ເສີມຂະຫຍາຍຮູບແບບສະຫະກອນໃນການກໍ່ສ້າງຊົນນະບົດໃໝ່


(vovworld) - ພ້ອມ​ກັບ​ຂະ​ບວນວິວັດ​ແຫ່ງ​ການ​ຫັນ​ໄປ​ສູ່​ພື້ນຖານ​ເສດຖະກິດ​ການຕະຫຼາດ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່  ​ເພື່ອ​​ເໝາະ​ສົມ​ກັບ​ກົນ​ໄກ​ການ​ຕະຫຼາດ​ນັ້ນ, ມັນ​ຮຽກຮ້ອງ​ໃຫ້​ມີ​ການ​ຫັນປ່ຽນ​ຮູບ​ແບບ​ສະຫະກອນ ​ເພື່ອ​ເຮັດ​ບົດບາດ​ເປັນ​ແກ່ນສານ​ຂອງ​ເສດຖະກິດ​ລວມໝູ່​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ດີກ​ວ່າ​ອີກ. ກ່ຽວ​ກັບ​ບັນຫາ​ນີ້, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້​ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ເລື່ອງ​ວ່າ ”ເສີມ​ຂະຫຍາຍ​ຮູບ​ແບບ​ສະຫະກອນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່” ​ເຊີນ​ທ່ານ​ຮັບ​ຟັງ.

ເສີມຂະຫຍາຍຮູບແບບສະຫະກອນໃນການກໍ່ສ້າງຊົນນະບົດໃໝ່ - ảnh 1

ສະຫະກອນແບບໃໝ່ ຖູ້ຍເຮືອງ
(ພາບ: nongthonmoi.gov.vn)

        ມາ​ຮອດ​ປະຈຸ​ບັນ, ທົ່ວ​ປະ​ເທດ​ມີ​ສະຫະກອນ​ກະ​ສີ​ກຳ​ກວ່າ 9.200 ​ແຫ່ງ, ດ້ວຍ​ຈຳນວນສະມາຊິກ​ປະມານ 7.3 ລ້ານ​ຄົນ, ​ໃນ​ນັ້ນ 70% ຈຳນວນ​ສະຫະກອນ​ແມ່ນ​ເຮັດ​ການ​ບໍລິການ​ເປັນ​ຕົ້ນ. ​ໃນ​ຊຸມ​ປີ​ກ່ອນ​ນີ້, ຄວາມ​ຮັບ​ຮູ້​ລວມກ່ຽວ​ກັບ​ຮູບ​ແບບ​ສະຫະກອນ​ກະ​ສີ​ກຳ​ນັ້ນ​ແມ່ນ​ຮ່ວມ​ທຶນຮອນ, ຮ່ວມ​ກຳລັງ​​ແຮງຂອງ​ຊາວ​ກະ​ສີກ​ອນ, ສະຫະກອນ​ສ່ວນ​ຫຼາຍ​ແມ່ນເຮັດ​ການ​ບໍລິການ​​​ໃຫ້​​ແກ່ຊາວ​ກະ​ສີກ​ອນ. ​ໂດຍ​ຜ່ານ​ສະຫະກອນ, ຊາວ​ກະ​ສີກ​ອນ​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ການ​ບໍລິການຕ່າງໆ, ຊື້​ຂາຍ​ດ້ວຍ​ລາຄາ​ເໝາະ​ສົມ​ກວ່າ, ຖືກ​ກວ່າ, ​ແຕ່​ການ​ຄຸ້ມ​ຄອງ​ພັດ​ບໍ່​ກະທັດ​ລັດ, ຕ້ອງ​ຜ່ານ​ຂອດ​ເປັນກາງ. ​ເມື່ອ​ກ້າວ​ເຂົ້າ​ສູ່​ໄລຍະ​ຫັນ​ກະ​ສີ​ກຳ ​ແລະ ຊົນນະບົດ​ເປັນ​ທັນ​ສະ​ໄໝ, ​ຜະລິດ​ສິນຄ້າ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ນັ້ນ, ບັນດາ​ຮູບ​ແບບ​ສະຫະກອນ​ໃນ​ເມື່ອ​ກ່ອນ, ​ປະຈຸ​ບັນ​ບໍ່​ເໝາະ​ສົມ​ກັບ​ຕະຫຼາດ​ອີກ. ດັ່ງ​ນັ້ນ​ຮູບ​ແບບ​ສະຫະກອນ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ຫັນປ່ຽນ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ແກ່ນສານ​ໃນ​ພາກສ່ວນ​ເສດຖະກິດ​ລວມໝູ່, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ກວ່າ​ອີກ​ເຂົ້າ​ໃນ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ Le Huy Ngo, ອາ​ດີດ​ລັດຖະມົນຕີ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ, ປະຈຸ​ບັນ​ແມ່ນ​ຜູ້​ຊ່ຽວຊານ​ໃຫ້​ຄຳ​ປຶກສາ​​ແກ່ໂຄງການຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຖື​ວ່າ:

        ”ຄວນ​ຍົກ​ສູງ​ຄວາມ​​ຮູ້​ກ່ຽວ​ກັບ​ບົດບາດ, ທີ່​ຕັ້ງ ​ແລະ​ຈຸດ​ພິ​ເສດ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ສະຫະກອນ​ກະ​ສີ​ກຳ​ໃນ​ສະ​ໄໝ​ໃໝ່, ສະ​ໄໝ​ເສດຖະກິດ​ການ​ຕະຫຼາດ, ​ແລະ ເຊື່ອມ​ໂຍງ. ນັ້ນ​ແມ່ນການຈັດ​ຕັ້ງ​ຄືນ​ບັນດາ​ສະຫະກອນ​ຕາມ​ຮູບ​ການ​ທັງ​ເຮັດ​ການ​ບໍລິການ, ທັງ​ດຳ​ເນີນ​ທຸລະ​ກິດ ​ເພື່ອ​ຫາ​ກຳ​ໄລ​ໃຫ້​ແກ່​ສະມາຊິກ​ສະຫະກອນ ​ແລະ​ ສະຫະກອນ. ສ້າງ​ບັນດາ​ສະຫະກອນ​ທີ່​ມີ​ຄວາມ​ສາມາດ​ເປີດ​ກວ້າງ​ການ​ຜະລິດ, ​ແລະ ສະຫະກອນ​ນັ້ນ​ຕ້ອງ​ເປັນ​ເຈົ້າ​ການ​​ໃນ​ການຮ່ວມ​ສຳພັນ​ກັບ​ຕະຫຼາດ, ຮ່ວມ​ສຳພັນ​ກັບ​ບັນດາ​ວິ​ສາ​ຫະກິດ, ​​ເມື່ອເຮັດ​​ໄດ້ຄື​ແນວ​ນັ້ນ​ຈຶ່ງ​ສາມາດ​ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດຂອງ​ຊາວ​ກະ​ສີກ​ອນ, ​​ສ້າງ​ເງື່ອນ​ໄຂ​​ໃຫ້​ພື້ນຖານ​ຜະລິດ​ເປັນ​ສິນຄ້າ​ດ້ວຍຂະໜາດ​ໃຫຍ່​​, ​​ແລະ ​​ມີ​ພື້ນຖານ​ກະ​ສີ​ກຳ​ພັດທະນາ​ຢ່າງ​ໝັ້ນຄົງ​ຕິດ​ພັນ​ກັບ​ຕະຫຼາດ​​ໄດ້”

ເສີມຂະຫຍາຍຮູບແບບສະຫະກອນໃນການກໍ່ສ້າງຊົນນະບົດໃໝ່ - ảnh 2

ກໍ່ສ້າງຊົນນະບົດໃໝ່ຈາກຈີນຕະນາການສະຫະກອນໃໝ່

(ພາບ: google.com.vn)

        ຄວາມ​ແຕກ​ຕ່າງ​ທີ່​ເປັນ​ພື້ນຖານ​ຂອງ​ຮູບ​ແບບ​ສະຫະກອນ​ແບບ​ໃໝ່ (ຕາມ​ກົດໝາຍ​ວ່າ​ດ້ວຍ​ສະຫະກອນ​ປີ 2003)​ແລ້ວ, ສະມາຊິກ​ສະຫະກອນ, ຜູ້​ອອກ​ແຮງງານ​ໃນ​ສະຫະກອນ, ສະຫະພັນ​ສະຫະກອນ, ໜ່ວຍ​ສະຫະກອນ ​ແມ່ນ​ຜູ້​ທີ່​ມີ​ສິດ ​ກຳມະສິດ​ກ່ຽວ​ກັບ​ອຸປະກອນ​ຜະລິດ, ປະກອບ​ທຶນ, ປະກອບ​ແຮງ​ງານ, ພູມ​ປັນຍາ, ບົດຮຽນ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ເຂົ້າ​ໃນ​ສະຫະກອນ​ດ້ວຍ​ຄວາມ​ສະໝັກ. ຕາມ​ຮູບ​ແບບ​ນີ້, ​ເສດຖະກິດ​ລວມໝູ່, ສະຫະກອນ ບໍ່​ກົງກັນຂ້າມ​ກັບ​ເສດຖະກິດ​ເອກະ​ຊົນ ຫາກ​ມີ​ການ​ຮ່ວມ​ສຳພັນ, ຮ່ວມ​ມື​ລະຫວ່າງ​ບັນດາ​ຮູບ​ການ​ກຳມະສິດ, ບັນດາ​ສິດ​ນຳ​ໃຊ້​ທີ່​ດິນ, ຊັບ​ສົມບັດ, ກຳລັງ​ແຮງ​ງານ ດ້ວຍ​ຮູບ​ການຈັດ​ຕັ້ງ​ຢ່າງ​ເໝາະ​ສົມ, ຜະລິດ​ແບບ​ລວມສູນ, ​ເຮັດ​ການ​ບໍລິການ​ສົ້ນ​ເຂົ້າ, ສົ້ນ​ອອກ, ຮັບ​ຜະລິດ​ບາງ​ຂັ້ນ​ຕອນ​ໃນ​ວິວັດ​ການ​ຜະລິດ ​ແລະ​ ປູກຝັງ, ຊ່ວຍ​ຄອບຄົວ​ສະມາຊິກ​ສະຫະກອນ​ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ, ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ນຳ​ໃຊ້​ບັນດາ​ແຫຼ່ງກຳລັງ, ສ້າງ​ວຽກ​ເຮັດ​ງານ​ທຳ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພ້ອມ​ກັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ລັດ​ຫວຽດນາມ​ ໄດ້​ປະກາດ​ໃຊ້​ຫຼາຍ​ກົນ​ໄກ​ນະ​ໂຍບາຍເພື່ອ​ແນ​ໃສ່​ສົ່ງ​ເສີມ​ຮູບ​ແບບ​ສະຫະກອນ, ​ໃນ​ນັ້ນ​ນະ​ໂຍບາຍ​ສຳຄັນ​ທີ່​ສຸດ​ນັ້ນ​ແມ່ນ​ໜູນ​ຊ່ວຍ​ການ​ກູ້​ຢືມ​ທຶນ. ທ່ານ Nguyen Van Bien , ຮອງ​ປະທານ​ສະຫະພັນ​ບັນດາ​ສະຫະກອນ​ຫວຽດນາມ, ຖື​ວ່າ:

        ”ປະຈຸ​ບັນ, ລັດ​ມີ​​ແຜນນະ​ໂຍບາຍຫັນ​ກອງ​ທຶນ​ສິນ​ເຊື່ອ​ຂອງ​ປະຊາຊົນ​ເປັນ​ທະນາຄານ​ສະຫະກອນ ບົນ​ພື້ນຖານ​ລະບົບ​ກອງ​ທຶນ​ສິນ​ເຊື່ອ​ຂອງ​ປະຊາຊົນ​ທີ່​ມີ​ຢູ່​ແລ້ວ​ໃນ​ແຂວງ, ນະຄອນ​ຕ່າງໆ. ການ​ສ້າງ​ຕັ້ງ​ທະນາຄານ​ສະຫະກອນ​ຈະ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ສະຫະກອນ, ພ້ອມ​ກັນ​ນັ້ນ, ທະນາຄານ​ນີ້​ກໍ່​ມີ​ເປົ້າ​ໝາຍ​ຮັບ​ໃຊ້​ຢ່າງ​ຈະ​ແຈ້ງ, ນັ້ນ​ແມ່ນຮັບ​ໃຊ້​ບັນດາ​ສະຫະກອນ, ຜ່ານ​ນັ້ນ​ໜູນ​ຊ່ວຍ​ສະຫະກອນ​ກູ້​ຢືມ​ທຶນ​​ໃຫ້ດີກ​ວ່າ”

ເສີມຂະຫຍາຍຮູບແບບສະຫະກອນໃນການກໍ່ສ້າງຊົນນະບົດໃໝ່ - ảnh 3

ສະຫະກອນຈັກສານ ແທ່ງເລີ້ຍ

(ພາບ: google.com.vn)

        ປະຈຸ​ບັນ, ​ໃນ​ຈຳນວນ 19 ມາດຖານ​ຂອງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຄື: ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການວາງ​ແຜນ​ກຳນົດ, ການ​ລວມດິນປ່ຽນ​ໃໝ່​ຜົນລະປູກ​ສ້າງ​ເປັນ​ທົ່ງ​ນາ​​, ​ຟາ​ມ, ໝູ່​ບ້ານ​ອາຊີບ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່… ​ເພື່ອນຳມາ​ເຊິ່ງປະສິດທິ​ຜົນ, ມູນ​ຄ່າ​ເສດຖະກິດ​ສູງ​ກວ່າ​ນັ້ນ, ​ເລື່ອງ​ກໍ່ສ້າງບັນດາ​ສະຫະກອນ​ກໍ່​ເໝາະ​ສົມ​ກັບ​ວິວັດ​ແຫ່ງ​ການ​ພັດທະນາ​ນີ້. ​ໃນ​ຊຸມ​ປີຜ່ານມາ, ມີ​ສະຫະກອນ​ຫຼາຍ​ແຫ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ບົດບາດ​ສຳຄັນ​ໃນ​ການ​ຖ່າຍ​ທອດ​ຄວາມ​ກ້າວໜ້າ​ດ້ານ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ, ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນຈຳ​ໜ່ວຍ​ຜະລິດ​ຕະພັນ, ຊຸກຍູ້​ການຫັນປ່ຽນ​ໂຄງ​ປະກອບ​ຜົນລະປູກ, ສັດລ້ຽງ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ການ​ພັດທະນາ​ການ​ຜະລິດ​ເປັນ​ປົກກະຕິ. ມີ​ສະຫະກອນ​ຫຼາຍ​ແຫ່ງ​ຍັງ​ມີ​ບົດບາດ​ສຳຄັນ​ໃນ​ການ​ວາງ​ແຜນ​ກຳນົດ​, ຊັບຊ້ອນ​ການ​ຜະລິດ, ນຳ​ມູນ​ຄ່າ​ການ​ຜະລິດ​ຈາກ 31 ລ້ານ​ດົ່ງ/​ເຮັກຕາ​ໃນ​ປີ 2006, ຂຶ້ນ​ເຖິງ​ກວ່າ 50 ລ້ານ​ດົ່ງ/​ເຮັກຕາ​ໃນປະຈຸ​ບັນ​. ມີ​ສະຫະກອນ​ຫຼາຍ​ແຫ່ງ​ ​ທຳ​ມາ​ຫາ​ກິນ​ໄດ້​ຮັບ​ກຳ​ໄລ ​ແລະ​ ​ໃຊ້​​ທຶນສະ​ສົມສ່ວນ​ໜຶ່ງ​​ເຂົ້າ​ໃນ​ການ​​ພັດທະນາ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ. ດ້ວຍ​ການ​ລົງທຶນ​ເສີມ​ຂະຫຍາຍ​ຮູບ​ແບບ​ສະຫະກອນ​ທີ່​ເໝາະ​ສົມ​ໃນ​ໄລຍະ​ພັດທະນາ​ໃໝ່, ​ແນ່ນອນ​ວ່າຮູບ​ແບບ​ສະຫະກອນຈະ​ມີ​ບົດບາດ​ດີກ​ວ່າ, ປະກອບສ່ວນ​ປ່ຽນ​ໃໝ່​ໂສມ​ໜ້າ​ຊົນນະບົດ​ຫວຽດນາມ.

       

ຕອບກັບ

ຂ່າວ/ບົດ​ອື່ນ