ໄຕຢາງ ລະດົມກຳລັງແຮງຈາກປະຊາຊົນເພື່ອກໍ່ສ້າງຊົນນະບົດໃໝ່

​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ຜັນ​ຂະຫຍາຍ​​ໂຄງການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເມືອງ ​ໄຕ​ຢາງ, ​ແຂວງ ກວາງ​ນາມ ​ໄດ້​ເລືອກ​​ເຟັ້ນບາງ​ຕາ​ແສງ​ເພື່ອ​ປະຕິບັດ​ທົດ​ລອງ. ພ້ອມ​ກັບ​ການ​ລົງທຶນ​ຂອງ​ລັດ, ​ເມືອງ ​ໄຕ​ຢາງ​ ຖື​ເປັນ​ສຳຄັນ​ການ​ລະດົມ​ກຳລັງ​​ແຮງ​ຈາກ​ປະຊາ ຊົນ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່.

ໄຕຢາງ ລະດົມກຳລັງແຮງຈາກປະຊາຊົນເພື່ອກໍ່ສ້າງຊົນນະບົດໃໝ່ - ảnh 1
(ພາບ:http://baoquangnam.com.vn)

ຕາ​ແສງ ອາ​ນົງ, ຫ່າງ​ຈາກ​ໃຈກາງ​ເມືອງ​ປະມານ 12 ກ.ມ, ​ໄດ້​ຮັບ​ເລືອກ​ເປັນຕາ​ແສງ​ເພື່ອ​ກໍ່ສ້າງທົດ​ລອງ​ຮູບ​ແບບ “ຊົນນະບົດ​ໃໝ່“. ກ່ອນ​ທີ່​ສູນ​ກາງ​ປຸກລະດົມ​ໂຄງການກໍ່ສ້າງ​ຊົນນະບົດ​ໃໝ່, ​ເມືອງ ​ໄຕ​ຢາງ ​ໄດ້​ເລືອກ​ຕາ​ແສງ ອາ​ນົງ ​ເພື່ອ​ປະຕິບັດ​ທົດ​ລອງ​​ໂຄງການ ”ກະ​ສີ​ກຳ, ຊາວ​ກະ​ສີກ​ອນ ​ແລະ ຊົນນະບົດ” ນັບ​ແຕ່​ປີ 2008. ການ​ລົງທຶນ​ຂອງ​ເມືອງ, ຂອງ​ແຂວງ​ໃຫ້​ແກ່​ຕາ​ແສງ ອາ​ນົງ ​ແມ່ນ​ເງື່ອນ​ໄຂ​​ອຳນວຍ​ຄວາມ​ສະດວກ ​ເພື່ອ​ໃຫ້​ຕາ​ແສງ ອາ​ນົງ ສືບ​ຕໍ່​ຜັນ​ຂະຫຍາຍ​​ໂຄ​ງການ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ພາຍຫຼັງ​ 1 ປີ​ທີ່ໄດ້​ຮັບ​ເລືອກ​ເປັນຕາ​ແສງ​ປະຕິບັດ​ທົດ​ລອງ​ໂຄງການ​ດັ່ງກ່າວ​ແລ້ວ​, ມາ​ຮອດ​ປະຈຸ​ບັນ ​ເມື່ອ​ທຽບ​ໃສ່ 19 ​ມາດຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ຊົນນະບົດ​ໃໝ່​ເຊັ່ນ: ການວາງ​ແຜນ​ກຳນົດ, ​ໄຟຟ້າ, ທາງ​ຄົມມະນາຄົມ, ​ໂຮງຮຽນ, ສຸກສາລາ, ການຈັດ​ຕັ້ງ​ການ​ຜະລິດ, ຈຳນວນ​ຄອບຄົວ​ທີ່​ທຸກ​ຍາກ​..ນັ້ນ. ທົ່ວ​ຕາ​ແສງ​ບັນລຸ​ໄດ້​ກວ່າ 60% ຈຳ​ນວນຕົວ​ເລກ​ຄາດໝາຍ. ​ກ່ຽວ​ກັບ​ການ​ຜະລິດ​ກະ​ສີ​ກຳ - ປ່າ​ໄມ້ ​ແມ່ນ​ຂະຫຍາຍ​ຟາ​ມ​ໄດ້ 5 ຮູບ​ແບບ, ​ແລະ​ ບຸກ​ເບີກ, ຂະຫຍາຍ​ເນື້ອ​ທີ່​ປູກ​ເຂົ້ານາ​ທາມ​ຈາກ 27 ​ເຮັກຕາ (​ໃນ​ປີ 2009) ຂຶ້ນ​ເປັນ​ເກືອບ 40 ​ເຮັກຕາ (​ໃນ​ປີ 2011) ​ແລະ​ ນຳ​ເອົາ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ ​ເຂົ້າ​ໝູນ​ໃຊ້ໃນ​ການ​ຜະລິດ, ອັນ​ໄດ້​ຍົກ​ສະມັດ​ຕະພາບ​ການ​ຜະລິດ​ເຂົ້າ​ຂຶ້ນ 5,6 ​ໂຕນ/​ເຮັກຕາ. ນອກ​ນັ້ນ, ​ທາງ​ຕາ​ແສງ ​ແລະ ອຳນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ກໍ່​ໄດ້​ຊ່ວຍ​​​​ເຫຼືອດ້ານ​ເບ້ຍ​ໄມ້ ​ແລະ​ ​ແນວ​ພັນ​ສັດ​ລ້ຽງໃຫ້​ແກ່​ປະຊາຊົນ ​ເພື່ອ​​ເຮັດ​ໃຫ້​ຈຳນວນ​ສັດລ້ຽງ​ແລະ​ຜົນລະປູກ​ມີ​ຄຸນ​ນະພາ​ບສູງ​ກວ່າ, ອັນ​ໄດ້​ປະກອບສ່ວນ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ. ປະຈຸ​ບັນ​, ເສັ້ນທາງ​ໄປ​ຍັງ​ຕາ​ແສງ ອາ​ນົງ ​ໄດ້​ຮັບ​ການ​ປູຢາງ, ​ແລະ ​ມີ​ຂົວ​ເບ​ຕົງ​ຖາວອນ​ແລ້ວ. ທົ່ວ​ຕາ​ແສງ​ມີ​ເນື້ອ​ທີ່​ດິນ​ປູກ​ເຂົ້ານາ​ທາມກວ່າ 140 ​ເຮັກຕາ, ​ເນື້ອ​ທີ່​ປູກ​ຢາງພາລາ​ກວ່າ 100 ​ເຮັກຕາ. ທ່ານ ອາ​ລັງ​ລ໋າຍ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ອາ​ນົງ, ​ໃຫ້​ຮູ້​ວ່າ:

    ”​ໃນ​ເມື່ອ​ກ່ອນ ປະຊາຊົນ​ເຄີຍ​ຖາງ​ປ່າ​ເຮັດ​ໄຮ່, ປະຈຸ​ບັນ​​ເມື່ອຕາ​ແສງ ອາ​ນົງ ປະຕິບັດ​ທົດ​ລອງ​ກໍ່ສ້າງຊົນນະບົດ​ໃໝ່, ປະຊາຊົນ​ໄດ້​ທຳ​ການ​ຜະລິດ​ເຂົ້ານາ​ທາມ, ປູກ​ຢາງພາລາ. ທິດ​ທາງ​ຂອງ​ເມືອງ​ແມ່ນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ດັ່ງ​ນັ້ນ​ປະຊາຊົນ​ບໍ່​ຖາງ​ປ່າ​ເຮັດ​ໄຮ່​ອີກ, ​ເຂົາ​ເຈົ້າ​ມີນາ, ມີ​ເສັ້ນທາງ​ຄົມມະນາຄົມ, ມີ​ໂຮງຮຽນ, ສຸກສາລາ ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ​ມີ​ໄຟຟ້າ​ອີກ”.

    ຈາກ​ຜົນສຳ​ເລັດ​​ໃນ​ເບື້ອງ​ຕົ້ນຂອງ​ຕາ​ແສງ ອາ​ນົງ, ​ເມືອງ ​​ໄຕ ຢາງ ​ໄດ້​ເລືອກ​ເຝັ້ນ 3 ຕາ​ແສງ​ຕື່ມ​ອີກ​ແມ່ນ ຕາ​ແສງ ອາຊາ​ງ, ອາ​ຕຽງ, ອາ​ເວື​ອງ ​ເພື່ອ​ຜັນ​ຂະຫຍາຍ​​ໂຄງການ​ກໍ່ສ້າງ “ຊົນນະບົດ​ໃໝ່“. ປະຈຸ​ບັນ, ​ທາງ​ຕາ​ແສງ​ພວມ​ສູ​ມ​ໃສ່​ເຂົ້າ​ໃນ​ກາ​ນຜັນ​ຂະຫຍາຍ​ບັນດາ​ຮູບ​ແບບ​ຜະລິດ​ກະ​ສີ​ກຳ, ຖ່າຍ​ທອດ​ເຕັກນິກ​ໃນ​ການ​ປູກຝັງ ​ແລະ ​ລ້ຽງສັດ​ໃຫ້​ແກ່​ປະຊາຊົນ, ກໍ່​ຄື​ຮັກສາ, ປັບປຸງ​ບັນດາລະບຽບ​ການ​ດ້ານ​ວັດທະນະທຳ​ຢູ່​ຂັ້ນ​ຮາກ​ຖານ, ຖື​ເປັນ​ສຳຄັນ​ການ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊາດ.

    ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ. ພິ​ເສດ​ແມ່ນ ​ຢູ່​ບາງ​ແຫ່ງ ປະຊາຊົນ​ໄດ້​ມອບ​ດິນ, ມອບ​ຕົ້ນ​ໄມ້​ດ້ວຍ​ຄວາມ​ສະໝັກ​ໃຈເພື່ອ​ກໍ່ສ້າງ​​ເສັ້ນທາງ ​ແລະ​ ຂົວ ​ໂດຍ​ບໍ່​ຮຽກ​ຮ້ອງຄ່າ​ຊົດ​ເຊີຍ. ​ເຂົາ​ເຈົ້າ​ຮັບ​ຮູ້​ໄດ້​ວ່າ, ​ໃນ​ເງື່ອນ​ໄຂທີ່​ເງິນ​ລົງທຶນ​ຂອງ​ລັດ​ຖືກ​ຈຳກັດນັ້ນ, ​ເລື່ອງປະຊາຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັນ​ພັດທະນາ​ແມ່ນ​ຄວາມ​ຈຳ​ເປັນ​ທີ່​ສຸດ. ທ່ານ ອາ​ລັງ​ໂຕ໋ຍ, ຢູ່​ຕາ​ແສງ ອາຊາ​ນ, ​ເມືອງ ​ໄຕ​ຢາງ ​ໃຫ້​ຮູ້​ວ່າ:

    ”ພັກ ​ແລະ​ ລັດ​ມີ​ແຜນ​ນະ​ໂຍບາຍ​ລົງທຶນ​ໃຫ້​ແກ່ ​ໄຕ​ຢາງ ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່, ພໍ່​ແມ່​ປະຊາຊົນ ຜູ້​ໃດ​ກໍ່​ຮູ້​ສຶກ​ເບີກບານ​ມ່ວນ​ຊື່ນ​ຫຼາຍ. ປະຊາຊົນ​ຕອບ​ສະໜອງ​ແຜນ​ນະ​ໂຍບາຍ​ທັງ​ໝົດ ​ແລະ​ ພ້ອມ​ແລ້ວ​ທີ່​ປະກອບ​ທີ່​ດິນ ​ແລະ​ໄມ້​ເພື່ອ​ກໍ່ສ້າງ​ເສັ້ນທາງ ​ແລະ​ ຂົວ. ຫວັງ​ວ່າ, ລັດ​ຈະ​ສືບ​ຕໍ່​ມີ​ນະ​ໂຍບາຍ​ບຸລິ​ມາ​ສິດ​ໃຫ້​ພໍ່​ແມ່​ປະຊາຊົນ​ຢູ່​ເຂດ​ພູດ​ອຍ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສາມາດ​ສ້າງ​ຊີວິດ​ດ້ານ​ວັດທະນະທຳ​ໃນ​ໝູ່​ບ້ານ​ຕາ​ແສງ​ໃຫ້​ດີ ກ​ວ່າ”.

ໄຕຢາງ ລະດົມກຳລັງແຮງຈາກປະຊາຊົນເພື່ອກໍ່ສ້າງຊົນນະບົດໃໝ່ - ảnh 2
(ພາບ:http://baoquangnam.com.vn)

​ເຖິງ​ວ່າ​ຍັງ​ມີ​ຫຼາຍ​ມາດຖານ ​ທີ່ບັນດາ​ຕາ​ແສງ​ປະຕິບັດ​ທົດ​ລອງ ການກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ ​ໄຕ​ຢາງ ຕ້ອງພະຍາຍາມ​​ເຮັດ​ໃຫ້​ສຳ​ເລັດ​ກໍ່ຕາມ, ​ແຕ່​ທາງ​ເມືອງ ​ໄຕ​ຢາງ, ​ແຂວງ ກວາງ​ນາມ ຈະ​ຖອດ​ຖອນທຸກ​ສິ່ງ​ທຸກ​ຢ່າງ​ທີ່​ບັນລຸ​ໄດ້​ໃນ​ການ​ກໍ່ສ້າງ​ຮູບ​ແບບ​ນີ້ ​ເພື່ອ​ສືບ​ຕໍ່​ປະຕິບັດ​ຢູ່​ບັນດາ​ຕາ​ແສງ​ອື່ນໆ. ທ່ານ ​ເບີ​ຮີ​ວບຽກ, ​ເລຂາ​ຄະນະ​ພັກ​ເມືອງ ​ໄຕ​ຢາງ, ຖື​ວ່າ:

    ”ຂ້າພະ​ເຈົ້າ​ປະຕິບັດ​ຕາມ​​ມາດຖານ​ຂອງ​ລັດຖະບານກ່ຽວ​ກັບ​ຊົນນະບົດ​ໃໝ່. ​ໃນ​ຈຳນວນ 19 ມາດຖານ, ພວກ​ເຮົາ​ໄດ້​ຄັດ​ເລືອກ​ມາດຖານ​ໃດ​ສຳຄັນ​ແມ່ນ​ຈະ​ປະຕິບັດ​ກ່ອນ. ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ ​ໄຕ​ຢາງ ​ແມ່ນ​​ແຕກ​ຕ່າງ​ກັບ​ຢູ່​ເມືອງ​ຕ່າງໆ​ໃນ​ແຂວງ ກວາງ​ນາມ, ຍ້ອນ​ເງືອນ​ໄຂ​ທຳ​ມະ​ຊາດ. ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ພວກ​ເຮົາ​ຈະ​ອີງ​ໃສ່​ແຜນ​ກຳນົດ​ເພື່ອ​ປະຕິບັດ”.

    ທ່ານ ເບີ​ຮີ​ວບຽກ ​ໃຫ້​ຮູ້​ວ່າ ​ເມືອງ ​ໄຕ​ຢາງ ​ໄດ້​ວາງ​ແຜນ​ປູກ​ປ່າ​​ເພື່ອ​ແນ​ໃສ່ຂະຫຍາຍ​ເນື້ອ​ທີ່​ປ່າຕື່ມ​ອີກ. ນອກ​ນັ້ນ, ດ້ວຍ​ທ່າ​ແຮງ​ຂອງ​ເຂດ​ພູດ​ອຍ, ​ເມືອງ ​ໄຕ​ຢາງ ກໍ່​ຊີ້​ນຳ​ໃຫ້​ທ້ອງ​ຖີ່​ນປູກ​ຕົ້ນ​ໄມ້​ປະ​ເພດ​ຕ່າງໆ​ທີ່​ມີ​ທ່າ​ແຮງ​ເຊັ່ນ: ຕົ້ນ​ຢາງພາລາ, ກ້ວຍ, ໝາກ​ນັດ.. ​ໃນ 4 ປັດ​ໃຈ​ຄື: “​ໄຟຟ້າ, ທາງ​ຄົມມະນາຄົມ, ​ໂຮງຮຽນ, ສຸກສາລາ“ນັ້ນ, ​ໄຟຟ້າຈະ​ໄດ້​ຮັບ​ການ​ກໍ່ສ້າງ​ກ່ອນ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວິວັດ​ແຫ່ງ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ​ ທັນ​ສະ​ໄໝ. ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຂອງ​ພະນັກງານ ກໍ່​ຄື ປະຊາຊົນ​ແຕ່ລະຄົນ, ​ເມືອງ ​ໄຕ​ຢາງ ຈະ​ປະຕິບັດ​ສຳ​ເລັດ​​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ແນ່ນອນ.

ຕອບກັບ

ຂ່າວ/ບົດ​ອື່ນ