ແຂວງບັກກ້ານ ສຸມໃສ່ກໍ່ສ້າງຊົນນະບົດໃໝ່

(vovworld) ​​​ປີ 2016, ແຂວງ ບັກ​ກ້ານ ໄດ້​ວາງ​ຄາດ​ໝາຍ​ສູ້​ຊົນໃຫ້​ມີ 4 ຕາ​ແສງ​​ໄດ້ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່, ເຊິ່ງ​ລວມ​ມີ: ​ຕາ​ແສງ ເກີ໋ມ​ຢ່າງ ແລະ ກວນ​ບີ່ງ, ເມືອງ ແບກ​ທົງ, ຕາ​ແສງ ກາວ​ຈີ້, ເມືອງ ບາ​ເບ໋ ແລະ ຕາ​ແສງ ເກື່ອງ​ໂລ້ຍ, ເມືອງ ນາ​ຣີ່. ເພື່ອ​ປະ​ຕິ​ບັດ​ຄາດ​ໝາຍ​ດັ່ງ​ກ່າວ, ບັນ​ດາ​ທ້ອງ​ຖິ່ນ​ພວມ​ສຸມ​ໃສ່​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ຜະ​ລິດ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ… ເພື່ອ​ຊ່ວຍ​ໃຫ້​ໂສມ​ໜ້າ​ຊົນ​ນະ​ບົດ​ດ້ວຍເງື່ອນ​ໄຂ​​ສະ​ເພາະ​ຂອງ​ຊົນ​ນະ​ບົດ​ເຂດ​ພູ​ດອຍ​ມີຄວາມ​ຈະ​ເລີນ​ຂຶ້ນ​ຕື່ມ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ.

ແຂວງບັກກ້ານ ສຸມໃສ່ກໍ່ສ້າງຊົນນະບົດໃໝ່ - ảnh 1
ພາບ​ປະ​ກອບ


       
ປະ​ຈຸ​ບັນ, ແຂວງ ບັກ​ກ້ານ ພວມ​ປະ​ຕິ​ບັດ​ການ​ຫັນ​ບັນ​ດາ​ແຫຼ່ງ​ກຳ​ລັງ​ເປັນຫຼາຍ​ຮູບ​ຫຼາຍ​ແບບ, ສົມ​ທົບ​ບັນ​ດາ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ, ບັນ​ດາລາຍ​ການ, ໂຄງການ​ໜູນ​ຊ່ວຍ​ຂອງ​ລັດ, ລະ​ດົມ​ແຫຼ່ງ​ກຳ​ລັງ​ຂອງ​ທ້ອງ​ຖິ່ນ​​ທີ່​ສຸດຂີດ… ໃນ​ຊຸ​ມ​ປີ​ຜ່ານ​ມາ, ດ້ວຍ​ວິ​ທີ​ສົມ​ທົບ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່​ກັບ​ບັນ​ດາ​ໂຄງ​ການ​ອື່ນໆ​ຢ່າງ​ເໝາະ​ສົມ, ຕາ​ແສງ ກວນບີ່ງ, ເມືອງ ແບກ​ທົງ ໄດ້​ສຸມ​ໃສ່​ລົງ​ທຶນ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ຊົນ​ລະ​ປະ​ທານ, ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ໂຮງ​ຮຽນ… ດັ່ງ​ນັ້ນ ​ມາຮອດ​​ປະ​ຈຸ​ບັນ, ຕາ​ແສງ​ບັນ​ລຸ​ໄດ​້ 15/19 ມາດ​ຖານ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ໄລ​ຍະ 2012 – 2015, ຕ​າ​ແສງ ກວນບີ່ງ ໄດ້​ລະ​ດົມ​ປະ​ຊາ​ຊົນ​ບໍ​ລິ​ຈາກ​ທີ່​ດິນ​ກ່​ວາ 2.200 ຕາ​​ແມັດ, ປະ​ກອບກ່​ວາ 4.500​ ແຮງ​ງານ​ດ້ວຍ​ມູນ​ຄ່າ​ຂຶ້ນ​ເຖິງ 675 ລ້ານ​ດົ່ງ​ເພື່ອ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ, ກິດ​ຈະ​ກຳ​ຊົນ​ລະ​ປະ​ທານ, ຫໍ​ວັດ​ທະ​ນະ​ທຳ… ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ຫລຸດ​ຜ່ອນ​ຄວາມ​​ທຸກ​ຍາກ, ປະ​ຊາ​ຊົນ​ຢູ່​ຕາ​ແສງ ກວ​ນບີ່ງ ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຫັນ​ປ່ຽນ​​ໂຄງ​ປະ​ກອບຜົນ​ລະ​ປູກ, ໝູ​ນ​ໃຊ້​ຄວາມ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ ເຕັກ​ນິກ​ເຂົ້າ​ໃນ​ການ​ຜະ​ລິດ. ໄລ​ຍະ​ຜ່ານ​ມາ, ຕາ​ແສງ​ໄດ້​ຮັບ ແລະ ຜັນ​ຂະ​ຫຍາຍ​ຮູບ​ແບບ​ການ​ປູກ​ຝັງ ແລະ ລ້ຽງ​ສັດ​ກ່​ວາ 20 ຮູບ​ແບບ, ຍູ້​ແຮງວຽກ​ງານ​ບຳ​ລຸງ​ສ້າງວິ​ຊາ​ຊີບ ແລະ ແກ້​ໄຂວຽກ​ເຮັດ​ງານ​ທຳ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ຄອບ​ຄົວ​ຜະ​ລິດ​ດຳ​ເນີ​ນ​ທຸ​ລະ​ກິດ​ໄດ້​ກູ້​ຢືມ​ທຶນ​ເປີດ​ກ້​ວາງ​ການ​ຜະ​ລິດ, ຈາກນັ້ນ​ປະ​ກອບ​ສ່ວນ​ຍົກ​ລະ​ດັບ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຂຶ້ນ​ຕື​່ມ. ທ່ານ ຫຼີ໋​ທ໋າຍ​ຫາຍ, ປະ​ທາ​ນ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ບັກ​ກ້ານ, ໃຫ້​ຮູ້​ວ່າ: ແຂວງ ບັກ​ກ້ານ ໄດ້​ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ບັນ​ດາ​ມາ​ດ​ຖານ​ຂອງ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢ່າງ​ມີ​ໄຫວ​ພິບ, ເໝາະ​ສົມ​ກັບ​ສະ​ພາບ​ການ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ:

        “ໃນ​ບັນ​ດາ​ມາດ​ຖານ​ຂອງ​ລັດ​ຖະ​ບານ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ປະ​ຕິ​ບັດ​ດ້ວຍ​ບັນ​ດາ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ. ລະ​ບົບ​ຄົມ​ມະ​ນາ​ຄົມ​ບໍ່​ແມ່ນ​ວ່າ​​ເສັ້ນ​ທາງ​ເຂົ້າ​ບ້ານ​ຮ່ອມ​ບ້ານທັງ​ໝົດ​​ລ້ວນ​ແຕ່​ເທ​ເບຕົງ 50%​ ແລະ ​ກ້ວາງ 3 ແມັດ. ຍ້ອນ​ວ່າ, ສະ​ພາບ​ການ​ຕົວ​ຈິງ​ເຂດ​ພູ​ດອຍ, ທາງ​​ແດນຊັນ, ດັ່ງ​ນັ້ນ​ພວກ​ຂ້າ​ພະ​ເຈົ້າ​ພຽງ​ແຕ່​ທາງ​ກ້​ວາງ 2 ແມັດ​ເທົ່າ​ນັ້ນ, ສ່ວນລະ​ບົບ​ເສັ້ນ​ທາງ​​ຈຳ​ນວນ​ໜຶ່ງ ພຽງ​ແຕ່ກໍ່​ສ້າງ​ພື້ນ​ທາງ ແລະ ​ລະ​ບົບລະ​ບາຍ​ນ້ຳ​​ໃຫ້ເປັນ​ຢ່າງ​ດີ​​ເທົ່າ​ນັ້ນ. ພວກ​ຂ້າ​ພະ​ເຈົ້າ​​ເອົາ​ໃຈ​ໃສ່ທີ່​ສຸດ​ເຖິງ​ບັນ​ຫາ​ໜູນ​ຊ່ວຍ​ການ​ຜະ​ລິດ ​ຕ້ອງເຮັດ​ແນວ​ໃດ​ເພື່ອ​ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະ​ຊາ​ຊົນ.”

        ໃນ​ຂົງ​ເຂດ​ພັດ​ທະ​ນາ​ການ​ຜະ​ລິດ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະ​ຊາ​ຊົນ, ແຂວງ ບັກ​ກ້ານ​ໄດ້​ສຸມ​ໃສ່​ປະ​ຕິ​ບັດ​ການ​ຫັນ​ປ່ຽນ​ຂະ​ແໜງ​ອາ​ຊ​ີບ, ​ແບບວິ​ທີ​ການ​ຜະ​ລິດ ແລະ ຜົນ​ລະ​ປູກ - ສັດ​ລ້ຽງ​ເພື່ອ​ແນ​ໃສ່​​ປະ​ກອບ​ສ່ວນຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ໃນ 5 ປີ​ຜ່ານ​ມາ, ຈາກ​ແຫຼ່ງ​ທຶນ​ໜູນ​ຊ່ວຍ​ພັດ​ທະ​ນາ​ການ​ຜະ​ລິດ, ແຂວງ ບັກ​ກ້ານ​ໄດ້​ປະ​ຕິ​ບັດ 53 ຮູບ​ແບບ​ການ​ປູກ​ຝ​ັງ, ລ້ຽງ​ສັດ​ຄື: ລ້ຽງ​ໄກ່ ​ຕາມໂນນ​ພູ, ລ້ຽງ​ຄວາ​ຍແມ່​ພັນ​, ລ້ຽງ​ແ​ບ້, ລ້ຽງ​ໝູ, ປູກ​ໝາກ​ກ້ຽງ​ນ້ອຍ, ໝາກ​ໂກ, ປູກ​ຜັກ​ປອດ​ສານ​ພິດ… ເບິ່ງ​ລວມ​ແລ້ວ, ບັນ​ດາ​ຮູບ​ແບບນີ້​ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ ໃຫ້​ແກ່ປະ​ຊາ​ຊົນ, ຫຼາຍ​ຮູບ​ແບບ​ໄດ້​ຮັບ​ການ​​ແຜ່​ຂະ​ຫຍາຍ​ຈາກ​ທ້ອງ​ຖິ່ນ, ໃນ​ເບື້ອງ​ຕົ້ນບາງ​ຕາ​ແສງ​ໄດ້​ສ້າງ​ຕັ້ງ​ບັນ​ດາ​ເຂດ​ຜະ​ລິດ​ກະ​ສິ​ກຳ​ຕິດ​ພັນ​ກັບ​ການ​ຜະ​ລິດ​ເປັນ​ສິນ​ຄ້າ​. ອ້າຍ ມາ​ວັນ​ເກືອງ, ບ້ານ ນ່າ​ທອ​ຍ, ຕາ​ແສງ ກວາງ​ທ້ວນ, ເມືອງ ແບກ​ທົງ, ເຊິ່ງ​ແມ່ນ​ທ້ອງ​ຖິ່ນ​ປູກ​ສະ​ເພາະ​ໝາກ​ກ້ຽງ, ໝາກ​ກ້ຽງ​ນ້ອຍ ໃຫ້​ຮູ້​ວ່າ:

        “​ເມື່ອຮອດ​​ຍາມ​ເກັບ​ກ່ຽວ​ໝາກ​ກ້ຽງ​ນ້ອຍ, ພໍ່​ແມ່​ປະ​ຊາ​ຊົນ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ແລະ ເອກ​ອ້າງ​ທະ​ນົງ​ໃຈທີ່​ສຸດຍ້ອນ​ວ່າ ທ້ອງ​ຖິ່ນ​ຂອງ​ຕົນ​​ມີຕົ້ນ​ກ້ຽງ​ນ້ອຍ​ໜູນ​ຊ່ວຍ​ຊີ​ວິດ​ການ​ເປັນ​ຢູ່, ຕາມ​ການ​ຄິດ​ໄລ່, ໃນ​ທົ່ວ​ບ້ານ ນ່າ​ທອຍ ມີ​ລະ​ດັບ​ລາຍ​ຮັບ​ກ່​ວາ 20 ລ້ານ​ດົ່ງ/ຄົນ/ປີ, ຄອບ​ຄົວ​ຂ້າ​ພະ​ເຈົ້າ​ກໍ່​ມີ​ລະ​ດັບ​ລາຍ​ຮັບ​ຄື​ແນວນັ້ນ. ​ຊີ​ວິດ​ການ​ເປັນ​ຢູ່​ຂອງພໍ່​ແມ່​ປະ​ຊາ​ຊົນ​ກໍ່​ດີ​ພໍ​ສົມ​ຄວນ, ຍ້ອນ​ວ່າ ນອກ​ຈາກ​ການ​ເຮັດ​ກະ​ສິ​ກຳ, ລ້ຽງ​ສັດ​ແລ້ວ, ​ການ​ປູກ​ໝາກ​ກ້ຽງໝາກ​ກ້ຽງ​ນ້ອຍ​ແມ່ນ​ກຳ​ລັງ​ຕົ້ນ​ຕໍ”

        ຜ່ານ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ໂຄງ​ການ, ພື້ນ​ຖານ​ໂຄງ​ລ່າງ, ຊີ​ວິດ​ທາງ​ດ້ານ​ວັດ​ຖຸ​ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ເຂດ​ຊົນ​ນະ​ບົດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ໂສມ​ໜ້າ​ເຂດ​ຊົນ​ນະ​ບົດ​ມີ​ການ​ຫັນ​ປ່ຽນ​ຢ່າງ​ແຮງ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ໂດຍເປັນ​ເຂດ​ພູ​ດອຍ, ເງື່ອນ​ໄຂ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢູ່, ດັ່ງ​ນັ້ນ ເລື່ອງ​ປະ​ຕິ​ບັດ​ມາດ​ຖານ​ພື້ນ​ຖານ​​ດ້ວຍ​ວັດ​ຖຸວັດ​ທະ​ນະ​ທຳ​ຄື: ກໍ່​ສ້າງ​ຫໍ​ວັດ​ທ​ະ​ນະ​ທຳ, ເຂດ​ກິ​ລາ​ຕາມ​ຂໍ້​ກຳ​ນົດ​ຍັງ​ປະ​ສົມ​ກັບ​ຄວາມ​ຫຍູ້ງ​ຍາກ. ບາງ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ​ໄດ້​ຮັບ​ການ​ລົງ​ທຶນ, ແຕ່​ຍັງ​ຢູ່​ໃນ​ລະ​ດັບ​ຕ່ຳ​ຄື: ​ທາງຄົມ​ມະ​ນາ​ຄົມ, ໂຮງ​ຮຽນ, ເຮືອນ​ຢູ່​ຂອງ​ປະ​ຊາ​ຊົນ, ພື້ນ​ຖານ​ວັດ​ຖຸ​ວັດ​ທະ​ນະ​ທຳ​… ໃນ​ໄລ​ຍະ 2016 – 2020, ຄາດ​ວ່າ, ຍອດ​ທີ່​ຈຳ​ນວນ​ເງິນ​ລົງ​ທຶນ​ເຂົ້າ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຂອງ​ແຂວງ ບັກ​ກ້ານ ແມ່ນ​ເກືອບ 2.800 ຕື້​ດົ່ງ. ກ່ຽວ​ກັບ​ບາງ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ເພື່ອກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຕາມ​ທິດ​ຍືນ​ຍົງ, ທ່ານ ຫຼ​ີ໋​ທ໋າຍ​ຫາຍ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ບັກ​ກ້ານ, ໃຫ້​ຮູ້​ວ່າ:

        “ແຂວງ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ດ້ວຍ​ທິດ​ທາງ​ຄື​ແນວນັ້ນ, ຮອດ​ປີ 2020 ມີ​ປະ​ມານ 22 ຕາ​​ແສງ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ສະ​ເພາະ​ປີ 2017, ​ຈະສູ້​ຊົນ​​ໃຫ້ມີ 6 ຕາ​ແສງ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ຮຽກ​ຮ້ອງ​​ບັນ​ດາແຫຼ່ງ​ລົງ​ທຶນອື່ນໆ​ອີກ. ບັກ​ກ້ານ ແມ່ນ​ແຂວງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແຕ່​ວ່າໃນ​ແຕ່​ລະ​ປີ ພວກ​ຂ້າ​ພະ​ເຈົ້າ​ໄດ້​​ລົງ​ທຶນ​ສ່ວນໜຶ່ງ​ໃຫ້​ແກ່​ໂຄງ​ການ​ຊົນ​ນະ​ບົດ​ໃໝ່. ຮຽກ​ຮ້ອງ​ບັນ​ດາ​ກຸ່ມ​​ບໍ​ລິ​ສັດເສດ​ຖະ​ກິດ ແລະ ປະ​ຊາ​ຊົນ​ເຂົ້າ​ຮ່ວມ”

        ຄາດ​ໝາຍ​ສຳ​ຄັນ​ໃນ​ຕໍ່​ໜ້າ​​ຂອງ​ແຂວງ​ບັກ​ກ້ານແມ່ນ​​ຕ້ອງສຸມ​ໃສ່​ພັດ​ທະ​ນາ​ການ​ຜະ​ລິດ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະ​ຊາ​ຊົນ, ລົບ​ລ້າງ​ຄວາມ​ອຶດ​ຫິວ​​ຫລຸດ​ຜ່ອນ​ຄວາມທຸກ​ຍາກ​ຕິດ​ພັນ​ກັບ​ການ​​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳຄືນ​ໃໝ່​ຕາມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ບໍ​ລິ​ເວນ​ແຂວງ. ບັນ​ດາ​ທ້ອງ​ຖິ່ນ​ສືບ​ຕໍ່​ກໍ່​ສ້າງ ແລະ ​ແຜ່​ຂະ​ຫຍາຍ​ບັນ​ດາ​ຮູບ​ແບບ​ລ້ຽງ​ສັດ ແລະ ປູກ​ຝັງຕາມ​ທິດປູກ​ສະ​ເພາະ, ເຮັດ​ໄດ້​ຄື​ແນວນັ້ນ​ໂສມ​ໜ້າ​ເຂດ​ຊົນ​ນະ​ບົດ​ຂອງ​ແຂວງ ບັກ​ກ້ານ ຈຶ່ງ​ຈະ​ເລີນ​ເຕີບ​ໂຕ​ຢ່າງ​ແທ​້​ຈິງ ແລະ ພັດ​ທະ​ນາ​ແບບ​ຍື​ນ​ຍົງ​ໄດ້.


ຕອບກັບ

ຂ່າວ/ບົດ​ອື່ນ