ເມືອງຊົນນະບົດໃໝ່ຮ່ວາວາງ,ນະຄອນດ່ານັ້ງ

(vovworld) –​ ພາຍ​ຫຼັງ​ໄລ​ຍະ 4 ປີແຫ່ງ​ການ​ປະ​ຕິ​ບັດ​ໂຄງກ​ານ​ຈ​ຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ໂສມ​ໜ້າ​ຂ​ອງ​ເມືອງ​ຮ່​ວາ​ວາງ, ນະ​ຄອນ​ດ່ານັ້ງ, ນັບ​ມື້​ນັບ​ພັດ​ທະ​ນາ. ທ້າຍ​ປີ 2015, ເມືອງ​ຮ່​ວາ​ວາງ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ເມືອງ​ຊົນ​ນະ​ບົດ​ໃໝ່, ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ເມືອງ​ທຳ​ອິດ​ຂ​ອງ​ທົ່ວ​ປະ​ເທດ​ສຳ​ເລັດ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່.

ເມືອງຊົນນະບົດໃໝ່ຮ່ວາວາງ,ນະຄອນດ່ານັ້ງ - ảnh 1
ເມືອງ​ຮ່​ວາ​ວາງ, ນະ​ຄອນ​ດ່ານັ້ງ
(ພາບ: baodanang)

ນັ່ງ​ພັກ​ຜ່ອນ​ໜ້ອຍ​ໜຶ່ງພາຍ​ຫຼັງ​ຕັດ​ຫຍ້າ​ໃຊ້​ເປັນ​ຫົວ​ອາ​ຫານ​ໃຫ້​ປາ, ​ລຸ່ງ ກາວ​ຟ໋ານ, ຢ​ູ່​ບ້ານ ຟຸ໋​ເຊີນ, ຕ​າ​ແສງ ຮ່​ວາ​ເຄືອງ, ເມືອງ​ຮ່​ວາ​ວາງ, ນະ​ຄອນ​ດ່ານັ້ງ, ໃຫ້​ຮູ້​ວ່າ: ປີນີ້​ລະ​ດູ​​ກ​ານ​ຜະ​ລິດ​ໄດ້​ຮັບ​ຜົນ​ດີ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະ​ຊາ​ຊົ​ນກໍ່​ດີ​ຂຶ້​ນ, ມີ​ຂອງ​ກິນ​ ແລະ ມີ​ສ່ວນ​ແຮ່​ໄວ້. ໃນ​ໄລ​ຍະ 5 ປີ​ກອນ, ​ລຸ່ງ​ຟ໋ານ ໄດ​້​ກູ້​ຢືມ​ທຶນ​ບຸ​ລິ​ມະ​ສິດ, ຂຸດ​ສ້າງ​ລ້ຽງ​ປາ. ​ປີທຳ​ອິດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ມາ​ຮອດ​ປະ​ຈຸ​ບັນ, ​ສະປາ​ຂອງ​ຄອບ​ຄົວລຸງ​​ສາ​ມາດສ້າງ​ລາຍ​ຮັບ​ໄດ້ 100 ລ້ານ​ດົ່ງ/ປີ. ທ່ານ ກາວ​ຟ໋ານ ໃຫ້​ຮູ້​ວ່າ, ຍ້ອນ​ທຳ​ມະ​ຫາ​ກິນ​ໄດ້​ດີ, ປີນີ້​ຄອບ​ຄົວ​ຂອງ​ລຸ່ງ ​ໄດ້ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ຄົບ​ຖ​້ວນ ແລະ ມີ​ຄ​ວາມອົບ​ອຸ່ນ.

        “ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄອບ​ຄົວ​ໄດ້​ດີ​ຂຶ້ນ​ຫຼາຍ​ແລ້ວ. ໃນ​ໂອ​ກາດ​ບຸນ​ເ​ຕັດ ຄອບ​ຄົວ, ລູກ​ຫຼານ​ກໍ​ມີ​ຄວາມ​ເບີດ​ບານ​ມ່ວນ​ຊື​່ນກວ່າ, ຊື້​ເຄື່ອງ​ຂ​ອງ​ເພື່ອກະ​ກຽມ​ໃຫ້​ບຸນ​ເຕັດ ກໍ​​ມີ​ຫຼາຍ​ອັນກວ່າ​ປີ​ກ່ອນໆ, ຍ້ອນ​ການ​ທຳ​ມາ​ຫາ​ກິນ​​ໄດ້​ຮັບ​ຜົນ​ດີ. ຊີ​ວິດ​ການ​ເປັນ​ຢູ່​ຂອ​ງ​ພໍ​ແມ່​ປະ​ຊາ​ຊົນ​ກໍ​ດີ​ຂ​ຶ້ນ​ພໍ​ສົມ​ຄວນ, ​ເສັ້ນທາງ​ໃນ​ບ້ານ​ໄດ້​ຮັບ​ການກໍ​່ສ້າງໃໝ່​​.”


ເມືອງຊົນນະບົດໃໝ່ຮ່ວາວາງ,ນະຄອນດ່ານັ້ງ - ảnh 2
ເມືອງ​ຮ່​ວາ​ວາງ ກໍ່​ສ້າງ​ທາງ​ໄປ​ມາ​ຢ່າງ​ສະ​ດວກ
(ພາບ: danang)


ຕາມ​​​ທ່ານ ຫງວຽນ​ເຕີນ​ຟ໋າດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ຮ່​ວາ​ເຍີນ, ເມືອງ​ຮ່​ວາ​ວາງ, ນະ​ຄອນ​ດ່ານັ້ງ, ຜົນ​ສຳ​ເລັດ​ໃຫຍ່​ຫຼວງ​ທີ່​ສຸດ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ຕາ​ແສງ​ຮ່​ວາ​ເຍີນ ເວົ້າ​ສະ​ເພາະ, ກໍ່​ສ້າງເມືອງ​ຮ່​ວາ​ວາງ​ ເວົ້າ​ລວມ, ແມ່ນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະ​ຊາ​ຊົນ. ພໍ​ແມ່​ປະ​ຊາ​ຊົນ​ໄດ້​ປະ​ກອບ​ເ​ຫື່ອ​ແຮງ, ເງິນທຶນ, ຍ້ອນ​ຜູ້​ໃດ​ກໍ​ເຂົ້າ​ໃຈວ່າ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ແມ່ນ​ເຮັດ​ເພື່ອ​ປະ​ຊາ​ຊົນ, ປະ​ຊາ​ຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໂດຍ​ກົງ. ກໍ່​ສ້າງ​ທາງ​ໄປ​ມາ​ຢ່າງ​ສະ​ດວກ, ການ​ຊື້​ຂາຍ​ຜະ​ລິດ​ຕະ​ພັນ​ກ​ະ​ເສດ​ກໍ​ສະ​ດວກ; ກໍ່​ສ້າງຄອງ​ເໝືອງ​​ຈະ​ເປັນ​ເຈ​ົ້າ​ການ​ໃນ​ການ​ຫົດ​ນຳ​້; ກໍ່​ສ້າງ​ໂຮງ​ຮຽນ​ກໍ​ແມ່ນ​ເພື່ອ​ໃຫ້​ລູກ​ຫຼານ​ໄດ້​ຮໍ່​າ​ຮຽນ​ເປັນ​ຢ່າງ​ດີກວ່າ. ໃນ​ໄລ​ຍ​ະ 4 ປີິ​ແຫ່ງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຕາ​ແສງ​ຮ່​ວາ​ເຍີນ ​ລະ​ດົມ​​​ທຶນຈາກ​ແຫຼ່ງ​​ເງິນ​ຕ່າງ​ນໄດ້ກວ່າ 250 ຕື້​ດົງ ເພື່ອ​ລົງ​ທຶນກໍ່​ສ້າ​ງ​ພື້ນ​ຖານ​ໂຄງ​ລ່າງ. ມີ​ຫຼາຍຮູບ​ແບບ​ເສດ​ຖະ​ກິດ​ຄອບ​ຄົວ​ຢູ່​ບັນ​ດາ​ບ້ານ ໄດ້​ປະ​ກອບ​ສ່ວນ​ຊ່ວຍ​ໃຫ້​ພໍ​ແມ່​ປະ​ຊາ​ຊົນ​ຍົກ​ສູງ​ລາຍ​ຮັບ, ຮັບ​ປະ​ກັນ​ຊີ​ວິດ​ເປັນ​ປົກ​ກະ​ຕິ. ທ່ານ ຫງວຽນ​ເຕີນ​ຟ໋​າດ ຢືນ​ຢັນ​ວ່າ.

        “​ໂສມ​ໜ້າເຂດ​ຊົນ​ນະ​ບົດ​ໄດ້​ຮັບ​ການ​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ຊັດ. ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ຈາກ​ບັນ​ດາ​ຮູບ​ແບບ​ເສດ​ຖະ​ກິດ​ໄດ້​ຮັບ​ການຍ​ົກ​ສູງ​ຂຶ້ນ, ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ໄດ້​ຫຼຸດ​ລົງ​ໄວ​ຜ່ານ​ແຕ່​ລະ​ປີ. ໃນ​ໂອ​ກາດ​ຕ້ອນ​ຮັບ​ບຸນ​ເຕັດ​ປີ​ວອກ​ ບົນ​ຈິດ​ໃຈ​ມີ​ຄວາມ​ເ​ບີດ​ບ່ານ​ມ່ວນ​ຊື່ນ​ຂອງ​ທ້ອງ​ຖິ່ນ ຍ​້ອ​ນ​ໄດ້ສຳ​ເລັດ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ດ້ວຍ​ເງື່ອນ​ໄຂ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ຍົກ​ສ​ູງ​ຂຶ້ນ.”

        ນັບ​ແຕ່​ປີ 2011 ມາ​ຮອດ​ປະ​ຈຸ​ບັນ​, ເມືອງ ຮ່​ວາ​ວາງ ສາ​ມາດລະ​ດົມ​​ທຶນຈາກ​ບັນ​ດາ​ແຫຼ່ງ​ທຶນ​ໄດ້ກວ່າ 2.400 ຕື້​ດົງ ​ເພື່ອ​ສຸມ​ໃສ່​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຊົນ​ນະ​ບົດ​ໃໝ່. ນັບ​ພັນ​ຄອບ​ຄົວ​ໄດ້​ປະ​ກອບ​ເງິນ​ທຶນ, ແຮງ​ງານ, ມອບ​ດິນ ເພື່ອ​​ເປີດ​ກວ້າງ​ເສັ້ນ​ທາງ, ​ກໍ່​ສ້າງສຸກ​ສາ​ລາ, ເປີດກວ້າງ​ໂຮງ​ຮຽນ… ບັນ​ດາ​ແຜນ​ການດ​ັດ​ແປງ​ສວນ, ສ້າງ​ທົ່​ງ​ນາ​ຂະ​ໜາດ​ໃຫຍ່, ລ້ຽງ​ປາ​ນຳ​້​ຈືດ… ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໄປ​ທົ່ວ​ເຂດ. ຫຼາຍ​ຕາ​ແສງ​ຍັງ​ຈັດ​ຕັ້ງ​ບັນ​ດາ​ຮູບ​ແບບ​ຜະ​ລິດ​ລວມ​ໝູ່, ໜ່ວຍ​ສະ​ຫະ​ກອນ, ຊ່ວຍ​ໃຫ້​ປະ​ຊ​າ​ຊົນ​ພັດ​ທະ​ນາ​ການ​ຜະ​ລິດ, ພັດ​ທະ​ນາ​ເສດ​ຖະ​ກິດ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່. ທ່ານ ດັ້ງ​ຟຸ໋​ແຮ່ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ຮ່​ວາ​ວາງ, ນະ​ຄອນ​ດ່​ານັ້ງ ໃຫ້​ຮູ້​ວ່າ, ທ້ອງ​ຖິ່ນ​ບໍ່​ມີ​ຄອບ​ຄົວ​ທຸກ​ຍາກ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກໍ່​ດີ​ຂຶ້ນກວ່າ​ເກົ່າ​ແລ້ວ.

        “ຍ້ອນ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ສະ​ນັ້ນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ຮ່​ວາ​ວາງ ໄດ້​ຮັບ​ການ​ຍົກ​ສ​ູງ​ຂຶ້ນ​ພໍ​ສົມ​ຄວນ. ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ໄດ້​ເພີ່ມ​ຂຶ້ນ​ທົບ 2 ເທົ່​າ ເມື່ອ​ທຽບ​ໃສ່​ປີ 2010. ຈາກບັນ​ດາ​ຮູບ​ແບບ, ແບບ​ຢ່າງ​ໃນ​ວິ​ວັດ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ​ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ໄດ້​ເພີ່ມ​ຂຶ້ນ”

        ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະ​ຊາ​ຊົນ ໄ​ດ້​ສ້າງ​​ໂສມ​ໜ້າ​ໃໝ່​ໃຫ້​ເຂດ​ບ້ານ​ນາ​ແຫ່ງນີ້ ເພື່ອ​ໃຫ້​ປະ​ຊາ​ຊົນ​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ຄົບ​ຖ​້ວນ ແລະ ​ທີ​ຄວາມອົບ​ອຸ່ນ. ປີນີ້, ນອກ​ຈາກ​ໜ້າ​ທີ່​ຮັກ​ສາ​ບັນ​ດາ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່, ເມືອງ​ຮ່​ວາ​ວາງ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ໝວດ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ຄົບ​ຊຸດ ຕາມ​ທິດ​ບຸກ​ທະ​ລຸ, ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ, ສັງ​ຄົມ​ໃຫ້​ພັດ​ທະ​ນາ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ປະ​ຊາ​ຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ