ເລື່ອງ​ລາວ​ກ່ຽວ​ກັບ​ຊາວ​ກະ​ສິ​ກອນນຳ​ໝາກ​ຖົ່ວ​ລຽນ​​ ໄປ​ຍັງ​ຕະຫຼາດຈີນ

(VOVWORLD) -    ເດືອນກັນຍາ ປີ 2022, ຖ້ຽວລົດຂົນສົ່ງໝາກຖົ່ວລຽນຈາກດ່ານຊາຍແດນສາກົນ ມິດຕະພາບ (ລ້າງເຊີນ) ໄປຍັງດ່ານຊາຍແດນສາກົນມິດຕະພາບ (ຈີນ) ໄດ້ເປີດສາກໃຫ້ແກ່ການສົ່ງອອກໝາກຖົ່ວລຽນໄປຍັງຈີນຢ່າງເປັນທາງການ ພາຍຫຼັງການເຈລະຈາມາໄດ້ຫຼາຍປີ. ເພື່ອບັນລຸໄດ້ຜົນສຳເລັດນັ້ນຕ້ອງມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງຊາວກະສິກອນ. ເຂົາເຈົ້າມີຄວາມອົດທົນມາໄດ້ຫຼາຍປີ, ປ່ຽນແປງຈິນຕະນາການນັບແຕ່ແນວຄິດ, ວິທີການເຮັດດ້ວຍຄວາມຄາດຫວັງຢາກນຳໝາກຖົ່ວລຽນຫວຽດນາມ ໄດ້ຂາຍຢູ່ໂລກໄດ້ຫຼາຍ.

ເລື່ອງ​ລາວ​ກ່ຽວ​ກັບ​ຊາວ​ກະ​ສິ​ກອນນຳ​ໝາກ​ຖົ່ວ​ລຽນ​​ ໄປ​ຍັງ​ຕະຫຼາດຈີນ - ảnh 1ລົດຂົນສົ່ງຖົ່ວລຽນໄປຈີນ (ພາບ: ວັນວຽດ)

ເມື່ອທຽບໃສ່ກັບຊຸມປີກ່ອນນີ້, ອາດເວົ້າໄດ້ວ່າຍ້ອນ ຫຼາຍສາຍເຫດ ຈຶ່ງເຮັດໃຫ້ລາຄາບໍ່ຄົງທີ່, ປີ 2022 ຜ່ານມາ ພາຍຫຼັງໝາກຖົ່ວລຽນໄດ້ສົ່ງອອກໄປຍັງຈີນຢ່າງເປັນທາງການ ເຮັດໃຫ້ລາຄາເພີ່ມຂຶ້ນຫຼາຍ, ແຕ່ 15 – 20%. ຫວັງວ່າ, ອະນາຄົດຈະເປັນປົກກະຕິ ເພື່ອໃຫ້ຊາວກະສິກອນສູ້ຊົນເຮັດໃຫ້ດີ, ປົວແປງຊີວິດການເປັນຢູ່ຂອງຜູ້ອອກແຮງງານໃຫ້ດີຂຶ້ນ.

    ໃນເມື່ອກ່ອນ, ລາຍຮັບບໍ່ເປັນປົກກະຕິ, ລາຄາເໜັງຕິງຕະຫຼອດ, ບາງຄັ້ງກໍ່ສູງເກີນໄປ ແລະ ບາງຄັ້ງກໍ່ຕ່ຳໂພດ. ປັດຈຸບັນ ໝາກຖົ່ວລຽນໄດ້ສົ່ງອອກໄປຈີນ ຢ່າງເປັນທາງການແລ້ວ, ປະຊາຊົນມີຄວາມອຸ່ນອ່ຽນໃຈ. ລາຍຮັບໃນປີນີ້ກໍ່ດີຫຼາຍ, ສູງກ່ວາປີກາຍປະມານ 10 – 20% ຍິ່ງໄປກ່ວານັ້ນບາງສວນ ມີລາຍຮັບເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ກັບປີກາຍ.

    ນີ້ແມ່ນຄວາມເບີກບານມ່ວນຊື່ນຂອງຊາວກະສິກອນທີ່ປູກໝາກຖົ່ວລຽນຢູ່ຕາແສງ ເເອອາຢົງ, ເມືອງ ກຣົງປັກ, ແຂວງດັກລັກ ເມື່ອໄດ້ສົ່ງອອກ ຖົ່ວລຽນ ໄປຕະຫຼາດຈີນ ຄັ້ງທຳອິດ ຕາມອະນຸສັນຍາທີ່ຫາກໍ່ໄດ້ລົງນາມເມື່ອເດືອນກັນຍາ ປີ 2022 ກ່ຽວກັບໂຄຕາການສົ່ງອອກໝາກຖົ່ວລຽນ ຫວຽດນາມ ໄປຍັງຕະຫຼາດຈີນ ຢ່າງເປັນທາງການ.

    ໝາກຖົ່ວລຽນ 90 ໂຕນແມ່ນໝາກຜົນຂອງການບົວລະບັດຮັກສາມາເປັນເວລາ 1 ປີຂອງຄອບຄົວລຸງ ເຈິ່ນວັນຈຽນ, ຢູ່ບ້ານຢຸງ, ຕາແສງ ແອອາຢົງ, ເມືອງ ກຣົງປັກ. ດ້ວຍເນື້ອທີ່ປູກຕົ້ນຖົ່ວລຽນ 4,7 ແຮັກຕາ, ໂດຍໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ ແລະ ອົດທົນມາເປັນເວລາກ່ວາ 18 ປີ, ລຸງໃຫ້ຮູ້ວ່າ ປັດຈຸບັນ, ຄອບຄົວລຸງມີລະດູເກັບກ່ຽວໄດ້ຮັບຜົນດີ ແລະ ຍິ່ງດີໃຈໄປກ່ວານັ້ນ ເມື່ອໄດ້ຮັບຂ່າວວ່າ ໃນຊຸມວັນທ້າຍປີ ຈີນ ໄດ້ ນຳເຂົ້າໝາກຖົ່ວລຽນຂອງ ຫວຽດນາມ ຢ່າງເປັນທາງການ, ເຮັດໃຫ້ລາຄາ ເພີ່ມຂຶ້ນສູງທົບ ສອງ ຫຼື ສາມເທົ່າ, ນຳມາເຊິ່ງລາຍຮັບສູງ ແລະ ມີສະຖຽນລະພາບ.

    ປັດຈຸບັນ, ໝາກຖົ່ວລຽນ ໄດ້ສົ່ງອອກຢ່າງເປັນທາງການແລ້ວ, ຄອບຄົວຂ້າພະເຈົ້າຕ້ອງປະຕິບັດຢ່າງມີແບບມີແຜນ. ທ່າອ່ຽງໃນປັດຈຸບັນ ແມ່ນຜະລິດຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກ, ດຽວນີ້ແມ່ນຖືຄຸນນະພາບຕ້ອງມາກ່ອນ.

     ຊຸມປີຜ່ານມາ, ລຸງຈຽນກໍ່ຄືຄອບຄົວຊາວກະສິກອນຄົນອື່ນໆ ຍາມໃດກໍ່ມີຄວາມວິຕົກກັງວົນກ່ຽວກັບສົ້ນອອກກໍ່ຄືລາຄາຂາຍໝາກຖົ່ວລຽນເມື່ອເຂົ້າລະດູເກັບກ່ຽວ. ນັບແຕ່ເວລານຳໃຊ້ວິທະຍາສາດເຕັກໂນໂລຢີ, ປະຕິບັດຕາມຂັ້ນຕອນຜະລິດມາດຖານ VietGap ແລະ ເປັນຕົ້ນແມ່ນອະນຸສັນຍາກ່ຽວກັບຄວາມຮຽກຮ້ອງຕ້ອງການໃນການກັກກັນພະຍາດພືດລະຫວ່າງ ຫວຽດນາມ ແລະ ຈີນ ທີ່ໄດ້ລົງນານ ແລະ ບັນດາສວນໄດ້ສະໜອງລະຫັດການປູກ ໝາກຖົ່ວລຽນ ບັນດາວິສາຫະກິດໄດ້ມາເກັບຊື້ຢ່າງເປັນປົກກະຕິດ້ວຍລາຄາສູງ.

    ປັດຈຸບັນ ຕ້ອງນຳໃຊ້ວິທະຍາສາດເຕັກນິກ, ຮັບະກັນສະພາບແວດລ້ອມປູກທີ່ເໝາະສົມ, ປ່ຽນແປງວິທີການປູກ. ໃນເມື່ອກ່ອນ, ໄດ້ຊີດຢາຫຼາຍ, ແຕ່ປັດຈຸບັນ, ເມື່ອປະຕິບັດຕາມຂັ້ນຕອນ VietGap, ຍາມໃດກໍ່ຕ້ອງຮັບປະກັນການປອດສານຜິດ, ນຳໃຊ້ຢາໃຫ້ຖືກຕ້ອງຕາມ ການກຳນົດຂອງລັດ ແລະ ຖືກກັບວັນເວລາຮັກສາ ແລະ ເກັບກ່ຽວ.

    ກໍ່ຄືກັນກັບ ລຸງເຈິ່ນວັນຈຽນ, ຄອບຄົວປ້າ ຫວູ້ທິມິງເຕິມ, ຕາແສງ ແອອາຢອງ, ເມືອງກຣົງປັກ, ດັກລັກ ກໍ່ມີຄວາມສຸດຈິດສຸດໃຈຕໍ່ ການປູກໝາກຖົ່ວລຽນເປັນເວລາ ເກືອບ 20 ປີນີ້, ແຕ່ດ້ວຍວິທີການປູກແບບບໍ່ມີຈຸດສຸມ ເຮັດໃຫ້ການເກັບກ່ຽວບໍ່ໄດ້ຮັບຜົນດີ, ຂາຍໄດ້ລາຄາຕ່ຳ ບໍ່ມີສົ້ນອອກ. ປີນີ້, ຄອບຄົວປ້າໄດ້ສົ່ງອອກຖົ່ວລຽນປະມານ 17 ໂຕນ, ຄອບຄົວປ້າ ດີໃຈທີ່ສຸດ:

    ໃນເມື່ອກ່ອນ, ແມ່ນໄດ້ປູກແບບກະແຈກກະຈາຍ ນັບແຕ່ໄດ້ຮັບລະຫັດເຂດປູກມານີ້, ທາງບໍລິສັດຄຸ້ມຄອງ ຮຽກຮ້ອງໄດ້ມາດຖານດ້ານເຕັກນິກ ນັບແຕ່ແນວພັນປູກ ຕະຫຼອດຮອດວິທີການບົວລະບັດຮັກສາ, ການເກັບກ່ຽວຜະລິດຕະພັນ ກໍ່ໄດ້ຮັບການຄວບຄຸມຢ່າງເຂັ້ມງວດ. ຂ້າພະເຈົ້າກໍ່ແມ່ນໜຶ່ງໃນບັນດາຄອບຄົວຊາວກະສິກອນ ທີ່ ລະຫັດເຂດປູກໄດ້ຮັບການຄວບຄຸມພະຍາດໃນທຸກຂັ້ນຕອນ ຈົນຮອດການສົ່ງອອກ.

    ການລົງນາມ ອະນຸສັນຍາ ສະບັບຕ່າງໆ ໄດ້ສ້າງເງື່ອນໄຂທາງດ້ານນິຕິກຳຢ່າງຈະແຈ້ງ, ສ້າງກຳລັງໜູນເພື່ອໃຫ້ຊາວກະສິກອນ ຫວຽດນາມ ມີການຜະລິດເປັນມືອາຊີບ, ມີແບບມີແຜນ ແລະ ມີຂະໜາດໃຫຍ່ກ່ວາ. ຕາມປ້າ ຫວູທິມິງເຕິມ ແລ້ວ, ໄດ້ສົ່ງອອກໝາກຖົ່ວລຽນເປັນປົກກະຕິ ພໍ່ແມ່ປະຊາຊົນມີຄວາມປິຕິຊົມຊື່ນ, ພາກພູມໃຈຫຼາຍ, ຕັດສິນໃຈປະຕິບັດຕາມລາຍການ, ຄຸນນະພາບ, ຄວາມປອດໄພຕ້ອງມາກ່ອນ.

    ສຳລັບຂ້າພະເຈົ້າ, ໄດ້ໂຄສະນາໃຫ້ພໍ່ແມ່ປະຊາຊົນຊາວກະສິກອນໃນກຸ່ມຂອງຕົນວ່າ ຍາມໃດກໍ່ມີແຜນນະໂຍບາຍເຮັດໃຫ້ດີ, ເພື່ອໃຫ້ມີໝາກຖົ່ວລຽນສົ່ງອອກເປັນປົກກະຕິ. ຊາວກະສິກອນທຳການຜະລິດ ກໍ່ມີຄວາມຫວັງຢາກສົ່ງອອກຫຼາຍເທົ່າໃດກໍ່ຍິ່ງດີ, ມີລາຄາປົກກະຕິ. ພວກຂ້າພະເຈົ້າປະຕິບັດຕາມຂັ້ນຕອນທີ່ໄດ້ວາງອອກຢ່າງເຂັ້ມງວດ ແລະ ເພື່ອສາມາດສົ່ງອອກໄປຫຼາຍຕະຫຼາດກ່ວາອີກ, ນອກຈາກຈີນ, ໂດຍພື້ນຖານແລ້ວຕ້ອງເຮັດແນວມດເພື່ອໃຫ້ຜະລິດຕະພັນມີຄວາມປອດໄພ, ມີຄຸນນະພາບສູງ ບໍ່ພຽງແຕ່ແຊບເທົ່ານັ້ນ ຕ້ອງມີຄວາມປອດໄພອີກດ້ວຍ.

    ບໍ່ພຽງແຕ່ຫຼຸດພົ້ນອອກຈາກຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີ, ຊາວກະສິກອນຢູ່ແຂວງດັກລັກ ໄດ້ ແລະ ພວມປະກອບສ່ວນສ້າງອິດທິພົນຊື່ສຽງ, ເຄື່ອງໝາຍການຄ້າຖົ່ວລຽນແຫ່ງຊາດ ໃນຕະຫຼາດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ