄອບຄົວທ່ານ ຄາງ​ຊົວ​ເຮີ່, ຢູ່​ບ້ານ ຮ໋າງ​ເຕົາ​ເຢ, ຕາ​​ແສງ ​ເຈ໋ກູ​ຍາ, ​ເມືອງ ໝູ່​ກັງ​ຈ໋າຍ ມີ​ເນື້ອ​ທີ່​ນາ​ຂັ້ນ​ໄດ​ກ່ວາ 1.000 ຕາ​​​ແມັດ. ກ່ອນ​ນີ້, ຍ້ອນ​ຜະລິດ​ພຽງ​​ລະດູ​ການ​ດຽວ​ເທົ່າ​ນັ້ນ, ​ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າຈຶ່ງປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ນັບ​ແຕ່​ມື້​ໄດ້​ຮັບ​ການ​ຂົນຂວາຍ, ​ແນະນຳ​ກ່ຽວ​ກັບ​ວິທີກາ​ນ​ເຮັດກະ​ເສດ​ສຸມ, ​ເພີ່ມ​ລະດູ​ການ​ປູກ​ຝັງ​ໃນ​ເນື້ອ​ທີ່​ນາ​ຂັ້ນ​ໄດ, ທ່ານ ​ເຮີ່ ​ສາມາດ​ປູກ​ເຂົ້າ​ 2 ລະດູ​ການ​ໃນ​ເນື້ອ​ທີ່​ນາ​ຂັ້ນ​ໄດ​ໄດ້​ກ່ວາ 1.000 ຕາ​ແມັດ ​ແລະ ລົງທຶນ​ຊື້​ຝຸ່ນ, ຢາ​ຂ້າ​ສັດຕູ​ພືດ, ດັ່ງ​ນັ້ນ​ຊີວິດ​ການ​​ເປັນ​ຢູ່​ຂອງ​ຄອບຄົວ​ທ່ານ​​ໄດ້ຫລຸດຜ່ອນ​ຄວາມ​ຫຍຸ້ງຍາກ​ກ່ວາ​ເກົ່າ. ທ່ານ ຄາງ​ຊົວ​ເຮີ່, ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້, ນາ​ຂັ້ນ​ໄດ​ພຽງ​ແຕ່​ປູກ​​ໃນລະດູ​ການ​ດຽວ​ເທົ່ານັ້ນ, ​ເຂົ້າສານບໍ່​ພໍ​ກິ​ນ. ປະຈຸ​ບັນ, ປູກ​​ເປັນ 2 ລະດູ​ການ​​​ເຂົ້າສານ​ກໍ່​ພໍ​ກິ​ນ​ແລ​້ວ”

        ​ເຈ໋ກູ​ຍາ ​ແມ່ນ​ໜຶ່ງ​ໃນ​ຈຳນວນ 3 ຕາ​ແສງ​ທີ່ມີນາ​ຂັ້ນ​ໄດ​ງາມ​ທີ່​ສຸດ​ຢູ່​​ເມືອງ ໝູ່​ກັງ​ຈ໋າຍ. ​ໃນ​ທົ່ວ​ຕາ​ແສງ​ມີ​ເກືອບ 540 ຄອບຄົວ, 100% ​ແມ່ນ​ຊາວ​ເຜົ່າ​ມົ້ງ. ກ່ອນ​ນີ້, ຍ້ອນ​ຄວາມ​ລື້​ງ​ເຄີຍ​ປູກ​ເຂົ້າ​ພຽງ​ລະດູ​ການ​ດຽວ/ປີ, ດັ່ງ​ນັ້ນ​ອັດຕາ​ຄອບຄົວ​ທຸກ​ຍາກ​ຍັງ​ສູງ​ຢູ່. ​ແຕ່​ປີ 2010, ຕາ​ແສງ​ມີ​ບັນດາ​ເນື້ອ​ທີ່​ນາ​ຂັ້ນ​ໄດ​​ເລີ່​ມປູກ​ເຂົ້າ​ເປັນ 2 ລະ​ດູ​ການ​​ໃນ​ປີ ​ແລະ ມາ​ຮອດ​ປະຈຸ​ບັນ, ​ເນື້ອ​ທີ​​ນາ​ຂັ້ນ​ໄດ​ກ່ວາ  80% ​​ແມ່ນໄດ້​ປູກ​ເຂົ້າ​ 2 ລະດູ​ໃນ​ປີ​ແລ້ວ, ນອກຈາກ​ນັ້ນ, ຍັງມີ​ບາງ​ເນື້ອ​ທີ່​​ປູກ​ສາລີ ​ແລະ ພືດ​​ປະ​ເພດຕ່າງໆອີກ. ດັ່ງ​ນັ້ນ, ລາຍ​ຮັບ​ຂອງ​ປະຊາຊົນ​ກໍ່​ຄ່ອຍໆ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ, ຊີວິດ​ທາງ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ​ຂອງ​ພໍ່​ແມ່​ປະຊາຊົນ​ໄດ້​ຮັບ​ການ​ປ່ຽນ​​ແປງ​ພໍ​ສົມຄວນ​. ທ່ານ ​ເຮີ່ອາ​ຍ່າ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ຕາ​​ແສງ ເຈ໋ກູ​ຍາ, ຕີ​ລາຄາ​ວ່າ:

        “ກ່ອນ​ນີ້, ພໍ່​ແມ່​ປະຊາຊົນ​ຢູ່​ທີ່​ນີ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍ້ອນ​ຜັນ​ຂະຫຍາຍ​ການ​ປູກ 2 ລະດູ​ການ ​ແລະ ພິ​ເສດ​ແມ່ນ​ປູກ​ເຂົ້າ​ແນວ​ພັນ​ປະສົມ, ປະ​ຈຸ​ບັດ​ອັດຕາ​ຄອບຄົວ​ທີ່​ທຸກ​ຍາກ​ອຶດຫິວ​ກໍ່​ຫລຸດ​ລົງ ​ແລະ ທັນ​ຍາ​ຫານ​ກໍ່ຮັບປະກັນ​ກ່ວາ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນໆ.”

ເພີ່ມລະດູການປູກຝັງໃນນາຂັ້ນໄດໝູ່ກັງຈ໋າຍ - ảnh 2

ພາບປະກອບ

        ​ເພື່ອ​ໃຫ້​ພໍ່​​ແມ່​ປະຊາຊົນ​ຊາວ​​ເຜົ່າ​ມົ້ງ ຢູ່​ເຂດ​ພູ​ສູງ​ປ່ຽນ​ແປງ​ຄວາມ​ຮັບ​ຮູ​້, ຫັນ​ຈາກ​ການ​ປູກລະດູການ​ດຽວ ​ເປັນ 2 ລະດູ​ການ​ຄື​ໃນ​ປະຈຸ​ບັນ, ອຳນາດ​ການ​ປົກຄອງ ​ແລະ ຂະ​ແໜງ​ກະສິກຳ​ເມືອງ ໝູ່​ກັງ​ຈ໋າຍ ​ໄດ້​ຜັນ​ຂະຫຍາຍຫຼາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ​ເພື່ອ​ຊ່ວຍ​ໃຫ້​ພໍ່​ແມ່​ປະຊາຊົນ​ຊາວ​ກະສິກອນ​ເພີ່ມ​ລະດູ​ການ​ປູກຝັງ, ຍົກ​ສູງ​ປະສິດທິ​ຜົນ​ດ້ານ​​ເສດຖະກິດ​ໃນ​ການ​ຜະລິດ. ການ​ນຳ​ເມືອງ​ໄດ້​ຂົນຂວາຍ, ​ແນະນຳ​ບັນດາ​ຄອບຄົວ​ພະນັກງານ​ປະຕິບັດ​ກ່ອນ, ​ເມື່ອ​ເຫັນ​ວ່າ​ມີປະສິດທິ​ຜົນ, ບັນດາ​ຄອບຄົວ​ດັ່ງກ່າວ​ຈະ​ຂົນຂວາຍ​ຍາດ​ຕິ​ພີ່ນ້ອງ, ພໍ່​ແມ່​ປະຊາຊົນພ້ອມ​ກັນ​ປະຕິບັດ​ຕາມ. ພະນັກງານ​ກະສິກຳ​ເມືອງ​ໄດ້​ແນະນຳ, ກວດກາ​ຢ່າງ​​ເປັນ​ປະຈຳ… ທ່ານ ຮ່ວາງ​ວັນ​ງວຽນ, ຮອງ​ຫົວໜ້າ​ຫ້ອງ​ກະສິກຳ - ພັດທະນາ​ຊົນນະບົດ​ເມືອງ ໝູ່​ກັງ​ຈ໋າຍ, ​ໃຫ້​ຮູ້​ວ່າ:

        “ບັນດາ​ອົງການ​ຄື: ໜ່ວຍສົ່ງ​ເສີມ​ກະສິກຳ, ໜ່ວຍປົກ​ປ​້ອງພືດ ​ແລະ ໜ່ວຍງານກະສິກຳ ​ໄດ້​ສ້າງ​ບັນດາ​ຮູບ​ຈຳລອງ​ ​ແລະ ​ແນະນຳ​​ໃຫ້ປະຊາຊົນຢ່າງ​ລະອຽດ, ຊ້ຳ​ບໍ່​ໜ​ຳ, ພະນັກງານ​ຍັງ​ລົງ​ປະຕິບັດ​ຕົວ​ຈີ​ງ​ເພື່ອ​ແນະນຳ​ໃຫ້​ປະຊາຊົນ. ຜ່ານ 1, 2 ປີ​ຈຶ່ງ​ປະຕິບັດ​ຕາມ ​ແລະ ຜ່ານ​ນັ້ນ​ເນື້ອ​ທີ່​ດິນ​ປູກ​ເຂົ້າ​ລະດູ​ໜາວຕໍ່​ລະດູບານ​ໃໝ່​ຈຶ່ງຄ່ອຍໆ​ເພີ່ມ​ຂຶ້ນ​​ໃນ​​​ແຕ່ລະ​ປີ.”

        ປະຈຸ​ບັນ, ​ເມື​ອງ ໝູ່​ກັງ​ຈ໋າຍ, ​ແຂວງ ອຽນ​ບ໋າ​ຍ ມີ​ເນື້ອ​ທີ່ນາ​ຂັ້ນ​ໄດ 4.300 ​ເຮັກຕາ, ນອນ​ໃນ​ບໍ​ລິ​ເວນ​ຂອງ 14 ຕາ​ແສງ, ​ເທດ​ສະບາ​ນໜຶ່ງ. ​ໃນ​​ບັນດາ​ໜ້າ​ທີ່​ພັດທະ​ນາ​ເສດຖະກິດ ສັງຄົມທີ່​ໄດ້​ວາງ​ອອກ​ໃຫ້​ແຕ່ລະ​ປີ, ​ເມືອງ​ໄດ້​ກຳນົດ​ວ່າການ​​ເຮັດ​ກະ​ເສດ​ສູ​ມ, ​ເພີ່ມ​ລະດູ​ການ​ຜະລິດ​ໃນ​ນາ​ຂັ້ນ​ໄດ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ອັນ​ດັບ​ໜຶ່ງ. ພາຍຫຼັງ​ເກືອ​ບ 5 ປີ​​ແຫ່ງ​ການ​ປະຕິບັດ, ມາ​ຮອດ​ປະຈຸ​ບັນ​, ທົ່ວ​ເມືອງ​ມີ​ເນື້ອ​ທີຜະລິດ, ປູກ​ເຂົ້າ 2 ລະດູ​​ 1.300 – 1.800 ​​ເຮັກ​ຕາ. ສ່ວນ​ຍັງ​ເຫຼືອ​ແມ່ນກ່ວາ 2.000 ​ເຮັກຕາ ​ແມ່ນ​ບໍ່​ເໝາະ​ສົມ​ກັບການ​ປູກ​ເຂົ້າ, ​ໄດ້​ຫັນ​ໄປ​ການປູກ​ພືດ​ປະ​ເພດ​ອື່ນໆ​ຄື: ສາລີ, ມັນ​ຝຣັ່ງ, ​ເຂົ້າບະ​ເລ, ຂີງ ​ແລະ ​ໃນ​ເບື້ອງ​ຕົ້ນ​ໄດ້​ຮັບຜົນງານທີ່​ດີ​.

        ນາ​ຂັ້ນ​ໄດ​ບໍ່​ພຽງ​ແຕ່​ນຳ​ມາ​​ເຊິ່ງກາລະ​ໂອກາດ​ພັດທະນາ​ການທ່ອງທ່ຽວ, ​ໂຄ​ສະ​ນາ​ພາບ​ພົດ​​ໃຫ້​ເມືອງ ໝູ່​ກັງ​ຈ໋າຍ ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ໃຫ້​ຊາວ​ກະສິກອນ​ເຂດ​ພູ​ສູງ​ບື່ນຕົວ​ຂຶ້ນ, ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ, ປັບປຸງ​ຊີວິດ​ການ​​ເປັນ​ຢູ່ຍ້ອນ​ໄດ້​ປະຕິບັດ​ການ​​ເຮັດ​ກະ​ເສດ​ສຸມ, ​ເພີ່ມ​ລະດູ​ການ​ຜະລິດຢ່າງ​ຖືກຕ້ອງ​ຕາມ​ທິດ​ທາງ​ທີ່​ໄດ້​ວາງ​ອອກ.


ຕອບກັບ

ຂ່າວ/ບົດ​ອື່ນ