ເລິມດົ່ງເສີມຂະຫຍາຍປະຊາທິປະໄຕໃນການກໍ່ສ້າງຊົນນະບົດໃໝ່

(vovworld) - ​ເລິ​ມດົ່ງ​ແມ່ນ​ແຂວງ​ໜຶ່ງ​ທີ່​ຂຶ້ນ​ກັບ​ເຂດ​ໄຕ​ງວຽນ​ຂອງ​ຫວຽດນາມ ​ແລະ ມີ​ຊື່​ສຽງ​ດ້ວຍ​ຜະລິດ​ຕະພັນ​ກະ​ເສດ​ຄື: ຊາ, ກາ​ເຟ ​ແລະ ການທ່ອງທ່ຽວ. ປະຈຸ​ບັນ, ​ເລິ​ມດົ່ງ​ ພວມ​ນຳ​ໜ້າ​ທົ່ວ​ປະ​ເທດ​ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ, ດັ່ງ​ນັ້ນ​, ​ເລື່ອງ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ແຂວງ​ຈຶ່ງ​ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ, ​ແຕ່​ສິ່ງ​ຫຍຸ້ງຍາກ​ທີ່​ສຸດ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ແຂວງ​ນັ້ນ​ແມ່ນ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ລວມໝູ່, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ປະຊາທິປະ​ໄຕ​ໃນ​ໝູ່​ປະຊາຊົນ.. ​ແຂວງ​ເລິ​ມດົ່ງ​ ຖື​ວ່າ, ນີ້​ແມ່ນ​ບັນຫາ​​ໄລ​ກອນ ​ໃນ​ວຽກ​ງານ​ຊີ້​ນຳ ​ເພື່ອ​ແນ​ໃສ່​ປະຕິບັດ​ໂຄງກາ​ນກໍ່ສ້າງ​ຊົນນະບົດ​ໃໝ່​ສຳ​ເລັດ​ຜົນ.

ເລິມດົ່ງເສີມຂະຫຍາຍປະຊາທິປະໄຕໃນການກໍ່ສ້າງຊົນນະບົດໃໝ່ - ảnh 1

(ພາບ: google.com.vn)

        ​ໂດຍ​ກຳນົດ​ໄດ້​ວ່າ ​ແຜນ​ກຳນົດ​ກ່ຽວ​ກັບ​ການກໍ່ສ້າງ​ຊົນນະບົດ​ໃໝ່​​ແມ່ນ​ເງື່ອນ​ໄຂ​ສຳຄັນ ​ແລະ ມີ​ຄວາມ​ສຳຄັນ​ທີ່​ສຸດ, ນັບ​ແຕ່​ຊຸມ​ມື້​ທຳ​ອິດ​ທີ່​ຜັນ​ຂະຫຍາຍ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ນອກຈາກ​ຫົວໜ່ວຍ​ໃຫ້​ຄຳ​ປຶກສາ​ອອກ​ແບບ, ​ແຂວງ​​ເລິ​ມດົ່ງ​ ໄດ້​ລະດົມ​ກຳລັງ​ແຮງ​ສັງ​ລວມຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ປະກອບ​ຄວາມ​ເຫັນ, ປັບປຸງ​ແຜນ​ກຳນົດ​ໃຫ້​ເໝາະ​ສົມ​ກັບ​ຈຸດ​ພິ​ເສດ​ຂອງ​ແຕ່ລະ​ເຂດ, ການ​ພັດທະນາ​ເສດຖະກິດຕ້ອງ​ຕິດ​ພັນ​ກັບ​ການ​ຮັກສາ​ວັດທະນະທຳ. ພິ​ເສດ, ວຽກ​ງານ​ວາງ​ແຜນ​ກຳນົດ, ຕ້ອງ​ມີ​ການ​ປຶກສາ​ຫາລື, ປະກອບ​ຄວາມ​ເຫັນ​ຂອງ​ປະຊາຊົນ, ຮັບປະກັນ​ລັກສະນະ​ໝັ້ນຄົງ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ຊາວ​ກະ​ສີກ​ອນ. ດ້ວຍ​ວິທີ​ເຮັດ​ຢ່າງ​ລະອຽດ ​ແລະ ​ແທດ​ຈິງ​ຄື​ແນວ​ນັ້ນ, ວຽກ​ງານ​ວາງ​ແຜນ​ກຳນົດ, ຄຸ້ມ​ຄອງ​ຊັບພະຍາກອນ​ທີ່​ດິນ​ຂອງ​ຕາ​ແສງ​ຕ່າງໆ​ໃນ​ບໍລິ​ເວນ​ແຂວງ​​ເລິ​ມດົ່ງ​ ຈຶ່ງ​ຕິດ​ພັນ​ກັບສິດ​ຜົນ​ປະ​ໂຫຍ​ດທີ່​ແທດ​ຈິງ​ຂອງ​ປະຊາຊົນ, ​​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ແຕ່ລະ​ເຂດ, ດັ່ງ​ນັ້ນ​ຈຶ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ. ຕາມ​ທ່ານ Nguyen Binh Tri, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງກວາງ​ເລິບ, ​ເມືອງເດີນ​ເຢືອງ ​ແລ້ວ, ຍ້ອນ​ປະຕິບັດ​ແຜນ​ນະ​ໂຍບາຍ​ຢ່າງ​ເປີດ​ເຜີຍ, ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫາລື ​ແລະ ປະຊາຊົນ​ປະກອບ​ຄວາມ​ເຫັນ​ພ້ອມ​ກັບ​ອຳນາດ​ການ​ປົກຄອງ, ວຽກ​ງານ​ວາງ​ແຜນ​ກຳນົດ​ຈຶ່ງ​ໄດ້​ຮັບ​ການ​ດຳ​ເນີນ​ຢ່າງ​ສະດວກ​ສະບາຍ.

        ”ອີງ​ຕາມມາດຕະຖານ ​ແລະ ​ແຜນ​ກຳນົດ​ນຳ​ໃຊ້​ທີ່​ດິນ​ໃນ​ເມື່ອ​ກ່ອນ​ຂອງ​​ແຕ່​ລະ​ຕາ​ແສງ​ເພື່ອ​ວາງ​ແຜນ​ກຳນົດກໍ່​ໄວ​ສົມຄວນ. ​ແຕ່​ຕ້ອງ​ມີ​ການ​ປະກອບ​ຄວາມ​ເຫັນ​ຂອງ​ປະຊາຊົນ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ​ເພື່ອ​ປັບປຸງ​ແຜນ​ກຳນົດ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ”

ເລິມດົ່ງເສີມຂະຫຍາຍປະຊາທິປະໄຕໃນການກໍ່ສ້າງຊົນນະບົດໃໝ່ - ảnh 2

ປະຊາທິປະໄຕຮາກຖານປະກອບສ່ວນກໍ່ສ້າງລະບົບການເມືອງຢ່າງໝັ້ນຄົງ

(ພາບ: google.com.vn)

        ຢູ່​ເມືອງລາກ​ເຢືອງ, ​ແຂວງ​ເລິ​ມດົ່ງ, ​ເຊິ່ງ​ແມ່ນ​ເມືອງ​ທີ່​ມີ​ຊາວ​ເຜົ່າກວມ​ເຖິງ 80%, ​ເຖິງ​ວ່າ​ຖັນ​ແຖວ​ພະນັກງານ​ຮາກ​ຖານ​ຍັງ​ຈຳກັດ​ກໍ່ຕາມ, ​ແຕ່​ມາ​ຮອດ​ປະຈຸ​ບັນ, 100% ຈຳນວນ​ຕາ​ແສງ​ຂອງ​ເມືອງລາກ​ເຢືອງ, ​ໄດ້​ສ້າງ​ແຜນ​ກຳນົດ​ສຳ​ເລັດ​ໂດຍ​ພື້ນຖານ​ແລ້ວ. ທ່ານ Nguyen Duy Hai, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ລາກ​ເຢືອງ, ​ເວົ້າ​ວ່າ:

        ”ວຽກ​ງານ​ວາງ​ແຜນ​ກຳນົດ​ກ່ຽວຂ້ອງ​ເຖິງ​ຫຼາຍ​ຂະ​ແໜງ​ຄື​ວາງ​ແຜນ​ກຳນົດ​ທາງ​ຄົມມະນາຄົມ, ​ໂຮງຮຽນ, ​ໄຟຟ້າ, ການ​ນຳ​ໃຊ້​ທີ່​ດິນ…. ດັ່ງ​ນັ້ນ​ບັນຫາ​ວາງ​ແຜນ​ກຳນົດ​ຊົນນະບົດ​ໃໝ່​ຂອງ​ທ້ອງ​ຖີ່​ນພວກ​ຂ້າພະ​ເຈົ້າ​ຈຶ່ງ​ແມ່ນ​ບັນຫາ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງ​ກວ່າ​ໝູ່. ​ແຕ່​ໃນ​ວິວັດ​ການ​ຜັນ​ຂະຫຍາຍ, ທາງ​ເມືອງ​ໄດ້​ຕັ້ງໜ້າ​ປະຕິບັດ​ບັນດາ​ຄຳ​ສັ່ງ​ຊີ້​ນຳ​ຂອງ​ແຂວງ ດັ່ງ​ນັ້ນ​ໄດ້​ມີ 2/5 ​ຕາ​ແສງ​ວາງ​ແຜນ​ກຳນົດ​ສຳ​ເລັດ, ສ່ວນ 3 ຕາ​ແສງ​ທີ່​ຍັງ​ເຫຼືອ​ພວມ​ຜັນ​ຂະຫຍາຍ​ການ​ປະຕິບັດ ​ແລະ ສ້າງ​ສຳ​ເລັດ​ໃນ​ປີ 2012”.

ເລິມດົ່ງເສີມຂະຫຍາຍປະຊາທິປະໄຕໃນການກໍ່ສ້າງຊົນນະບົດໃໝ່ - ảnh 3

Lâm Đồng: ເສີມຂະຫຍາຍທ່າແຮງຈາກກະສີກຳນຳໃຊ້ເຕັກໂນຟລຢີສູງ

(ພາບ: google.com.vn)

        ດ້ວຍ​ແຜນ​ນະ​ໂຍບາຍ, ​ແຕ່​ລະ​ຕາ​ແສງ​ພຽງ​ແຕ່​ສ້າງ​ແຜນ​ກຳນົດ​ໜຶ່ງດຽວ​ດ້ວຍ​ຄ່າ​​ໃຊ້​ຈ່າຍທັງໝົດ​ບໍ່​ເກີນ 300 ລ້ານ​ດົ່ງ, ພ້ອມ​ກັບ​ວິທີ​ເຮັດ​ຢ່າງ​ລະອຽດ ​ແລະ ​ແທດ​ຈິງ, ມາ​ຮອດ​ປະຈຸ​ບັນ, ​ເລິ​ມດົ່ງ​ ໄດ້​ປະຕິບັດສຳ​ເລັດ​ໂດຍ​ພື້ນຖານວຽກ​ງານ​ສ້າງ ​ແລະ​ ເຊັນ​ອະນຸມັດ​ແຜນ​ຮ່າງ​ຊົນນະບົດ​ໃໝ່​ໃຫ້​ແກ່ 118 ຕາ​ແສງ​ໃນ​ແຂວງ. ຄາດ​ວ່າ, ວຽກ​ງານ​ວາງ​ແຜນ​ກຳນົດ​ຊົນນະບົດ​ໃໝ່​ໃຫ້ 100% ຈຳນວນ​ຕາ​ແສງ​ໃນ​ບໍລິ​ເວນ​ຈະ​ສຳ​ເລັດ​ໃນ​ທ້າຍ​ປີ 2012 ນີ້. ທ່ານ Hoang Si Son, ຮອງ​ເລຂາ​ຜູ້​ປະຈຳການ​ຄະນະ​ພັກ​ແຂວງ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແຂວງ​ເລິ​ມດົ່ງ​ ຖື​ວ່າ ຕ້ອງ​ມີ​ການ​ເຂົ້າ​ຮ່ວມ, ປະກອບ​ຄວາມ​ເຫັນ​ຂອງ​ປະຊາຊົນ ​ແລະ ພະນັກງານ​ຮາກ​ຖານ, ວຽກ​ງານ​ວາງ​ແຜນ​ກຳນົດ​ຈຶ່ງ​​ຕິດ​​ແທດ​ກັບ​ສະພາບ​ຕົວ​ຈິງ, ມູນ​ຄ່າ​ທີ່​ດິນ​ຈຶ່ງ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ​ແລະ ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ນຳ​ໃຊ້​ໄດ້:

        ”ພວກ​ເຮົາ​ຊີ້​ນຳ​ໃຫ້​ຫົວໜ່ວຍ​ໃຫ້​ຄຳ​ປຶກສາ, ພ້ອມ​ກັບ​ບ້ານ, ຕາ​ແສງ ​ແລະ ປະຊາຊົນວາງ​ແຜນ​ກຳນົດ. ​ວຽກ​ງານໃດ​ທາງ​ບ້ານ, ຕາ​ແສງ ​ແລະ ປະຊາຊົນ​ເຮັດ​ໄດ້ ​ແມ່ນ​ມອບ​ໃຫ້​ເຂົາ​ເຈົ້າ​ເຮັດ, ສ່ວນ​ວຽກ​ງານ​ໃດຫົວໜ່ວຍ​ໃຫ້​ຄຳ​ປຶກສາ​ເຮັດ​ໄດ້​ດີ​ແມ່ນ​ຈະ​ຈ້າງ​​ເຂົາ​ເຈົ້າ​ເຮັດ. ຫຼີກ​ເວັ້ນກໍລະນີ​ວາງ​ແຜ​ນ ກຳນົດ​ບໍ່​ແທດ​ເໝາະກັບ​ຕົວ​ຈິງ, ບັນດາ​ແຜນ​ກຳນົດ​ນີ້​ມີ​ປະສິດທິ​ຜົນ​ຕຳ່​ທີ່​ສຸດ”

        ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ປະຕິບັດ​ບັນດາ​ມາດຕະຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ໝັ້ນຄົງ ​ແລະ ປະຕິບັດ​​ແຜນການໃຫ້​ສຳ​ເລັດ​ກ່ອນ​ກຳນົດ​ເວລາ​ທີ່​ໄດ້​ວາງ​ອອກ. ​ແຂວງ​ເລິ​ມດົ່ງ​ ໄດ້​ລະດົມ​ຂະ​ບວນການ​ແຂ່ງຂັນ ”ຂົນຂວາຍ​ປະຊາຊົນ​​” ກໍ່ສ້າງ​ຊົນນະບົດ​ໃໝ່. ຂະ​ບວນການ​ນີ້​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປຸກລະດົມ, ຍູ້​ແຮງ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ຖື​ວ່າ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໃຈ​ສຳຄັນ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ແຂວງ​ເລິ​ມດົ່ງ ​ໄລຍະ 2010 – 2020./.

 

ຕອບກັບ

ຂ່າວ/ບົດ​ອື່ນ