ເຟືອກ​ກາດ ບືນ​ຕົວ​ຂຶ້ນ​ຈາກ​ເຂດ​ດິນ​ທີ່​ລຳ​ບາກ​ກາກ​ກຳ

(VOVWORLD) -ໂດຍແມ່ນຕາແສງກະສິກຳແຫ່ງໜຶ່ງຕາແສງເຟືອກກາດ ພວມບືນຕົວຂຶ້ນ ກາຍເປັນໜຶ່ງໃນບັນດາທ້ອງຖິ່ນນຳໜ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງພິເສດປີ 2015ແຂວງເລິມດົ່ງ ໄດ້ຮັບຮອງເອົາ ເຟືອກກາດແມ່ນຕາແສງດີເດັ່ນໃນຂະບວນການກໍ່ສ້າງຊົນນະບົດໃໝ່ຂອງເມືອງ ກາດຕຽນ.
ເຟືອກ​ກາດ ບືນ​ຕົວ​ຂຶ້ນ​ຈາກ​ເຂດ​ດິນ​ທີ່​ລຳ​ບາກ​ກາກ​ກຳ - ảnh 1

ພາບ: ຮາກຖານປຸງແຕ່ງໝາກມ່ວງຫິມະພານຂອງທ່ານໃບ

ນັບແຕ່ປີ 2005 ມາຮອດປະຈຸບັນ, ຍ້ອນລະບົບເຄື່ອນໄຟຟ້ານ້ຳຕົກຢູ່ແມ່ນ້ຳດົ່ງນາຍ ໄດ້ດັດສົມນ້ຳໃນລະດູຝົນນັ້ນ, ຕາແສງເຟືອກກາດ ບໍ່ຖືກນ້ຳຖ້ວມອີກແລ້ວ. ສິ່ງດັ່ງກ່າວໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຊົນຢູ່ເຟືອກກາດ ສາມາດປູກຕົ້ນໄມ້ອຸດສາຫະກຳ, ຕົ້ນໄມ້ກິນໝາກ, ພິເສດແມ່ນປູກເຂົ້ານ້ຳນາທາມໃນເຂດດິນແຄມແມ່ນ້ຳ. ໂດຍແມ່ນຕາແສງໄດ້ຮັບການອຸດໜູນເຂົ້າສານຈາກລັດເປັນປົກກະຕິ, ມາຮອດປະຈຸບັນເຟຶອກກາດໄດ້ກາຍເປັນສູນຜະລິດແນວພັນເຂົ້າ ແລະ ເຂົ້າສານທີ່ມີເຄື່ອງໝາຍການຄ້າ “ແນວພັນເຂົ້າ-ເຂົ້າສານກາດຕຽນ”.

   ທ່ານເລວັນໄບ, ຜູ້ອຳນວຍການສະຫະກອນການຄ້າການບໍລິການເລຢາ ໃຫ້ຮູ້ວ່າ: ສະຫະກອນເລຢາ ທັງຜະລິດແນວພັນປູກ, ສະໜອງເຄື່ອງມືດ້ານກະສິກຳ, ທັງເກັບຊື້ ແລະ ປຸງແຕ່ງໝາກມ່ວງຫິມະພານເພື່ອສົ່ງອອກ. ໄລ່ແຕ່ຕົ້ນປີມາຮອດປະຈຸບັນ, ສະຫະກອນເລຢາ ໄດ້ເກັບຊື້ໝາກມ່ວງຫິມະພານກ່ວາ 600 ໂຕນຈາກຊາວກະສິກອນເພື່ອປຸງແຕ່ງ, ສົ່ງອອກ. ທ່ານໄບ໋ ໄດ້ສ້າງວຽກເຮັດງານທຳເປັນປົກກະຕິໃຫ້ແກ່ຜູ້ອອກແຮງງານ 80 ຄົນ. ທ່ານກ່ວາວ່າ:

  ໃນຈຸດເວລາສູງສຸດ ທາງສະຫະກອນກໍ່ມີຜູ້ອອກແຮງງານມາເຮັດວຽກເຖິງ 120 ຄົນ. ມີຫຼາຍຄົນເຮັດວຽກງານໜັກກ່ວາ ເງິນເດືອນກໍ່ໄດ້ຮັບສູງກ່ວາຜູ້ອື່ນ ແຕ່ຄິດສະເລ່ຍແລ້ວ ສະມາຊິກຜູ້ໜຶ່ງເຮັດວຽກຢູ່ນີ້ກໍ່ໄດ້ຮັບ 4 ລ້ານ 5 ແສນດົ່ງຕໍ່ເດືອນ.

ເຟືອກ​ກາດ ບືນ​ຕົວ​ຂຶ້ນ​ຈາກ​ເຂດ​ດິນ​ທີ່​ລຳ​ບາກ​ກາກ​ກຳ - ảnh 2

ພາບ: ຮາກຖານລ້ຽງມ້ອນຂອງທ່ານທິ້ງ

ທ່ານຫງວຽນວັນທິ້ງ, ຜູ້ອຳນວຍການສະຫະກອນກະສິກຳເຟືອກກາດ ໃຫ້ຮູ້ວ່າ: ປີ 2010, ຈາກໂຮງສີເຂົ້ານ້ອຍແຫ່ງໜຶ່ງ, ປະຈຸບັນ ສະຫະກອນຂອງທ່ານທິ້ງ ໄດ້ກາຍເປັນໂຮງສີປຸງແຕ່ງເຂົ້າຂະໜາດໃຫຍ່ດ້ວຍສະມັດຕະພາບ 18 ພັນໂຕນຕໍ່ປີ. ໃນ 6 ເດືອນຕົ້ນປີນີ້ ໄດ້ສະໜອງເຂົ້າສານໃຫ້ທ້ອງຕະຫຼາດ ເກືອບ 10 ພັນໂຕນທີ່ມີເຄື່ອງໝຍການຄ້າ “ເຂົ້າສານກາດຕຽນ”. ຟາມລ້ຽງໝູຂອງທ່ານທິ້ງ ກໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ສະເລ່ຍແຕ່ລະເດືອນ ຂາຍຊີ້ນໝູໄດ້ 8 ໂຕນ, ແລະມີກຳໄລຫຼາຍກ່ວາ 50 ລ້ານດົ່ງ. ໃນ 2 ປີມານີ້, ທ່ານທິ້ງໄດ້ປູກຕົ້ນມອນ ເພື່ອ ລ້ຽງມ້ອນຕື່ມອີກ. ປະຈຸບັນ, ຟາມລ້ຽງມ້ອນຂອງສະຫະກອນເຟືອກກາດ ຂອງທ່ານທິ້ງ ໄດ້ກໍ່ສ້າງແບບຄົບວົງຈອນ ອັນໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນເຂດຫຼາຍຄົນ ພິເສດແມ່ນບັນດາສະມາຊິກສະມາຄົມນັກຮົບເກົ່າ ຊ່ວຍເຂົາເຈົ້າບືນຕົວຂຶ້ນເພື່ອໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ. ທ່ານທິ້ງເວົ້າວ່າ:

ໃນໄລຍະຈະມາເຖິງ, ກ່ອນອື່ນໝົດສະຫະກອນຈະລ້ຽງມ້ອນແນວໃດເພື່ອໄດ້ຮັບປະສິດທິຜົນທີ່ດີ ແລະ ຈະຮັບຜູ້ອອກແຮງງານຫຼາຍຄົນມາເຮັດວຽກຕື່ມອີກ.

ທ່ານຫວໍ້ຈຸງລິນ, ປະທານຄະນະກຳມະການປະຊາຊົນເທດສະບານເຟືອກກາດໃຫ້ຮູ້ວ່າ: ລາຍຮັບສະເລ່ຍຂອງປະຊາຊົນໃນເທດສະບານປີ 2018 ບັນລຸ 48 ລ້ານດົ່ງ, ປີ 2019 ນີ້ສູ້ຊົນຈະບັນລຸໃຫ້ໄດ້ຫຼາຍກ່ວາ 50 ລ້ານດົ່ງ:

  ການກຳນົດທິດຂອງທ້ອງຖິ່ນໃນປະຈຸບັນແມ່ນພວມຄ່ອຍໆຫລຸດຜ່ອນໂຄງປະກອບເສດຖະກິດຂະແໜງກະສິກຳ ຍ້ອນວ່າເທດສະບານເຟືອກກາດ ກໍ່ມີຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວ. ປະຈຸບັນ, ທາງແຂວງໄດ້ມີທິດໜູນຊ່ວຍການເປີດສາຍທ່ອງທ່ຽວຢູ່ສະຖານທີ່ທ່ອງທ່ຽວ 3 ແຫ່ງໃນບໍລເວນແຂວງຄື: ເຂດບູຮານຄະດີກາດຕຽນ, ເຂດຄະນະພັກເຂດ 6 ແລະ ວັດໄມ້ ເຟືອກກາດ.

ທ່ານຫງວຽນຮ່ວາງຟຸກ, ຮອງປະທານຄະນະກຳມະການປະຊາຊົນເມືອງກາດຕຽນຖືວ່າ: ເຟືອກກາດ ມີເງື່ອນໄຂອຳນວຍຄວາມສະດວກຫຼາຍຢ່າງເພື່ອສືບຕໍ່ບືນຕົວຂຶ້ນກາຍເປັນເຂດທີ່ດີເດັ່ນໃນການກໍ່ສ້າງຊົນນະບົດໃໝ່. ທ່ານຟຸກກ່າວວ່າ:

ກ່ຽວກັບການປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ ກ່ອນນັ້ນ, ຕາແສງເຟືອກກາດ ມີເງື່ອນໄຂເພື່ອພັດທະນາກະສິກຳ ແລະ ການຄ້າ ການບໍລິການ. ໃນດ້ານກະສິກຳ, ເຟືອກກາດມີເນື້ອທີ່ດິນສັນດອນແຄມແມ່ນ້ຳ ເໝາະສົມກັບການປູກເຂົ້ານາທາມ, ປູກຕົ້ນມອນ ແລະ ຕົ້ນໄມ້ກິນໝາກ. ໃນດ້ານການພັດທະນາການຄ້າ ການບໍລິການນັ້ນ, ເຟືອກກາດມີເງື່ອນໄຂອຳນວຍຄວາມສະດວກ ໃນການແລກປ່ຽນການຄ້າ ແລະ ພັດທະນາການບໍລິການປຸງແຕ່ງຄື: ປຸງແຕ່ງໝາກມ່ວງຫິມະພານ, ເຂົ້າສານເຂົ້າເປືອກ.

ປະຈຸບັນ, ເຂດດິນແດນທຸກຍາກກາກກຳໃນເມື່ອກ່ອນໄດ້ປ່ຽນແປງແລ້ວ, ໃນຂະນະທີ່ໃນບໍລິເວນຕາແສງໄດ້ປະກົດມີຫຼາຍຮູບແບບດີເດັ່ນໃນການພັດທະນາເສດຖະກິດທ້ອງຖິ່ນຄື: ຮູບແບບການລ້ຽງງົວ, ພັດທະນາຮູບແບບລ້ຽງມ້ອນ. ພ້ອມກັນນັ້ນ, ຕາແສງເຟືອກກາດ ກໍ່ມີບ້ານຂອງຊາວເຜົ່າສ່ວນໜ້ອຍຢູ່ຕາແສງ, ເມືອງ ເຊິ່ງຍາມໃດກໍ່ໄດ້ສຸມໃສ່ຊີ້ນຳຊຸກຍູ້ການພັດທະນາການຕໍ່າຫຸກພື້ນເມືອງ ແລະ ຜະລິດເຫຼົ້າໄຫ ຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວ. ນີ້ກໍ່ແມ່ນໜຶ່ງໃນບັນດາທິດເດີນໃໝ່ໃນຂະບວນການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງເຟືອກກາດ.

ຕອບກັບ

ຂ່າວ/ບົດ​ອື່ນ