ເມືອງ​ທາບ​ເມື່ອຍ ແຂວງ​ດົ່ງ​ທາບ ຊອກ​ຫາ​ທິດ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃຫ້​ແກ່​ຊາວ​ກະ​ສິ​ກອນ

(VOVWORLD) -

ເລື່ອງຊອກຫາສົ້ນອອກໃຫ້ແກ່ຜະລິດຕະພັນກະເສດໃນສະພາບທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ 19 ແມ່ນບັນຫາທີ່ບັນດາທ້ອງຖິ່ນໃນບໍລິເວນແຂວງດົ່ງທາບ ພວມຜັນຂະຫຍາຍຢ່າງຂ້ຽວຂາດ. ເພື່ອປະກອບສ່ວນຮັບປະກັນຊີວິດດ້ານເສດຖະກິດຂອງ ປຊຊ ຕໍ່ຜົນສະທ້ອນ ຈາກໂລກລະບາດໂຄວິດ 19, ເມືອງທາບເມື່ອຍ ໄດ້ ແລະ ພວມສ້າງຫຼາຍວິທີການເພື່ອຊອກຫາຕະຫຼາດ ຈຳໜ່າຍບັນດາປະເພດຜະລິດຕະພັນກະເສດຂອງເມືອງ.

ເມືອງ​ທາບ​ເມື່ອຍ ແຂວງ​ດົ່ງ​ທາບ ຊອກ​ຫາ​ທິດ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃຫ້​ແກ່​ຊາວ​ກະ​ສິ​ກອນ - ảnh 1

 ໜູນຊ່ວຍຈຳໜ່າຍຜະລິດຕະພັນກະເສດຢູ່ເມືອງທາບເມື່ອຍ ແຂວງດົງທາບ (ພາບ: VOV)

   ເມືອງທາບເມື່ອຍ ໄດ້ສ້າງຕັ້ງໜ່ວຍເຊື່ອມຕໍ່ ການຈຳໜ່າຍຜະລິດຕະພັນກະເສດໃຫ້ແກ່ ປຊຊ. ບັນດາສະມາຊິກໃນໜ່ວຍຈະກວດກາ, ກຳສະພາບການຜະລິດ, ປະລິມານ, ເວລາເກັບກ່ຽວ, ຄວາມສາມາດເກັບຊື້ຂອງພໍ່ຄ້າ. ສຳລັບບັນດາປະເພດຜະລິດຕະພັນກະເສດທີ່ມີປະລິມານຫຼາຍນັ້ນ, ທາງທ້ອງຖິ່ນຈະອັບເດດ ແລະ ຂໍຄວາມຊ່ວຍເຫຼືອຈາກແຂວງ ເພື່ອຈຳໜ່າຍໃຫ້ ປຊຊ ຢ່າງທັນການ.

  ຢູ່ຕາແສງໝີ້ຮົ່ວ, ເມືອງທາບເມື່ອຍ, ຈຳນວນໝາກນາວຂອງຊາວກະສິກອນບໍ່ມີຫຼາຍ ຄືຕາແສງອື່ນໃນບໍລິເວນເມືອງ ແຕ່ກໍ່ຍັງປະສົບກັບຄວາມຫຍຸ້ງຍາກດ້ານສົ້ນອອກ. ຕໍ່ໜ້າສະພາບການດັ່ງກ່າວ, ຄະນະຊາວໜຸ່ມຕາແສງ ໄດ້ເກັບຊື້ ເພື່ອມາປຸງແຕ່ງເປັນຜະລິດຕະພັນຄື: ນ້ຳຢາລ້າງຖ້ວຍ, ນ້ຳໝາກນາວເກືອ ເພື່ອຊ່ວຍ ປຊຊ ຈຳໜ່າຍຜະລິດຕະພັນໃນໄລຍະປະສົບກັບຄວາມຫຍຸ້ງຍາກ. ເອື້ອຍງອັກຕູ໊ ຮອງເລຂາຄະນະຊາວໜຸ່ມ ຕາແສງໝີ້ຮົ່ວ, ເມືອງທາບເມື່ອຍ ແບ່ງປັນວ່າ:

   ຄະນະຊາວໜຸ່ມຕາແສງ ໄດ້ຄິດອອກການຜະລິດນ້ຳຢາລ້າງຖ້ວຍຈາກໝາກນາວ ເພື່ອຊ່ວຍ ປຊຊ ຈຳໜ່າຍຜະລິດຕະພັນຂອງຕົນໄດ້. ເມື່ອຂາຍໄດ້ກໍ່ເອົາກຳໄລມາຊື້ຂອງຂວັນໃຫ້ ປຊຊ ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ.

ເມືອງ​ທາບ​ເມື່ອຍ ແຂວງ​ດົ່ງ​ທາບ ຊອກ​ຫາ​ທິດ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃຫ້​ແກ່​ຊາວ​ກະ​ສິ​ກອນ - ảnh 2

ໜ່ວຍໜູນຊ່ວຍຈຳໜ່າຍຜະລິດຕະພັນກະເສດໃຫ້ ປຊຊ (ພາບ: VOV)

ສຳລັບບັນດາຜະລິດຕະພັນທີ່ຈຳໜ່າຍງ່າຍ, ບັນດາອົງການຈັດຕັ້ງມະຫາຊົນຈະໄປຈ່າວຂາຍຢູ່ບ່ອນທີ່ມີຄວາມຕ້ອງການ, ໂຄສະນາທາງ Facebook ແລະ ຮັບໃບສັ່ງຊື້ສິນຄ້າຕາມຄຳຮຽກຮ້ອງຂອງຜູ້ຊື້. ຕາມທ່ານ ເລວັນງອດ, ຮອງປະທານຄະນະກຳມະການ ປຊຊ ເມືອງທາບເມື່ອຍແຂວງດົງທາບ, ທ້ອງຖິ່ນຍັງມີປະລິມານໝາກນາວ, ໂຕກົບ, ປາດຸກຄຳ ທີ່ພວມຢູ່ໃນໄລຍະເກັບກ່ຽວນັ້ນ, ໜ່ວຍເຊື່ອມຕໍ່ຈຳໜ່າຍຜະລິດຕະພັນຂອງທ້ອງຖິ່ນ ພວມມານະພະຍາຍາມຊ່ວຍຈຳໜ່າຍໃຫ້ຄອບຄົວດັ່ງກ່າວ:

  ປະຈຸບັນ, ທາງເມືອງໄດ້ສ້າງທຸກເງື່ອນໄຂທີ່ດີທີສຸດ ໃຫ້ແກ່ຜູ້ເກັບຊື້ຜະລິດຕະພັນກະເສດ, ມາຮອດຈຸດເວລານີ້, ຜູ້ຂົນສົ່ງສິນຄ້າກໍ່ໄດ້ອະນຸຍາດໃຫ້ເຂົ້າໄປເກັບຊື້ຢູ່ບໍລິເວນ, ອະນຸຍາດໃຫ້ຂົນສົ່ງຜະລິດຕະພັນກະເສດ ແຕ່ຕ້ອງຮັບປະກັນການປ້ອງກັນ ຕ້ານໂລກລະບາດຢ່າງມີຄວາມປອດໄພ, ເມືອງກໍ່ໄດ້ໜູນຊ່ວຍດ້ວຍການສັກວັກຊິນ, ກວດເຊື້ອໂຄວິດໄດ້ຜົນໄວ, ຫຼັງຈາກນັ້ນກຳລັງນີ້ຈຶ່ງໄດ້ເຂົ້າໄປເກັບຊື້, ຂົນສົ່ງ ແລະ ໄດ້ ສຳຜັດກັບຊາວກະສິກອນ ໃນບໍລິເວນ.

ຕໍ່ໜ້າບັນດາຄວາມຫຍຸ້ງຍາກ ໃນການຈຳໜ່າຍຜະລິດຕະພັນກະເສດ, ແຂວງດົງທາບ ໄດ້ຈັດຕັ້ງການເຊື່ອມຕໍ່ການຈຳໜ່າຍໝາກລຳໄຍ, ຜະລິດຕະພັນ OCOP ກັບຮ່າໂນ້ຍ, ຄຽງຂ້າງນັ້ນ ກໍ່ໄດ້ນຳເອົາຜະລິດຕະພັນກະເສດປະເພດຕ່າງໆຂຶ້ນວາງຂາຍໃນ ລະດັບການຄ້າເອເລັກໂຕນິກ (ecommerce level) ເພື່ອແນໃສ່ໜູນຊ່ວຍສະຫະກອນ, ໜ່ວຍຮ່ວມມື, ຊາວກະສິກອນໂຄສະນາຜະລິດຕະພັນ, ເຊື່ອມຕໍ່ການຈຳໜ່າຍກັບບັນດາວິສາຫະກິດ, ລະບົບຮ້ານສັບພະສິນຄ້າ. ທ່ານຫວໍ້ຕ໊ຽນແທັງ, ຜູ້ອຳນວຍການສູນສົ່ງເສີມການຄ້າ, ການບໍລິການ ແລະ ການລົງທຶນແຂວງດົງທາບ ໃຫ້ຮູ້ວ່າ: ຜະລິດຕະພັນກະເສດມີປະລິມານຫຼາຍ ຕ້ອງການຈຳໜ່າຍໃນປະຈຸບັນ ແມ່ນໝາກລຳໄຍ, ໝາກນາວ, ໝາກກ້ຽງ, ປາຈາ, ປານິນແດງ, ກົບ…ປະຈຸບັນ, ບັນດາທ້ອງຖິ່ນພວມກວດກາຄືນ ຜະລິດຕະພັນກະເສດທີ່ຍັງຂາຍອອກບໍ່ໄດ້ ໃນບໍລິເວນ ເພື່ອແນະນຳໃຫ້ນັກແຈກຢາຍ, ເກັບຊື້ຜະລິດຕະພັນກະເສດ:

   ສູນສົ່ງເສີມການຄ້າ, ການບໍລິການ ແລະ ການລົງທຶນ ແລະ ພະແນກອຸດສາຫະກຳ-ການຄ້າ ແຂວງດົງທາບ ໄດ້ແນະນຳບັນດາສິນຄ້ານັ້ນ ແລະ ພະແນກອຸດສາຫະກຳ-ການຄ້າ ກໍ່ໄດ້ເຊື່ອມຕໍ່ກັບລະບົບຮ້ານສັບພະສິນຄ້າ ແລະ ສູນການຄ້າ ເພື່ອໃຫ້ເຮົາມີການກຳນົດທິດ, ຄຽງຄູ່ກັນນັ້ນ ແມ່ນໄດ້ສົມທົບກັບກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ -ການຄ້າ ເພື່ອແນະນຳສິນຄ້າຕ່າງໆໝເຫຼົ່ານັ້ນ. ພວກຂ້າພະເຈົ້າຈະກຳນົດໄວ້ວ່າໃນແຕ່ລະເດືອນ ຢູ່ແຂວງດົງທາບ, ເມືອງໃດໄດ້ເກັບກ່ຽວຜະລິດຕະພັນໃດນັ້ນ, ແມ່ນຈະເຊື່ອມຕໍ່ເພື່ອຈຳໜ່າຍບັນດາຜະລິດຕະພັນໃຫ້ທັນການ.

ເພື່ອແກ້ໄຂບັນຫາຈຳໜ່າຍຜະລິດຕະພັນກະເສດໃຫ້ແກ່ຊາວກະສິດກອນ, ຂະແໜງມີໜ້າທີ່ແຂວງດົງທາບ ໄດ້ເຊື່ອມຕໍ່ຢ່າງແໜ້ນແຟ້ນກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດເພື່ອສະໜອງ, ຈຳໜ່າຍຜະລິດຕະພັນກະເສດໃນບໍລະເວນແຂວງ. ພ້ອມກັນນັ້ນ, ເຊື່ອມຕໍ່ກັບບັນດາວິສາຫະກິດ, ຮ້ານສັບພະສິນຄ້າ, ຮ້ານຄ້າຕ່າງໆ ຫຼືນຳຜະລິດຕະພັນກະເສດຂຶ້ນວາງຂາຍຢູ່ໃນ ລະດັບການຄ້າເອເລັກໂຕນິກ (ecommerce level)  ເພື່ອຊ່ວຍ ປຊຊ ຊຸກຍູ້ການຈຳໜ່າຍໃນສະພາບການທີ່ໂລກລະບາດໂຄວິດ 19 ຍັງມີການຜັນແປຢ່າງສັບສົນ./.

ຕອບກັບ

ຂ່າວ/ບົດ​ອື່ນ