ໄຕງວຽນ: ເສີມຂະຫຍາຍບົດບາດເຈົ້າກົກເຈົ້າເຫຼົ່າ ໃນການກໍ່ສ້າງຊົນນະບົດໃໝ່

(vovworld) ​ໃນ​ປະຊາ​ຄົມ​ບັນດາ​ເຜົ່າ​ຢູ່​ເຂດ​ໄຕ​ງວຽນ​ຂອງ​ຫວຽດນາມ, ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ມີ​ບົດບາດ​ສຳຄັນ​ພິ​ເສດ, ​ແມ່ນ​ຜູ້​ມີ​ອິດ​ທິພົນ​ກວ່າ​ໝູ່​ໃນ​ບ້ານ. ​ໃນ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່, ຍາມ​ໃດບັນດາເຈົ້າ​ກົກ​ເຈົ້າ​ເຫຼົ່າ​ກໍ່​ຕັ້ງໜ້າ​ໂຄສະນາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ລັດ​ເຖິງ​ປະຊາຊົນ; ຂົນຂວາຍ​ປະຊາຊົນ​ຮັກສາ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ, ຕັ້ງໜ້າ​ອອກ​ແຮງ​ງານ​ທຳ​ການ​ຜະລິດ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ພາຍ​ໃນ ​ເພື່ອ​ກໍ່ສ້າງ​ບ້ານ​ເກີດ​ໃຫ້​ນັບ​ມື້​ນັບ​ມີ​ຄວາມ​ອິ່ມໜຳສຳລານ ​ແລະ ຮັ່ງມີ​ສວຍ​ງາມ. ບົດ​ຂຽນ​ຂອງ​ ​ເທ໋ທັ໋ງ, ນັກ​ຂ່າວວິທະຍຸ​ກະຈາຍສຽງ​ຫວຽດນາມ​ ປະຈຳ​ເຂດ​ໄຕ​ງວຽນ ທີ່​ມີ​ຫົວ​ຂໍ້​ວ່າ “ໄຕ​ງວຽນ: ​ເສີມ​ຂະຫຍາຍ​ບົດບາດ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ໃນ​ກາ​ນກໍ່ສ້າງ​ຊົນນະບົດ​ໃໝ່“ຈະ​ແນະນຳ​ກ່ຽວ​ກັບ​ຄວາມ​ມານະ​ພະຍາຍາມຂອງບັນດາເຈົ້າ​ກົກ​ເຈົ້າ​ເຫຼົ່າ​​ ​ເຊິ່ງ​ໄດ້​ພ້ອມ​ກັບ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ Ea H’eo, ​ແຂວງ​ດັກ​ລັກ.

ໄຕງວຽນ: ເສີມຂະຫຍາຍບົດບາດເຈົ້າກົກເຈົ້າເຫຼົ່າ ໃນການກໍ່ສ້າງຊົນນະບົດໃໝ່ - ảnh 1

ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ທີ່ດີເດັ່ນຢູ່ເຂດໄຕງວຽນ

(ພາບ: ອິນເຕີແນດ)

​ເຖິງ​ວ່າ​ໄດ້​ມີ​ອາຍຸ 70 ປີ​ແລ້ວ​ກໍ່ຕາມ, ​ແຕ່ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ ມາ​ເຍິດ ຢູ່​ບ້ານ  Chóa ຕາ​ແສງ Dlyee Yang, ​ເມືອງ H’leo, ​ແຂວງ ດັກ​ລັກ, ຍາມ​ໃດ​ກໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ວຽກ​ງານ​ຂອງ​ທ້ອງ​ຖີ່​ນ. ​ແຕ່​ລະ​ມື້, ທ່ານ​ໄດ້​ສະຫງວນ​ເວລາ​ໄປ​ຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ​ບັນດາ​ຄອບຄົວ​ໃນ​ໝູ່​ບ້ານ. ​ເມື່ອ​ມີ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ຊົນນະບົດ​ໃໝ່, ເຈົ້າ​ກົກ​ເຈົ້າ​ເຫຼົ່າ ມາ​ເຍິດ ​ໄດ້​ຕັ້ງໜ້າ​ໂຄສະນາ, ປຸກລະດົມ​ພໍ່​ແມ່​ປະຊາຊົນ​ມານະ​ພະຍາຍາມ​ສູ້​ຊົນ. ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ໄດ້​ເປັນ​ແບບຢ່າງ​ນຳ​ໜ້າ​ໃນ​ການ​ປະກອບ​ເງິນ​ເພື່ອ​ກໍ່ສ້າງ​ທາງ​ໃໝ່, ​ເຮັດ​ໃຫ້​ທຸກ​ຄົນ​ໃນ​ບ້ານ​ປະຕິບັດ​ຕາມ. ນັບ​ແຕ່​ປີ 2011 ມາ​ຮອດ​ປະຈຸ​ບັນ, ພ້ອມ​ກັບ​ແຫຼ່ງທຶນ​ຂອງ​ລັດ, ​ເກືອບ 200 ຄອບຄົວ​ໃນ​ບ້ານ ​Chóa ໄດ້ປະກອບ​ເງິນ​ກວ່າ 320 ລ້ານ​ດົ່ງ ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ. ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ ມາ​ເຍິດ ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ ​ເພາະວ່າ​ປະຈຸ​ບັນ​ບ້ານ​ໄດ້​ມີ​ທາງ​ປູຢາງ, ທາງ​ເບ​ຕົງ ​ແລະ ມີ​ຫໍ​ວັດທະນະທຳ​​ຫຼັງ​ໃໝ່​ຢ່າງ​ໃຫຍ່​ໂຕ ​ແລະ ສວຍ​ງາມ, ທຸກ​ຄົນ​ຕ່າງ​ກໍ່​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ດ້ວຍ​ຄວາມ​ພາກພູມ​ໃຈ.​

​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ຫວັງ​ວ່າ​ຈະ​ກ້າວ​ຂຶ້ນ​ເທື່ອ​ລະ​ກ້າວ ​ແລະ ຕ້ອງ​ເຮັດ​ແນວ​ໃດ​ໃຫ້​ປະຊາຊົນ​ເຫັນ​ອົກ​ເຫັນ​ໃຈ ​ແລະ ປະຕິບັດ​ຕາມ. ນັ້ນ​ກໍ່ແມ່ນ​ແຜ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ“.

ໄຕງວຽນ: ເສີມຂະຫຍາຍບົດບາດເຈົ້າກົກເຈົ້າເຫຼົ່າ ໃນການກໍ່ສ້າງຊົນນະບົດໃໝ່ - ảnh 2

ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ລົງແຕ່ລະຄອບຄົວເພື່ອຂົນຂວາຍປະຊາຊົນເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່

(ພາບ: ອິນເຕີແນດ)

ຢູ່​ບ້ານ Đung A, ຕາ​ແສງ Ea Khal, ​ເມືອງ Ea H’leo ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ ມາ​ອານ ກໍ່​ແມ່ນ​ຜູ້ນຳ​ໜ້າ​ໃນ​ບັນດາ​ຂະ​ບວນການ​ແຂ່ງຂັນ, ພ້ອມ​ກັບ​ທົ່ວ​ປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊົນນະບົດ​ໃໝ່. ຕາມເຈົ້າ​ກົກ​ເຈົ້າ​ເຫຼົ່າ​ ມາ​ອານ ​ແລ້ວ, ​ເພື່ອ​ໃຫ້​ທຸກ​ຄົນ​ໃນ​ບ້ານ​ຟັງ​ຕາມ, ກ່ອນ​ອື່ນ​ໝົດ​ຄອບຄົວ​ຂອງ​ຕົນ​ຕ້ອງ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ໄດ້ ​ແລະ ​ເປັນ​ແບບຢ່າງ​ນຳ​ໜ້າ​ໃນ​ການ​ປະກອບສ່ວນ​ໃຫ້​ປະຊາ​ຄົມ. ຄິດ​ຄື​ແນວ​ໃດ ກໍ່​ເຮັດ​ຄື​ແນວ​ນັ້ນ, ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ ມາ​ອານ ​ໄດ້​ພ້ອມ​ກັບ​ລູກ​, ຫຼານ​ຕັ້ງໜ້າ​ອອກ​​ແຮງ​ງານ​ທຳ​ການ​ຜະລິດ. ດ້ວຍ​ເນື້ອ​ທີ່​ປູກ​ກາ​ເຟ, ໝາກ​ຜິ​ກ​ໄທ ​ແລະ ໜອງ​ລ້ຽງ​ປາ 3 ​ເຮັກຕາ, ​ແຕ່ລະ​ປີ​ຄອບຄົວເຈົ້າ​ກົກ​ເຈົ້າ​ເຫຼົ່າ​ ມາ​ອານ ສາມາດ​ສ້າງ​ລາຍ​ຮັບ​ໄດ້​ກວ່າ 600 ລ້ານ​ດົ່ງ. ​ໂດຍ​ປະຕິບັດ​ຕາມເຈົ້າ​ກົກ​ເຈົ້າ​ເຫຼົ່າ​ ມາ​ອານ, ຫຼາຍ​ຄອບຄົວ​ຢູ່​ບ້ານ Đung A ກໍ່ບືນ​ຕົວ​ຂຶ້ນ​ພັດທະນາ​ເສດຖະກິດ, ມີ​ຫຼາຍ​ຄອບຄົວ​ໄດ້​ກາຍ​ເປັນ​ຄອບຄົວ​ຮັ່ງມີ​ພໍ​ສົມຄວນ... ຈາກ​ນັ້ນ​ເຂົາ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ປະກອບສ່ວນ​ກໍ່ສ້າງ​ບັນດາ​ກິດ​ຈະ​ກຳ​ສາທາລະນະ​ໃນ​ບ້ານ. ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ ມາ​ອານ, ​ໃຫ້​ຮູ້​ວ່າ:

ການ​ຊ່ວຍ​ເຫຼືອ​ປະຊາຊົນຢູ່​ອ້ອມ​​ພັດທະນາ​ເສດຖະກິດ ກໍ່​ແມ່ນ​ແຜນ​ນະ​ໂຍບາຍ​ທີ່ພັກ, ລັດ​ໄດ້​ວາງ​ອອກ. ​ຂ້າພະ​ເຈົ້າ​ຈຶ່ງ​ຄິດ​ວ່າ​ຕ້ອງ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ ​ເພື່ອ​ໃຫ້​ທັງ​ບ້ານ​ພ້ອມ​ກັນ​ພັດທະນາ. ​ເຮົາ​ປູກ​ຢາງພາລາ, ກາ​ເຟ, ກໍ່ສ້າງ​ຊົນນະບົດ​ໃໝ່... ​ເຮົາ​ກໍ່​ຕ້ອງ​ປຸກລະດົມ, ​ໂຄສະນາໃຫ້​ພໍ່​ແມ່​ປະຊາຊົນ​ພ້ອມ​ກັນ​ເຮັດ, ພ້ອມ​ທັງ​ປຸກລະດົມ​ລູກ​ຫຼານ​ໄປ​ຮຽນ​ຢ່າງ​ຄົບ​ຖ້ວນ ​ແລະ ກາຍ​ເປັນ​ຄົນ​ດີ. ນີ້​ແມ່ນ​ວຽກ​ງານ​ທີ່​ເຮົາ​ປະຕິບັດ​ເປັນ​ປະຈຳ. ປະຈຸ​ບັນ​ມີ​ຫຼາຍ​ຄອບຄົວ​ໄດ້​ຮູ້​ວິທີ​ທຳ​ມາ​ຫາ​ກິນ ​ແລະ ລ້ຽງ​ລູກ​ຮຳ່ຮຽນ​​ໄດ້​ດີ

ໄຕງວຽນ: ເສີມຂະຫຍາຍບົດບາດເຈົ້າກົກເຈົ້າເຫຼົ່າ ໃນການກໍ່ສ້າງຊົນນະບົດໃໝ່ - ảnh 3

ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ແມ່ນຜູ້ທີ່ມີອິດທິພົນໃນເຂດໄຕງວຽນ

(ພາບ: ອິນເຕີແນດ)

ທ່ານ ​ເຈິ່ນວິ​ງ, ຮອງ​ເລຂາຜູ້​ປະຈຳການຄະນະ​ພັກ​ເມືອງ Ea H’leo ຢືນຢັນ​ວ່າ. ບັນດາ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ ​ແລະ ບັນດາ​ຜູ້​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ເມືອງ Ea H’leo  ​ໄດ້​ເສີມ​ຂະຫຍາຍ​ບົດບາດ, ຄວາມ​ຮັບຜິດຊອບ​ເປັນ​ຢ່າງ​ດີ, ກາຍ​ເປັນ​ບ່ອນ​ອີງ​ດ້ານ​ຈິດ​ໃຈ ​ເພື່ອ​ໃຫ້​ບັນດາ​ຄອບຄົວ​ໃນ​ບ້ານ​ມານະ​ພະຍາຍາມ​ບືນ​ຕົວ​ຂຶ້ນ, ປະກອບສ່ວນ​ກໍ່ສ້າງ​ທ້ອງ​ຖີ່​ນ​ໃຫ້​ນັບ​ມື້​ນັບ​ພັດທະນາ:

​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​​ເອົາ​ໃຈ​ໃສ່, ກຳນົດ​ທິດ​ທາງ ​ເພື່ອ​ໃຫ້​ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ​ເຈົ້າ​ບ້ານ, ​ເຊິ່ງ​ແມ່ນ​ຜູ້​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ບ້ານ, ປຸກລະດົມ​ທຸກ​ຄົນ​ອອກ​ແຮງ​ງານ ທຳ​ການ​ຜະລິດ, ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ໝູ່​ບ້ານ, ຈາກ​ນັ້ນ​ຍົກ​ສູງ​ຊີວິດ​ຂອງ​ປະຊາຊົນ, ປະກອບສ່ວນ​ພັດທະນາ​ເມືອງ​ໃຫ້​ເປັນ​ປົກກະຕິ“.

​ເມືອງ Ea H’leo ມີ 53 ບ້ານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ການ​​ກໍ່ສ້າງ​ຊົນນະບົດ​ໃໝ່​ກໍ່ຕາມ ​ແຕ່​ດ້ວຍ​ຄວາມ​ຮັບຜິດຊອບ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ, ບັນດາ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ຢູ່​ທີ່​ນີ້ ພວມ​ພ້ອມ​ກັບ​ປະຊາຊົນ​ທຸກ​ຄົນ​ໃນ​ເມືອງ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເຮັດ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ