ເມືອງ​ບິງ​ແຈັງ ນ​ະຄອນໂຮ່​ຈີມິນ ປະ​ຕິ​ບັດ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ສຳ​ເລັດ

(VOVWORLD) -   ບິງແຈັງ ແມ່ນເມືອງຊານນະຄອນໂຮ່ຈີມິນ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຄື: ປະຊາກອນຫຼາຍ, ພື້ນຖານໂຄງລ່າງບໍ່ທັນພັດທະນາ. ໃນຕະຫຼອດ 10 ປີຜ່ານມາ, ເມືອງບິງແຈັງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສຳເລັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່, ໂສມໜ້າຊົນນະບົດໄດ້ປ່ຽນແປງຫຼາຍພໍສົມຄວນ, ໄດ້ຫັນປ່ຽນໂຄງປະກອບເສດຖະກິດ ດ້ວຍຫຼາຍຮູບແບບບັນລຸປະສິດທິຜົນ, ຍົກສູງຊີວິດການເປັນຢູ່ຂອງ ປຊຊ.
ເມືອງ​ບິງ​ແຈັງ ນ​ະຄອນໂຮ່​ຈີມິນ ປະ​ຕິ​ບັດ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ສຳ​ເລັດ - ảnh 1ຜູ້ປູກດອກເໝີຍຢູ່ເມືອງບິງແຈັງ

     ໃນຫຼາຍປີກ່ອນ, ຊາວກະສິກອນຢູ່ຕາແສງບິງເລີ້ຍ ເມືອງບິງແຈັງ ໄດ້ກູ້ຢືມທຶນຂອງທ້ອງຖິ່ນເພື່ອລົງທຶນປູກຕົ້ນດອກເໝີຍ ແລະ ໄດ້ນຳມາເຊິ່ງລາຍຮັບນັບຕື້ດົ່ງໃນແຕ່ລະປີ. ນອກຈາກນັ້ນ, ຕາແສງບິງເລີ້ຍ ຍັງມີຊື່ສຽງດ້ວຍບ້ານລ້ຽງປາປະດັບ ແລະ ສວນປູກດອກກ້ວຍໄມ້ກ້ວາງໃຫ່ຍສຸດສາຍຕາ. ໃນນັ້ນ, ການລ້ຽງປາຄາບປະດັບ ແບບຫວຽດນາມ ແມ່ນອາຊີບທີ່ນຳມາເຊິ່ງລາຍຮັບຫຼາຍທີ່ສຸດໃຫ້ແກ່ ປຊຊ ຢູ່ທ້ອງຖິ່ນ. ບັນດາຟາມລ້ຽງປາຄາບ ໄດ້ສ້າງລາຍຮັບນັບຕື້ດົ່ງ/ປີ, ຜະລິດຕະພັນໄດ້ສົ່ງອອກໄປຍັງຍີ່ປຸ່ນ ແລະ ປະເທດອາຊີຕາເວັນອອກສ່ຽງໃຕ້ຈຳນວນໜຶ່ງ.

ເມືອງ​ບິງ​ແຈັງ ນ​ະຄອນໂຮ່​ຈີມິນ ປະ​ຕິ​ບັດ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ສຳ​ເລັດ - ảnh 2ຖະໜົນຫົນທາງ, ທິດທັດທຳມະຊາດສວຍງາມຢູ່ເມືອງບິງແຈັງ

    ກະສິກຳຕາມທິດເຕັກໂນໂລຊີສູງພັດທະນາ, ບວກກັບການລົງທຶນໃສ່ ຄົມມະນາຄົມໄດ້ປະກອບສ່ວນຍູ້ແຮງເສດຖະກິດບໍລິການຂອງເມືອງບິງແຈັງ ພັດທະນາ. ທາງເມືອງໄດ້ຫລຸດພົ້ນອອກຈາກໂຄງປະກອບເສດຖະກິດກະສິກຳ ເພື່ອຫັນອາຊີບເປັນຫຼາຍຮູບຫຼາຍແບບ, ຍົກສູງລາຍຮັບໃຫ້ແຫ່ ປຊຊ. ທ່ານ ຫງວຽນມິນຮ່ວາງ, ປະທານຄະນະກຳມະການ ປຊຊ ຕາແສງບິງເລີ້ຍ, ເມືອງບິງແຈັງ, ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

   ຕາມມາດຖານຊົນນະບົດໃໝ່ແລ້ວ, ທ້ອງຖິ່ນຈະສະເໜີພິຈາລະນາລົງທຶນໃສ່ພື້ນຖານໂຄງລ່າງໃຫ້ເໝາະສົມກັບຄວາມຕ້ອງການ. ກຳນົດທິດຕາມທິດຫັນເປັນຕົວເມືອງ, ນອກຈາກພັດທະນາເສດຖະກິດຊົນນະບົດແລ້ວ ຍັງຈະຍູ້ແຮງການເຄື່ອນໄຫວທ່ອງທ່ຽວທຳມະຊາດ, ທ່ອງທ່ຽວເຂດເຮືອນສວນຕື່ມອີກ.

ເມືອງ​ບິງ​ແຈັງ ນ​ະຄອນໂຮ່​ຈີມິນ ປະ​ຕິ​ບັດ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ສຳ​ເລັດ - ảnh 3ພື້ນຖານໂຄງລ່າງການສຶກສາຢູ່ສາຍທາງຫຼວງ ຫງວຽນວັນລິນ

    ໂດຍໄດ້ຕັ້ງຢູ່ເຂດປະຕູທາງທິດຕາເວັນຕົກຂອງນະຄອນໂຮ່ຈີມິນ, ເມືອງບິງແຈັງ ພວມມີປະຊາກອນເກືອບ 850.000 ຄົນ ແລະ ສະເລ່ຍແຕ່ລະປີຈະເພີ່ມຂຶ້ນຕື່ມອີກ 30.000 ຄົນ. ບິງແຈັງ ແມ່ນເມືອງສຸດທ້າຍຂອງນະຄອນໂຮ່ຈີມິນ ປະຕິບັດສຳເລັດການກໍ່ສ້າງຊົນນະບົດໃໝ່. ປີ 2020, ລາຍຮັບສະເລ່ຍຕໍ່ຫົວຄົນຂອງເມືອງບັນລຸເກືອບ 70 ລ້ານດົ່ງ, ທົບ 4 ເທົ່າເມືອທຽບກັບປີ 2010. ປ້າ ເຈິ່ນທິງອກຖາວ, ຢູ່ຕາແສງດາເຟືອກ, ເມືອງບິງແຈັງ ໃຫ້ຮູ້ວ່າ:

   ປຊຊ ໄດ້ສະໜັບສະໜູນໂຄງການກໍ່ສ້າງຊົນນະບົດໃໝ່ທີ່ສຸດ ຍ້ອນໄດ້ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງຄື: ຖະໜົນຫົນທາງໄດ້ຍົກລະດັບ, ການໄປມາຂອງ ປຊຊ,  ການພົວພັນແລກປ່ຽນການຄ້າສະດວກດີ. ນອກຈາກນັ້ນ, ທາງນະຄອນ ຍັງໄດ້ປະຕິບັດຫຼາຍມາດຕະການໜູນຊ່ວຍສົ້ນອອກໃນການຈຳໜ່າຍຜະລິດຕະພັນ, ພິເສດແມ່ນໜູນຊ່ວຍດ້ານທຶນຮອນ ແລະ ຫຼາຍບັນຫາອື່ນໆອີກ.

  ຕໍ່ໜ້າສະພາບການຫັນເປັນຕົວເມືອງ, ໄປຄຽງຄູ່ກັບການປະຕິບັດສຳເລັດການກໍ່ສ້າງຊົນນະບົດໃໝ່, ເມືອງບິງແຈັງ ພວມສ້າງແຜນຮ່າງ ເພື່ອຍື່ນສະເໜີຕໍ່ນະຄອນໂຮ່ຈີມິນ. ເມືອງບິງແຈັງ ຈະດັດປັບການວາງແຜນຜັງເຂດເມືອງ ອີງຕາມເງື່ອນໄຂພັດທະນາຂອງຕົນ ແລະ ຕິດພັນກັບບັນດາເຂດໃກ້ຄຽງ; ເປີດກ້ວາງການວາງແຜນກຳນົດບັນດາເຂດອຸດສາຫະກຳ, ກຸ່ມອຸດສາຫະກຳສະເພາະຂະແໜງ; ການວາງແຜນກຳນົດເຂດຜະລິດກະສິກຳຕົວເມືອງ, ກະສິກຳເຕັກໂນໂລຊີສູງລວມສູນ; ວາງແຜນກຳນົດບັນດາສູນການຄ້າ, ຕະຫຼາດຂາຍຍົກ, ລະບົບສາງທັນສະໄໝ, ພັດທະນາພື້ນຖານໂຄງລ່າງ ເຊື່ອມຕໍ່ກັບບັນດາແຂວງໃກ້ຄຽງ. ທ່ານຟ້າມວັນຫລຸຍ ຮັກສາການປະທານຄະນະກຳມະການ ປຊຊ ເມືອງບິງແຈັງ ນະຄອນໂຮ່ຈີມິນ ໃຫ້ຮູ້້ວ່າ:

   ບັນດາເຂດຊົນນະບົດໄດ້ລົງທຶນໃນໄລຍະຜ່ານມາ ຕ້ອງເຮັດແນວໃດເພື່ອຮັກສາໝາກຜົນນີ້ໄດ້. ໄປຄຽງຄູ່ກັນນັ້ນ ແມ່ນລະດົມແຫຼ່ງທຶນ, ແຫຼ່ງກຳລັງນຳ ປຊຊ ແລະ ວິສາຫະກິດ ເພື່ອກໍ່ສ້າງກິດຈະກຳຈຳນວນໜຶ່ງ, ລົງທຶນໃສ່ພື້ນຖານໂຄງລ່າງຄົມມະນາຄົມ, ເຮືອນຢູ່ສັງຄົມ ເພື່ອສາມາດຍົກສູງຊີວິດການເປັນຢູ່ຂອງ ປຊຊ . ນັ້ນແມ່ນໜ້າທີ່ໃນວິວັດທະນາການກໍ່ສ້າງ ແລະ ພັດທະນາແບບຍືນຍົງຂອງເມືອງບິງແຈັງ ໃນໄລຍະທີ່ຈະມາເຖິງ.

   ການກໍ່ສ້າງຊົນນະບົດໃໝ່ຢູ່ເມືອງບິງແຈັງ ເວົ້າສະເພາະ ແລະ ຢູ່ນະຄອນໂຮ່ຈີມິນ ເວົ້າລວມ ລ້ວນແຕ່ມີລັກສະນະພິເສດສະເພາະ. ສຳລັບເມືອງບິງແຈັງ ແລ້ວ, ເລື່ອງປະຕິບັດສຳເລັດການກໍ່ສ້າງຊົນນະບົດໃໝ່ ມີຄວາມໝາຍສຳຄັນ, ບໍ່ພຽງແຕ່ໄດ້ຍົກສູງຊີວິດການເປັນຢູ່ຂອງ ປຊຊ ເທົ່ານັ້ນ, ຫາກຍັງເປັນພື້ນຖານເພື່ອກວດກາຄືນການຫັນປ່ຽນເສດຖະກິດ, ສ້າງໂຄງປະກອບຂະແໜງກະສິກຳຕາມທິດກະສິກຳຕົວເມືອງຄືນໃໝ່, ສົມທົບກັບການພັດທະນາຕົວເມືອງ, ໂຄງລ່າງ….ທີ່ມີຂອບຂະໜາດໃຫ່ຍ, ມີປະສິດທິຜົນກ່ວາ ອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ