ແກງແຮວກ - ໝູ່ບ້ານທີ່ມີປະລິຍາເອກສອງຄົນ

(VOVWORLD) - ໝູ່ບ້ານ ແກງແຮວກ, ຂຶ້ນກັບຕາແສງ ເຢິນຮ່ວາ, ເມືອງ ແທງອວາຍ, ຮ່າໂນ້ຍແມ່ນແຫ່ງທີ່ມີຊື່ສຽງດ້ວຍມູນເຊື້ອຮຳ່ຮຽນ. ໝູ່ບ້ານ ແກງແຮວກ ມີວົງຕະກຸນ ຫງວຽນແທ່ງດາດ ມີຫຼາຍຄົນຮຽນເກັ່ງ, ເສັງໄດ້ລະດັບສູງ. ນີ້ກໍ່ແມ່ນແຫ່ງທີ່ມີປະລິຍາເອກສອງຄົນ, ເຊິ່ງແມ່ນຜູ້ທີ່ມີຄວາມປີຊາສາມາດຂອງປະເທດ.
ແກງແຮວກ - ໝູ່ບ້ານທີ່ມີປະລິຍາເອກສອງຄົນ - ảnh 1 ໝູ່ບ້ານ ແກງແຮວກ

ປະລິຍາເອກແມ່ນລະດັບສູງສຸດໃນພື້ນຖານການສຶກສາຂົງຈື້ວິທະຍາຂອງລັດສັກດີນາ ຫວຽດນາມ, ເປັນຜູ້ເສັງໄດ້ຄະແນນສູງທີ່ການສອບເສັງຕ່າງໆໃນສະໄໝສັກດີນາຢູ່ ຫວຽດນາມ. ນາມມະຍົດປິລິຍາເອກໃນສະໄໝລາຊະວົງ ຫຼີ (1010-1028), ສະໄໝລາຊະວົງ ເຈິ່ນ (1225-1400), ໄລຍະທ້າຍຂອງສະໄໝລາຊະວົງ ເລ (1427-1789), ສະໄໝລາຊະວົງ ໝາກ (1527-1593). ປະຫວັດສາດແຫ່ງການສອບເສັງຢູ່ ຫວຽດນາມ ໄດ້ມີປະລິຍາເອກ 55 ຄົນ. ສະເພາະໝູ່ບ້ານ ແກງແຮວກ ມີປະລິຍາເອກ 2 ຄົນ, ນັ້ນແມ່ນເລື່ອງຫາຍາກຢູ່ ຫວຽດນາມ. ປະລິຍາເອກ 2 ຄົນນັ້ນແມ່ນທ່ານ ຫງວຽນດຶກເລື້ອງ ແລະ ຫງວຽນທ໋ຽນ. ນີ້ກໍ່ແມ່ນນ້າບ່າວກັບຫຼານ, ສະນັ້ນປະຊາຊົນຈຶ່ງເອີ້ນວ່າ ປະລິຍາເອກນ້າບ່າວ, ປະລິຍາເອກຫຼານ. ທ່ານ ຫງວຽນວັນທັ໋ງ, ຫົວໜ້າວົງຕະກຸນ ຫງວຽນດຶກ ຢູ່ໝູ່ບ້ານ ແກງແຮວກ, ເຊິ່ງແມ່ນຜູ້ດູແລຫໍບູຊາປະລິຍາເອກຂອງໝູ່ບ້ານ, ເລົ່າສູ່ຟັງວ່າ:

ບັນພະບຸລຸດຂອງວົງຕະກຸນ ຫງວຽນແມ່ນພໍ່ຕູ້ ຫງຽວນບ໋າຕິ. ລາວເສັງໄດ້ປະລິຍາເອກເມື່ອປີ 1463 ໃນສະໄໝເຈົ້າຊີວິດ ເລແທ໋ງຕົງ. ລູກຂອງພໍ່ຕູ້ ຫງວຽນບ໋າຕິ ແມ່ນ ຫງວຽນດຶກເລື້ອງ, ກໍ່ເສັງໄດ້ປະລິຍາເອກເມື່ອປີ 1514 ໃນສະໄໝເຈົ້າຊີວິດ ເລເຕືອງຢຶກ. ລາວໄດ້ຮັບດຳລົງຕຳແໜ່ງເປັນຮອງລັດຖະມົນຕີການຕ່າງປະເທດ. ເມື່ອ ຫງວຽນທ໋ຽນ ມີອາຍຸ 6 ປີ, ແມ່ຂອງລາວແມ່ນນາງ ຫງວຽນທິຮ່ຽນ ໄດ້ອາໄສນ້ອງຊາຍຂອງຕົນແມ່ນປະລິຍາເອກ ຫງວຽນດຶກເລື້ອງ ລ້ຽງດູ ແລະ ສິດສອນ. ປີ 1532 ຫງວຽນທ໋ຽນ ກໍ່ເສັງໄດ້ປະລິຍາເອກໃນສະໄໝເຈົ້າຊີວິດ ໝາກດັງແຢວງ. ນັ້ນແມ່ນເລື່ອງລາວກ່ຽວກັບປະລິຍາເອກນ້າບ່າວ ແລະ ປະລິຍາເອກຫຼານ“.

ແກງແຮວກ - ໝູ່ບ້ານທີ່ມີປະລິຍາເອກສອງຄົນ - ảnh 2 ຫໍບູຊາປະລິຍາເອກຂອງໝູ່ບ້ານ

ຜູ້ເສັງໄດ້ປະລິຍາເອກບໍ່ພຽງແຕ່ສ້າງຊື່ສຽງໃຫ້ແກ່ຄອບຄົວ, ວົງຕະກຸນ, ຊາວບ້ານເທົ່ານັ້ນ, ຫາກຍັງຖືກຈົດຊື່ໄວ້ໃນປະຫວັດສາດ ແລະມີຊື່ສຽງໂດ່ງດັງຕະຫຼອດໄປອີກດ້ວຍ. ທ່ານ ຫງວຽນວັນແຄງ, ຊາວບ້ານ ແກງແຮວກ, ແບ່ງປັນວ່າ:

ປະຊາຊົນໃນໝູ່ບ້ານພວກຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ເອກອ້າງທະນົງໃຈທີ່ສຸດຍ້ອນມີປະລິຍາເອກສອງທ່ານ. ພວກຂ້າພະເຈົ້າເປັນລູກເປັນຫຼານກໍ່ຢາກເສີມຂະຫຍາຍມູນເຊື້ອມັກຮຳ່ມັກຮຽນຂອງເຂົາເຈົ້າ ແລະ ຖືວ່ານັ້ນແມ່ນແບບຢ່າງເພື່ອໃຫ້ລູກຫຼານຮຳ່ຮຽນຕາມ, ປະກອບສ່ວນສ້າງບ້ານເກີດເມືອງນອນໃຫ້ມີຄວາມຮັ່ງມີສວຍງາມກວ່າ“.

ແຕ່ລະປີເມື່ອຮອດບຸນເຕັດ, ວັນບູຊາປະລິຍາເອກສອງທ່ານ, ບັນດາຜູ້ມີຍົດສັກຕຳແໜ່ງພ້ອມກັບປະຊາຊົນໃນໝູ່ບ້ານລ້ວນແຕ່ນຳເອົາເຄື່ອງຂອງບູຊາມາຖະຫວາຍ, ຈູດທູບທຽນຢູ່ຫໍບູຊາປະລິຍາເອກ, ເພື່ອອາໄລຫາກຽດຕິສັກ, ພາລະກິດຂອງປະລິຍາເອກສອງທ່ານ. ທ່ານ ຫງວຽນວັນທັ໋ງ, ເປັນເຈົ້າວົງຕະກຸນ ຫງວຽນດຶກ ຢູ່ໝູ່ບ້ານ ແກງແຮວກ, ໃຫ້ຮູ້ວ່າ:

“ງານບຸນຂອງໝູ່ບ້ານ ແກງແຮວກ ຖືກດຳເນີນໃນລະຫວ່າງວັນທີ 11-13/3 ໄລ່ຕາມຈັນທະປະຕິທິນຂອງທຸກປີ. ປະລິຍາເອກສອງທ່ານຄື ຫງວຽນດຶກເລື້ອງ ແລະ ຫງວຽນທ໋ຽນ ແມ່ນຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ມີບຸນຄຸນຕໍ່ປະຊາຊົນໃນໝູ່ບ້ານ. ສະນັ້ນເມື່ອຮອດງານບຸນນີ້, ທັງໝູ່ບ້ານກໍ່ຈັດຕັ້ງພິທີແຫ່ວໍ. ທີໜຶ່ງແມ່ນແຫ່ໂຖປັກທູບປະລິຍາເອກ ຫງວຽນດຶກເລື້ອງ, ທີສອງແມ່ນເຈົ້າຂຸນ ຫງວຽນກວີ້ນ, ເຊິ່ງແມ່ນລູກຂອງປະລິຍາເອກ ຫງວຽນທ໋ຽນ ເພື່ອທຳພິທີບູຊາ. ຫຼັງຈາກນັ້ນ, ທັງໝູ່ບ້ານກໍ່ຈັດພິທີແຫ່ກັບຄືນຫໍບູຊາແລ້ວວາງໄວ້ຢູ່ບ່ອນເກົ່າ. ຫໍບູຊາປະລິຍາເອກນີ້ໄດ້ຮັບການກໍ່ສ້າງແຕ່ປີ 1596. ຢູ່ບ່ອນນີ້ຍັງຄົງຮັກສາວັດຖຸພັນຫຼາຍຢ່າງຄື, ປ້າຍປະລິຍາເອກ, ໂຖປັກທູບບູຮານ, ສານປະດັບຍົດຂອງເຈົ້າຊີວິດ, ບັນຊີລາຍຊື່ປະລິຍາເອກ… ຫໍບູຊາປະລິຍາເອກໄດ້ຮັບການຮັບຮອງວ່າເປັນມໍລະດົກປະຫວັດສາດ, ວັດທະນະທຳລະດັບຊາດ“.

ແກງແຮວກ - ໝູ່ບ້ານທີ່ມີປະລິຍາເອກສອງຄົນ - ảnh 3ສາລາບ້ານ ແກງແຮວກ

ວົງຕະກຸນ ຫງວຽນຢູ່ໝູ່ບ້ານ ແກງແຮວກ ມີຫຼາຍລຸ້ນຄົນເສັງໄດ້ຄະແນນສູງໃນການສອບເສັງຕ່າງໆ, ແລະ ກາຍເປັນອາດຍາເຈົ້ານາຍ.

ປະຊາຊົນຍັງເລົ່າຂານກັນບັນດາເລື່ອງລາວສະເທືອນໃຈທີ່ສຸດກ່ຽວກັບເລື່ອງໝູ່ບ້ານ ແກງແຮວກ ມີປະລິຍາເອກນ້າບ່າວ, ປະລິຍາເອກຫຼານ. ໃນປຶ້ມປະຫວັດສາດຂອງວົງຕະກຸນ ຫງວຽນ ຕຽນດ່ຽນ, ເມືອງ ງີຊວນ, ແຂວງ ຮ່າຕິ້ງ ໄດ້ລະບຸວ່າ ນັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ ມີກົກເຄົ້າຈາກວົງຕະກຸນ ຫງວຽນ ຢູ່ໝູ່ບ້ານ ແກງແຮວກ. ປັດຈຸບັນ, ປະຊາຊົນໃນໝູ່ບ້ານ ແກງແຮວກ ຍາມໃດກໍ່ຮັກສາ, ເສີມຂະຫຍາຍມູນເຊື້ອມັກຮຽນ, ເຊິ່ງບັນພະບຸລຸດໄດ້ປະໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ