ແຂວງໄຕນີງ:ຊາວກະສິກອນສ້າງຄວາມຮັ່ງມີດ້ວຍການກູ້ຢືມທຶນຕາມໜ່ວຍຮ່ວມສຳພັນທຳການຜະລິດ

(vovworld) - ໃນ​ໄລຍະ​ຜ່ານ​ມາ, ຮູບ​ແບບ​ກູ້​ຢືມ​ທຶນ​ຕາມ​ໜ່ວຍ​ຮ່ວມ​ສຳພັນ​ທຳ​ການ​ຜະລິດ​ໂດຍ​ສະມາຄົມ​ຊາ​ ວກະສິກອນ​ແຂວງ ​​ໄຕ​ນີງ ພ້ອມ​ກັບ​ທະນາຄານ​ກະ​ສິກຳ ​ແລ​ະ ພັດທະນາ​ຊົນນະບົດ​ສາຂາ ​ໄຕ​ນິງສົມທົບ​ກັນ​ຜັນ​ຂະຫຍາຍ​ໄດ​້ຊ່ວຍ​ເຫຼືອ​​ຊາວ​ກະ​ສິກ​ອນນັບ​ພັນ​ ຄອບຄົວພາຍ​ໃນ​ແຂວງ ຫລຸດ​ຜົ້ນອອກ​ຈາກ​ຄວາມທຸກ​ຍາກ ​ແລະ ສ້າງ​ຄວາມ​ຮັ່ງມີ​ໄດ້. ຈາກ​ຮູບ​ແບບ​ນີ້, ​ ​ພໍ່​​ແມ່​ປະຊາຊົນ​ຊາວ​ກະ​ສິກ​ອນສາມາດ​ສຳ​ພັດ​ກັບ​ແຫຼ່ງທຶນ​ຈາກ​ທະນາຄານຢ່າງ ​ສະ​ດວກ ​ແລະ ວ່ອງ​ໄວ​ກ່ວາ, ການ​ກູ້​ຢືມ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ຖືກຕ້ອງ​ຕາມ​ຈຸດປະສົງ ​ແລະ ​ເປົ້າ​ໝາຍ. ນີ້​ກໍ່​ແມ່ນ​ແຫ່ງ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ຊາວ​ກະສິກອນ​ຝາກ​ຄວາມ​ໄວ້​ ເນື້ອ​ເຊື່ອ​ໃຈ, ​ແບ່ງ​ປັນ​ບົດຮຽນ​ໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. ບົດ​ຂຽນ​ຂອງ​ນັກ​ຂ່າວ ງອກ​ລວນ.


ແຂວງໄຕນີງ:ຊາວກະສິກອນສ້າງຄວາມຮັ່ງມີດ້ວຍການກູ້ຢືມທຶນຕາມໜ່ວຍຮ່ວມສຳພັນທຳການຜະລິດ - ảnh 1
ທະນາຄານ Agribank ໃຫ້ຊາວກະສິກອນກູ້ຢືມທຶນ
(ພາບປະກອບ)

        ຢູ່​ບ້ານ ​ເຟືອ​ກ​ໂຮ້ຍ, ຕາ​ແສງ ຊ໋ວຍດາ, ​ເມືອງ ​ເຢືອງມິ​ງ​ເຈົາ, ທ່ານ ຫວໍ​ວັນ​ແຕນ, ຫຼື​ເອີ້ນ​ວ່າ​ທ່ານ ນຳ​ແຕນ ​ແມ່ນ​ຜູ້​ທີ່​ມີ​ຊື່​ສຽງ​ໃນ​ການ​ທຳ​ມາ​ຫາ​ກິນ​ເກັ່ງ, ​ແຕ່ລະ​ປີ​ສ້າງ​ລາຍ​ຮັບ​ໄດ້​ປະມານ 2 ຕື້​ດົ່ງ. ​ເມື່ອ​ດຳ​ເນີ​ນອາຊີ​ບ, ທ່ານ​ມີ​ເນື້ອ​ທີ່​ດິນ​ກະສິກຳ​ 1 ​ເຮັກ​ຕາ​ໂດຍ​ພໍ່​ແມ່​ປະ​ໄວ້​ໃຫ້. ທ່ານ​ ນຳ​ແຕນ ​ໃຫ້​ຮູ້​ວ່າ, ​ເມື່ອ​ສ້າງ​ຄວາມ​ຮັ່ງມີ​ໄດ້​ຄື​​ໃນ​ປະຈຸ​ບັນ, ສ່ວນ​ໜຶ່ງ​ແມ່ນ​ອີງ​ໃສ່​ແຫຼ່ງທຶນ​ກູ້​ຢືມ​ຈາກ​ທະນາຄານ.

        “ຖ້າວ່າ​ປູກ​ຕົ້ນ​ຫຍັງ ​ແລະ ລ້ຽງສັດ​ໂຕ​ໃດ​ກໍ່​ຕ້ອງ​ມີ​ທີ່​ດິນ. ຂ້າພະ​ເຈົ້າ​​ເຄີຍ​ປູກ​ປ່າ ​ແລະ ປູກ​ຕົ້ນ​ໄມ້ມາຫຼາຍປີ​ແລ້ວ. ​ໃນ​ການ​ຜະລິດ​ກະສິກຳ, ຖ້າ​ຫາກ​ຂ້າພະ​ເຈົ້າ​ຂາດທຶນ​ຮອນ, ​ເທົາ​ໃດ ທະນາຄານ​ກໍ່​ຕອບ​ສະໜອງ​​ໃຫ​້​ເທົ່າ​ນັ້ນໃນ​ທັນທີ. ດັ່ງ​ນັ້ນ​ວຽກ​ງານ​ຂອງຂ​້າພະ​ເຈົ້າ​ຈຶ່ງພັດທະນາ​ຢ່າງ​ແຮງ.”

        ທ່ານ ນຳ​ແຕນ ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ເກືອບ 90.000 ຄອບຄົວ​ສະມາຊິກ​ຂອງ​ໜ່ວຍ​ຮ່ວມ​ສຳພັນ​ທຳ​ການ​ຜະລິດຢູ່​ແຂວງ ​​ໄຕ​ນີງ ​ໄດ້​​ກູ້​ຢືມ​ທຶນ​ຈາກ​ທະນາຄານກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ເພື່ອ​ສ້າງ​ເສດຖະກິດ. ຮູບ​ແບບ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ຊາວ​ກະສິກອນ ​ກັບ​ທະນາຄານ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ. ຈາກ​ຮູບ​ແບບ​ນີ້, ພໍ່​​ແມ່​ປະຊາຊົນ​ຊາວ​ກະ​ສິກ​ອນສາມາດ​ສຳ​ພັດ​ກັບ​ແຫຼ່ງທຶນ​ຈາກ​ທະນາຄານ​ ໄດ​້ຢ່າງ​ສະ​ດວກ ​ແລະ ວ່ອງ​ໄວ​ກ່ວາ, ຊ່ວຍ​ໃຫ້​ເຂົ້າ​ເຈົ້ານ​ຳ​ໃຊ້​ທຶນ​ກູ້​ຢືມຖືກຕ້ອງ​ຕາມ​ຈຸດປະສົງ. ທ່ານ ຟ້າ​ມວັນ​​ໄຕ໋, ຫົວໜ້າ​ໜ່ວຍ​ຮ່ວມ​ສຳພັນ​ທຳ​ການ​ຜະລິດ​ຢູ່ບ້ານ ​ເຟື​​ອກບີ່​ງ 2, ຕາ​ແສງ ຊ໋ວຍດາ, ​ ເມືອງ ​ເຢືອງມິ​ງ​ເຈົາ, ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ໜ່ວຍ​ຂອງ​ທ່ານມີ​ເກືອບ 50 ຄອບຄົວ​​ເຂົ້າ​ຮ່ວມ​ການ​ກູ້​ຢືມ​ທຶນ​ດ້ວຍ​ຈຳນວນ​ທຶນ​ກູ້​ຢືມ​ແມ່ນ​​ເກືອບ 2 ຕື້​ດົ່ງ. ມາ​ຮອດ​ປະຈຸ​ບັນ, ບັນດາ​ຄອບຄົວ​ນີ້​ລ​້ວນ​ແຕ່​ມີ​ເສດຖະກິດ​ເປັນ​ປົກກະຕິ, ລູກ​ຫຼານ​ຮຳ່ຮຽນ​ນັບ​ມື້​ນັບ​ດີ​ກ່ວາ​​ເກົ່າ.

        “ຖ້າ​ຂ້າພະ​ເຈົ້າ​ທຳ​ການ​ຜະລິດ​ໄດ້​ດີ ຈະ​ຊື້ທີ່​ດິນ​ຕື່ມ​ອີກ, ຖ້າ​ຂາດ​ທຶນ​ຂ້າພະ​ເຈົ້າ​ຈະ​​ ກູ້​ຢືມ​ທະ​ນາຄາ​ນຕື່ມ​ອີກ. ປະຈຸ​ບັນ, ຂ້າພະ​ເຈົ້າ​ມີ​ທີ່​ດິນ​ປູກ​ຕົ້ນ​ໄມ້​ກິນ​ໝາກ 3 ​ເຮ​ັກຕາ. ຕົວຢ່າງ​ຄື ຖ້າ​ຫາກ​ບໍ່​ທັນ​ຮອດ​ລະດູ​ການໄດ້​ເກັບ​ກຽວ​ໝາກ​ໄມ້​, ບໍ່ທັນ​ມີ​ເງິນ​​ໃຊ້​ໜີ້ໃຫ້​ທະນາຄານ, ທະນາຄານ​ຈະຕໍ່​ກຳນົດ​ເວລາ ​ຕື່ມ​ອີກ​ເພື່ອ​ສ້າງ​ເງື່ອນ​​ໄຂ​ໃຫ້​ຂ້າພະ​ເຈົ້າ​​ໃຊ້​ໜີ້.”

        ​ໃນ​ວິວັດ​ແຫ່ງ​ການ​ຜະລິດ​ນັ້ນ, ​ຖ້າ​ຫາກ​ສະມາຊິກ​ຂອງ​ໜ່ວຍ​ຮ່ວມ​ສຳພັນ​​ທຳ​ການ​ຜະລິດກູ້​ຢືມ​ທຶນປະສົບ​ກັບ​ຄວາມ​ສ່ຽງ ຈະ​ຕິດ​ຕໍ່​ພົວພັນ​ກັບ​ທະນາຄານ​ໃນ​ທັນທີ​ເພື່ອ​ຊອກ​ຫາ​ວິທີ​​ແກ​້​ໄຂ. ທະນາຄາ​ນຈະ​ພິຈາລະນາ​ຕໍ່​ກຳນົດ​​ເວລາ​ກູ້​ຢືມ​ທຶນ​ໃຫ້​ແກ່​ຊາວ​ກະສິກອນ ​ເມື່ອ​ການ​ປູກ​ຝັງ​ຂອງ​ເຂົາ​ເຈົ້າປະສົບ​ກັບ​ໄພພິບັດ​ທຳ​ມະ​ຊາດ ຫຼື ​ໂລກລະ​ບາດ. ​ໃນ​ການ​ລ້ຽງສັດ, ​ຖ້າ​ຫາກ​ການ​ໃຊ້​ໜີ້​ກ່ອນ​ເວລາ​ຂາຍ​ສັດ​ລ້ຽງ​ໄດ້, ທະນາ​ຄານ​ກໍ່​ພິຈາລະນາ​ໜູນ​ຊ່ວຍ, ຕໍ່​ກຳນົດ​ເວລາ​ກູ້​ຢືມ​ທຶນເພື່ອ​ໃຫ້​ຊາວ​ກະສິກອນ​ອຸ່ນ​ອ່ຽນ​ໃຈ​ລ້ຽງສັດ ​ແລະ ສ້າງ​ລາຍ​ຮັບ. ຈາກ​ຮູບ​ແບບ​ກູ້​ຢືມ​ທຶນ​ຕາມ​ໜ່ວຍ​ຮ່ວມ​ສຳພັນ, ຄົວ​ຄອບ​ຊາວ​ກະສິກອນ​ຈາກ​ການ​ຜະລິ​ດ, ລ້ຽງສັດ​ແບບ​ກະ​ແຈກ​ກະຈາຍ​ບໍ່​ມີ​ລວມສູນ, ປະຈຸ​ບັນ​ໄດ້​ພັດທະນາການ​ຜະລິດ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ກ່ວາ​. ທ່ານ ​ເຈີ່ນ​ວັນ​ເຮີ້ນ, ປະທານ​ສະມາຄົມ​ຊາວ​ກະສິກອນ ​ແຂ​ວງ ​​ໄຕ​ນີງ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ສ້າງ​ສຳ​ເລັດ​ສຳ​ເນົາ​ເອກະ​ສານ​ໃນ​ເວລາ​ພຽງ 4 ວັນ​ເທົ່າ​ນັ້ນ, ຊ້າ​ສຸດ​ແມ່ນ 4 ວັນ​ພໍ່​ແມ່​ປະຊາຊົນ​ກໍ່​ສາມາດ​ກູ້​ຢືມ​ເງິນ​ໄດ້. ນີ້​ໄດ້​ຮັບ​​ຖື​ວ່າ​ແມ່ນ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ຢ່າງ​ມີ​ປະສິດທິ​ຜົນ, ຊ່ວຍ​ໃຫ້​ພໍ່​ແມ່​ປະຊາຊົນ​ຊາວ​ກະສິກອນ​ກູ້​ຢືມ​ເງິນ​, ​ເພື່ອ​​​ລົງທຶນທຳ​ການ​ຜະລິດ​ຢ່າງ​ທັນ​ການ”
ແຂວງໄຕນີງ:ຊາວກະສິກອນສ້າງຄວາມຮັ່ງມີດ້ວຍການກູ້ຢືມທຶນຕາມໜ່ວຍຮ່ວມສຳພັນທຳການຜະລິດ - ảnh 2
ຊາວກະສິກອນແຂວງ ໄຕນີງ
(ພາບປະກອບ)

        ມາ​ຮອດ​ປະຈຸ​ບັນ, ທະນາຄານ​ກະສິກຳ ​ແລ​ະ ພັດທະນາ​ຊົນນະບົດ, ສາຂາ​ແຂວງ ​ໄຕ​ນີງ ​ໄດ້​ໜູ​ນຊ່ວຍ​ໜ່ວຍ​ຮ່ວມ​ສຳພັນ​ທຳ​ການ​ຜະລິດກ່ວາ 1.900 ໜ່ວຍ​ກູ້​ຢືມ​ເງິນ​ກ່ວາ 1.000 ຕື້​ດົ່ງ. ທ່ານ ຫວໍ​ຕື້​ທ້ຽນ, ຜູ້ອຳນວຍການ Agribank ​ສາຂາ ​ໄຕ​ນີງ, ​ໃຫ້​ຮູ້​ວ່າ​: ໜ່ວຍ​ກູ້​ຢືມ​ຮ່ວມ​ສຳພັນ​ທຳ​ການ​ຜະລິດ​ຍັງ​ແມ່ນ​ບ່ອນ​ທີ່​ພໍ່​ແມ່​ປະຊາຊົນ​ຊາວ​ກະສິກອນ​ຝາກຝັງ​ຄວາມ​​ໄວ້​ເນື້ອ​ເຊື່ອ​​ໃຈ, ​ແບ່ງປັນ​ບົດຮຽນ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ​ເພື່ອ​ຮ່ວມ​ເດີນທາງ​ພ້ອມ​ກັບ​ຊາວ​ກະສິກອນ, ຍາມ​ໃດ​ທະນາຄານກໍ່​ຮັກສາ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການຈັດ​ຕັ້ງ​ມະຫາຊົນ, ພິ​ເສດ​ແມ່ນ​ສະມາຄົມ​ຊາວ​ກະສິກອນ.

        “ພວກ​ຂ້າພະ​ເຈົ້າ​ໄດ້​ສົ່ງ​ພະນັກງານ​ເຂົ້າ​ຮ່ວມ​ບັນດາ​ອົງການຈັດ​ຕັ້ງ​ມະຫາຊົນ, ຊຳ້​ບໍ່​ໜຳ​ແມ່ນ​ບັນດາ​ອົງການ​ສະມາຄົມ​ອາຊີບ​ຄື: ວິ​ສາ​ຫະກິດ, ສະມາຄົມ​ວິ​ສາ​ຫະກິດ, ນັກທຸລກິດ. ​ເຂົ້າ​ຮ່ວມ​ບັນດາ​ອົງການ​ຄື​ແນວ​ນັ້ນ, ພະນັກງານ​ທະນາຄານ​ຈະ​ເຂົ້າ​ໃຈ​ໄດ້ ​ແລະ ກຳ​ແໜ້ນ​ສະພາບ​ການ​ຕົວ​ຈິງ, ​ເຂົາ​ເຈົ້າ​ກໍ​ຈະເຂົ້າ​ໃຈ​ອີກກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ທະນາຄານ. ຈາກ​ນັ້ນ, ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ທະນາຄານ​ເຖິງ​ປະຊາຊົນ​ຢ່າງ​ມີ​ປະສິດທິ​ຜົນ.”

        ຜ່ານ​ບັນດາ​ໜ່ວຍ​ຮ່ວມ​ສຳພັນ​ທຳ​ການ​ຜະລິດ, ປະຊາຊົນ​ມີ​ກາລະ​ໂອກ​າດ​ເພື່ອ​ສະ​ແດງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​, ຄວາມ​ຕ້ອງການ​ດ້ານ​ທຶນຮອນ​ຂອງ​ຕົນ. ດ້ວຍ​ວິທີການ​ໜູນ​ຊ່ວຍ​ທຶນຮອນໂດຍ​ກົງ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​​ຢ່າງ​ມີ​ໄຫວ​ພິບ, ​ເໝາະ​ສົມ​ກັບ​ທະນາຄານ​ກະສິກຳ ​ແລະ ພັດທະນາ​ຊົນ​ນະລະ​ບົດ​ນັ້ນໄດ້​ຊ່ວຍ​ໃຫ້​ປະຊາຊົນ​ຫລຸ​ດຜົ້ນອອກ​ຈາກ​ຄວາມທຸ​ກຍາກ ​ແລະ ສ້າງ​ຄວາມ​ຮັ່ງມີ​ສຳ​ເລັດ.

                                      


ຂ່າວ/ບົດ​ອື່ນ