ໂຄງ​ການ​ຊ່ວຍ​ປະ​ຊາ​ຊົນ​ເຜົ່າ​ເວິນ​ກຽວ ປົວ​ແປງ​ເງື່ອນ​ໄຂ​ການ​ຜະ​ລິດ

(VOVWORLD) - ໃນລະດູເກັບກ່ຽວປີນີ້, ປຊຊ ຊາວເຜົ່າເວິນກຽວ ຂຶ້ນກັບຕາແສງເຈື່ອງເຊີນ, ເມືອງກວາງນິງ, ແຂວງກວາງບິງ ມີຄວາມມ່ວນຊື່ນສອງຊ້ອນ ເມື່ອລະດູເກັບກ່ຽວໄດ້ຮັບຜົນດີ ແລະ ວຽກງານການເກັບກຽວສະດວກກ່ວາເກົ່າຫຼາຍ. ນັບແຕ່ຂອດຫວ່ານກ້າ, ດຳນາ ກໍ່ມີຈັກໄຖນາເຮັດແທນຄົນ ຈາກຮູບແບບ “ສຽງຈັກເຂດຊາຍແດນ” ໂດຍພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນບ້ານໂມ, ທະຫານຊາຍແດນກວາງບິງ ມອບໃຫ້.
ໂຄງ​ການ​ຊ່ວຍ​ປະ​ຊາ​ຊົນ​ເຜົ່າ​ເວິນ​ກຽວ ປົວ​ແປງ​ເງື່ອນ​ໄຂ​ການ​ຜະ​ລິດ - ảnh 1

ປຊຊ ບ້ານຢົກໄມ ໄດ້ຮັບຈັກບົດ, ສີເຂົ້າ (ພາບ: VOV)

    ບ້ານຢົກໄມ ຫ່າງຈາກໃຈກາງຕາແສງເຈື່ອງເຊີນ ກ່ວາ 20 ກມ ແຕ່ເມື່ອເຂົ້າໄປໃນບ້ານໄດ້ຕ້ອງເສຍເວລາເຖິງ 5 ຊົ່ວໂມງ. ຢູ່ແຫ່ງນີ້ ບໍ່ມີຕາໜ່າງໄຟຟ້າ, ທຸກຢ່າງຮັບໃຊ້ການດຳເນີນຊີວິດຂອງ ປຊຊ ລ້ວນແຕ່ຕາມຮູບການກຸ້ມຕົນເອງ. ໃນການໄປເຮັດວຽກຢູ່ບ້ານຢົກໄມ. ພະນັກງານ, ນັກຮົບປ້ອມປ້ອງກັນບ້ານໂມ ກໍ່ຮູ້ສຶກພະວ້າພະວັງ ເມື່ອເຫັນແມ່ຍິງຊາວເວິນກຽວ ຫຼາຍຄົນຕ້ອງຕຳເຂົ້າ, ສີເຂົ້າດ້ວຍມື. ພາຍຫຼັງໄດ້ທາບທາມຈາກບາງແຂວງເຂດຊາຍແດນທາງພາກເໜືອ, ປ້ອມປ້ອງກັນຊາຍແດນບ້ານໂມ ໄດ້ຮຽກຮ້ອງບັນດາແຫຼ່ງເງິນອຸປະຖຳເພື່ອຊື້ຈັກໄຖນາ, ຈັກສີເຂົ້າຂະໜາດນ້ອຍ ເພື່ອມອບໃຫ້ ປຊຊ.

   ທ້າຍປີ 2020, ທະຫານປ້ອງກັນຊາຍແດນ ໄດ້ມອບຈັກສີເຂົ້າຂະໜາດນ້ອຍເຄື່ອງທຳອິດໃຫ້ ປຊຊ ບ້ານຢົກໄມ. ພ້ອມກັນນັ້ນ, ພະນັກງານ, ນັກຮົບຍັງໄດ້ຜັນຂະຫຍາຍຮູບແບບ “ແສງສະຫວ່າງເຂດຊາຍແດນ” ເພື່ອເອົາໄຟຟ້າເຂົ້າບ້ານ. ສຳລັບບ້ານໃດທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ບໍ່ທັນມີຕາໜ່າງໄຟຟ້າ, ທະຫານປ້ອງກັນຊາຍແດນໄດ້ເອົາດອກໄຟໃຊ້ແສງຕາເວັນໄປມອບໃຫ້ ປຊຊ. ທ່ານໂຮ່ແທັງໂອ, ຢູ່ບ້ານໄກຊູ ໃຫ້ຮູ້ວ່າ, ຍ້ອນມີໄຟຟ້າໃຊ້, ການເຮັດວຽກງງານກະສິກຳ ກໍ່ສະດວກສະບາຍກ່ວາ, ໝູ່ບ້ານກໍ່ມີຄວາມເບີກບານຂຶ້ນຕື່ມ, ຄວາມເປັນລະບຽບຮຽບຮ້ອຍກໍ່ໄດ້ຮັບປະກັນ:

    ປະຈຸບັນມີໄຟຟ້າໃຊ້ແລ້ວ, ໃນບ້ານກໍ່ຮຸ່ງແຈ້ງຂຶ້ນຕື່ມ, ປຊຊ ກໍ່ມີຄວາມເບີກບານມ່ວນຊື່ນ, ສະຕິຄວາມຮັບຮູ້ຂອງ ປຊຊ ແລະ ການເຄື່ອນໄຫວຕ່າງໆ ກໍ່ແຕກຕ່າງກັບເມື່ອກ່ອນຫຼາຍ.

ໂຄງ​ການ​ຊ່ວຍ​ປະ​ຊາ​ຊົນ​ເຜົ່າ​ເວິນ​ກຽວ ປົວ​ແປງ​ເງື່ອນ​ໄຂ​ການ​ຜະ​ລິດ - ảnh 2

ນັບແຕ່ເມື່ອມີ ຈັກບົດ, ສີເຂົ້າ ປຊຊ ຜະລິດເຂົ້າສະດວກສະບາຍ, ມີສະມັດຕະພາບສູງກວ່າ (ພາບ: VOV)

       ຖ້າເປັນໃນເມື່ອກ່ອນ, ທ່ານ ໂຮ່ຊວັນຈຸງ, ຢູ່ບ້ານດາຈາດ, ຕາແສງເຈື່ອງເຊີນ ຕ້ອງລະດົມທຸກຄົນໃນຄອບຄົວ ຕື່ນແຕ່ເຊົ້າ ເພື່ອໄປໄຖນາໃນເນື້ອທີ່ກ່ວາ 500 ມ2 ໃຫ້ທັນເວລາ. ຮອດຍາມລະດູການເກັບກ່ຽວ, ທຸກຄົນໃນຄອບຄົວກໍ່ຕ້ອງອອກທົ່ງນາກ່ຽວເຂົ້າ ແລະ ຟາດເຂົ້າດ້ວຍມື, ຕ້ອງເສຍເວລາເຖິງ 2, 3 ວັນ. ຖ້າເກີດຝົນຕົກ, ລົມພະຍຸກໍ່ຍິ່ງປະສົບກັບຄວາມຫຍຸ້ງຍາກກ່ວາ.

   ນັບແຕ່ເມື່ອມີລາຍການ “ສຽງຈັກເຂດຊາຍແດນ” ຢູ່ທີ່ນີ້, ຄອບຄົວອ້າຍຈຸງ ແລະ ປຊຊ ໃນບ້ານ ບໍ່ຕ້ອງມີຄວາມວິຕົກກັງວົນອີກແລ້ວ. ນັບແຕ່ມີເຄື່ອງຈັກ, ສະມັດຕະພາບໃນການອອກແຮງງານໄດ້ເພີ່ມຂຶ້ນທົບຫຼາຍເທົ່າ. ທ່ານໂຮ່ຊວັນຈຸງ ໃຫ້ຮູ້ວ່າ, ໃນລະດູເກັບກ່ຽວປີນີ້, ປຊຊ ມີແຕ່ຂົນເຂົ້າເປືອກເມືອເຮືອນ, ຕາກແຫ້ງ, ແລ້ວສີເຂົ້າເທົ່ານັ້ນ, ມີແຕ່ເສຍເວລາບໍ່ຮອດ 1 ຊົ່ວໂມງ ກໍ່ມີເຂົ້າກິນແລ້ວ.

   ເມື່ອກ່ອນ, ລຸ້ນພໍ່ລຸ້ນອ້າຍຕ້ອງຜະລິດເຂົ້າຢ່າງລຳບາກທີ່ສຸດ. ແຕ່ມາປະຈຸບັນ, ປຊຊ ກໍ່ມີຕາໜ່າງໄຟຟ້າ, ບັນດາອ້າຍທະຫານຊາຍແດນໄດ້ຮຽກຮ້ອງໃຫ້ຜູ້ໃຈບຸນໃຈກຸສົນ ອຸປະຖຳເຄື່ອງຈັກຕ່າງໆ, ພວກຂ້າພະເຈົ້າຜະລິດເຂົ້າກໍ່ສະດວກສະບາຍກ່ວາ, ປະຈຸບັນ, ສະມັດຕະພາບແມ່ນໄດ້ 90% ເມື່ອທຽບກັບເມື່ອກ່ອນ.

   ທ່ານພັນໂທ ເລດິນຮວັນ ຫົວໜ້າປ້ອມປ້ອງກັນຊາຍແດນບ້ານໂມ, ທະຫານຊາຍແດນແຂວງກວາງບິນ ໃຫ້ຮູ້ວ່າ ລາຍການ “ສຽງຈັກເຂດຊາຍແດນ” ໄດ້ເກີດຂຶ້ນ ແລະ ດຶງດູດຄວາມສົນໃຈຈາກບັນດານັກອຸປະຖຳ, ຊື່ງໄດ້ສ້າງຂະບວນການໜູນຊ່ວຍບັນດາພາຫະນະ, ເຄື່ອງຈັກຜະລິດກະສິກຳທັນສະໄໝຂຶ້ນເຂດພູດອຍ, ເຂດຊາຍແດນ. ຍ້ອນມີເຄື່ອງຈັກ, ປຊຊ ຊາວເຜົ່າເວິນກຽວ ຢູ່ຕາມບ້ານຕ່າງໆຂອງຕາແສງເຈື່ອງເຊີນ ຈຶ່ງໄດ້ຮູ້ໝູນໃຊ້ເຂົ້າໃນການຜະລິດ ແລະ ຮັບໃຊ້ຊີວິດປະຈຳວັນ:

   ການສະໜອງຈັກສີເຂົ້າ, ຈັກບົດເຂົ້າ, ຈັກໄຖນາໃຫ້ ປຊຊ ແມ່ນຮູບການຫັນປ່ຽນເຄື່ອງອຸປະກອນການຜະລິດ ຈາກການໃຊ້ມື ໄປໃຊ້ເຄື່ອງຈັກ, ຫມູນໃຊ້ຄວາມກ້າວໜ້າດ້ານວິທະຍາສາດ ເຕັກນິກ ເຂົ້າໃນຊີວິດຂອງ ປຊຊ. ໃນບໍລິເວນເມືອງມີເຄື່ອງຈັກທັງໝົດມີ 24 ໜ່ວຍ. 19 ບ້ານເກືອບຄືວ່າໃຊ້ເຄື່ອງຈັກໝົດແລ້ວ.

   ການນຳຈັກໄຖນາ, ຈັກບົດເຂົ້າ ສີເຂົ້າ ຂຶ້ນໄປຈອມພູເຈື່ອງເຊີນ ແມ່ນວຽກງານທີ່ຍາກທີ່ສຸດ, ພິເສດແມ່ນບັນດາບ້ານທີ່ບໍ່ທັນມີເສັ້ນທາງຄົມມະນາຄົມ. ດ້ວຍຫຼາຍວິທີທີ່ແຕກຕ່າງກັນ, ເຖິງວ່າຕ້ອງເປ້, ຕ້ອງແບກເຄື່ອງຈັກ ຍ່າງໄປຮອດສິບຫຼັກກໍ່ຕາມ, ແຕ່ພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນ ກໍ່ໄດ້ນຳເຄື່ອງຈັກໄປມອບໃຫ້ບ້ານ ແຫ່ງຕ່າງໆຢູ່ເຂດພູສູງ ບັນດາເຄື່ອງຈັກ, ພາຫະນະການຜະລິດນີ້ ໄດ້ສ້າງບາດກ້າວເດີນໃໝ່, ປະກອບສ່ວນປົວແປງເງື່ອນໄຂຜະລິດໃຫ້ ປຊຊ ຊາວເວິນກຽວ ຢູ່ເຂດພູເຈື່ອງເຊີນ ທີ່ໂຫ່ຍໂຕມະໂຫຖານນີ້/.

 

ຕອບກັບ

ຂ່າວ/ບົດ​ອື່ນ