ໄຕນິງເສີມຂະຫຍາຍທຸກແຫຼ່ງກຳລັງເພື່ອກໍ່ສ້າງຊົນນະບົດໃໝ່


(vovworld) – ບັນດາ​ເສັ້ນທາງ​​ປູຢາງ​ຂະໜາດໃຫຍ່. ທາງ​ບ້ານ​ຖືກກໍ່ສ້າງດ້ວຍ​ເບ​ຕົງ​ທີ່​ສະອາດ, ບັນດາ​ໂຮງຮຽນ​ຫຼັງ​ໃໝ່​ຫຼື​ສຸກສາລາ​ທີ່​ສະອາດ​ສວຍ​ງາມນັ້ນແມ່ນ​ໂສມ​ໜ້າ​ໃໝ່​ຂອງ 25 ຕາ​ແສງ​ທີ່​ພວມ​ກໍ່ສ້າງ​ຊົນນະບົດ​ໃໝ່​​ຢູ່​ແຂວງ​ໄຕ​ນິງ. ພ້ອມ​ກັນ​ນັ້ນ, ຄຸນ​ນະພາ​ບການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ໃຫ້​ແກ່​ປະຊາຊົນ​ຢູ່​ຫຼາຍ​ທ້ອງ​ຖີ່​ນ​ໃນ​ແຂວງ. ​ໄດ້​ຮັບຜົນງານ​ດັ່ງກ່າວ​ແມ່ນຍ້ອນ​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ລະຫວ່າງ​ປະຊາຊົນ ​ແລະ ອຳນາດ​ການ​ປົກຄອງ​ໃນ​ການ​ນຳ​ໃຊ້, ​ເສີມ​ຂະຫຍາຍ​ທຸກ​ແຫຼ່ງກຳລັງ​ເພື່ອ​ພັດທະນາ​ບ້ານ​ເກີດ​ເມືອງ​ນອນ.

ໄຕນິງເສີມຂະຫຍາຍທຸກແຫຼ່ງກຳລັງເພື່ອກໍ່ສ້າງຊົນນະບົດໃໝ່ - ảnh 1

ເສັ້ນທາງສາຍຕ່າງໆຢູ່ໄຕນິງລ້ວນແຕ່ໄດ້ຮັບການປູຢາງຢ່າງສະອາດສວຍງາມ

(ພາບ: ອິນເຕີແນດ)

        ສະ​ເພາະ​ປີ​ນີ້, ລາຍ​ຈ່າຍ​ທັງ​ໝົດ​ທີ່​ແຂວງ​ໄຕ​ນິງ ​ໄດ້​ລົງທຶນ​ໃຫ້ 9 ຕາ​ແສງ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ຂຶ້ນ​ເຖິງກວ່າ 600 ຕື້​ດົ່ງ. ​ໃນ​ນັ້ນ​ສ່ວນ​ໜຶ່ງ​ແມ່ນ​ຫັກ​ຈາກ​ງົບປະມານ​ຂອງ​ແຂວງ, ສ່ວນ​ຍັງ​ເຫຼືອ​ແມ່ນ​ການ​ປະກອບສ່ວນ​ຂອງ​ປະຊາຊົນ ​ແລະ ບັນດາ​ວິ​ສາ​ຫະກິດ​ໃນ​ບໍລິ​ເວນ. ​ໃນ​ຈຳນວນ 25 ຕາ​ແສງ​ທີ່​ແຂວງ​ໄຕ​ນິງ​ເລືອກ​ເຟັ້ນ​ເພື່ອ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄລຍະ 2011 – 2015, ຕາ​ແສງ​ແທກ​ດົງ (​ເມືອງ​ເຕິ​ນ​ເຈົ້າ) ​ແມ່ນ​ຕາ​ແສງ​ທີ່​ໄດ້​ຮັບ​ແຫຼ​ງທຶນ​ຫຼາຍກວ່າ​ໝູ່ ດ້ວຍກວ່າ 100 ຕຶ້ດົ່ງ. ​ເງິນ​ຈຳນວນ​ດັ່ງກ່າວ​ແມ່ນລົງທຶນ​ໃຫ້​ວຽກ​ງານ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ. ມາ​ຮອດ​ປະຈຸ​ບັນ, ອັດຕາ​ຄອບຄົວ​ມີ​ໄຟຟ້າ​​ໃຊ້ແມ່ນ 99,9%, ລະບົບ​ທາງ​ຄົມມະນາຄົມ, ​ໂຮງຮຽນ, ສຸກສາລາ, ຫໍ​ວັດທະນະທຳ, ​ໄປສະນີ ​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ໃຫຍ່​ໂຕ​ໂອ​ໂຖງ ​ແລະ ສວຍ​ງາມ. ປະຈຸ​ບັນ, ຕາ​ແສງ​ແທກ​ດົງ​ມີຄອບ​ຄົວ​ທີ່​ທຸກ​ຍາກ​ພຽງ 35 ຄອບຄົວ, ​ເທົ່າ​ກັບ 1,6% ຈຳນວນ​ຄອບຄົວ​ທັງ​ໝົດໃນ​ຕາ​ແສງ​ເທ່ົາ​ນັ້ນ. ​ແທງ​ດົງ​ ພວມ​ສູ້​ຊົນ​ເພື່ອ​ບັນລຸ​ຄາດໝາຍ ​ກາຍ​ຕາ​ແສງ​ທຳ​ອິດ​ຂອງ​ແຂວງບັນລຸ 19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ຟ້າ​ມຫວູຕຸ່ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ແທງ​ດົງ, ​ໃຫ້​ຮູ້​ວ່າ:

        “ຕາ​ແສງ​ແທງ​ດົງ​ບັນລຸ​ໄດ້ 11/19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ພວກ​ຂ້າພະ​ເຈົ້າ​ສູ້​ຊົນ​ຮອດ​ທ້າຍ​ປີ​ນີ້​ຈະ​ບັນລຸ​ໃຫ້​ໄດ້ 8 ມາດຖານ​ທີ່​ຍັງ​ເຫຼືອ. ນີ້​ແມ່ນ​ໂຄງການ​ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຈາກ​ປະຊາຊົນ

        ​ໃນ​ວິວັດ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຊາວ​ໄຕ​ນິງ ຫຼາຍ​ຄົນ ​ໄດ້​ສ້າງບັນດາ​ຮູບ​ແບບ​ຜະລິດທີ່​ມີ​ປະສິດທິ​ຜົນ​ຄື,: ຮູບ​ແບບ​ລ້ຽງ​ໂຕ​ແລນ, ລ້ຽງ​ໄກ່​ພັນ​ເອົາ​ຊີ້ນ, ລ້ຽງ​ງູສົມທົບ​ກັບ​ການ​ລ້ຽງ​ກົບ, ປາປະ​ດັບ…ຫວ່າງ​ແລ້ວ​ນີ້​ຢູ່​ຫຼາຍຕາ​ແສງ​ໃນ​ແຂວງ​ໄຕ​ນິງ, ພໍ່​ແມ່​ປະຊາຊົນ​ຍັງ​ນຳ​ໃຊ້​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ປູກ​ອ້ອຍ, ປູກ​ມັນ​ຕົ້ນ​ທີ່​ໃຫ້​ສະມັດ​ຕະພາບ ​ແລະ ຄຸນ​ນະພາ​ບ​ສູງ. ອ້າຍ ຕ້າ​ຮ່ວາງ​ແທກ, ຢູ່​ຕາ​ແສງ​ເຟືອ​ກນິງ, ​ເມືອງ ​ເຢືອງມິ​ງ​ເຈົາ, ​ແມ່ນ​ຜູ້​ພັດທະນາ​ຟາ​ມລ້ຽງ​ໝູ​ສົມທົບ​ກັບ​ການ​ລ້ຽງ​ປາ​ໃນ​ເນື້ອ​ທີ່​ກວ່າ 2 ​ເຮັກຕາ. ມາ​ຮອດ​ປະຈຸ​ບັນ, ຟາ​ມຂອງ​ອ້າຍ​ສ້າງ​ລາຍ​ຮັບ​ໄດ້​ກວ່າ 3 ຕື້​ດົ່ງ/ປີ. ອ້າຍ​ແທກ ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ລ້ຽງ​ໝູ ​ເພາະວ່າ​ມັນ​ເໝາະ​ສົມ​ກັບ​​ກັບ​ເຂດ​ຊົນນະບົດ​ນີ້ ທີ່​ສຸດ. ລ້ຽງ​ໝູ​ຢູ່​ເທິງ, ລ້ຽງ​ປາ​ຢູ່​ໃຕ້, ​ເຮັດ​ຄື​ແນວ​ນັ້ນ​ສາມາດນຳ​ໃຊ້ຝຸ່ນ​​ໃນ​ການ​ປູກ​ມັນ​ຕົ້ນ ​ແລະ ອ້ອຍ, ຫຼຸດ​ຜ່ອນ​ຄ່າ​ຜະລິດ. ນອກ​ນັ້ນ, ອາຊີບ​ລ້ຽງ​ໝູ​ກໍ່​ງ່າຍ ​ແລະ ​ເໝາະ​ສົມ​ກັບ​ປະຊາຊົນ“.

ໄຕນິງເສີມຂະຫຍາຍທຸກແຫຼ່ງກຳລັງເພື່ອກໍ່ສ້າງຊົນນະບົດໃໝ່ - ảnh 2
ພາບປະກອບ

        ​​ເພື່ອປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງ​ໄຕ​ນິງ ​ໄດ້​ຜັນ​ຂະຫຍາຍ​ແຜນ​ຮ່າງ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ຊົນນະບົດ, ປະກອບ​ຄວາມ​ຮູ້​​ໃນ​ການ​ປູກຝັງ ​ແລະ ລ້ຽງສັດໂດຍ​ພື້ນຖານ​ໃຫ້​​ແກ່ປະຊາຊົນ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ສ້າງ​ຄວາມ​ຮັ່ງມີ​ໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ. ທາງ​ແຂວງ​ໄດ້​ເປີດ​ຫ້ອງ​ຮຽນ​ວິຊາ​ຊີບ​ເກືອບ 360 ຫ້ອງ, ບຳລຸງ​ສ້າງ​ໃຫ້​ຜູ້​ອອກ​ແຮງ​ງານປະມານ 11.000 ຄົນ. ທ່ານ ຫງວຽນ​ວັນ​ຮຶງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ລອງ​ແທ່ງ​ບັກ, ​ເມືອງ​ຮ່ວາ​ແທ່ງ, ​ແຂວງ​ໄຕ​ນິງ, ​ໃຫ້​ຮູ້​ວ່າ:

        “ຕາ​ແສງ​ລອງ​ແທ່ງ​ບັກ  ​ແມ່ນ​ຕາ​ແສງ​ພວມ​ກໍ່ສ້າງຊົນນະບົດ​ໃໝ່, ດັ່ງ​ນັ້ນ​ປະຊາຊົນ​ໃນ​ເກນ​ອາຍຸ​ອອກ​ແຮງ​ງານ​ຕ້ອງ​ມີ​ວຽກ​ເຮັດ​ງານ​ທຳ, ຕາມ​ຄາດໝາຍ​ທີ່​ວາງ​ອອກ​ແມ່ນ 60%. ມາ​ຮອດ​ປະຈຸ​ບັນ​ທາງ​ຕາ​ແສງ​ບັນລຸ​ໄດ້ 40%​ແລ້ວ. ພວກ​ຂ້າພະ​ເຈົ້າ​ຈະ​ໂຄສະນາ, ຂົນຂວາຍ​ປະຊາຊົນ​, ພາຍຫຼັງ​ເຂົ້າ​ຮ່ວ​ມຊຸດ​ບຳລຸງ​ວິຊາ​ຊີບ, ຄວນເລືອກ​ເອົາ​ອາຊີບ​ໃດ​ໜຶ່ງ​ທີ່​ເໝາະ​ສົມ​ເພື່ອ​ປະກອບສ່ວນ​ປະຕິບັດ​ການກໍ່ສ້າງ​ຕາ​ແສງ​ຊົນນະບົດ​ໃໝ່​ໃຫ້​ສຳ​ເລັດ​ໃນ​ປີ 2015“

        ສະ​ເພາະ​ປີ 2014, ​ແຂວງ ​ໄຕ​ນິງ ລົງທຶນ​ປະມານ 7 ຕຶ້ດົ່ງ​​ເພື່ອ​ບຳລຸງ​ວິຊາ​ຊີບໃຫ້​ແກ່​ ​ຜູ້​ອອກ​ແຮງ​ງານ​ໃນ​ແຂວງກວ່າ 5.000 ຄົນ.

        ​ແຂວງ​ໄຕ​ນິງ ສູ້​ຊົນ​ຮອດ​ປີ 2015 ຢ່າງ​ໜ້ອຍ​ສຸດ​ກໍ່​ມີ 20% ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ ​ແມ່ນ​ພື້ນ ຖານ​ເພື່ອ​ໃຫ້​ປະຊາຊົນ ​ແລະ ອຳນາດ​ການ​ປົກຄອງ​ແຂວງ​ໄຕ​ນິງ​ທຸ​ກຂັ້ນ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ຢ່າງ​ມີ​ປະສິດທິ​ຜົນ.

       

ຕອບກັບ

ຂ່າວ/ບົດ​ອື່ນ