ເສີມຂະຫຍາຍປະສິດທິຜົນແນວພັນໝາກລຳໄຍໃນການກໍ່ສ້າງ ຊົນນະບົດໃຫມ່ຢູ່ ຮືງອຽນ

(vovworld)- ​​ແຕ່​ດົນ​ນານ​ມາ​ແລ້ວ, ຮື​ງອຽນ ​ແມ່ນ​ທ້ອງ​ຖິ່ນທີ່​ມີ​ຊື່​ສຽງ​ດ້ວຍ​ ໝາກ​ລ​ຳ​ໄຍທີ່​ແຊບນົວ, ຊື່​ງ​ແມ່ນ​ປະ​ເພດ​ໝາກ​ໄມ້​ເຄີຍ​ຖະຫວາຍ​​ໃຫ້ເຈົ້າ​ຊີວິດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ເພື່ອ​ຮັກສາ​ແນວ​ພັນ​ໝາກລ​ຳ​ໄຍອັນ​ລຳ້​ຄ່າ ຮັບປະກັນ​ຄຸນ​ນະພາ​ບ​ໃຫ້​ສະມັດ​ຕະພາບ​ສູງ ບໍ່​ແມ່ນ​ເລື່ອງ​ງ່າຍ. ​ໃນ​ເກືອບ 10 ປີຜ່ານມາ, ບັນດາ​ຕົ້ນ​ໝາກ​ລຳ​​ໄຍຂອງ​ຄອບຄົວ​ລຸງ ຫງວຽນ​ວັນ​ແກງ ຢູ່ ບ້ານ​ ກີ​ມດັງ ຕາ​ແສງ ລາມ​ເຊີນ ນະຄອນ    ຮື​ງອຽນ ລ້ວນ​ແຕ່​ໃຫ້​ໝາກ​ເປັນ​ປະຈຳ, ນຳ​ມາ​ເຊິ່ງລາຍ​ຮັບ​ສູງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາຊົນ​ສ້າງ​ຄວາມ​ຮັ່ງມີ​ຈາກ​ຕົ້ນ​ລຳ​​ໄຍ.

ເສີມຂະຫຍາຍປະສິດທິຜົນແນວພັນໝາກລຳໄຍໃນການກໍ່ສ້າງ ຊົນນະບົດໃຫມ່ຢູ່ ຮືງອຽນ - ảnh 1
ໝາກລຳໄຍຢູ່ ຮືງອຽນ
ພາບ:sachtuoingon.vn

        ​ເມື່ອ​ມາ​ຢ້ຽມຢາມ​ຮື​ງອຽນ​ໃນ​ຕົ້ນ​ເດືອນ 7, ​ໄປ​ຮອດບ່ອນ​​ໃດກໍ​ເຫັນ​ວ່າ​ຕົ້ນ​ລຳ​​ໄຍ​ໃຫ້​ໝາກ​ດົກ ​ແລະ ປະຊາຊົນ​ຢູ່​ທີ່​ນີ້​ພວມ​ກະກຽມ​ເກັບ​ກູ້. ​ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ໝາກ​ໄລ​ຍຳ​ຂອງ​ເຂດ​ນີ້, ຊາວ ຮື​ງອຽນ ຜູ້​ໃດ​ກໍ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​. ຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ໝາກ​ລ​ຳ​ໄຍຢູ່​ບາງ​ແຫ່ງ​ບໍ່​ຄ່ອຍ​ດີ, ພຽງ​ແຕ່​ຄອບຄົວ​ໃດ​ມີ​ເຕັກ​ນິກ​ໃນ​ການ​ປູກຝັງ ໝາກ​ລຳ​ໄຍຂອງ​ຄອບຄົວ​ນັ້ນຈຶ່ງ​ຮັບປະກັນ​ຄຸນ​ນະພາ​ບ ​ແລະ ​ໃຫ້​ສະມັດ​ຕະພາບ​ສູງ. ຄອບຄົວ​ຂອງ​ລຸງ ຫງວຽນ​ວັນ​ແກງ, ຢູ່​ບ້ານ ກີ​ມດັງ, ຕາ​ແສງ ລາມ​ເຊີນ ນະຄອນ ຮື​ງອຽນ ​ແມ່ນຄອບຄົວ​ຄື​ແນວ​ນັ້ນ.  ລຸງ​ຫງວຽນ​ວັນ​ແກງ ​ໃຫ້​ຮູ້​ວ່າ: ປູກ​ຕົ້ນ​ລຳ​​ໄຍ ຕ້ອງ​ອົດທົນ​ ໄລຍະ 5 ປີ​ທຳ​ອິດ​ ຕົ້ນ​ລຳ​ໄຍ​ບໍ່​ໃຫ້​ໝາກ. ສະນັ້ນ ລຸງ​ຕ້ອງ​ຊອກ​ຮູ້, ຄົ້ນ​ຄ້ວາ, ໝູນ​ໃຊ້​ບັນດາ​ຄວາມ​ຮູ້​ໃຫມ່​ ​ເພື່ອ​ຊອກ​ຫາ​ວິທີ​ປູກ​ຕົ້ນ​ລຳ​​ໄຍຕາມ​ວິທີ​ຂອງ​ຕົນ​ກໍ​ຄື​ຕອບ​ສະຫນອງ​ຄວາມ​ຕ້ອງການ​ບໍລິ​ໂພ​ກຂອງ​ປະຊາຊົນ. ​ເມື່ອ​ແບ່ງປັນ​ບົດຮຽນ​ໃນ​ການ​ບົວລະບັດ​ແນວ​ພັນ​ລ​ຳ​ໄຍຂອງ​ຕົນ, ລຸງ ​ແກງ ​ໃຫ້​ຮູ້​ວ່າ: ​ເພື່ອ​ໃຫ້​ຕົ້ນລຳ​ໄຍ​ໃຫ້​ສະມັດ​ຕະພາບ​ສູງ​ຕ້ອງ​ມີ​ການ​ສົມທົບ​ລະຫວ່າງ ບົດຮຽນ​ໃນ​ເມື່ອ​ກ່ອນ ​ແລະ ​ເຕັກ​ນິກບົວ​ລະ​ບັດ​ທັນ​ສະ​ໄຫມ​​ ​ໃຫ້​ເໝາະ​ສົມ. ​ເມື່ອ​ເຫັນ​ວ່າ ອາກາດ​ຮ້າຍ​ແຮງ ຕ້ອງ​ຕິດຕາມ​ຢ່າງ​ລະອຽດ ​ແລະ ຕ້ອງ​ມີ​ເຕັກນິກ​ບົວລະບັດ​ຕາມ​ລະດູ, ພິ​ເສດ ລຸງ​ສາມາດ​ດັດ​ປັບ​ເພື່ອ​ໃຫ້​ລະດູ​ເກັບ​ກູ້​ແກ່ຍາວ​ຕື່ມ​ອີກ 4 ​ເດືອນ. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ບົດຮຽນ​ປູກ​ຕົ້ນ​ລ​ຳ​ໄຍຂອງ​ລຸງ ​ແກງ, ທ່ານ ຫງວຽນ​ວັນ​ເທ ຢູ່​ຕາ​ແສງ ​ເຢີ​ນຕຽນ​ ​ເມືອງ ຄວາຍ​ເຈົາ ​ຊື່​ງ​ແມ່ນ​ຜູ້​ປູກ​ຕົ້ນ​ລຳ​​ໄຍມາ​ແຕ່​ດົນ​ນານ​ແລ້ວ ​ໃຫ້​ຮູ້​ວ່າ:

        “ອ້າຍ​ແກງ ​ແມ່ນ​ຜູ້​ມີ​ຄວາ​ມປະສົບ​ການໃນ​ການ​ປູກ​ຕົ້ນ​ລຳ​​ໄຍ, ມີ​ເຕັກ​ນີກດີ. ຫລາຍ​ປີ​ມາ​ນີ້ ຮູບ​ແບບ​ຂອງ​ຄອບຄົວ​ອ້າຍ​ແກງ ​ໄດ້​ສ້າງ​ລາຍ​ຮັບ​ສູງ​ໃຫ້​​ແກ່​ຄອບຄົວ. ນີ້​ແມ່ນ​ຮູບ​ແບບ​ໃຫມ່, ນຳ​ມາ​ເຊິ່ງ​ປະສິດທິ​ຜົນ ​ແລະ ມີຫລາຍ​ຄົນ​ມາ​ຮຽນ​ຕາມ. ອ້າຍ​ແກງ ​ແມ່ນ​ຜູ້​ມີ​ຫົວຄິດ​ປະດິດ​ສ້າງ ສະ​ນັ້ນ​ຕົ້ນ​ລຳ​​ໄຍຂອງ​ຄອບຄົວ​ອ້າຍ​ໃຫ້​ສະມັດ​ຕະພາບ​ສູງ​.”

        ປູກ​ຕົ້ນ​ລ​ຳ​ໄຍມາ​ເປັນ​ເວລາ​ເກືອບ 20 ປີ, ປະຈຸ​ບັນ ຄອບຄົວ​ອ້າຍ ຫງວຽນ​ວັນ​ແກງ ມີ ເນື້ອ​ທີ່​ຕົ້ນ​ລ​​ຳ​ໄຍ​ ປະມານ 2 ​ເຮັກຕາ. ​ໃນ​ນັ້ນ 1 ​ເຮັກ​ຕາ​ ມີ​ສະມັດ​ຕະພາບ​ປີ​ນີ້​ສູງ​ກວ່າ​ປີກ​ອ່ນ. ພິ​ເສດ ປີ 2014 ນີ້, ຕົ້ນ​ລຳ​ໄຍ ​ເກືອບ 300 ຕົ້ນ​ຂອງ​ຄອບຄົວ​ລຸງ​ ຫງວຽນ​ວັນ​ແກງ ຈະ​ໃຫ້​ໝາກ​ເກືອບ 20 ​ໂຕນ ​ແລະ ​ສ້າງ​ລາ​ຍຮັບມາ​ໄດ້​ກວ່າ 500 ລ້ານ​ດົງ. ​ໃນ​ລະດູ​ເກັບ​ກູ້, ລຸງ​ ຫງວຽນ​ວັນ​​ແກງ ​ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານນັບ​ສິ​ບຄົນ, ນຳ​ລາຍ​ຮັບ​ມາ​ໃຫ້​ເຂົາ​ເຈົ້າ ​ແຕ່ 150.000-200.000/ມື້. ຮູບ​ແບບ​ປູກ​ຕົ້ນ​ລຳ​​ໄຍຂອງ​ຄອບຄົວ​ລຸງ ຫງວຽນ​ວັນ​​ແກງ ຍັງ​ແມ່ນ​ຮູບ​ແບບ​ທົດ​ລອງ ຊື່​ງບັນດາ​ສະມາຊິກ​ໃນ​ສະມາຄົມ​ຊາວ​ກະສິກອນທັງ​ຢູ່​ພາຍ​ໃນ ​ແລະ ນອກ​ແຂວງ ມາ​ຮຳ່ຮຽນ​ຕາມ​. ທ່ານ ຫງວຽນ​ຕວນຫວຽດ, ສະມາຊິກ​ສະມາຄົມ​ຊາວ​ກະສິກອນ ​ແຂວງ ຮື​ງອຽນ ​ໃຫ້​ຮູ້​ວ່າ:

        “ຄອບຄົວ​ອ້າຍ ຫງວຽນ​ວັນ​​ແກງ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຄອບຄົວ​ຊາວ​ກະສິກອນ​ຜະລິດ, ດຳ​ເນີນ​ທຸລະ​ກິດ​​ເກັ່ງ​ຂອງ​ແຂວງ ຮື​ງອຽນ. ອ້າຍ​ ຫງວຽນ​ວັນ​​ແກງ ຕັ້ງຫນ້າ​ເຂົ້າ​ຮ່ວມ​ການ​ອະນຸລັກ​ຮັກສາ​ແນວ​ພັນ​ລຳ​ໄຍອັນ​ລຳ້​ຄ່າ​ຂອງ​ແຂວງ ພ້ອມ​ທັງ​ຊ່ວຍ​ເຫລືອ​ບັນດາ​ຄອບຄົວ​ຊາວ​ກະສິກອນ​ໃນ​ແຂວງ ປູກ​ຕົ້ນ​ລຳ​​ໄຍ​ໃຫ້​ສະມັດ​ຕະພາບ​ສູງ. ຈາກ​ຄອບຄົວ​ຫນຶ່ງ​ທີ່​ທຸກ​ຍາກ ​ພາຍຫລັງ​ຫລາຍ​ປີ​ແຫ່ງ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຄອບຄົວ​ອ້າຍ ຫງວຽນ​ວັນ​​ແກງ ບືນ​ຕົວຂຶ້ນ​ກາຍ​ເປັນ​ຄອບຄົວ​ຮ່ັງມີ, ​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ທ້ອງ​ຖິ່ນ.”

ເສີມຂະຫຍາຍປະສິດທິຜົນແນວພັນໝາກລຳໄຍໃນການກໍ່ສ້າງ ຊົນນະບົດໃຫມ່ຢູ່ ຮືງອຽນ - ảnh 2
ນາງງາມ ຫລີຍາກີ ຢ້ຽມຢາມ ຮືງອຽນ
ພາບ:giaitri.vn

        ດ້ວຍ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ໝູນ​ໃຊ້​ວິທະຍາສາດ​ເຕັກ​ນີກ​ເຂົ້າ​ໃນ​ການ​ປູກ​ຕົ້ນ​ລຳ​​ໄຍ, ລຸງ ຫງວຽນ​ວັນ​ແກງ ກາຍ​ເປັນ​ຊາວ​ກະສິກອນ​ຜະລິດ​ເກັ່ງ​ຂອງ​ແຂວງ ຮື​ງອຽນ ​​ແລະ ໄດ້​ຮັບ​ຫລາຍ​ລາງວັນ. ​ແຕ່​ສຳລັບ​ລຸງ​ແລ້ວ, ຄວາມ​ເບິ​ກບານ​ມ່ວນ​ຊື່ນ​ໃຫຍ່​ສຸດ ນັ້ນ​ແມ່ນ ສວນ​ຕົ້ນ​ລຳ​​ໄຍຂອງ​ລຸງ ​​ເຖິງ​ວ່າ​ຖືກ​ຜົນ​ສະທ້ອນ​ຈາກ​​ອາກາດຮ້າຍ​ແຮງ​ແນວ​ໃດ​ກໍ​ຕາມ ​ແຕ່ຍາມ​ໃດ​ກໍ​ນຳ​ມ​າ​ເຊິ່ງລາຍ​ຮັບ​ສູງ​ໃຫ້​ແກ່​ຄອບຄົວ, ປະກອບສ່ວນ​ພັດທະນາ​ເສດຖະກິດ​ຂອງ​ທ້ອງ​ຖິ່ນ, ຄ່ອຍໆ​ສຳ​ເລັດ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃຫມ່. ບັນດາ​ບົດຮຽນ​ຂອງ​ລຸງ ຫງວຽນ​ວັນ​​ແກງ​ໃນ​ການ​ປູກ​ຕົ້ນ​ລຳ​​ໄຍພວມ ​ໄດ້​ຮັບ​ການ​ທະວີຄູນ​ຈາກ​ສະມາຄົມ​ຊາວ​ກະສິກອນ​ແຂວງ        ຮື​ງອຽນ ​ເພື່ອນຳ​ມາ​ເຊິ່ງ​ລາຍ​ຮັບ​ສູງ ​​​ໃຫ້ຊາວ​ກະສິກອນ​ຢູ່​ ຮື​ງອຽນ ນັບ​ພັນໆ​ຄອບຄົວ.

ຕອບກັບ

ຂ່າວ/ບົດ​ອື່ນ