ແຂວງກອນຕຸມ ກໍ່ສ້າງຊົນນະບົດໃໝ່: ບົດຮຽນຈາກຕາແສງຮ່າມ່ອນ

​(vovworld) - ພາຍຫຼັງ 2 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງຊົນນະບົດ​ໃໝ່​, ຕາ​ແສງຮ່າ​ມ່ອນ, ​ເມືອງດັກ​ຮ່າ, ​ແຂວງ​ກອນ​ຕຸ​ມ, ​ໄດ້​ປະຕິບັດ​ສຳ​ເລັດ 19 ມາດຖານ, ກາຍ​ເປັນຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່​ແຫ່ງ​ທຳ​ອິດ​ຂອງ​ແຂວງ ​ແລະ​ ທົ່ວ​ເຂດ​ໄຕ​ງວຽນ. ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ມີ​ບົດ​ຂຽນທີ່​ມີ​ຫົວ​ຂໍ້​ວ່າ ”ແຂວງ​ກອນ​ຕຸ​ມ ກໍ່​ສ້າງ​ຊົນນະບົດ​ໃໝ່: ບົດຮຽນ​ຈາກ​ຕາ​ແສງ​ຮ່າ​ມ່ອນ” ​ເຊິ່ງ​ເຕື້ອງ​ເຖິງ​ວິທີ​ປະຕິບັດ ​ແລະ ບົດຮຽນ​ຂອງ​ຮ່າ​ມ່ອນ ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ

 ແຂວງກອນຕຸມ ກໍ່ສ້າງຊົນນະບົດໃໝ່: ບົດຮຽນຈາກຕາແສງຮ່າມ່ອນ - ảnh 1

ຫໍວັດທະນະທຳຕາແສງຮ່າມ່ອນ

(ພາບ: google.com.vn)

    ນັບ​ແຕ່​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ທ້ອງ​ຖີ່​ນ, ອຳນາດ​ການ​ປົກຄອງ​ຕາ​ແສງ​ຮ່າ​ມ່ອນ ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ, ປັດ​ໃຈ​ສຳຄັນ​​ເພື່ອ​ປະຕິບັດ​ໂຄງການ​ ນັ້ນແມ່ນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຮ່ວມ​​ແຮງ​ຮ່ວມ​ໃຈ​ຂອງ​ປະຊາຊົນ. ດັ່ງ​ນັ້ນ​ວຽກ​ງານ​ໂຄສະນາ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ມີ​ປະຊາຊົນ​ກວ່າ 4.400 ກວ່າ​ຄົນ​ ​ໃນເກືອບ 1.200 ຄອບຄົວ​ຂອງ​ຕາ​ແສງ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ​ແລະ ​ຮ່ວມ​​ແຮງ​ຮ່ວມ​ໃຈ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ Dao Anh Thu ​ເລຂາ​ອົງຄະ​ນະ​ພັກ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕາ​ແສງ​ຮ່າ​ມ່ອນ, ​ໃຫ້​ຮູ້​ວ່າ:

    ”ສິ່ງ​ສຳຄັນ​ທີ່​ສຸດ​ນັ້ນແມ່ນ​ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະຊາຊົນ, ທີ່​ສອງ​ແມ່ນ​ຄວາມ​ໂປ່​ງ​ໃສ, ​ເປີດ​ເຜີຍ, ຈາກ​ນັ້ນ​ປະຊາຊົນ​ຈະ​ເຫັນ​ດີ​ເຫັນ​ພ້ອມ. ທີ​ສາມ​ແມ່ນ​ ຖັນ​ແຖວ​ພະນັກງານ​ການ​ນຳ, ຈາກ​ສະຫາຍ​ເລຂາ​ຕະຫຼອດ​ຮອດ​ພາລະ​ກອນ​ລ້ວນ​ແຕ່​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​​ໃນ​ການ​ຮັບ​ໃຊ້​ປະຊາຊົນ”

 ແຂວງກອນຕຸມ ກໍ່ສ້າງຊົນນະບົດໃໝ່: ບົດຮຽນຈາກຕາແສງຮ່າມ່ອນ - ảnh 2

ໂສມໜ້າຂອງຕາແສງຮ່າມ່ອນໃນປະຈຸບັນ (ພາບ: google.com.vn)

    ​ເພື່ອ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ຮັບປະກັນ​ບັນດາ​ມາດຖານ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ດ້ວຍ​ທິດ​ນຳ ”ປະຊາຊົນ​ເຮັດ, ລັດ​ໜູນ​ຊ່ວຍ”, ອຳນາດ​ການ​ປົກຄອງ​ຕາ​ແສງ​ຮ່າ​ມ່ອນ ​ໄດ້ລະດົມ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຮ່ວມ​ແຮງ​ຮ່ວມ​ໃຈ​ຈາກປະຊາຊົນ​. ທ່ານ Nghiem Xuan Tiep, ບ້ານ​ບິ່ງ​ມິ​ງ, ​ໃຫ້​ຮູ້​ວ່າ:

    ”ປະຊາຊົນ ກໍ່​ຄື​ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ຮັບຜົນປະ​ໂຫຍ​ດຫຼາຍ​ຢ່າງຈາກ​ໂຄງການ, ຖະໜົນ​ຫົນທາງມີ​ຄວາມ​ສະອາດກວ່າ, ບັນດາ​ກິດຈະກຳ​ສະຫວັດດີ​ການ​ສັງຄົມ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ​ໃນ​ທ້ອງ​ຖີ່​ນ ກໍ່​ຄື​ໃຫ້​ຄອບຄົວ​ຂ້າພະ​ເຈົ້າ. ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ພໍ່​ແມ່​ປະຊາຊົນ​ໄດ້​ພ້ອມ​ກັນ​ປະກອບສ່ວນ​​ເຂົ້າໃນ​ການກໍ່ສ້າງ​ຫໍ​ປະຊຸມ, ​ທາງ​ບ້ານ, ລະບົບ​ໄຟຟ້າ… ພໍ່​ແມ່​ປະຊາຊົນ​ພວກ​ຂ້າພະ​ເຈົ້າ​ເບິ​ກບານ​ມ່ວນ​ຊື່ນ​ ​ແລະ ສະໜັບສະໜູນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ນີ້”

 ແຂວງກອນຕຸມ ກໍ່ສ້າງຊົນນະບົດໃໝ່: ບົດຮຽນຈາກຕາແສງຮ່າມ່ອນ - ảnh 3

ປະທານປະເທດ Truong Tan Sng ໄປຢ້ຽມຢາມຕາແສງຮ່າມ່ອນ

(ພາບ: google.com.vn)

    ​ໂດຍ​ກຳນົດ​ໄດ້​ວ່າ ”ປະຊາຊົນ​ຮັ່ງມີ ປະ​ເທດ​ຊາດ​ຈຶ່ງ​ເຂັ້ມ​ແຂງ”, ດັ່ງ​ນັ້ນ​, ຍາມ​ໃດ​ຄະນະ​ຊີ້​ນຳ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕາ​ແສງຮ່າ​ມ່ອນ ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ​ໃນ​ຕາ​​ແສງ. ​ເພື່ອ​ແກ້​ໄຂ​ບັນຫາ​ນີ້, ອຳນາດ​ການ​ປົກຄອງ​ໄດ້​ຄັດ​ເລືອກ​ບາດກ້າວ​ບຸກທະລຸ ນັ້ນ​ແມ່ນ​ຍົກ​ສູງ​ປະລິມານ​ການ​ຜະລິດ, ຄຸນ​ນະພາ​ບຕົ້ນ​ໄມ້. ທ່ານ Truong Quang Thu, ປະທານ​ສະມາຄົມ​ຊາວ​ກະ​ສີກ​ອນຕາ​ແສງ​ຮ່າ​ມ່ອນ, ​ໃຫ້​ຮູ້​ວ່າ:

    ”ປະຊາຊົນ​ໄດ້​ເຂົ້າ​ໃຈ​ວ່າ ວິທະຍາສາດ​ເຕັກນິກ​ແມ່ນ​ບັນຫາ​ທີ່ຂາດ​ບໍ່​ໄດ້. ດັ່ງ​ນັ້ນ​ພາຍຫຼັງ​ໄປ​ຮຽນ​ແລ້ວ, ​ເຂົາ​ເຈົ້າ​ໄດ້​ນຳ​ໃຊ້​ວິທະຍາສາດ ​ແລະ ​ເຕັກນິກ​ເຂົ້າ​ໃນ​ວຽກ​ງານ​ກະ​ສີກ​ອນ ແລະ ​ເຫັນ​ວ່າ​ໄດ້​ບັນລຸ​ປະສິດທິ​ຜົນສູງ, ຈາກ​ນັ້ນ​ເຂົາ​ເຈົ້າ​ຈຶ່ງໂຄສະນາ​ ​ແລະ ​ແນະນຳ​ວິທີ​ເຮັດໃຫ້​ກັນຊາບ”.

 ແຂວງກອນຕຸມ ກໍ່ສ້າງຊົນນະບົດໃໝ່: ບົດຮຽນຈາກຕາແສງຮ່າມ່ອນ - ảnh 4

ຜົນຂອງການປູກກາເຟຢູ່ຮ່າມ່ອນ (ພາບ: google.com.vn)

    ​ເພື່ອ​ເຮັດ​ໃຫ້​ລາຍ​ຮັບ​ຂອງ​ແຕ່ລະຄົນ​ບັນລຸ​ໄດ້ 38 ລ້ານ​ດົ່ງ/ປີ​ຄື​ໃນ​ປະ​ຈຸ​ບັນ, ພ້ອມ​ກັບ​ການ​ຜະລິດ, ການ​ລ້ຽງສັດ, ​ປູກຕົ້ນ​ໄມ້​ທີ່​ເປັນ​ມູນ​ເຊື້ອ​ແລ້ວ, ຫຼາຍ​ຄອບຄົວ​ຢູ່​ຕາ​ແສງ​ຮ່າ​ມ່ອນ ຍັງ​ກ້າ​ລົງທຶນ​ພັດທະນາ​ບັນດາ​ອາຊີບອຸດສາຫະກຳ​ນ້ອຍ​ຫັດຖະກຳຄື: ຕັດຫຍິບ, ກົນ​ຈັກ, ​ເອ​ເລກ​ໂຕ​ນິກ... ພັດທະນາ​ອາຊີບ​ລ້ຽງ​ປູກ​ສິນ​ໃນ​ນ້ຳ, ການ​ປະມົງ…ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ສ້າງ​ບັນຍາກາດ​ໃໝ່​ໃຫ້​ແກ່​ປະຊາຊົນ​ໃນ​ການ​ອອກ​ແຮງ​ງານ ​ແລະ ການ​ຜະລິດ. ທ່ານ Nguyen Ke Truong, ປະທານ​ຄະນະ​ກຳມະການ​ປະຊາຊົນ, ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ​ຮ່າ​ມ່ອນ, ​ໃຫ້​ຮູ້​ວ່າ:

    ”ປະຊາຊົນ​ມີ​ຄວາມ​ພາກພູມ​ໃຈ, ຕອບ​ສະໜອງ ​ແລະ ສະໜັບສະໜູນ​​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ປະຈຸ​ບັນຊີ​ວິດ​ທາງ​ດ້ານ​ວັດທະນະທຳ, ​ແລະ ຈິດ​ໃຈ​ຂອງ​ເຂົາ​ເຈົ້າ​​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ​ແນວ​ຄິດ​ຂອງ​ເຂົາ​ເຈົ້າ​ກໍ່​ມີ​ການ​ປ່ຽນ​ແປງ​ໄປ​ນຳ. ປະຊາຊົນ​ໄດ້​ຮູ້ນຳ​ໃຊ້​ວິທະຍາສາດ, ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ​ເພື່ອ​ບັນລຸ​ປະສິດທິ​ຜົນ​ສູງ​”.

    ຜົນສຳ​ເລັດ, ​ແລະ ບົດຮຽນ​ທີ່​ສຳ​ຄັນໃນ​ການກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ​ຮ່າ​ມ່ອນ ນັ້ນ​ແມ່ນ, ​ເສີມ​ຂະຫຍາຍ​ນ້ຳ​ໃຈຄວາມ​ຮັບຜິດຊອບ​ຂອງ​ແຕ່ລະຄົນ​ຕໍ່ກັບ​ປະຊາ​ຄົມ. ​ໂດຍ​ລະອຽດ​ແມ່ນ, ປະຈຸ​ບັນ ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ກາຍ​ເປັນຄວາມ​ຮັບຜິດຊອບ​ລວມ, ຄວາມ​ເອົາ​ໃຈ​ໃສ່ ​ແລະ ການ​ກະທຳ​ລວມຂອງ​ປະຊາຊົນ​ທຸກ​ຄົນ​ໃນ​ຕາ​ແສງ. ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນປະຕິບັດ​ສຳ​ເລັດ 19 ມາດຖານ, ​ໃນ​ນັ້ນ​ມີ​ບັນດາ​ມາດຖານ​ປະຕິບັດ​ໄດ້​ຍາກຄື ​ໂຄງ​ປະກອບ​ແຮງ​ງານ, ຮູບ​ການຈັດ​ຕັ້ງ​ການ​ຜະລິດ…. ​ເພື່ອ​ກາຍ​ເປັນຕາ​ແສງ​ຊົນນະບົດ​ໃໝ່​ແຫ່ງ​ທຳ​ອິດ​ຂອງ​ແຂວງ​ກອນ​ຕຸ​ມ ​ແລະ ຂອງ​ທັງ​ເຂດ​ໄຕ​ງວຽນ​./.

ຕອບກັບ

ຂ່າວ/ບົດ​ອື່ນ