ແຂວງ​ຮ່າ​ຕິ້ງ-ຈຸດ​ພົ້ນ​ເດັ່ນ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່

(VOVWORLD) - ໂດຍໄດ້ປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ນັ້ນ, ຈາກແຂວງໜຶ່ງທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ດ້ວຍວິທີເຮັດທີ່ມີຫົວຄິດປະດິດສ້າງ, ສະນັ້ນ, ແຂວງຮ່າງຕິ້ງ ຈຶ່ງບັນລຸໄດ້ໝາກຜົນທີ່ເປັນໜ້າປະທັບໃຈ ຊື່ງໄດ້ປ່ຽນແປງໂສມໜ້າເຂດຊົນນະບົດຢ່າງສິ້ນເຊີງ.
ແຂວງ​ຮ່າ​ຕິ້ງ-ຈຸດ​ພົ້ນ​ເດັ່ນ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ - ảnh 1

ເມືອງການໂລກຮັບໃບຢັ້ງຢືນເມືອງຊົນນະບົດໃໝ່ (ພາບ: ໜັງສືພິມຮ່າຕິ້ງ)

    ກີມເຊີນ ແມ່ນຕາແສງເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກກ່ວາໝູ່ ຂອງເມືອງ ເຮືອງເຊີນ, ແຂວງຮ່າຕິ້ງ, ຍ້ອນໄດ້ປະຕິບັດ ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ໂສມໜ້າຂອງຊົນນະບົດກໍ່ມີການປ່ຽນແປງຢ່າງເຫັນໄດ້ຊັດ. ກ່ອນນີ້, ປ່າແຫ່ງນີ້ມີຕົ້ນໄມ້ຫຼາຍຊະນິດ, ແຕ່ມາໃນປະຈຸບັນກໍ່ກາຍເປັນປ່າຕົ້ນກະຖິນນະລົງທີ່ຂຽວອຸ່ມທຸ່ມ, ເປັນຟາມລ້ຽງສັດສົມທົບກັບການປູກຕົ້ນໄມ້ກິນໝາກທ ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ. ທ່ານໂຮ່ວັນຮາຍ, ຕາແສງ ເຊີນກີມ 1 ໃຫ້ຮູ້ວ່າ: ໂດຍໄດ້ຮັບການໃຫ້ຄຳປຶກສາ, ຊ່ວຍເຫຼືອຈາກອຳນາດການປົກຄອງທ້ອງຖິ່ນ ແລະ ຜູ້ຊ່ຽວຊານດ້ານກະສິກຳ, ຄອບຄົວຂອງທ່ານໄດ້ດັດແປງຟາມທີ່ມີເນື້ອທີ່ດິນ 7 ເຮັກຕາ ດ້ວຍຕົ້ນໄມ້ຫຼາຍຊະນິດ ທີ່ນຳມາເຊິ່ງລາຍຮັບເປັນປົກກະຕິ:

   ຊີວິດຂອງປະຊາຊົນມີການປ່ຽນແປງຫຼາຍ. ແຕ່ກ່ອນສວນຂອງຫຼາຍຄອບຄົວກໍ່ ປະໃຫ້ວ່າງເປົ່າ ແຕ່ປະຈຸບັນກໍ່ໄດ້ຮັບການດັດແປງ ແລະ ປູກຕົ້ນໄມ້ກິນໝາກຫຼາຍຊະນິດ, ຈາກນັ້ນ, ຫຼາຍຄອບຄົວກໍ່ມີເສດຖະກິດພັດທະນາ.

   ບໍ່ພຽງແຕ່ຢູ່ບັນດາເມືອງທາງທິດຕາເວັນຕົກຂອງແຂວງຄື: ເຮືອງເຊີນ, ຫວຸ້ກວາງ, ເຮືອງເຄ ເທົ່ານັ້ນ, ຢູ່ບັນດາເມືອງເຂດທົ່ງພຽງ, ເຂດທະເລຄື: ດຶກເທາະ, ງີຊວັນ…ກໍ່ໄດ້ປະຕິບັດຂະບວນການກໍ່ສ້າງຊົນນະບົດໃໝ່ຢ່າງມີປະສິດທິຜົນ. ຢູ່ເມືອງດຶກເທາະ, ຊື່ງແມ່ນເມືອງທີ່ເຮັດກະສິກຳ, ປູກເຂົ້າແຕ່ຢ່າງດຽວ, ກໍ່ໄດ້ກຳນົດເອົາການສ້າງທົ່ງນາຂະໜາດໃຫ່ຍ ແລະ ປູກແນວພັນເຂົ້າທີ່ມີສະມັດຕະພາບ, ຄຸນນະພາບສູງແມ່ນທິດເດີນຕົ້ນຕໍ. ມາຮອດປະຈຸບັນ, ທົ່ວເມືອງດຶກເທາະ ມີເນື້ອທີ່ປູກເຂົ້າ 1200 ເຮັກຕາ, ສ້າງເປັນທົ່ງນາຂະໜາດໃຫ່ຍ 35 ແຫ່ງ. ມີເນື້ອທີ່ດິນປູກເຂົ້າ, ທົ່ງນາຫຼາຍແຫ່ງຢູ່ຕາແສງ ເຕິນເຢິນ, ບຸ່ຍລາເຍິນ….ມີສະມັດຕະພາບ, ຄຸນນະພາບສູງ, ໄດ້ຮ່ວມສຳພັນກັບວິສາຫະກິດເພື່ອທຳການຜະລິດ ແລະ ຈຳໜ່າຍ. ທ່ານວໍ້ກົງຮ່າມ, ປະທານຄະນະກຳມະການປະຊາຊົນເມືອງດຶກເທາະ, ແຂວງຮ່າຕິ້ງ ໃຫ້ຮູ້ວ່າ: ເພື່ອສຸມໃສ່ຍູ້ແຮງການພັດທະນາເສດຖະກິດ, ເມືອງດຶກເທາະ ໄດ້ສ້າງ 500 ຮູບແບບກະສິກຳ ມີລາຍຮັບແຕ່ 300 ລ້ານດົ່ງ/ປີຂຶ້ນໄປ, ໃນນັ້ນມີ 74 ຮູບແບບຂະໜາດໃຫ່ຍທີ່ມີລາຍຮັບຫຼາຍກ່ວາ 40.000 USD/ປີ….ມາຮອດປະຈຸບັນ, ເມືອງດຶກເທາະມີ 15/15 ຕາແສງບັນລຸມາດຖານຊົນນະບົດໃໝ່, ໃນນັ້ນມີ 2 ຕາແສງບັນລຸມາດຖານຊົນນະບົດໃໝ່ຍົກສູງ; ເທດສະບານເມືອງດຶກເທາະ ບັນລຸມາດຖານ ຕົວເມືອງສິວິໄລ; ລາຍຮັບສະເລ່ຍຕໍ່ຫົວຄົນໃນບໍລິເວນທົ່ວເມືອງ ບັນລຸເກືອບ 2000 USD/ປີ. ທ່ານ ຮ່າມ ເວົ້າວ່າ:

   ໃນການກໍ່ສ້າງຊົນນະບົດໃໝ່ລວມມີຫຼາຍວຽກງານ. ຂ້າພະເຈົ້າຖືວ່າ ສິ່ງທີ່ເຮັດໄດ້ນັ້ນແມ່ນພື້ນຖານໂຄງລ່າງໄດ້ຍົກລະດັບ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຍົກສູງຂຶ້ນ, ຖະໜົນຫົນທາງ, ສິ່ງແວດລ້ອມໄດ້ຮັບການສ້ອມແປງ ແລະ ອະນາໄມໃຫ້ສະອາດສວຍງາມ. ປະຊາຊົນທຸກຄົນລ້ວນແຕ່ມີຄວາມພາກພູມໃຈ.

ແຂວງ​ຮ່າ​ຕິ້ງ-ຈຸດ​ພົ້ນ​ເດັ່ນ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ - ảnh 2

ຜະລິດຕະພັນບັນລຸມາດຖານ OCOP ຂອງຮ່າຕິ້ງ (ພາບ: ໜັງສືພິມຮ່າຕິ້ງ)

    ມາຮອດປະຈຸບັນ, ທົ່ວແຂວງຮ່າຕິ້ງ ມີ 2 ເມືອງບັນລຸມາດຖານຊົນນະບົດໃໝ່ ນັ້ນແມ່ນ: ການລົກ, ງີຊວັນ; 155 ຕາແສງບັນລຸມາດຖານຊົນນະບົດໃໝ່; 8 ຕາແສງບັນລຸມາດຖານຊົນນະບົດໃໝ່ຍົກສູງ ແລະ ນັບຮ້ອຍເຂດຊຸມຊົນເປັນແບບຢ່າງ; ລາຍຮັບສະເລ່ຍຕໍ່ຫົວຄົນຢູ່ເຂດຊົນນະບົດ ບັນລຸປະມານ 1400 USD/ປີ. ໂສມໜ້າຊົນນະບົດໄດ້ປ່ຽນແປງຢ່າງສິ້ນເຊີງ, ເສັ້ນທາງໄປມາໃນບໍລິເວນເຂົ້າບ້ານ, ເຂດຊຸມຊົນໄດ້ຮັບການສ້ອມແປງ, ຍົກລະດັບ. ທ່ານ ເລດິ່ງເຊີນ, ເລຂາຄະນະພັກແຂວງ ຮ່າຕິ້ງ ໃຫ້ຮູ້ວ່າ:

    ພວກຂ້າພະເຈົ້າມີຄວາມເອົາໃຈໃສ່ເປັນພິເສດເຖິງການຜະລິດກະສິກຳ, ຊາວກະສິກອນ ແລະ ຊົນນະບົດ, ຕິດພັນກັບບັນຫາການບໍລິການ. ເອົາໃຈໃສ່ເຖິງການພັດທະນາເສດຖະກິດ ແຕ່ບໍ່ລືມເອົາໃຈໃສ່ການເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ, ວຽກງານສະຫວັດດີການສັງຄົມ. ປະຈຸບັນ, ອັດຕາສ່ວນຄອບຄົວທຸກຍາກຢູ່ແຂວງຮ່າຕິ້ງ ເທົ່າກັບຄ່າສະເລ່ຍຂອງທົ່ວປະເທດ ຍ້ອນວ່າ GDP ສະເລ່ຍຂອງແຂວງ ຮ່າຕິ້ງ ກໍ່ເທົ່າກັບຄ່າສະເລ່ຍຂອງທົ່ວປະເທດ, ໃນໄລຍະທີ່ຈະມາເຖິງ, ຮ່າຕິ້ງ ຈະເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງບັນດາຄອບຄົວທຸກຍາກໃນບໍລິເວນແຂວງໃຫ້ຫຼາຍກ່ວາອີກ.

   ດ້ວຍໝາກຜົນທີ່ບັນລຸໄດ້ພາຍຫຼັງປະຕິບັດ ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ມາເປັນເວລາ 10 ປີນັ້ນ, ແຂວງ ຮ່າຕິ້ງ ໄດ້ວາງຈຸດໝາຍຮອດປີ 2023 ຈະມີຈຳນວນ 100 ຕາແສງບັນລຸມາດຖານຊົນນະບົດໃໝ່; ທ້າຍປີ 2024 ທຸກເມືອງ, ເທດສະບານເມືອງ ລ້ວນແຕ່ບັນລຸມາດຖານຊົນນະບົດໃໝ່. ພ້ອມກັນນັ້ນ, ຮ່າຕິ້ງ ຈະສືບຕໍ່ຕາມທັດສະນະຊີ້ນຳການກໍ່ສ້າງຊົນນະບົດໃໝ່ແມ່ນໜ້າທີ່ຈຸດສຸມ, ເປັນປະຈຳ, ແມ່ນຄວາມຮັບຜິດຊອບຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ, ຈັດຕັ້ງການປະຕິບັດໃນທຸກມາດຖານຢ່າງຮອບດ້ານ, ຕິດພັນກັບການກໍ່ສ້າງຕົວເມືອງສີວິໄລ, ມຸ່ງໄປເຖິງການກໍ່ສ້າງຊົນນະບົດໃໝ່ຍົກສູງ, ເປັນແບບຢ່າງ./.


ຕອບກັບ

ຂ່າວ/ບົດ​ອື່ນ