ເມື່ອຊາວກະສີກອນບືນຕົວຂຶ້ນເປັນເຈົ້າຂອງ


(vovworld) - ​ໃນ​ສະພາບການ​ຕະຫຼາດ​ປະຈຸ​ບັນ​ນີ້, ຊາວ​ກະ​ສີ​ກຳ​ຜູ້​ປູກ​ເຂົ້າ​ແມ່ນ​ເປົ້າ​ໝາຍ​ຖືກຜົນ​ສະທ້ອນຈາກ​ລາຄາ​ສົ້ນ​ເຂົ້າ​ແຮງ​ກວ່າ​ໝູ່, ​ແຕ່​ເມື່ອ​ລາຄາ​ເຂົ້າ​ເພີ່ມ​ຂຶ້ນ​ເຂົາ​ເຈົ້າພັດບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ຄົບ​ຖ້ວນ, ເມື່ອ​ລາຄາ​ເຂົ້າ​ຖືກ​ຫຼຸດ​ລົງ, ຊາວ​ກະ​ສີກ​ອນຈະ​​ແມ່ນ​ເປົ້າ​ໝາຍທຳ​ອິດ​ທີ່​ຖືກຮັບ​ຜົນ​ສະທ້ອນ​. ຍ້ອນ​ເຫດ​ນັ້ນ, ​ເລື່ອງ​ຊາວ​ກະ​ສີກ​ອນຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ຊື້​ໃບ​ຫຸ້ນຂອງ​ວິ​ສາ​ຫະກິດນັ້ນ ​ແມ່ນ​ວິທີ​ເຮັດ​ທີ່​ຕັ້ງໜ້າ​ເພື່ອ​ສ້າງ​ທີ່​ຕັ້ງ​ໃໝ່​ໃຫ້​ແກ່​ເຂົາ​ເຈົ້າ. ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງ​ແທງ​ຕຸ່ງ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ທີ່​ມີ​ຫົວ​ຂໍ້​ວ່າ: ​”​ເມື່ອ​ຊາວ​ກະ​ສີກ​ອນບືນ​ຕົວ​ຂຶ້ນ​ເປັນ​ເຈົ້າ​ຂອງ”

ເມື່ອຊາວກະສີກອນບືນຕົວຂຶ້ນເປັນເຈົ້າຂອງ - ảnh 1

ຊາວກະສີກອນເຊັນສັນຍາຊື້ໃບຫຸ້ນກັບວິສາຫະກິດ

ຫວ່າງ​ແລ້ວ​ນີ້, ບໍລິສັດ​ຫຸ້ນ​ສ່ວນ​ປົກ​ປ້ອງ​ທັນ​ຍາ​ຫານ​ອານ​ຢາງ ຫາ​ກໍ່​ມອບ​ປຶ້ມ​ຫຸ້ນ​ສ່ວນ​ໃຫ້​ຊາວ​ກະ​ສີກ​ອນກວ່າ 1.720 ຄົນຢູ່​ທ້ອງ​ຖີ່​ນຕ່າງໆ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ - ​ເຊິ່ງ​ແມ່ນ​ຜູ້​ກຳມະ​ຊີບ​ໃບ​ຫຸ້ນ​​ເກືອບ 1,9 ລ້ານ​ໃບ​ຢູ່​ວິ​ສາ​ຫະກິດ​ນີ້. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ບໍລິສັດຫຸ້ນ​ສ່ວນ​ປົກ​ປ້ອງ​ທັນ​ຍາ​ຫານ​ອານ​ຢາງ ​ເພື່ອ​ປະຕິບັດ​ແຜນການ​ຂາຍ​ໃບ​ຫຸ້ນ​ວິ​ສາ​ຫະກິດ​ໃຫ້​ຊາວ​ກະ​ສີກ​ອນຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ 6000 ຄົນ. ດ້ວຍ​ເລື່ອງ​ຊື້​ໃບ​ຫຸ້ນ​ທີ່​ມີ​ລາຄາ​ພິ​ເສດ ​ແລະ ກາຍ​ເປັນ​ຫຸ້ນ​ສ່ວນ​ຂອງ​ບໍລິສັດຫຸ້ນ​ສ່ວນ​ປົກ​ປ້ອງ​ທັນ​ຍາ​ຫານ​ອານ​ຢາງ. ຊາວ​ກະ​ສີກ​ອນ​ໄດ້​ກາຍ​ເປັນ​ເຈົ້າ​ຂອງ​ກຳມະ​ຊີບ​ໃໝ່​ຂອງ​ບໍລິສັດ ​ແລະ ​ເຂົາ​ເຈົ້າ​ຈະ​ໄດ້​ຊົມ​ໃຊ້​ຫຼາຍ​ກວ່າ​ຈາກ​ລະບົບມູນ​ຄ່າ​ເຊິ່ງບໍລິສັດ​ພວມ​ປະຕິບັດ. ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ​ຊາວ​ກະ​ສີກ​ອນຈະ​ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ​ເມື່ອ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບໍລິສັດ​ຄື: ການ​ເລືອກ​ເຟັ້ນ​ແນວ​ພັນ, ການ​ຊື້​ຢາ​ຂ້າສັດຕູ​ພືດ, ຝຸ່ນ​ເຄມີ, ການ​ບໍລິການ​ກະ​ສີ​ກຳ, ການ​ຜະລິດ​ປຸງ​ແຕ່​ຜະລິດ​ຕະພັນ​ກະ​ເສດ, ການຈຳໜ່າຍ​ຜະລິດ​ຕະພັນ...

​ໂດຍ​ຕິດ​ພັນ​ກັບທົ່ງ​ນາມາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ, ປະຈຸ​ບັນ, ທ່ານ ​ເລ​ແທງ​ເຊີນ, ຢູ່​ເຂດ​ວັດຖຸ​ດິບ ວິ້ງ​ຮຶງ, ​ແຂວງ​ລອງ​ອານ ມີ​ຄວາມ​ເຊື່ອ​ໝັ້ນ​ຫຼາຍ​ກວ່າ​ຕໍ່​ໂອກາດ​ບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ​ຈາກ​ຕົ້ນ​ເຂົ້າ. ພາຍຫຼັງ​ປູກ​ເຂົ້າ​ໃນ​ເຂດ​ວັດຖຸ​ດິບ​ໃຫ້​ໂຮງງານ​ສອງ, ສາມ​ລະດູ, ທ່ານ​ເຊີນ ​ແລະ ປະຊາຊົນ​ຫຼາຍ​ຄົນ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ເຫັນ​ວ່າ​ວຽກ​ງານ​ນີ້​ນັບ​ມື້​ນັບ​ເປັນ​ປົກກະຕິ: ​ເມື່ອ​ຜະລິດ​ຕາມ​ຂັ້ນ​ຕອນ, ຜູ້​ປູກ​ເຂົ້າ​ບໍ່​ຕ້ອງ​ເປັນ​ຫ່ວງ​ຕໍ່​ຄ່າ​ໃຊ້​ຈ່າຍ ​ແລະ ຮອດ​ລະດູ​ການ​ເກັບ​ກ່ຽວ, ລາຄາຂາຍ​​ເຂົ້າ​ຈະ​ສູງ​ກວ່າ​​ຢູ່​ທົ່ງ​ນາ​ອື່ນໆ. ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເພື່ອ​ໃຫ້​ຊາວ​ກະ​ສີກ​ອນຄື​ທ່ານ​ຕົກລົງ​ຊື້​ໃບ​ຫຸ້ນ​ຂອງ​ບໍລິສັດຫຸ້ນ​ສ່ວນ​ປົກ​ປ້ອງ​ທັນ​ຍາ​ຫານ​ອານ​ຢາງ ກວ່າ 1.000 ​ໃບ ດ້ວຍ​ຈຸດໝາຍ​ຢາກ​ທຳ​ມາ​ຫາ​ກິນ, ຕິດ​ພັນຢ່າງ​ໝັ້ນຄົງ, ຍາວ​ນານ​ກັບ​ວິ​ສາ​ຫະກິດ​. ທ່ານ ​ເຊີນ​ແບ່ງ​ປັນ​ວ່າ, ​ໃນ​ເບື້ອງ​ຕົ້ນ, ​ເມື່ອ​ລົງທຶນ​ກ້ອນ​ໃຫຍ່​​ເຂົ້າ​ໃນ​ການ​ຊື້​ໃບ​ຫຸ້ນ​ຂອງ​ບໍລິສັດຫຸ້ນ​ສ່ວນ​ປົກ​ປ້ອງ​ທັນ​ຍາ​ຫານ​ອານ​ຢາງ, ທ່ານ​ກໍ່​ຄິດ​ໄລ່​ຊັ່ງຊາ​ຫຼາຍ.

”ບໍລິສັດ​ມີ​ບາດກ້າວ​ພັດທະນາ​ໃໝ່​ນັ້ນ​ແມ່ນ​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນ​ຊື້​ໃບ​ຫຸ້ນ. ກ່ອນ​ນີ້, ພວກ​ຂ້າພະ​ເຈົ້າ​ບໍ່ທັນ​ເຂົ້າ​ໃຈ​ກ່ຽວ​ກັບ​ໃບ​ຫຸ້ນ. ​​ແຕ່​ເມື່ອ​ໄດ້​ຮັບ​ການ​ໜູນ​ຊ່ວຍ​, ໃຫ້​ຄຳ​ປຶກສາ​ຈາກ​ບໍລິສັດ, ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ​ລາຍການ​ນີ້​ດີ​ຫຼາຍ. ”

ເມື່ອຊາວກະສີກອນບືນຕົວຂຶ້ນເປັນເຈົ້າຂອງ - ảnh 2

ພິທີມອບໃບຫຸ້ນໃຫ້ຊາວກະສີກອນ

ປະຈຸ​ບັນ, ລະບົບ​ມູນ​ຄ່າ​ເຂົ້າສານ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ແມ່ນ​ລະບົບ​ເຊື່ອມ​ຕໍ່​ບັນດາ​ຂັ້ນ​ຕອນການ​ຜະລິດ, ​ນັບ​ແຕ່​ສົ້ນ​ເຂົ້າ, ການ​ປຸງ​ແຕ່ງ ​ແລະ ຈຳໜ່າຍ​ຜະລິດ​ຕະພັນ. ​ເຂົ້າ​ຮ່ວມ​ລະບົບ​ນີ້​ມີ​ຊາວ​ກະ​ສີກ​ອນ, ພໍ່​ຄ້າ​ຊາວ​ຂາຍ, ​ໂຮງງານ​ສີ​ເຂົ້າ, ບໍລິສັດ​ສະໜອງ, ບໍລິສັດ​ສົ່ງ​ອອກ, ​ເຄືອ​ຂ່າຍ​ແຈກ​ຢາຍ. ​ໃນ​ນັ້ນ, ຊາວ​ກະ​ສີກ​ອນສວມ​ບົດບາດ​ສຳຄັນ. ຍ້ອນ​ເຫດ​ນັ້ນ​, ການ​ກໍ່ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່ ​ແລະ ຂາຍ​ໃບ​ຫຸ້ນ​ໃຫ້​ຊາວ​ກະ​ສີກ​ອນ​ແມ່ນ​ວິທີ​ໃໝ່, ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ຈະ​ແຈ້ງ. ທ່ານ ລ້າຍຊວນ​ມົນ, ຮອງ​ປະທານ​ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ, ຖື​ວ່າ:

ດ້ວຍ​ວິທີ​ເຮັດຄື​​ແນວ​ນັ້ນ, ທັງ​ລະບົບ​ການ​ເມືອງ​ໄດ້​ເຂົ້າ​ຮ່ວມ. ນີ້​ແມ່ນ​ບາດກ້າວ​ບຸກທະລຸ​​ໃນການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ກະ​ສີ​ກຳ ​ແລະ ປະຕິບັດ​ຕາມ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີນັ້ນ​ແມ່ນ​ຊາວ​ກະ​ສີກ​ອນຕ້ອງ​ມີ​ກຳ​ໄລ. ນີ້​ແມ່ນ​ຮູບ​ແບບ​ທີ່​ດີ​ຄວນ​ໄດ້​ຮັບ​ການ​ສົ່ງ​ເສີມ. ຈຸດປະສົງ​ສຸດ​ທ້າຍ​ແມ່ນ​ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ. ຖ້າ​ຫາກ​ຮູບ​ແບບ​ນີ້​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ​, ຊາວ​ກະ​ສີກ​ອນຈະ​ຜະລິດ​ຕາມ​ທິດ​ເປັນ​ສິນຄ້າ ​ແລະ ໝັ້ນຄົງ​”.

​ເລື່ອງ​ຊາວ​ກະ​ສີກ​ອນຊື້ ​ແລະ ຂາຍ​ຫຸ້ນ​ສ່ວນ​ຂອງ​ວິ​ສາ​ຫະກິດ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຂີດ​ໝາຍ​ໃນ​ການ​ສ້າງ​ສາຍ​ສຳພັນ​ລະຫວ່າງ​ຜູ້​ຜະລິດ ​ແລະ ຜູ້​ຈຳໜ່າຍ. ດັ່ງ​ນັ້ນ​ສຳລັບ​ບໍລິສັດຫຸ້ນ​ສ່ວນ​ປົກ​ປ້ອງ​ທັນ​ຍາ​ຫານ​ອານ​ຢາງ, ຜົນ​ປະ​ໂຫຍ​ດທີ່​ບັນລຸ​ໄດ້​ບໍ່​ພຽງ​ແຕ່​ແມ່ນ​ແຫຼ່ງລາຍ​ຮັບ​ກວ່າ 56 ຕື້​ດົ່ງ​ຈາກ​ການ​ຂາຍ​ຫຸ້ນ​ສ່ວນ​ເທົ່າ​ນັ້ນ, ຫາກ​ທິດ​ທາງ​ຍາວ​ນານ​ນັ້ນ​ແມ່ນ​ການ​ຕິດ​ພັນ​ລະຫວ່າງ​ວິ​ສາ​ຫະກິດ​ກັບ​ຊາວ​ກະ​ສີກ​ອນ. ທ່ານ ຮວີ່ງວັນ​ທ່ອນ, ຜູ້ອຳນວຍການ​ໃຫຍ່​ບໍ​ລິ​ສັດຫຸ້ນ​ສ່ວນ​ປົກ​ປ້ອງ​ທັນ​ຍາ​ຫານ​ອານ​ຢາງ, ​ໃຫ້​ຮູ້​ວ່າ:

​ໃນ​ວິວັດ​​ແຫ່ງການ​ກ້າວ​ຂຶ້ນ​ຂອງ​ພື້ນຖານ​ກະ​ສີ​ກຳ​ຜະລິດ​ເປັນ​ສິນຄ້າ​ຕາມ​ກົນ​​ໄກ​ການ​ຕະຫຼາດ, ນີ້​ແມ່ນ​ເສັ້ນທາງ​ແທນ​ໃຫ້​ສະຫະກອນ. ​ເພາະວ່າ​ເລື່ອງ​ໃຫ້​ຊາວ​ກະ​ສີກ​ອນຝາກ​ເຂົ້າ​ຢູ່​​ໃນໂຮງງານ​ແມ່ນ​ຮູບ​ການ​ທຸລະ​ກຳ. ຈາກ​ນັ້ນ​ແມ່ນ​ເຮັດ​ວຽກ​ງານ​ການ​ເງິນ​, ຄິດ​ໄລ່​ກ່ຽວ​ກັບ​ປະສິດທິ​ຜົນ​ດຳ​ເນີນ​ທຸລະ​ກິດ, ການ​ເງິນ... ນີ້​ແມ່ນ​ບາດກ້າວ​ທົດ​ລອງ​ເພື່ອ​ມີ​ການ​ຮ່ວມ​ມື​ສູງ​ກວ່າ. ປະຊາຊົນ​ຈະ​ເປັນ​ເຈົ້າດ້ວຍ​ເລື່ອງ​ຊື້​ຫຸ້ນ​ສ່ວນ”.

​ເປັນ​ເທື່ອ​ທຳ​ອິດ​ທີ່​ຊາວ​ກະ​ສີກ​ອນຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ເປັນ​ເຈົ້າ​ຜະລິດ​ຕະພັນ​ຂອງ​ຕົນ, ຜ່ານ​ຮູບ​ແບບ​ໃໝ່​ແມ່ນ​ຊື້​ຫຸ້ນ​ສ່ວນ​ຂອງ​ວີ​ສາ​ຫະກິດ​ໃຫຍ່. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຮູບ​ແບບ​ທີ່​ກ້າວໜ້າ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຊາວ​ກະ​ສີກ​ອນ ​ແລະ ຂະ​ແໜງ​ກະ​ສີ​ກຳ, ມຸ້ງ​ໄປ​ເຖິງ​ການ​ຜະລິດ​ເຂົ້າສານ​ທີ່​ທັນ​ສະ​ໄໝ​ຕາມ​ທ່າ​ອ່ຽງການ​ຕະຫຼາດ.

ຕອບກັບ

ຂ່າວ/ບົດ​ອື່ນ