ເມືອງຮ່ວາຍດຶກ, ຮ່າໂນ້ຍຈາກເມືອງຊົນນະບົດໃໝ່ບືນຕົວຂຶ້ນກາຍເປັນຕົວເມືອງທັນສະໄໝ

(VOVWORLD) - ພ້ອມກັບບັນດາເມືອງ ດານເຟື້ອງ, ດົງແອງ, ແທງຈີ່, ເມືອງຮ່ວາຍດຶກ ຫາກໍ່ກາຍເປັນເມືອງທີ 4 ຂອງນະຄອນ ຮ່າໂນ້ຍ ທີ່ບັນລຸມາດຕະຖານຊົນນະບົດໃໝ່. ປັດຈຸບັນ, ເມືອງ ຮ່ວາຍດຶກພວມພະຍາຍາມເພື່ອກາຍເປັນຕົວເມືອງໃໝ່ຂອງນະຄອນຫຼວງ ຮ່າໂນ້ຍ.

ເມືອງຮ່ວາຍດຶກ, ຮ່າໂນ້ຍຈາກເມືອງຊົນນະບົດໃໝ່ບືນຕົວຂຶ້ນກາຍເປັນຕົວເມືອງທັນສະໄໝ - ảnh 1 ເມືອງ ຮ່ວາຍດືກ

(ພາບ: Ngoc Anh/VOV5)

ເມືອງ ຮ່ວາຍດຶກ ຫ່າງຈາກນະຄອນ ຮ່າໂນ້ຍໄປທາງທິດຕາເວັນຕົກປະມານ 16 ກມ. ນີ້ແມ່ນເຂດຊົນນະບົດ ດ້ວຍທ່າແຮງແມ່ນປູກເຂົ້າ, ພືດ, ຕົ້ນໄມ້ກິນໝາກ ແລະ ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບທີ່ເປັນມູນເຊື້ອ.

ເມືອງ ຮ່ວາຍດຶກ ແມ່ນໜຶ່ງໃນບັນດາທ້ອງຖີ່ນນຳໜ້າທົ່ວປະເທດກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ເມືອງໄດ້ຜັນຂະຫຍາຍມາດຕະການຕ່າງໆຢ່າງຄົບຊຸດ, ສ້າງບັນດາບຸກທະລຸໃນການກໍ່ສ້າງຊົນນະບົດໃໝ່. ວັນທີ 11 ພະຈິກ 2011, ຄະນະກຳມະການປະຊາຊົນເມືອງ ຮ່ວາຍດຶກຈັດຕັ້ງພິທີເຊັນຂໍ້ຕົກລົງແຂ່ງຂັນລະຫວ່າງຕາແສງຕ່າງໆນຳກັນ, ດ້ວຍຫົວຂໍ້ “ທົ່ວປວງຊົນຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່“. ວັນທີ 1 ມີນາ 2013, ເມືອງໄດ້ປຸກລະດົມ “ທົ່ວປວງຊົນຮ່ວມແຮງຮ່ວມໃຈກໍ່ສ້າງເສັ້ນທາງໃນບ້ານ ແລະ ກໍ່ສ້າງລະບົບຊົນລະປະທານໃນເຂດທົ່ງນາຕາມມາດຖານຊົນນະບົດໃໝ່“; ຈັດຕັ້ງການແຂ່ງຂັນ “ກໍ່ສ້າງຊົນນະບົດໃໝ່, ຄວາມຮັບຜິດຊອບຂອງຊາວໜຸ່ມ“, “ຊາວກະສິກອນແຂ່ງຂັນກັນຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່“… ສຳລັບປະຊາຊົນຢູ່ທີ່ນີ້, ຊົນນະບົດໃໝ່ໄດ້ກາຍເປັນໄມ້ງັດ, ເປັນກຳລັງໜູນເພື່ອໃຫ້ທ້ອງຖີ່ນປ່ຽນແປງໃໝ່ ແລະ ພັດທະນາ. ທ່ານ ຫຼີວັນເຮື໋ອງ, ຢູ່ຕາແສງ ຫວ້ານອຽນ, ຖືວ່າ:

ເມືອມີໂຄງການຊົນນະບົດໃໝ່ ແມ່ນໄດ້ຮັບການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ແລະ ຮັບປະກັນຊີວິດສັງຄົມ. ປະຊາຊົນໄດ້ຊົມໃຊ້ຜົນປະໂຫຍດຈາກເສັ້ນທາງຄົມມະນາຄົມ, ໄຟຟ້າເຍືອງທາງ, ນຳ້ສະອາດ. ໂຮງຮຽນ… ໂຄງການຊົນນະບົດໃໝ່ມີປະສິດທິຜົນທີ່ສຸດ, ເສີມຂະຫຍາຍຄຸນປະໂຫຍດໃຫ້ປະຊາຊົນ“.

ໃນການກໍ່ສ້າງຊົນນະບົດໃໝ່, ເມືອງ ຮ່ວາຍດຶກ ໄດ້ເລືອກເຟັ້ນຕາແສງ ອຽນເສີ ເປັນຕາແສງແບບຢ່າງໃນການກໍ່ສ້າງຊົນນະບົດໃໝ່. ພ້ອມກັນນັ້ນ, ເມືອງກໍ່ໄດ້ຜັນຂະຫຍາຍການກໍ່ສ້າງຊົນນະບົດໃໝ່ເຖິງ 18 ຕາແສງທີ່ຍັງເຫຼືອດ້ວຍທິດນຳທັງເຮັດທັງຖອດຖອນບົດຮຽນ. ຮອດທ້າຍປີ 2016, ທັງ 19/19 ຕາແສງໃນເມືອງລ້ວນແຕ່ບັນລຸມາດຖານຊົນນະບົດໃໝ່. ປັດຈຸບັນ, ທົ່ວເມືອງມີ 100% ຈຳນວນຕາແສງ, ເທດສະບານບັນລຸມາດຕະຖານລະດັບຊາດດ້ານສາທາລະນະສຸກ, ມີ 107/128 ໝູ່ບ້ານບັນລຸມາດຕະຖານວັດທະນະທຳ, 100% ໝູ່ບ້ານມີສະຖານທີ່ດຳເນີນຊີວິດດ້ານວັດທະນະທຳວົງຄະນາຍາດ. ທ່ານ ຫງວຽນຄັກບຸດ, ຮອງປະທານສະພາຄຸ້ມຄອງສະຫະກອນກະສິກຳຕ່ຽນເລ້, ຕາແສງ ຕ່ຽນອຽນ, ເລົ່າສູ່ຟັງວ່າ:

 “ລັດເຫັນວ່ານີ້ແມ່ນເຂດປູກຝັງໄດ້ດີທີ່ສຸດຈຶ່ງລົງທຶນໂຄງການໜຶ່ງທີ່ມີມູນຄ່າ 10 ຕື້ດົ່ງ ເພື່ອໃຫ້ປະຊາຊົນກໍ່ສ້າງລະບົບຊົນລະປະທານ. ເມືອງຖ່າຍທອດເຕັກນິກໃຫ້ພວກຂ້າພະເຈົ້າ, ແລະເປີດຊຸດເຝິກອົບຮົມດ້ານເຕັກນິກການຜະລິດ, ປູກຝັງໃຫ້ປະຊາຊົນ. ຂັ້ນຕອນການຜະລິດແມ່ນຄົບວົງຈອນນັບແຕ່ການຜະລິດ, ປຸງແຕ່ງຕະຫຼອດຮອດການຈຳໜ່າຍ. ສະຫະກອນໄດ້ຮ່ວມສຳພັນກັບ 4 ບໍລິສັດຈຳໜ່າຍຜະລິດຕະພັນໃຫ້ປະຊາຊົນ. ພາຍຫຼັງ 3 ປີແຫ່ງການປະຕິບັດ, ສະຫະກອນ ຕ່ຽນເລ້ ສາມາດຜະລິດເປັນປົກກະຕິ, ແລະ ໄດ້ມີເຄື່ອງໝາຍການຄ້າແລ້ວ“.

ເມືອງຮ່ວາຍດຶກ, ຮ່າໂນ້ຍຈາກເມືອງຊົນນະບົດໃໝ່ບືນຕົວຂຶ້ນກາຍເປັນຕົວເມືອງທັນສະໄໝ - ảnh 2 ບ່ອນປູກພືດຜັກຢູ່ ຮ່ວາຍດືກ

(ພາບ໋: Ngoc Anh/VOV5)

ຈຸດພົ້ນເດັ່ນຂອງຊົນນະບົດໃໝ່ຢູ່ເມືອງ ຮ່ວາຍດຶກ ແມ່ນໄດ້ສ້າງເຂດປູກຝັງລວມສູນ. ຕົ້ນໄມ້ກິນໝາກທີ່ມີມູນຄ່າເສດຖະກິດສູງປະເພດຕ່າງໆຄື: ຕົ້ນໝາກລຳໃຍ, ຕົ້ນໝາກພຸກ, ໝາກກ້ຽງ, ໝາກກະທັນ, ໝາກສີດາ ແມ່ນໄດ້ປູກຢູ່ບັນດາຕາແສງ ດັກເສີ, ອຽນເສີ, ກາດເກວ໋, ຊອງເຟືອງ, ຕ່ຽນອຽນ, ອານເທື້ອງ, ດົງລາ… ບັນດາໝູ່ບ້ານປູງແຕ່ງຜະລິດຕະພັນກະເສດ ແມ່ນເຕົ້າໂຮມຢູ່ບ້ານມິງຄາຍ, ເຢືອງລ້ຽວ, ກາດເຫວ໋, ງື້ເກົາ; ສ່ວນໝູ່ບ້ານແກະຄວັດສະຫຼັກແມ່ນຢູ່ ເຊີນດົ່ງ… ບັນດາຜະລິດຕະພັນຂອງເມືອງ ຮ່ວາຍດຶກ ໄດ້ມີທີ່ຕັ້ງໝັ້ນຄົງຢູ່ຕະຫຼາດຮ່າໂນ້ຍ ແລະ ບັນດາແຂວງໃກ້ຄຽງ.

ບັນດາມາດຖານຊົນນະບົດໃໝ່ໄດ້ຮັບການປະຕິບັດສຳເລັດ, ສ້າງປະຖົມປັດໃຈໃຫ້ເມືອງ ຮ່ວາຍດຶກ ວາງຄາດໝາຍສູງກວ່າ, ສູ້ຊົນເພື່ອກາຍເປັນຕົວເມືອງຂອງນະຄອນ ຮ່າໂນ້ຍ ໂດຍໄວ. ເມືອງໄດ້ວາງແຜນກຳນົດເປັນ 2 ເຂດ, ຢູ່ທິດຕາເວັນອອກແມ່ນເຂດພັດທະນາຕົວເມືອງ, ທິດຕາເວັນຕົກແມ່ນສ້າງເຂດພັດທະນາກະສິກຳ. ໃນການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ, ເມືອງໄດ້ສະເໜີຕໍ່ນະຄອນໃຫ້ກົນໄກພິເສດ, ຈາກນັ້ນກໍ່ສ້າງທາງຄົມມະນາຄົມໃຫ້ສຳເລັດໂດຍໄວ. ບັນດາເສັ້ນທາງໃນເມືອງ, ຕາແສງ, ບ້ານທັງໝົດລ້ວນແຕ່ໄດ້ຮັບການຍົກລະດັບ ຫຼືລົງທຶນກໍ່ສ້າງໃໝ່. ທ່ານ ເວືອງຢູຍເຮື໋ອງ, ເລຂາຄະນະພັກເມືອງ ຮ່ວາຍດຶກ, ໃຫ້ຮູ້ວ່າ:

 “ເມືອງ ຮ່ວາຍດຶກ ປະຕິບັດການກໍ່ສ້າງຊົນນະບົດໃໝ່ຕິດພັນກັບການພັດທະນາຕົວເມືອງ. ເມືອງໄດ້ຂະຫຍາຍບັນດາຮູບແບບຜະລິດກະສິກຳ, ສົ່ງເສີມການພັດທະນາບັນດາສູນການຄ້າ, ຮ້ານຊັບພະສິນຄ້າ, ຍູ້ແຮງການພັດທະນາອຸດສາຫະກຳ, ອຸດສາຫະກຳນ້ອຍ ຫັດຖະກຳ, ລະດົມທຸກແຫຼ່ງກຳລັງເພື່ອລົງທຶນກໍ່ສ້າງໂຄງລ່າງ. ເມືອງ ຮ່ວາຍດຶກ ສູ້ຊົນຮອດປີ 2020 ຈະບັນລຸມາດຖານທັງໝົດໃຫ້ໄດ້ເພື່ອກາຍເປັນເມືອງໜຶ່ງຂອງນະຄອນຫຼວງ“.

ໃນຊຸມປີມໍ່ໆມານີ້, ເສດຖະກິດຢູ່ເມືອງ ຮ່ວາຍດຶກ ໄດ້ເຕີບໂຕຢ່າງໄວ ແລະ ໝັ້ນຄົງ, ປີ 2017 ບັນລຸລະດັບເຕີບໂຕ 11%. ໂຄງປະກອບເສດຖະກິດຂອງເມືອງຄ່ອຍໆຫັນປ່ຽນຕາມທິດອຸດສາຫະກຳ, ການຄ້າ ແລະ ການບໍລິການ. ໂສມໜ້າຂອງ ຮ່ວາຍດຶກ, ນັບມື້ນັບໄດ້ຮັບການປ່ຽນແປງໃໝ່. ປັດຈຸບັນ, ເມືອງ ຮ່ວາຍດຶກ ພວມພະຍາຍາມກາຍເປັນຕົວເມືອງພົ້ນເດັ່ນຂອງຮ່າໂນ້ຍ ໃນອະນາຄົດໃກ້ໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ